• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ແຄ໋ງລີ ນັກຮ້ອງຜູ້ມີຊື່ສຽງໂດ່ງດັງ

ໃນວົງການນັກຮ້ອງຢູ່ນອກປະເທດ, ທ່ານນາງ ແຄ໋ງລີ ຖືວ່າ ພົ້ນເດັ່ນເປັນພິເສດ. ຢຶດໝັ້ນກັບອາຊີບນັກຮ້ອງ ເປັນເວລາເກືອບ 60 ປີ ກັບບົດເພງນັບຫຼາຍຮ້ອຍບົດ, ເພິ່ນໄດ້ ສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້ ໃນຈິດໃຈຂອງແຟນໆ ເພງ. ທ່ານຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍຄົນ ຈະບໍ່ມີຍາມລືມໄດ້ ຮູບພາບນັກຮ້ອງ ແຄ໋ງລີ ທີ່ເຕັມປ່ຽນ ຊາບຊຶ້ງ ກັບບັນດາບົດເພງ ກ່ຽວ ກັບຄວາມຮັກບ້ານເກີດເມືອງນອນ, ຄວາມຮັກລະຫວ່າງບ່າວ ສາວ ຫຼື ຮູບພາບ ແຄ໋ງລີ ທີ່ກັງວົນ ແລະ ເຫັນໃຈ ກັບບັນດາບົດເພງ ຕໍ່ ຕ້ານສົງຄາມ ຂອງ ນັກດົນຕີ ຈິ້ງກົງເຊີນ. 
ເໝືອນກັບຫຼາຍຄົນ ທ່ີມັກດົນຕີ ຈິ້ງກົງເຊີນ, ຂ້າພະເຈົ້າມັກສຽງ ຮ້ອງ ຂອງ ແຄ໋ງລີ ຕັ້ງແຕ່ຄາວຍັງເປັນນັກຮຽນ. ນໍ້າສຽງ alto ທີ່ບໍ່ມີ ໃຜຄື ພ້ອມກັບລີລາການຮ້ອງເພງ ທ່ີເປັນອິດສະຫຼະ, ເຕັມໄປດ້ວຍລັກສະນະນັກຮ້ອງ ຢູ່ ຕາມທ້ອງຖະໜົນ ຂອງນັກຮ້ອງ ຜູ້ຖືຕົນເອງວ່າ “ເຄີຍຮ້ອງເພງ ເປັນເວລາກວ່າເຄິ່ງ ສະຕະວັດແລ້ວ ແຕ່ບໍ່ຮູ້ໂນດດົນຕີຈັກໂນດ” ເໝືອນດັ່ງສິ່ງເສບຕິດ ສໍາລັບແຟນໆ ຂອງ ນັກດົນຕີ ຈິ້ງກົງເຊີນ.

ນໍ້າສຽງ ທ່ີເປັນເອກະລັກພິເສດ ຂອງ ແຄ໋ງລີ ເໝືອນດັ່່ງ ປະສົມປະສານ ຢ່າງກົມກຽວກັນ ກັບແຕ່ລະເນື້ອຮ້ອງ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະປັດສະຍາ ແລະ ເຕັມໄປດ້ວຍລັກສະນະກາບກອນ ຂອງນັກດົນຕີຜູ້ມີຊື່ສຽງ ຈິ້ງກົງເຊີນ ໃນການສ້າງສຽງ ແລະ ດົນຕີ ທ່ີອ່ອນໂຍນ ເຮັດໃຫ້ທ່ານຜູ້ຟັງຫຼົງໄຫຼ ຫຼື ບາງຄັ້ງ ກໍຕ້ອງຮູ້ສຶກສັ່ນຄອນ ຍ້ອນສ້າງຄວາມສະເທືອນໃຈຢ່າງແຮງ.

ແຄ໋ງລີ ຮ້ອງເພງ ຂອງ ນັກດົນຕີ ຈິ້ງກົງເຊີນ ດ້ວຍທໍານອງ ທ່ີເປັນທຳມະຊາດ, ບໍ່ແຂງກະດ້າງ, ແຕ່ບໍ່ອ່ອນແອ. ທ່ານນາງ ຮ້ອງເພງ   ເໝືອນດັ່ງນັກຮ້ອງ ຢູ່ຕາມຖະໜົນ, ເໝືອນດັ່ງກຳລັງເລົ່າເລື່ອງ ແຕ່ເຮັດໃຫ້ທ່ານຜູ້ຟັງ ມີຄວາມຮູ້ສຶກກະວົນກະວາຍ, ຫຼອກຫຼອນຈິດໃຈ ຍ້ອນສຽງເພງ ທີ່ສ້າງຄວາມຫຼົງໄຫຼ ຈິດໃຈ ຂອງຕົນ. 

 

ນັກຮ້ອງ ແຄ໋ງລີ ຜູ້ມີຊື່ສຽງໂດ່ງດັງ  ກັບບັນດາບົດເພງ ຂອງ ນັກດົນ ຕີ ຈິ້ງກົງເຊີນ. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ສະແດງພ້ອມກັບ ນັກຮ້ອງ ແອງຄວາ ທີ່ ນະຄອນ ດ່າໜັງ ໃນເດືອນ ຕຸລາ 2019. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ສະແດງພ້ອມກັບ ນັກຮ້ອງ ແອລວິສ ເຟືອງ ທີ່ ນະ ຄອນດ່າໜັງ ເມື່ອເດືອນ ຕຸລາ 2019. ພາບ: ແທງຮ່ວາ


ນັກຮ້ອງໜຸ່ມ ຊາວ ອາເມລິກາ Kyo York ຮູ້ສຶກປິຕິຍິນດີ ທ່ີໄດ້ ຮ້ອງເພງກັບເທບພະບຸດ ຂອງຕົນ, ນັ້ນແມ່ນ ນັກຮ້ອງ ແຄ໋ງລີ ເປັນ ຄັ້ງທໍາອິດ. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ຝຶກແອບ ກະກຽມໃຫ້ຄືນສະແດງ “The Best of ແຄ໋ງລີ – ສົມມະນາຄຸນ” ຊຶ່ງໄດ້ຈັດຂຶ້ນ ຢູ່ ນະຄອນ ດ່າໜັງໃນ ເດືອນ ຕຸລາ 2019. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ພ້ອມບັນດານັກສິລະປິນ ໃນຄືນສະແດງ “The Best of ແຄ໋ງລີ – ສົມມະນາຄຸນ” ຊຶ່ງໄດ້ຈັດຂຶ້ນ ຢູ່ ນະຄອນ ດ່າ ໜັງ ໃນ ເດືອນ ຕຸລາ 2019. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ທຳການສະແດງຕໍ່ໜ້າຄວາມຮັກແພງ ແລະ ນັບຖື ຂອງ ມວນຊົນ ນະຄອນ ດ່າໜັງເປັນຈຳນວນຫຼວງຫຼາຍ. ພາບ: ແທງຮ່ວາ

ບັນດາບົດເພງ ຂອງ ນັກດົນຕີ ຈິ້ງກົງເຊີນ ໄດ້ສ້າງແຮງບັນດານໃຈ ຈາກສຽງຮ້ອງ ຂອງ ແຄ໋ງລີ ບໍ່ພຽງແຕ່ນຳຜູ້ຊົມກັບຄືນສູ່ບັນຍາກາດ ໃນອະດີດ, ກັບເລື່ອງລາວ ຄວາມຮັກ ທ່ີແຮງກ້າ ຂອງ ໜຸ່ມສາວ, ຄວາມຮັກທ່ີຫຼົງໄຫຼ ໄຄ່ຄວນ ຂອງ ຊີວິດ, ຄວາມຮັກ ທ່ີເລິກເຊິ່ງກ່ຽວກັບ ປະເທດຊາດ ບ້ານເກີດເມືອງນອນ ແລະ ຜູ້ຮ່ວມເຊື້ອຊາດ ດຽວກັນ.

ໃນຊຸມປີມໍ່ໆ ນີ້, ນັກຮ້ອງ ແຄ໋ງລີ ມັກກັບມາ ຫວຽດນາມ ຈັດໂຊສະ ແດງ ຄັ້ງໃຫຍ່ຫຼາຍຄັ້ງ ເພື່ອຮັບໃຊ້ ພີ່ນ້ອງຮ່ວມຊາດ ແລະ ເຂົ້າຮ່ວມບັນດາລາຍການເຄື່ອນໄຫວ ແບບບໍ່ຫວັງຜົນກຳໄລ. ພິເສດ, ໂດຍໄດ້ຮັບການຊ່ວຍເຫຼືອຈາກ ນັກຮ້ອງ ກວາງແທ່ງ, ຜູ້ມີ ຜົນງານ ເຊື່ອມຕໍ່ ແລະ ຈັດຕັ້ງບັນດາລາຍການສິລະປະ ສໍາຄັນໆ ໃຫ້ບັນດານັກສິລະປິນ ຜູ້ມີຊື່ສຽງ ຢູ່ນອກປະເທດ ກັບມາສະແດງ ຢູ່ ຫວຽດ ນາມ, ທ່ານນາງ ກໍເປັນຜູ້ໄດ້ ແລະ ກຳລັງເຂົ້າຮ່ວມ ຢ່າງຕັ້ງໜ້າ ໃນລາຍການ “ອ້ອມແຂນແຫ່ງຄວາມເມດຕາ”  ຊຶ່ງປະສົມປະສານ ການສະແດງດົນຕີ ກັບການເຄື່ອນໄຫວມູນນິທິ ເພື່ອຈຸດປະສົງຊ່ວຍເຫຼືອເດັກກຳພ້າ ແລະ ຜູ້ເຖົ້າຜູ້ແກ່ ທ່ີມີສະພາບຄອບຄົວຫຍຸ້ງຍາກ ໃນຫຼາຍແຂວງ ແລະ ນະຄອນ ພາຍໃນປະເທດ.
ດ້ວຍເຫດນັ້ນ ເມື່ອເວົ້າເຖິງ ນັກດົນຕີ ຈິ້ງກົງເຊີນ ກໍຕ້ອງເວົ້າເຖິງ ແຄ໋ງລີ ແລະ ບັນດາ ອາລາບຳ ຂອງ ທ່ານນາງ ທີ່ເຄີຍມີຊື່ ສຽງ ໂດ່ງດັງໃນຊ່ວງໄລຍະໜຶ່ງເຊັ່ນ: ເຊີນກາ 7, ບົດເພງ ຢາຫວ່າງ, ຍືແກ໋ງວາກໄບ, ກໍ໊ຊອດຊາເດືອ, ຮ້າຈັ໋ງ ແລະ ອື່ນໆ... ໄດ້ມີຂ່າວ ນັບຫຼາຍພັນຂ່າວ, ມີປຶ້ມຫຼາຍສິບຫົວ ຂຽນກ່ຽວກັບ ນັກຮ້ອງ ແຄ໋ງລີ, ກ່ຽວກັບຊີວິດ ຂອງ ທ່ານນາງ ກັບນັກດົນຕີ ຈິ້ງກົງເຊີນ. ຢູ່ອ້ອມຂ້າງຊີວິດຂອງທ່ານນາງ ແລະ ນັກດົນຕີຜູ້ມີຄວາມສາມາດ ແລະ ມີຊື່ສຽງນີ້ ຍັງມີຫຼາຍເລືີ່ອງຊ່າລືກັນທີ່ງົດງາມ ຊຶ່ງມາຮອດປັດຈຸບັນ ອາດມີພຽງກະໂຕຜູ້ ຢູ່ໃນເຫດການ ຈຶ່ງມີຄວາມ ເຂົ້າໃຈຢ່າງເລິກເຊິ່ງໄດ້.

ຊີວິດຂອງ ແຄ໋ງລີ ມີຄວາມຕິດພັນກັບ ຈິ້ງກົງເຊີນ ເໝືອນດັ່ງ ລົມ ຫາຍໃຈ ກັບ ຊີວິດ. ມັນເໝືອນດັ່ງຊາຕາກຳ, ເໝືອນດັ່ງ ແຄ໋ງລີ ກຳ ເນີດຂຶ້ນມາ ເພື່ອຮ້ອງເພງ ຈິ້ງກົງເຊີນ ແລະ ກົງກັນຂ້າມ ຈິ້ງກົງເຊີນ ມີໜ້າຢູ່ໃນໂລກມະນຸດນີ້ ແມ່ນເພື່ອສະຫງວນ ສະເພາະໃຫ້ ແກ່ ແຄ໋ງລີ. ດ້ວຍເຫດນັ້ນ ເຄີຍມີຫຼາຍເທື່ອແລ້ວ, ແຄ໋ງລີ ໄດ້ໄຂ ຄວາມໃນໃຈອອກມາວ່າ ຕົວທ່ານນາງເອງ ເປັນ ໜີ້ບຸນຄຸນ ນັກດົນຕີ ຈິ້ງກົງເຊີນ ຫຼາຍທີ່ສຸດ, ຍ້ອນອາໄສເພິ່ນ ທ່ານນາງ ຈຶ່ງໄດ້ຮັບຄວາມຮັກແພງຈາກມະຫາຊົນ ຈົນມາເຖິງປັດຈຸບັນ. ອາດຈະແມ່ນເຫດ ຜົນນີ້ເອງ ມີຫຼາຍຄົນໄດ້ຖື ແຄ໋ງລີ-ຈິ້ງກົງເຊີນ ເປັນຄູ່ກັນໂດຍຟ້າແຖນເປັນຜູ້ປັ້ນແຕ່ງໃຫ້, ເໝືອນດັ່ງຄູ່ນັກສິລະປິນ ເໜືອເທບນິຍາຍ ຊາວ ສ ອາເມລິກາ Bob Dylan ແລະ Joan Baez ຖືກກຳເນີດຂຶ້ນເພື່ອສະຫງວນໃຫ້ແກ່ກັນ ເທົ່ານັ້ນ.

ໃນໄວ 75 ປີ ແລະ ເກືອບ 60 ປີ ກັບອາຊີບ ນັກຮ້ອງ, ແຄ໋ງລີ ໄດ້ຜ່ານຜ່າຄວາມຮູ້ສຶກສຸກ-ທຸກ, ຄວາມຜັນແປຫຼາຍຢ່າງໃນຊີວິດ. ຫຼັງປີ 1975, ທ່ານນາງ ໄດ້ອອກຈາກບ້ານເກີດເມືອງນອນ ພ້ອມກັບຄອບຄົວຍ້າຍໄປຕັ້ງຖິ່ນຖານຢູ່ ສ ອາເມລິກາ. ເບື້ອງຕົ້ນຄິດວ່າ ການຈາກໄປຄັ້ງນີ້ ຈະແມ່ນການຈາກໄປທີ່  “ບໍ່ມີວັນ ຈະໄດ້ຫວນກັບຄືນມາ” ຍ້ອນມີເຫດຜົນຫຼາຍຢ່າງ ກ່ຽວກັບ ສະຖານະການ, ແມ່ນກະທັ້ງຜູ້ ຢູ່ໃນເຫດການ. ແຕ່ວ່າ ນັກຮ້ອງ ແຄ໋ງລີ ກໍໄດ້ກັບຄືນ ເຖິງວ່າ ຈະຊ້າແດ່, ແຕ່ໄດ້ຕອບແທນ ດ້ວຍການພົບພໍ້ກັນ ຊຶ່ງສ້າງຄວາມປະທັບໃຈ ທີ່ຍາກຈະຫຼົງລືມ ກັບ ທ່ານຜູ້ຊົມນັບຫຼາຍພັນຄົນ ຢູ່ພາຍໃນປະເທດ ໃນຄືນສະແດງ ຄັ້ງທຳອິດ ເມື່ອປີ 2014 ຢູ່ ນະ ຄອນຫຼວງ ຮ່າໂນ້ຍ, ເປັນເວລາ ເກືອບ 40 ປີ ທ່ານນາງໄດ້ຈາກບ້ານເກີດ. ນັບແຕ່ນັ້ນເປັນຕົ້ນມາ, ນັກຮ້ອງ ແຄ໋ງລີ ໄດ້ກັບມາຫວຽດນາມ ຫຼາຍຄັ້ງ ແລະ ການກັບມາເທື່ອໃດ ທ່ານນາງ ກໍມີຄວາມຮູ້ສຶກໄດ້ເຖິງຄວາມຮັກແພງ ແລະ  ຖືກຕ້ອນຮັບ ຢ່າງອົບອຸ່ນ ຈາກແຟນໆ.

ແຄ໋ງລີ ກັບປະເທດເໝືອນດັ່ງ ເປັນສິ່ງທີ່ທຳມະດາ ດັ່ງທ່ານນາງເຄີຍເວົ້າວ່າ ນັ້ນແມ່ນ “ໃບໄມ້ຫຼົ່ນລົງສູ່ຕົ້ນ”. ພາຍຫຼັງ ໄກຈາກບ້ານເກີດເມືອງນອນເປັນເວລາຫຼາຍສິບປີ, ແຄ໋ງລີ ໄດ້ກັບ ຄືນປະເທດ ດ້ວຍຄວາມປິຕິຍິນດີ ທີ່ໄດ້ຮ້ອງເພງ ຢູ່ເທິງແຜ່ນດິນເກີດ ແລະ ໄດ້ແບ່ງປັນນຳ້ໃຈ ຂອງ ຕົນ ໂດຍຜ່ານ ການເຂົ້າຮ່ວມການກຸສົນຫຼາຍຄັ້ງ ທີ່ເຕັມໄປດ້ວຍຄວາມຮັກແພງ ລະຫວ່າງຜູ້ຄົນດ້ວຍກັນ. 



ນັກຮ້ອງ ແຄ໋ງລີ ຢ້ຽມຢາມໂບດໃຫຍ່ ດ່າໜັງ. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ເຂົ້າຮ່ວມພິທີ ທາງສາສະໜາ ໃນວັນອາທິດ ທີ່ ໂບດໃຫຍ່ ດ່າໜັງ. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ພົບປະແລກປ່ຽນ ກັບບັນດາທ່ານຜູ້ຊົມ ທ່ີມັກ ຮັກ ດົນຕີ ຂອງ ນັກດົນຕີ ຈິ້ງກົງເຊີນ ທີ່ ໂບດໃຫຍ່ ດ່າໜັງ. ພາບ: ແທງຮ່ວາ


ນັກຮ້ອງ ແຄ໋ງລີ ຢ້ຽມຢາມ ເດັກກຳພ້າ ທີ່ໄດ້ຮັບການ ເບິ່ງແຍງ ລ້ຽງ ດູ ຢູ່ວັດ ກວາງເຈົາ ນະຄອນ ດ່າໜັງ.  ພາບ: ແທງຮ່ວາ

ປັດຈຸບັນ, ບ້ານເກີດເມືອງນອນໄດ້ມີການປ່ຽນແປງໃໝ່, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຍາມໃດກໍຍິນດີອ້າແຂນຕ້ອນຮັບ ຜູ້ທີ່ຢູ່ຫ່າງໄກ ກັບຄືນ ບ້ານເກີດ ທ່າມກາງຄວາມຮັກແພງ. ໃນຊຸມປີຜ່ານມາ, ພີ່ນ້ອງຮ່ວມຊາດ ຢູ່ຕ່າງປະເທດ ໄດ້ກັບຄືນມາບ່ອນຝັງສາຍແຫ່ແຜ່ສາຍບືເປັນຈຳນວນ ຫຼວງຫຼາຍ, ມີນັກສິລະປິນ ຜູ້ມີຊ່ືສຽງ, ໃນນັ້ນມີທັງ ນັກຮ້ອງ ແຄ໋ງລີ. ເຂົາເຈົ້າກັບຄືນປະເທດ ຮູ້ສຶກໄດ້ເຖິງຄວາມປ່ຽນແປງ ທີ່ກຳລັງເກີດຂຶ້ນ ໃນແຕ່ລະມື້ ຢູ່ບ້ານເກີດເມືອງນອນ, ພ້ອມທັງຫວັງວ່າ ຄັ້ງໜຶ່ງໄດ້ປະກອບ ສ່ວນ ໃຫ້ປະເທດຊາດ ດ້ວຍສຽງເພງຂອງຕົນ.

ໃນຄືນສະແດງດົນຕີ "The Best of ແຄ໋ງລີ - ຂອບໃຈ" ຢູ່ ນະ ຄອນ ດ່າໜັງ, ທ່ານຜູ້ຊົມ ບໍ່ພຽງແຕ່ໄດ້ເຫັນປະຈັກຕານັກຮ້ອງ ແຄ໋ງລີ ກັບຄວາມຊົງຈໍາທີ່ກ່າຍກອງເທ່ົານັ້ນ, ແຕ່ຍັງເປັນນັກຮ້ອງ ແຄ໋ງລີ ກັບ ຮອຍຍິ້ມ ແລະ ໃບໜ້າທ່ີສົດໃສ ເມື່ອເຫັນໄດ້ຄວາມຜາສຸກ, ອົບອຸ່ນ ຢູ່ບ່ອນໃຫ້ກຳເນີດ ພາຍຫຼັງໄດ້ກັບຄືນ ຈາກການເດີນ ທາງ ເປັນເວລາດົນ.


“ຂ້າພະເຈົ້າກັບຄືນ ເພື່ອຂອບໃຈ ບ່ອນໃຫ້ກຳເນີດ, ຂອບໃຈ ຍາດພີ່ນ້ອງ, ຂອບໃຈໝູ່ເພື່ອນ, ຂອບໃຈ ທ່ານ ຜູ້ຊົມ, ຂອບໃຈ ບັນດາຫຼານນ້ອຍ ແລະ ຜູ້ເຖົ້າຜູ້ແກ່ມີ ສະພາບຄອບຄົວໂດດດ່ຽວ... ຊຶ່ງເປັນຜູ້ໄດ້ຮັກແພງຂ້າພະເຈົ້າ, ໃຫ້ຂ້າພະເຈົ້າຊີວິດນີ້ ແລະ ໃຫ້ຂ້າ ພະເຈົ້າໄດ້ຮ້ອງເພງ ຈົນມາຮອດມື້ນີ້”. 
(ນັກຮ້ອງ ແຄ໋ງລີ)

ບົດ ແລະ ພາບ: ແທງຮ່ວາ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top