• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ບ່າເຣ້ຍ - ຫວູງເຕົາ ພັດທະນາການທ່ອງທ່ຽວທະເລໝູ່ເກາະ

      ດ້ວຍທ່າໄດ້ປຽບແມ່ນແຂວງທີ່ມີຝັ່ງທະເລຍາວກ່ວາ 300 ກິໂລແມັດ, ມີຫາດຊາຍທະເລສວຍງາມຫລາຍແຫ່ງ, ນ້ຳທະເລຂຽວ ສະອາດ, ໂກນດ໋າວ ມີເກາະໃຫຍ່ນ້ອຍຫລາຍແຫ່ງ… ບ່າເຣ້ຍ ຫວູງເຕົາ ແມ່ນສະຖານທີ່ໂດຍທຳມະຊາດດົນບັນດານໃຫ້ມີເງື່ອນໄຂສະດວກຫລາຍຢ່າງເພື່ອພັດທະນາບັນດາບໍລິການທ່ອງທ່ຽວທະເລ. ໂດຍກຳນົດວ່າ ບໍລິການທ່ອງທ່ຽວ ສືບຕໍ່ແມ່ນຂະແຫນງເສດຖະກິດປາຍແຫລມໃນໄລຍະປະຈຸບັນ ແລະ ໄລຍະຈະມາເຖິງ, ແຂວງ ບ່າເຣ້ຍ ຫວູງເຕົາ ພວມຜັນຂະຫຍາຍຫລາຍມາດຕະການເພື່ອສືບຕໍ່ປຸກລຸກຄວາມສາມາດບົ່ມຊ້ອນຈາກທະເລໝູ່ເກາະ.

ນະຄອນ ຫວູງເຕົາ
ພາບ:baovungtau
      ແຂວງ ບ່າເຣ້ຍ - ຫວູງເຕົາ ນອນໃນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ຫວຽດນາມ, ມີລະບົບເສັ້ນທາງເຊື່ອມຕໍ່ອາຊີ, ເສັ້ນທາງຄວາມໄວສູງ, ທາງຫລວງ, ທ່າກຳປັ່ນ, ສະຫນາມບິນ, ແມ່ນສູນເສດຖະກິດຍຸດທະສາດຢູ່ ທາງທິດຕາເວັນອອກພາກໃຕ້ ແລະ ແມ່ນເສັ້ນທາງທ່ອງທ່ຽວທະເລທີ່ມີຊື່ສຽງໃນທົ່ວປະເທດ ແລະ ສາກົນ. ແຂວງ ບ່າເຣ້ຍ - ຫວູງເຕົາ ຫ່າງຈາກນະຄອນ ໂຮ່ຈີມີນ ພຽງ 90 ກິໂລແມັດ ແມ່ນສະດວກໃຫ້ການຄົມມະນາຄົມທາງບົກກໍ່ຄືທາງນ້ຳ.
ໃນຫລາຍປີຜ່ານມາ, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນພື້ນຖານໂຄງລ່າງພັດທະນາ, ຄຸນນະພາບການທ່ອງທ່ຽວນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ມີຫາດຊາຍສວຍງາມຫລາຍແຫ່ງ, ມີຫລາຍເຂດ resort ທີ່ມີຄຸນນະພາບສູງ ກໍ່ໄດ້ກໍ່ສ້າງຂຶ້ນຢູ່ຫລາຍບ່ອນແຄມຝັ່ງທະເລ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ, ດຶງດູດນັກທ່ອງທ່ຽວມາພັກຜ່ອນບຳລຸງສຸຂະພາບນັບລ້ານເທື່ອຄົນໃນແຕ່ລະປີ. ເຂດອະນຸລັກຮັກສາທຳມະຊາດ ບີ່ງເຈົາ - ເຝືອກບື໋ວ, ເຂດນ້ຳອຸ່ນ ບີ່ງເຈົາ ເໝາະສົມກັບຄວາມຕ້ອງການທ່ອງທ່ຽວບຳລຸງສຸຂະພາບ, ປີ່ນປົວພະຍາດ… ພິເສດ ຢູ່ ໂກນດ໋າວ ມີເກາະໃຫຍ່ນ້ອຍຫລາຍແຫ່ງ ແມ່ນມີຄວາມສະດວກເພື່ອພັດທະນາບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວທະເລ. ນັກທ່ອງທ່ຽວມາຢ້ຽມຢາມທະເລ ໂກນດ໋າວ ສາມາດດຳນ້ຳຊົມປະກາລັງ, ຕຶກປາ. ເຂດປູຊະນິຍະສະຖານປະຫວັດສາດ, ວັດທະນະທຳ ຂອງ ແຂວງ ບ່າເຣ້ຍ - ຫວູງເຕົາ ເໝາະສົມກັບການພັດທະນາການທ່ອງທ່ຽວຈິດວີນຍານ, ທ່ອງທ່ຽວທັດສະນະສຶກສາ. ຄຽງຄູ່ກັນນັ້ນ ແມ່ນບັນດາງານບຸນພື້ນເມືອງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາວທ້ອງຖິ່ນຢູ່ເຂດທະເລ ກໍ່ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວເປັນຈຳນວນຫລວງຫລາຍ.

ພັດທະນາການທ່ອງທ່ຽວດ້ວຍກຳປັ່ນ ຢູ່ ນະຄອນຫວູງເຕົາ
ພາບ:baovungtau
      ໂດຍກຳນົດວ່າ ທ່ອງທ່ຽວແມ່ນຂະແຫນງປາຍແຫລມ, ອົງຄະນະພັກ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ ແລະ ພວມສຸມໃສ່ຫລາຍມາດຕະການເພື່ອພັດທະນາ. ທ່ານ ຫງວຽນວັນຈີ່ງ, ອະດີດ ປະທານ ຄະນະກຳມະການປະຊາຊົນ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:
ດ້ວຍຄວາມຍາວຝັ່ງທະເລກວ່າ 200 ກິໂລແມັດ, ແຂວງ ຖືທ່າໄດ້ປຽບນີ້ເປັນສຳຄັນ. ໄລຍະຈະມາເຖິງໂຄງການທ່ອງທ່ຽວທັງໝົດ ພວກຂ້າພະເຈົ້າຈະປະຕິບັດ ແຕ່ລະບາດກ້າວຢ່າງລະອຽດ. ທີຫນຶ່ງ ແມ່ນສຳຫລວດກວດກາບັນດາໂຄງການທ່ອງທ່ຽວໂດຍສັງເຂບ, ສິ່ງໃດບໍ່ເໝາະສົມ ແລະ ເໝາະສົມ. ບັນດາໂຄງການກໍ່ສ້າງຢູ່ແຄມທະເລ ພວກເຮົາຈະຕ້ອງເຂົ້າຮ່ວມຍຸດທະສາດວາງແຜນກຳນົດ ກັບນັກລົງທຶນເພື່ອຊອກຫາຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມ ເພື່ອດຶງດູດນັກທ່ອງທ່ຽວມາພັກຜ່ອນ.”
ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ໄດ້ກຳນົດວ່າ ໃນໄລຍະຈະມາເຖິງ ຈະລະດົມບັນດາແຫລ່ງກຳລັງເພື່ອພັດທະນາ ໂກນດ໋າວ ໃຫ້ກາຍເປັນເຂດທ່ອງທ່ຽວແຫ່ງຊາດ ທີ່ຮັກສາໄດ້ຈຸດຮົກເຮື້ອເປົ່າຫວ່າງໄວ້ແຕ່ມີຄຸນນະພາບສູງ, ມີຈຸດທີ່ເປັນເອກະລັກສະເພາະລະດັບພາກພື້ນ ແລະ ສາກົນ. ເພື່ອຫລຸດຜ່ອນເວລາໄປມາ, ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຢາມ ໂກນດ໋າວ, ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ໄດ້ ທົດລອງ ນຳໃຊ້ບັນດາຖ້ຽວກຳປັ່ນຄວາມໄວສູງເຊື່ອມຕໍ່ ໂກນດ໋າວ ກັບເຂດດິນຕໍ່ແຜ່ນ ໃນໄຕມາດ 2 ປີ 2019.
ນອກນັ້ນ ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ໄດ້ຜັນຂະຫຍາຍການສຳຫລວດກວດກາ, ເລັ່ງລັດ ບັນດາໂຄງການທ່ອງທ່ຽວ ພວມຜັນຂະຫຍາຍຕາມລະດັບຄວາມໄວ ແລະ ເດັດດ່ຽວຖອນບັນດາໂຄງການປະຕິບັດຊ້າ ເພື່ອມອບໃຫ້ບັນດານັກລົງທຶນອື່ນທີ່ມີຄວາມສາມາດ ແລະ ສຸດອົກສຸດໃຈ. ປະຈຸບັນ ທາງແຂວງ ພວມມີນະໂຍບາຍດຶງດູດບັນດານັກລົງທຶນໃຫຍ່ໃນຂົງເຂດທ່ອງທ່ຽວ ພິເສດ ແມ່ນເມືອງ ຊວຽນລົກ ຊື່ງແມ່ນບ່ອນທີ່ມີເສັ້ນທາງແຄມທະເລ ໄດ້ຮັບຖືວ່າ ແມ່ນເສັ້ນທາງຕົ້ນຕໍເພື່ອການພັດທະນາທ່ອງທ່ຽວທະເລ. ທ່ານນາງ ເຈີນທິທູຮ່ຽນ, ຮອງຫົວຫນ້າພະແນກທ່ອງທ່ຽວ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ຢືນຢັນວ່າ:
ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວມີຄຸນນະພາບສູງ, ທາງແຂວງ ຕ້ອງສຸມໃສ່ດຶງດູດບັນດານັກລົງທຶນໃຫຍ່ເພື່ອສົ່ງເສີມບັນດາໂຄງການລົງທຶນຄື: ເຂດທ່ອງທ່ຽວ Paradise, ເຂດທ່ອງທ່ຽວແຫ່ງຊາດ ໂກນດ໋າວ.. ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທະເລມີຄຸນນະພາບສູງ, ພົ້ນເດັ່ນໃນໄລຍະຈະມາເຖິງ
ປີ 2019 ແຂວງ ບ່າເຣ້ຍ - ຫວູງເຕົາ ວາງເປົ້າໝາຍດຶງດູດນັກທ່ອງທ່ຽວມາພັກຜ່ອນທ່ຽວຊົມປະມານ 3,53 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມ່ືອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະຈຸບັນ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ ແລະ ພວມລະດົມບັນດາແຫລ່ງກຳລັງເພື່ອພັດທະນາການທ່ອງທ່ຽວຢູ່ ໂກນດ໋າວ ໃຫ້ກາຍເປັນເຂດທ່ອງທ່ຽວແຫ່ງຊາດທີ່ເປັນເອກະລັກສະເພາະລະດັບພາກພື້ນ ແລະ ສາກົນ. ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ດ້ວຍແຜນການພັດທະນາການທ່ອງທ່ຽວເສດຖະກິດສັງຄົມຂອງແຂວງ ໃນນັ້ນ ຖືການທ່ອງທ່ຽວແມ່ນຂະແຫນງປາຍແຫລມ, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຄ່ອຍໆ ກັບຄືນສູ່ທີ່ຕັ້ງແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າທົ່ວປະເທດໃນການພັດທະນາເສດຖະກິດທະເລໝູ່ເກາະ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top