• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເຮືອນຫຼັງໃໝ່ໃຫ້ໝີ

ສູນກາງກູ້ຊີບໝີ ຫວຽດນາມ ຢູ່ ສວນສາທາລະນະ ແຫ່ງຊາດ ຕາມດາວ (ແຂວງ ວິງຝຸກ) ເປັນສູນກາງແຫ່ງທຳອິດໃນທ່ົວປະເທດມີຕົວແບບລ້ຽງໝີເຄິ່ງທຳມະຊາດດ້ວຍຂະໜາດໃຫຍ່, ໝີ ທີ່ລ້ຽງຢູ່ທີ່ນີ້ ຈະໄດ້ຮັບການດູແລຢ່າງດີ ຈາກຖັນແຖວ ສັດຕະວະແພດສາກົນ ທີ່ມີປະສົບການ ແລະ ມີນ້ຳໃຈ.
ຫວ່າງແລ້ວນີ້, ອົງການສັດ ອາຊີ ສົມທົບກັບກົມກວດກາປ່າໄມ້ໄດ້ຈັດພິທີເປີດສະຫຼອງຜົນສຳເລັດການກໍ່ສ້າງເຮືອນລ້ຽງໝີເລກ 9 ແລະ ເລກ 10 ທີ່ສູນກາງກູ້ຊີບໝີ ຫວຽດນາມ ໃນເດືອນ ເມສາ 2017. ນີ້ເປັນໜຶ່ງໃນບັນດາພາກສ່ວນສຳຄັນສຸດທ້າຍໃນ ໂຄງການກໍ່ສ້າງສູນກາງກູ້ຊີບໝີ ຫວຽດນາມ ໂດຍກົມກວດກາ ປ່າໄມ້ ເປັນເຈົ້າໂຄງການ ແລະ ອົງການສັດ ອາຊີ ເປັນຜູ້ ອຸປະ ຖຳ. 

ນອນໃນເຂດປ່າສະຫງວນແຫ່ງຊາດ, ສູນກາງກູ້ຊີບໝີ ຫວຽດ ນາມ ໄດ້ເລີ່ມການເຄື່ອນໄຫວແຕ່ເດືອນ
ເມສາ 2008, ມີເນື້ອ ທີ່ 1,2 ເຮັກຕາ ດ້ວຍຈຳນວນເງິນລົງທຶນກວ່າ 3,3 ລ້ານ ໂດລາ ສະຫະລັດ,
ສາມາດລ້ຽງໝີ ໄດ້ 200 ໂຕໃນເວລາດຽວກັນ.



ສອງເຂດລ້ຽງໝີ ເຄິ່ງທຳມະຊາດ ມີເນື້ອທີ່ກວ່່າ 5,600 ຕາລາງແມັດ.


ວັນທີ 19 ມັງກອນ 2010, ອົງການສັດ ອາຊີ ຊ່ວຍໝີ 19 ໂຕ ໃຫ້ຫຼຸດພົ້ນອອກຈາກລົດຕູ້ container 3 ຄັນ.
ໜຶ່ງໃນ
ຈຳນວນ ສາມຄັນ ທີ່ລ້ຽງໝີ ແບບຜິດກົດໝາຍ ໄດ້ເອົາມາວາງສະແດງ
ໃນບໍລິເວນຂອງສູນກາງກູ້ຊີບໝີ ຫວຽດນາມ.



ມູມໜຶ່ງໃນເຂດລ້ຽງໝີ ເຄິ່ງທຳມະຊາດ ມີເນື້ອທີ່ກວ່່າ 5,600 ຕາລາງແມັດ.


ພະນັກງານລ້ຽງໝີ ຕ້ອງໃສ່ເກີບບົດ ແລະ ນຸ່ງເສື້ອກັນເຊື້ອ ຂອງ ສູນ
ໂດຍຍ່າງຜ່ານຖັງບັນຈຸນ້ຳຢາຂ້າເຊື້ອ 3 ໜ່ວຍທີ່ໄວ້ຢູ່ປະຕູ. 



ໃນຄອກລ້ຽງໝີ ໄດ້ຮັບການຕົບແຕ່ງຢ່າງສວຍງາມ ແລະ ມີ ເຄື່ອງໃຊ້ຢ່າງຄົບຖ້ວນ
ຄືກັບ “ໂຮງແຮມ” ຫຼັງໜຶ່ງສຳລັບໃຫ້ ສັດ.



ພະນັກງານອະນາໄມຂອງສູນ ມາອະນາໄມຄອກ ໃນເວລາໝີ ໄປກິນ.


ໃນເວລາໄດ້ລ້ຽງຢູ່ໃນເຂດເຄິ່ງທຳມະຊາດ,
ໝີເລີ່ມຟື້ນຟູ ຄວາມສາມາດຂອງຕົນໃນການປົກປ້ອງບ່ອນຢູ່ຂອງຕົນ. 



ຂັ້ນໄດໄດ້ຕັ້ງຢູ່ໃນເຂດເຄິ່ງທຳມະຊາດ ເພື່ອໃຫ້ໝີຝຶກແອບ, ຟື້ນຟູຄວາມສາມາດຂຶ້ນຕົ້ນໄມ້ຂອງຕົນ. 


ເຂດເຄິ່ງທຳມະຊາດ ແຕ່ລະແຫ່ງ ໄດ້ກໍ່ສ້າງສະລອຍນ້ຳໃຫ້ໝີ.
 

ອົງການສັດ ອາຊີ (Animals Asia) ໄດ້ເລີ່ມຕົ້ນການກູ້ຊີບໝີຢູ່ ຫວຽດນາມ ແຕ່ປີ 2006 ແລະ ປະຕິບັດການກໍ່ສ້າງເຮືອນລ້ຽງໝີແຫ່ງທຳອິດໃນເດືອນ ເມສາ 2008. ໄລຍະນັ້ນ ສູນກາງກູ້ ຊີບໝີ ຫວຽດນາມ ມີໝີພຽງແຕ່ 6 ໂຕເທົ່ານັ້ນ. ພາຍຫຼັງການເຄື່ອນໄຫວມາເປັນເວລາ 9 ປີ, ອົງການດັ່ງກ່າວ ມີເຮືອນລ້ຽງໝີ 5 ຫຼັງ, ເຂດເຄິ່ງທຳມະຊາດທີ່ກວ້າງຂວາງ 10 ແຫ່ງ ແລະ ພວມດູແລໝີທັງໝົດ 161 ໂຕ. ໝີ ຫຼັງຈາກຟື້ນຟູສຸຂະພາບ ແລ້ວ ຈະໄດ້ປ່ອຍກັບຄືນຢູ່ສະພາບແວດລ້ອມທຳມະຊາດ. 
ປະຈຸບັນ, ເຂດເຮືອນດັ່ງກ່າວ ກຳລັງລ້ຽງໝີ 20 ກວ່າໂຕ. ເຮືອນໄດ້ແບ່ງເປັນ 2 ແຖວ, ແຖວໜຶ່ງໄດ້ແບ່ງເປັນຫຼາຍຄອກທີ່ກວ້າງຂວາງ, ໃນຄອກລ້ຽງໝີ ໄດ້ຮັບການຕົບແຕ່ງຢ່າງ ສວຍງາມ ແລະ ມີເຄື່ອງໃຊ້ຢ່າງຄົບຖ້ວນ, ຄືກັບ “ໂຮງແຮມ” ຫຼັງໜຶ່ງສຳລັບສັດ. ຄອກລ້ຽງໝີ ຈະໄດ້ອະນາໄມເປັນປະຈຳ. ນີ້ເປັນມາດຕະຖານລວມຂອງບັນດາສູນກາງດູແລ ແລະ ຟື້ນຟູ ສຸຂະພາບ ໃຫ້ໝີໃນທົ່ວໂລກ. 

ເພື່ອໃຫ້ໝີສາມາດຟື້ນຟູສຸຂະພາບ ແລະ ພັດທະນາໄດ້ດີ, ການ ກະກຽມອາຫານ ແລະ ໃຫ້ໝີກິນແມ່ນວຽກງານສຸດທີ່ສຳຄັນ. ອາຫານຂອງໝີລວມມີຜັກ, ໝາກໄມ້ຊະນິດຕ່າງໆ ແລະ ຂາດບໍ່ ໄດ້ແມ່ນອາຫານປະເພດທີ່ໝີມັກຄື: ນ້ຳເຜີ້ງ ແຊ່ນ້ຳກ້ອນ, ເຂົ້າ ບະເລໃສ່ໃນເຕົ້າເຫຼົ້າ, ນົມສົ້ມປະສົມກັບໝາກໄມ້ແຫ້ງ, ກະແລັມ ແລະ ອື່ນໆ. ອາຫານໄດ້ເອົາໄວ້ໃນທໍ່ໄມ້ໄຜ່, ກັບຢາງ, ກະບວຍ ທີ່ເຮັດດ້ວຍກະໂປະໝາກຟ້າວ ແລະ ຖືກຫ້ອຍສູງ ໃນຄອກເພື່ອໃຫ້ໝີຂຶ້ນມາຫາອາຫານ, ສິ່ງດັ່ງກ່າວທັງດີແກ່ ສຸຂະພາບຂອງໝີ, ທັງຊ່ວຍໃຫ້ມັນຟື້ນຟູຄວາມສາມາດໃນການຫາກິນອີກດ້ວຍ. 

ການເຄື່ອນໄຫວຢ້ຽມຢາມສູນກາງກູ້ຊີບໝີ ມີຈຸດປະສົງເພື່ອ ການສຶກສາ, ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ກັບສະພາບ ແວດລ້ອມໃນການເປັນຢູ່ຂອງໝີ ແລະ ໂອກາດປົກປັກຮັກສາ ໝີ. ປະຈຸບັນ, ສູນກາງກູ້ຊີບໝີ ຫວຽດນາມ ໄດ້ຮັບການສະໜັບ ສະໜູນຈາກຫຼາຍອົງການທີ່ບໍ່ຂຶ້ນກັບລັດຖະບານ ໃນການປົກປັກຮັກສາສັດປະເພດໃກ້ຈະສູນພັນ ໃນສະພາບແວດລ້ອມ ທຳມະຊາດຢູ່ ຫວຽດນາມ ແລະ ໃນໂລກ. 



ໝາກໄມ້ຈຳນວນໜຶ່ງໄດ້ເອົາໄວ້ໃນຕູ້ເຢັນ, ເຮັດເປັນນ້ຳກ້ອນ ເພື່ອສ້າງຄວາມຫຍຸ້ງຍາກໃຫ້ໝີ ໃນເວລາກິນ, ຈຸດປະສົງ ເພື່ອ ໃຫ້ມັນຟື້ນຟູຄວາມສາມາດໃນການຫາກິນ. 


ພະນັກງານລ້ຽງໝີ ຈະເອົາອາຫານໄວ້ຢູ່ບ່ອນໃດບ່ອນໜຶ່ງທີ່ຫາຍາກ ເພື່ອໃຫ້ໝີຕ້ອງໄປຊອກຫາອາຫານ. 


ອາຫານຈຳນວນໜຶ່ງຈະໄດ້ຫ້ອຍສູງຂຶ້ນ ເພື່ອໃຫ້ໝີຕ້ອງຫາວິທີລຸກຂຶ້ນຈຶ່ງເອົາໄດ້.


ອາຫານໄດ້ຖືກປະໄວ້ເທິງກົກໄມ້ ຢູ່ໃນເຂດເຄິ່ງທຳມະຊາດ. 


ຫົວກາຣົດ ໄດ້ປະໄວ້ເທິງທ່ອນໄມ້ໄຜ່ ທີ່ສາມາດເຄື່ອນຍ້າຍໄດ້
ເພື່ອເຮັດໃຫ້ໝີ ພົບຄວາມລຳບາກໃນການເອົາອາຫານ
.


ເມື່ອເອົາອາຫານໄວ້ຢູ່ບ່ອນໃດບ່ອນໜຶ່ງ, ພະນັກງານລ້ຽງໝີ
ຈະເອົານ້ຳມັນງາ ຢອດ 2-3 ຢອດເພື່ອໃຫ້ໝີດົມກິ່ນເຫັນບ່ອນເຊື່ອງອາຫານ.



ອາຫານທີ່ພະນັກງານ ເອົາໄປເຊື່ອງໄວ້ ຖືກໝີຊອກເຫັນ ໂດຍໄວ. 


ໝີມ້າໂຕໜຶ່ງ ຢືນເຝົ້າອາຫານຂອງຕົນ ເພື່ອບໍ່ໃຫ້ໝີ ໂຕອື່ນເຂົ້າ ມາຍາດອາຫານ.
ປະຕິບັດ: ກົງດາດ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top