• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເຮັດໃຫ້ເຕັມໄປດ້ວຍ ຄວາມໄມຕີຈິດ ມິດຕະພາບ ແບບພິເສດ ຫວຽດນາມ-ລາວ

ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ, ສຳເລັດໜ້າທີ່ ພ້ອມກັບກອງທັບ ແລະ ປະຊາຊົນບັນດາເຜົ່າ ລາວ ຍາດໄດ້  ໄຊຊະນະຢ່າງສົມບູນ ໃນການຕໍ່ສູ້ຕ້ານ ລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ມາຮຸກຮານ, ເຮັດໃຫ້ເຕັມດ້ວຍ ຄວາມໄມຕີຈິດ ມິດຕະພາບ, ຄວາມສາມັກຄີ ແບບພິເສດ ຫວຽດນາມ-ລາວ. 
ກ່ອນນີ້ 70 ປີ, ວັນທີ 30 ຕຸລາ 1949, ກຳລັງການທະຫານ ອາສາສະໝັກ ຫວຽດນາມ ໄດ້ຮັບການສ້າງຕັ້ງ ຢ່າງເປັນ ທາງການ. ໂດຍປະຕິບັດຕາມສຳສັ່ງສອນຂອງປະທານ ໂຮ່ຈີມິນ: “ຊ່ວຍເຫຼືອ ປະຊາຊົນປະເທດເພື່ອນມິດ ກໍ ໝາຍຄວາມວ່າ ຊ່ວຍເຫຼືອຕົນເອງ”, ມີພະນັກງານ, ນັກຮົບ ອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຫຼາຍ ຮຸ່ນຄົນ ໄດ້ບໍ່ງໍ້ກັບຄວາມຫຍຸ້ງຍາກລຳບາກ, ຍອມຮັບ ເສຍສະຫຼະ ທຸກຢ່າງ ເພື່ອ ຄຽງບ່າຄຽງໄຫຼ່ ກັບບັນດາ ກຳລັງ ຂອງ ປະຕິວັດ ລາວ.

ແຕ່ໄລຍະປີ 1949 – 1953, ດ້ວຍບັນດາວິທີການເຄື່ອນໄຫວ ຕົ້ນຕໍຄື ຄະນະຕະລຸມບອນ ປະຕິບັດງານ, ກຳລັງປະກອບ ອາວຸດໂຄສະນາ, ກອງຮ້ອຍເອກະລາດ, ທະຫານ ຫວຽດນາມ ພ້ອມກັບພະນັກງານ ລາວ ໄປເລິກເຂົ້າໝູ່ບ້ານຕ່າງໆ, ປະຕິບັດ “ສາມພ້ອມກັັນ” ກັບປະຊາຊົນ, ໂຄສະນາ ຂົນຂວາຍ ປະຊາຊົນ ເຂົ້າຮ່ວມການຕໍ່ສູ້, ກໍ່ສ້າງ ພື້ນຖານການເມືອງ ແລະ ກຳລັງປະກອບອາວຸດທ້ອງຖິ່ນ. ພິເສດ, ໄຊຊະນະ ດ້ຽນບຽນຝູ໋ ແລະ ບັນດາໄຊຊະນະຢ່າງຕໍ່ເນື່ອງ ເທິງ ສະໝໍລະພູມ ການທະຫານ ໄດ້ສ້າງທ່ວງ ໃຫ້ ຫວຽດນາມ ແລະ ລາວ ຍາດໄດ້ ໄຊຊະນະດ້ານການທູດ, ບັງຄັບ ຝຣັ່ງຈຳຕ້ອງ ເຊັນສັນຍາ ເຊີແນວ, ຟື້ນຄືນ ສັນຕິພາບຢູ່ ແຫຼມອິນດູຈີນ. 


ກຳລັງທະຫານປະສົມ ລາວ-ຫວຽດ ໃນຂະບວນການຕໍ່ສູ້ຕ້ານ ຈັກກະພັດ ຝຣັ່ງ, ປີ 1950. ພາບ: ເອກະສານ VNA


ກຳລັງທະຫານປະສົມ ລາວ-ຫວຽດ ໃນຂະບວນການຕໍ່ສູ້ຕ້ານ ຈັກກະພັດ ຝຣັ່ງ, ປີ 1950. ພາບ: ເອກະສານ VNA


ນາຍພົນຈັດຕະວາ ຫງວຽນຈຸງຫວີງ (ກາງ) ລາຍງານ ກັບຄະນະປະຕິບັດງານ ພາກຕາເວັນຕົກ ແຜນການ ປົກປັກຮັກສາ ເຂດປົດປ່ອຍລາວ. ພາບ: ເອກະສານ VNA


ໜຶ່ງກອງກຳລັງທະຫານ ອາສາສະໝັກ ຫວຽດນາມ ເຂົ້າຮ່ວມ ການຕໍ່ສູ້ ຢູ່ສະໜາມຮົບ ລາວ. ພາບ: ເອກະສານ VNA


ສະເດັດະເຈົ້າສຸວານຸວົງ ມອບໃຫ້ກອງທະຫານ ອາສາສະໝັກ ຫວຽດນາມ ແນວຮົບພາກໃຕ້ 2 ຫຼຽນໄຊ ປົດປ່ອຍສອງດວງ. ພາບ: ເອກະສານ VNA


ບັນດາສະຫາຍໃນຄະນະກຳມະການ ສູນກາງ ແນວລາວ ຮັກຊາດ ເຮັດວຽກກັບນັກຊ່ຽວຊານ ຫວຽດນາມ. ພາບ: ເອກະສານ VNA


ນັກຊ່ຽວຊານ ດ້ານການທະຫານ ຫວຽດນາມ ກັບບັນດານັກຮົບ ລາວ. ພາບ: ເອກະສານ VNA


ນັກຊ່ຽວຊານ ດ້ານການທະຫານ ຫວຽດນາມ ກັບບັນດານັກຮົບ ລາວ. ພາບ: ເອກະສານ VNA


ພິທີແຈ້ງຜົນງານ ແລະ ພິທີປົງສົບ ອັດຖິນັກຮົບ ທະຫານ ອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຜູ້ຖືກເສຍສະຫຼະຊີວິດ ຢູ່ລາວ
ແລະ ກຳປູເຈຍ ລວມ 16 ອັດຖິ ທີ່ແຂວງ ກອນຕຸມ. ພາບ: ກວາງຖ໋າຍ -VNA



ພິທີແຈ້ງຜົນງານ ແລະ ພິທີປົງສົບ ອັດຖິ ນັກຮົບຜູ້ ທະຫານ ອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມຜູ້ຖືກ ເສຍສະຫຼະຊີວິດ ຢູ່ລາວ
ລວມ 104 ອັດຖິ ທີ່ປ່າຊ້າ ນັກຮົບ ຜູ້ເສຍສະຫຼະຊີວິດເພື່ອຊາດ ເມືອງ ງີລົກ, ແຂວງ ເງ້ອານ. ພາບ: ແອງຕ໋ວນ -VNA

ແຕ່ເຄິ່ງທ້າຍປີ 1954, ຫວຽດນາມ ແລະ ລາວ ພ້ອມກັນ ກ້າວເຂົ້າສູ່ ການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ. ຕາມການ ຮຽກຮ້ອງຂອງລັດຖະບານຕໍ່ຕ້ານ ລາວ, ພັກ, ລັດ ຫວຽດນາມ ໄດ້ຕັດສິນໃຈ ແຕ່ງຕັ້ງກຳລັງທີ່ປຶກສາ ດ້ານການທະຫານ (ແຕ່ປີ 1959, ເປັນນັກຊ່ຽວຊານ ດ້ານການທະຫານ ໄປ ຊ່ວຍເຫຼືອ ການປະຕິວັດ ລາວ).

ແຕ່ປີ 1960, ບົນສະໜາມຮົບ ລາວ, ທະຫານອາສາສະໝັກ ຫວຽດນາມ ພ້ອມກັບ ກຳລັງປະເທດ ລາວ ໄດ້ເປີດບັ້ນຮົບ “ທົ່ງນາ ຊຽງຂວາງ (ປີ 1961), ນຳ້ທ່າ (ປີ 1962), ເສັ້ນທາງ ເລກ 8, ເສັ້ນທາງເລກ 12 (ປີ 1963), ນຳ້ບາກ (ປີ 1968), ທົ່ງໄຫຫີນ (ປີ 1964, 1969)... ຊຶ່ງບັນລຸ ໄຊຊະນະ ຢ່າງໃຫຍ່ຫຼວງ ທັງດ້ານການເມືອງ, ການທະຫານ, ການທູດ, ພິເສດແມ່ນການທະຫານ ບົນສະໜາມຮົບ ສາມປະເທດ ອິນດູຈີນ, ບັງຄັບ ອາເມລິກາ ຈຳຕ້ອງເຊັນສັນຍາ ປາຣີ (ວັນທີ 27 ມັງກອນ 1973) ວ່າດ້ວຍ ຫວຽດນາມ ແລະ ສັນຍາ ວຽງຈັນ ວ່າດ້ວຍ ລາວ (ວັນທີ 21 ກຸມພາ 1973).

ແຕ່ວ່າ, ຫຼັງຈາກວັນປົດປ່ອຍ ປະເທດຊາດ ຢ່າງສົມບູນ, ຕໍ່ໜ້າ ສະຖານະການ ການເມືອງປະສົບກັບຄວາມຫຍຸ້ງຍາກ, ກົມການເມືອງ ພັກປະຊາຊົນ ປະຕິວັດ ລາວ ຮຽກຮ້ອງ ທະຫານ ຫວຽດນາມ ກັບຄືນມາ ເພື່ອການຊ່ວຍເຫຼືອປະຊາຊົນ ລາວ ຮັກສາຄວາມຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ຢ່າງເປັນທາງການ. ບົນຈິດໃຈດັ່ງກ່າວ, ວັນທີ 22 ກັນຍາ 1977, ສັນຍາຮ່ວມມືປ້ອງກັນ ລະຫວ່າງ ສອງປະຊວງ ປ້ອງກັນປະເທດ ຫວຽດນາມ ແລະ ລາວ ໄດ້ຮັບການລົງນາມ, ເຮັດໃຫ້ຖືກຕ້ອງດ້ານນິຕິກຳສາກົນ ຕໍ່ການມີໜ້າ ຂອງ ກອງທະຫານ ຫວຽດນາມ ຢູ່ ປະເທດ ລາວ. ທະຫານ ອາສາສະໝັກ ຫວຽດນາມ ສືບຕໍ ຄຽງບ່າຄຽງໄຫຼ່ ພ້ອມກັບ ປະຊາຊົນ ລາວໃນການປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ເຖິງປີ 1987 ຈຶ່ງຖອນອອກ ລາວ ກັບເມືອ ປະເທດ, ສຳເລັດໜ້າທີ່ ປະຫວັດສາດຂອງຕົນ.

ຫວນຄືນປະຫວັດສາດ ອາດຈາະເຫັນໄດ້ວ່າ, ໃນຕະຫຼອດ ຊ່ວງເວລາທີ່ຍືດຍາວ ຂອງການຕໍ່ສູ້ຕ້ານຜູ້ຮຸກຮານ, ພັກ, ລັດ ຫວຽດນາມ ຍາມໃດກໍຖືສຳຄັນ ການຮ່ວມສຳພັນທະມິດ, ປະສານສົມທົບ ສູ້ຮົບກັບທະຫານ ແລະ ປະຊາຊົນ ລາວ. ພິເສດ, ປະສານສົມທົບເຄື່ອນໄຫວ ກັບທະຫານ ແລະ ປະຊາຊົນ ລາວ, ທະຫານອາສາສະໝັກ ຫວຽດນາມ ໄດ້ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ບັນດາໄຊຊະນະ ຢ່າງໃຫຍ່ຫຼວງ ໃນການສູ້ຮົບ ປົກປັກຮັກສາ ຄວາມເປັນ ເອກະລາດແຫ່ງຊາດ ແລະ ກໍ່ສ້າງປະເທດຊາດ ຂອງ ທັງສອງ ຊົນຊາດ.

ສະຫາຍປະທານ ໄສສອນ ພົມວິຫານ ໄດ້ຕີລາຄາ, ພັກ, ລັດ ແລະ ປະຊາຊົນ ລາວມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ເມື່ອເຫັນວ່າ: ຜ່ານການທົດສອບທີ່ຫຍຸ້ງຍາກ ແລະ ຂຽວຂາດ ຫຼາຍຢ່າງ ໃນຫຼາຍທົດສະວັດ, ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນສອງປະເທດ ໄດ້ໃຫ້ຄຳສາບານ ພ້ອມແລ້ວທີ່ຈະເສຍສະຫຼະທຸກຢ່າງ, ນັບທັງເລືອດເນື້ອ ຂອງ ຕົນ ເພື່ອໄຊຊະນະ ແລະ ຄວາມເປັນເອກະລາດ ແຫ່ງຊາດ ຂອງ ແຕ່ລະປະເທດ... ສະຫາຍປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: “ແມ່ນຳ້ສາມາດບົກແຫ້ງ, ພູເຂົາສາມາດ ຫຼຸ້ຍຫ້ຽນ ແຕ່ຄວາມຜູກພັນຮັກໄຄ່ ລະຫວ່າງ ລາວ-ຫວຽດນາມ ຈະມີຄວາມໜັກແໜ້ນ, ຍືນຍົງກວ່າ ພູເຂົາກ້າ, ກວ່າ ແມ່ນໍ້າລຳເຊ”.



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບ ສະຫາຍບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ເນື່ອງໃນໂອກາດ
ມາ ຫວຽດນາມ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີ ວັນ ມູນເຊື້ອ ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ
(ວັນທີ 30 ຕຸລາ 1949-ວັນທີ 30 ຕຸລາ 2019). ພາບ: ຈີ້ຢຸງ -VNA 



ສະຫາຍນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ພົບປະແລກປ່ຽນຄຳຄິດຄຳເຫັນກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ລາວ
ເນື່ອງໃນໂອກາດ ມາ ຫວຽດນາມ ເຂົ້າຮ່ວມ ພິທີສະເຫຼີມ ສະຫຼອງ 70 ປີ ວັນມູນເຊື້ອ ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ. ພາບ: ຈ້ອງດຶກ -VNA



ສະຫາຍນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປະດັບນາມມະຍົດ ວິລະຊົນກຳລັງປະກອບອາວຸດ ປະຊາຊົນ ຂຶ້ນຄັນທຸງມູນເຊື້ອ ຂອງຄະນະຕິດຕໍ່
ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ. ພາບ: ຈ້ອງດຶກ -VNA



ສະຫາຍນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດ ໃຫ້ແກ່ ຄະນະຕິດຕໍ່ ທະຫານອາສາສະໝັກ
ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ. ພາບ: ຈ້ອງດຶກ -VNA



ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ລາວ ມອບຂອງຂວັນເປັນທີ່ລະນຶກ ໃຫ້ແກ່ຄະນະຕິດຕໍ່ ທະຫານອາສາສະໝັກ
ແລະ ນັກຊ່ຽວຊານ ຫວຽດນາມ. ພາບ: ຈ້ອງດຶກ -VNA



ສະຫາຍນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ລາວ, ສະຫາຍ ນົງດຶກແມ້ງ ອະດີດເລຂາທິການໃຫຍ່
ແລະ ບັນດາສະຫາຍຜູ້ແທນ ທີ່ພິທີສະເຫຼີມສະຫຼອງ 70ປີ ວັນມູນເຊື້ອ ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ.ພາບ: ຈ້ອງດຶກ -VNA


ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນ ທະຫານ ອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ
ທີ່ມາສະແດງຄວາມຂຳ່ນັບ. ພາບ: ເຢືອງຢາງ -VNA

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ຢັ້ງຢືນວ່າ: ປະຊາຊົນບັນດາເຜົ່າ ຈະບໍ່ມີຍາມໃດຫຼົງລືມ ໄດ້ວ່າ, ຢູ່ເທິງແຕ່ລະຕອນດິນອັນສັກສິດຂອງປະເທດ ລາວ ລ້ວນແຕ່ຈາລຶກໄວ້ຄວາມເສຍສະຫຼະ ດ້ານເຫື່ອແຮງ ເລືອດເນື້ອ, ຂອງ ບັນດາພະນັກງານ, ນັກຮົບ, ທະຫານ ອາສາສະມັກ ຫວຽດນາມ, ເຫື່ອແຮງ ເລືອດເນື້ອ ຂອງ ເຂົາເຈົ້າ ໄດ້ເຈືອຈານເຂົ້າກັບ ເຫື່ອແຮງ ເລືອດເນື້ອ ຂອງ ບັນດາພະນັກງານ, ນັກຮົບ ລາວ.

ໃນຊຸມປີມໍ່ໆນີ້, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ສືບຕໍ່ ເອົາໃຈໃສ່ ເພີ່ມພູມຄຸນສ້າງ, ປັບປຸງ, ເພີ່ມທະວີ; ເປັນ ຊັບສົມບັດອັນລຳ້ຄ່າ, ເປັນກົດເກນ ຍາດໄຊຊະນະ ໃນ ພາລະກິດ ກໍ່ສ້າງ ແລະ ຂະຫຍາຍຕົວຂອງແຕ່ລະປະເທດ. 
ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top