• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ເຂດທະເລແຫ່ງບ້ານເກີດເມືອງນອນຂຽວສະອາດກວ່າ

      ໂດຍເຢືອງ - ຟານຣີເກືອ ມີເຂດອາບນ້ຳທີ່ສວຍງາມ, ສຳລັບທ່ານ ຮີ່ນດຶກຟຸກ ແລ້ວ, ທະເລປຽບເໝືອນ ດັ່ງຊີວິດຈິດໃຈສ່ວນໜຶ່ງຂອງຕົນ.
 
ທ່ານ ຮີ່ນດຶກຟຸກ ແລະ ກຸ່ມໝູ່ເພື່ອນຂອງຕົນ ໄດ້ເກັບຕຸກຢາງ ແລະ ຖົງຢາງປລາດສະຕິກ
(ພາບ: dangcongsan.vn)
      ທຸກໆເຊົ້າ, ປະຊາຊົນຢູ່ບໍລິເວນທະເລ ໂດຍເຢືອງ, ເທດສະບານເມືອງ ຟານຣີເກືອ, ເມືອງ ຕຸຍຟອງ, ແຂວງ ບິ່ງທ້ວນ ລ້ວນແຕ່ໄດ້ພົບເຫັນຊາຍຄົນໜຶ່ງ ຊື່ວ່າ ຮີ່ນດຶກຟຸກ, ບ່າແບກຄາດ, ມືຖືແນວຊວ້ານຂີ້ເຫຍື້ອຢູ່ຫາດຊາຍທະເລ ໄດ້ເຮັດວຽກງານນີ້ແບບ ມິດງຽບມາເປັນເວລາ 5 ປີແລ້ວ, ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ຫາດຊາຍທະເລມີ ຄວາມສະອາດ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມຢູ່ແຫ່ງນີ້.
ໂດຍເຢືອງ - ຟານຣີເກືອ ມີເຂດອາບນ້ຳທີ່ສວຍງາມ, ສຳລັບທ່ານ ຮີ່ນດຶກຟຸກ ແລ້ວ, ທະເລປຽບເໝືອນ ດັ່ງຊີວິດຈິດໃຈສ່ວນໜຶ່ງຂອງຕົນ. ເຖິງວ່າຄ້າງຄາກັບວຽກງານແນວໃດກໍ່ຕາມ, ແຕ່ວ່າ ຕອນເຊົ້າມື້ໃດ ທ່ານກໍ່ຍາດເວລາມາເກັບສິ່ງເສດເຫຼືອ. ທ່ານ ຮີ່ນດຶກຟຸກ ແລະ ກຸ່ມໝູ່ເພື່ອນຂອງຕົນ ໄດ້ເກັບຕຸກຢາງ ແລະ ຖົງຢາງປລາດສະຕິກ. ຕໍ່ມາ, ທ່ານໄດ້ຂົນຂວາຍໃຫ້ແຕ່ລະຄົນຊື້ແນວຄາດ, ແນວຊວ້ານຂີ້ເຫຍື້ອ ເພື່ອສະດວກໃນການເກັບສິ່ງເສດເຫຼືອ. ທ່ານ ຮີ່ນດຶກຟຸກ ໃຫ້ຮູ້ວ່າ:
“ໄປອາບນ້ຳທະເລ ໃນແຕ່ລະມື້ ເຫັນວ່າຫາດຊາຍທະເລສວຍງາມທີ່ສຸດ. ອຳນາດການປົກຄອງກໍ່ໄດ້ໃຫ້ເຄື່ອນພົນໂຄສະນາ ຫຼາຍຄັ້ງ, ແຕ່ຄວາມຊິນເຄີຍຂອງປະຊາຊົນຍາກທີ່ຈະປ່ຽນແປງ ໄດ້. ຫວັງວ່າ ທຸກຄົນຈະ ສະແດງຄວາມຮັກຕໍ່ບ້ານເກີດເມືອງນອນ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມໃຫ້ນັບມື້ນັບສວຍງາມກວ່າ”.
ໂດຍເລີ່ມມາຈາກຄວາມ ສະໝັກໃຈ, ການກະທຳທີ່ແທດຈິງຂອງທ່ານ ຟຸກ ຈຶ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ເຂົາເຈົ້າກໍ່ໄດ້ຈຳກັດການຖິ້ມຂີ້ເຫຍື້ອສິ່ງເສດເຫຼືອແບບຊະຊາຍ, ຊ້ຳບໍ່ໜຳໄດ້ພ້ອມກັນໄປເກັບຂີ້ເຫຍື້ອສິ່ງເສດເຫຼືອຢູ່ລຽບຕາມຫາດຊາຍທະເລ. ທ່ານ ຮວາວັນງອັກ, ກໍ່ແມ່ນຜູ້ໜຶ່ງ ທີ່ໄດ້ເຂົ້າຮ່ວມການເກັບຂີ້ເຫຍື້ອສິ່ງເສດເຫຼືອຢູ່ຫາດຊາຍທະເລພ້ອມກັບທ່ານ ຮີ່ນດຶກຟຸກ ເປັນປະຈຳ, ແບ່ງປັນວ່າ:
“ພວກຂ້າພະເຈົ້າໄດ້ເປີດສະໂມສອນເຮັດອະນາໄມທຳຄວາມສະອາດຢູ່ທະເລ, ໃນເບື້ອງຕົ້ນ ອ້າຍນ້ອງກໍ່ເຂົ້າຮ່ວມ ຫຼາຍຢູ່ ແຕ່ຕໍ່ມາກໍ່ຄ້າງຄາກັບວຽກງານ, ບໍ່ມີເວລາເຮັດ, ມີອ້າຍນ້ອງຫຼາຍຄົນມື້ເຮັດມື້ບໍ່. ແຕ່ສະເພາະທ່ານ ຟຸກແລ້ວ, ຕອນເຊົ້າມື້ໃດ ລາວກໍ່ແບກ ຄາດ, ຈັບແນວຊວ້ານ, ຈັບຖົງໄປເກັບຂີ້ເຫຍື້ອ, ສິ່ງເສດເຫຼືອຕະຫຼອດ”.
ໃນຫຼາຍປີຜ່ານມາ, ມີນັບພັນເທື່ອຄົນມາອາບນ້ຳທະເລຢູ່ແຫ່ງນີ້, ສ່ວນຫຼາຍລ້ວນແຕ່ມີສະຕິໃນການຮັກສາໃຫ້ຫາດຊາຍທະເລແຫ່ງນີ້ມີຄວາມ ສວຍງາມຢູ່ຕະຫຼອດ, ເກັບຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢາງປລາດສະຕິກຢູ່ເຂດອາບນ້ຳ. ທ່ານນາງ ຫງວຽນທິຢ້ຽມ, ເຈົ້າຂອງຮ້ານ ບຽນແຊງ, ເລົ່າສູ່ຟັງວ່າ:
“ຜູ້ທີ່ມາອາບນ້ຳຢູ່ທີ່ນີ້ ເຂົາເຈົ້າໄດ້ເກັບຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເປັນປະຈຳ, ຮອດຍາມຕອນແລງ  ຂ້າພະເຈົ້າພ້ອມກັບພາລະກອນໃນຮ້ານ ກໍ່ພາກັນເຮັດ. ອ້າຍ ຟຸກ ເຮັດວຽກງານໂຄສະນາ, ຕອນເຊົ້າມື້ໃດ ລາວກໍ່ມານີ້, ແລ້ວຈຶ່ງໄປເຮັດວຽກ. ອ້າຍ ຟຸກ ໄດ້ເກັບຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆແລ້ວ ກໍ່ເອົາໄປຈູດ.”
ສຳລັບທ່ານ ຮີ່ນດຶກຟຸກ ແລ້ວ, ທະເລປຽບເໝືອນ ດັ່ງຊີວິດຈິດໃຈສ່ວນໜຶ່ງຂອງຕົນ
(ພາບ: dangcongsan.vn)
      ເພື່ອແກ້ໄຂສະພາບສິ່ງເສດເຫຼືອກໍ່ມົນລະພິດຢູ່ເຂດຫາດຊາຍທະເລ ໂດຍເຢືອງ, ອຳນາດການປົກຄອງທ້ອງຖິ່ນໄດ້ສ້າງ ຮູບແບບເກັບຂີ້ເຫຍື້ອ, ສິ່ງເສດເຫຼືອ, ທຳຄວາມສະອາດສິ່ງແວດລ້ອມ ຂອງສະຫະພັນ ແມ່ຍິງ ຊວນຢາງ 1, ສະຫະພັນແມ່ຍິງອະດີດຮັກຮົບ ມິງເຕິນ 2… ທາງທ້ອງຖິ່ນພວມສືບຕໍ່ທະວີຄູນ ຮູບແບບດັ່ງກ່າວ. ທ່ານ ເຈິ່ນກວກຕ່າຍ, ຮອງປະທານຄະນະກຳມະການປະຊາຊົນເທດສະບານເມືອງ ຟານຣີເກືອ, ໃຫ້ຮູ້ວ່າ:
“ ການເຄື່ອນໄຫວຂອງອ້າຍ ຮີ່ນດຶກຟຸກ ແມ່ນ ເລີ່ມມາຈາກຄວາມສະໝັກໃຈ, ແຕ່ອ້າຍ ຟຸກ ໄດ້ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມທະເລໄດ້ເປັນຢ່າງດີ. ນອກຈາກອ້າຍ ຟຸກ ແລ້ວ, ຍັງມີບາງອົງການຈັດຕັ້ງ, ໜ່ວຍຊາວໜຸ່ມ, ໜ່ວຍແມ່ຍິງກໍ່ປະຕິບັດວຽກງານນີ້ໄດ້ເປັນຢ່າງດີເຊັ່ນກັນ”.
ໄດ້ເຄີຍເປັນບ່ອນທີ່ “ເປິເປື້ອນ” ທາງມົນລະພິດສິ່ງແວດລ້ອມຢູ່ 2 ເຂດແມ່ນເຂດກັນເຈື່ອນແມ່ນ້ຳ ແລະ ກັນເຈື່ອນທະເລ, ນັບແຕ່ປີ 2019 ເປັນຕົ້ນມາ, ເທດສະບານເມືອງ ຟານຣີເກືອ ໄດ້ປຸກລະດົມຂະບວນການເກັບຂີ້ເຫຍື້ອ, ສິ່ງເສດເຫຼືອ, ຕິດຕັ້ງລະບົບກ້ອງວົງຈອນປິດຢູ່ ເຂດດັ່ງກ່າວ ເພື່ອຕິດຕາມ ກວດພົບ, ປັບໄໝກໍລະນີລະເມີດ. ຍ້ອນເຫດນັ້ນ, ມາຮອດປະຈຸບັນ ສິ່ງແວດລ້ອມຈຶ່ງ ໄດ້ຮັບການປົວແປງດີຂຶ້ນຫຼາຍແລ້ວ. ເຖິງວ່າປະລີມານຂີ້ເຫຍື້ອ, ສິ່ງເສດເຫຼືອທີ່ເກີດຈາກເຮືອນ ປະຊາຊົນ ນັ້ນ ບໍ່ຫຼາຍເທົ່າ ກັບປະລີມານ ຂີ້ເຫຍື້ອ, ສິ່ງເສດເຫຼືອຢູ່ລຽບຕາມຫາດຊາຍທະເລກໍ່ຕາມ, ແຕ່ວຽກງານຂອງທ່ານ ຮີ່ນດຶກຟຸກ ແມ່ນເປັນໜ້າໄດ້ຮັບການຍ້ອງຍໍຊົມເຊີຍ, ປຸກລຸກສະຕິຄວາມຮັບຮູ້ໃນວົງຄະນະຍາດຊຸມຊົນ, ທຸກຄົນບໍ່ຖິ້ມຂີ້ເຫຍື້ອ, ສິ່ງເສດເຫຼືອຊະຊາຍ, ເພື່ອຮ່ວມແຮງຮ່ວມໃຈກັນປົກປັກຮັກສາສິ່ງແວດລ້ອມທະເລໃຫ້ຂຽວ, ສະອາດ, ສວຍງາມໃນຕະຫຼອດເວລາ./.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top