• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ເອກະລັກສະເພາະ ຮູບຈຳລອງ ຫໍສາລາ ຫື໊ວບັ່ງ

ດ້ວຍປະສົບການຫຼາຍກວ່າ 50 ປີ ທຳອາຊີບເປັນຊ່າງໄມ້, ທ່ານ ຟານລາກຮຸ່ງ ໄດ້ໃຊ້ເວລາ 5 ປີ ໃນການຄົ້ນຄ້ວາ ແລະ ປະດິດ ສ້າງ ຮູບຈໍາລອງ ຫໍສາລາ ຫື໊ວບັ່ງ, ເມືອງ ແຖ໋ກເຖິດ, ຮ່າໂນ້ຍ ໂດຍນໍາໃຊ້ ໄມ້ແຕ້ ຕາມອັດຕາສ່ວນ 1/1000 ທີ່ເປັນເອກະ ລັກ ສະເພາະ.
ຊ່າງໄມ້ ຟານລາກຮຸ່ງ, ອາຍຸ 67 ປີ, ເກີດ ແລະ ເຕີບໃຫຍ່ຢູ່ບ້ານ ແຊນ, ຄຸ້ມບ້ານ ຈົ່ວ, ຕາແສງ ຫື໊ວບັ່ງ, ເມືອງ ແຖ໋ກເຖິດ, ຮ່າ ໂນ້ຍ. ບ້ານ ແຊນ ມີຊື່ສຽງມາແຕ່ດົນນານແລ້ວ ກ່ຽວກັບ ການ ແກະສະຫຼັກໄມ້, ເຄື່ອງເຟີນີເຈີ ຄຸນນະພາບສູງ ໄດ້ສົ່ງອອກໄປ ທຸກແຂວງ, ນະຄອນໃນທົ່ວປະເທດ.

ເປັນເວລາຫຼາຍກວ່າ 50 ປີ ຢຶດໝັ້ນກັບອາຊີບເປັນຊ່າງໄມ້, ທ່ານ ຮຸ່ງ ໄດ້ຢຸດການຜະລິດ ເພື່ອມອບໃຫ້ລຸ້ນຕໍ່ໄປ. ທ່ານ ເລີ່ມ ມີຄວາມຄິດ ເຮັດຮູບຈຳລອງ ຫໍສາລາ ຫື໊ວບັ່ງ-ບ່ອນມີຄວາມ ສະໜິດຕິດພັນ ໃນຕະຫຼອດຊີວິດ ຂອງຕົນ ເພື່ອເກັບໄວ້ເປັນ ຜົນງານປະດິດແຕ່ງ ທີ່ມີຄຸນຄ່າທາງດ້ານຈິດໃຈ ສຳລັບຕົນເອງ ແລະ ລູກຫຼານ.

ເມື່ອກ່າວເຖິງແນວຄວາມຄິດຂອງຕົນ, ທ່ານ ຮຸ່ງ ໃຫ້ຮູ້ ດ້ວຍ ຄວາມເອກອ້າງທະນົງໃຈວ່າ ຫໍສາລາ ຫື໊ວບັ່ງ ມີອາຍຸ ເກືອບ 350 ປີ, ເຖິງວ່າຜ່ານການຜັນແປປ່ຽນແປງຫຼາຍຢ່າງ ຂອງ ປະ ຫວັດສາດ ແຕ່ຍັງຮັກສາລັກສະນະເດີມໄວ້ໄດ້.  ທ່ານ ຮຸ່ງ ໄດ້ ຄົ້ນຫາ ແລະ ຄັດເລືອກເອົາໄມ້ແຕ້ ສໍາລັບການສ້າງຮູບຈຳລອງ ເພາະວ່າ ໄມ້ແຕ້ ເປັນປະເພດ ໄມ້ທີ່ຫາຍາກ ແລະ ທົນທານ ເຊິ່ງ ສາມາດຢູ່ໄດ້ ຫຼາຍຮ້ອຍປີ ຖ້າຮັກສາ ໄດ້ດີ.



ທ່ານ ຟານລາກຮຸ່ງ ເປັນຜູ້ສ້າງຫໍສາລາ ບ້ານ ຈາກໄມ້ແຕ້ ທີ່ມີ ຂະໜາດນ້ອຍສຸດ ຢູ່ໝູ່ບ້ານ ຫື໊ບັ່ງ, ເມືອງ ແຖ໋ກເຖິດ, ຮ່າໂນ້ຍ.


ທຸກໆ ຕອນເຊົ້າ ທີ່ໄປອອກກຳລັງກາຍ ຢູ່ທີ່ເດີ່ນຫໍສາລາ ບ້ານ, ທ່ານ ຮຸ່ງ ມັກຈະເອົາໃຈໃສ່ ກັບລາຍລະອຽດ ຢູ່ໃນຫໍສາລາບ້ານ ເພື່ອຮັບໃຊ້ໃນການເຮັດຮູບຈຳລອງ. 


ທຸກໆ ຂັ້ນຕອນ ສ້າງຮູບຈຳລອງ ຈາກງ່າຍ ຫາຍາກ ຕ່າງກໍໄດ້ ນາຍຊ່າງ ຜູ້ສີມືດີນີ້ ທໍາດ້ວຍມື ດ້ວຍການນຳໃຊ້ເຄື່ອງມື ເຮັດ ອາຊີບຊ່າງໄມ້ ຂອງທ່ານ.


ສ່ວນລາຍລະອຽດເລັກໆ ນ້ອຍໆ ໃນຫໍສາລາ ໄດ້ວັດແທກ ແລະ ຄິດໄລ່ ຢ່າງລະມັດລະວັງ ຕາມອັດຕາສ່ວນ 1:1000.


ບັນດາລາຍລະອຽດເລັກໆ ນ້ອຍໆ ໄດ້ທ່ານ ຮຸ່ງ ສ້າງຂຶ້ນຢ່າງພິຖີພິຖັນ.


ຮູບຈຳລອງຫໍສາລາ ເບິ່ງຈາກພາຍນອກ ບໍ່ຕ່າງຫຍັງກັບ ຫໍສາ ລາ ຕົວຈິງ. 


ສ່ວນລາຍລະອຽດເລັກໆ ນ້ອຍໆ ເຊັ່ນ: ກໍາແພງອ້ອມ ຫໍສາລາ ຖືກສ້າງຂຶ້ນ ມີຄວາມຊັດເຈນ ເຖິງ 95%.


ປະຕູຫໍສາລາ ແມ່ນລາຍລະອຽດທີ່ທ່ານ ຮຸ່ງ ພໍໃຈຫຼາຍ ຍ້ອນມັນສາມາດເປີດ-ປິດ ໄດ້ຄືກັບຕົ້ນສະບັບ.


ກອງໃນຮູບຈຳລອງຫໍສາລາບ້ານ ແມ່ນເຮັດດ້ວຍໜັງແທ້.


ບັນດາລວດລາຍຢູ່ເທິງຫຼັງຄາຫໍສາລາ ກໍ່ລ້ວນແຕ່ ໄດ້ຮັບການ ແກະສະຫຼັກຢ່າງປານີດ.


ພື້ນທີ່ຫຼັງຄາ, ເສົາໄມ້ ຢູ່ພາຍໃນຫໍສາລາ ໄດ້ສ້າງຄືກັບ ຕົ້ນສະ ບັບ.


ຮູບແກະສະຫຼັກມັງກອນ ຢູ່ເທິງຫຼັງຄາ ຫໍສາລາບ້ານ.


ມູມໜຶ່ງທີ່ສະຫງົບສຸກ ຜ່ານຜົນງານການປະດິດແຕ່ງ ຫໍສາລາ ບ້ານ ຂອງທ່ານ ຟານລາກຮຸ່ງ.


ຜົນໄດ້ຮັບພາຍຫຼັງເກືອບ 5 ປີ ແຫ່ງການຄົ້ນຄ້ວາ ດ້ວຍຄວາມ ຮັກ ແລະ ຄວາມກະຕືລືລົ້ນ ຕໍ່ຫໍສາລາ ຢູ່ບ້ານເກີດ ຂອງນາຍ ຊ່າງ ຜູ້ມີສີມືດີ ຟານລາກຮຸ່ງ. 


ປະຊາຊົນ ໃນບ້ານ ມັກໄປເຮືອນ ຂອງ ທ່ານ ຮຸ່ງ ເພື່ອຊົມ ຜົນ ງານການປະດິດແຕ່ງ ຫໍສາລາ ຫື໊ບັ່ງ ດ້ວຍໄມ້ແຕ້.


ນັກທ່ອງທ່ຽວ ສົນໃຈຊອກຮູ້ ກ່ຽວກັບ ຮູບຈຳລອງ ຫໍສາລາ ຈາກ ໄມ້ແຕ້ ຂະໜາດນ້ອຍສຸດ ຫວຽດນາມ. 

ຫຼັງຈາກມີແນວຄວາມຄິດສ້າງ ເປັນເວລາ 5 ປີ ແລະ ແຕ່ລະມື້ ໃຊ້ເວລາ 6-8 ຊົ່ວໂມງ ເພື່ອລົງມືທໍາ, ທ່ານ ຮຸ່ງ ໄດ້ເຮັດໃຫ້ຮູບ ຈຳລອງ ຫໍສາລາ ຫື໊ວບັ່ງ ຈາກໄມ້ແຕ້ ດ້ວຍມາດຕາສ່ວນ 1/1000, ມີນໍ້າໜັກ 60 ກິໂລກຣາມ ສົມບູນແບບ. ນີ້ຖືວ່າເປັນ ຮູບຈຳລອງ ຫໍສາລາ ຈາກໄມ້ແຕ້ ນ້ອຍທີ່ສຸດຢູ່ ຫວຽດນາມ.

ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ ໃນຂັ້ນຕອນການຜະລິດ, ທ່ານ ຮຸ່ງ ກ່າວວ່າ ວິທີການເຮັດຂອງທ່ານ ບໍ່ຄືກັບຫຼາຍຄົນ, ຄື ການແຕ້ມຮ່າງ, ອອກແບບກ່ອນຈະເຮັດ, ແຕ່ທ່ານ ບໍ່ມີແຜນ ຜັງຫຍັງທີ່ສົມບູນແບບ. ທ່ານ ໄດ້ລົງມືປະຕິບັດ ດ້ວຍຄວາມພິ ຖີພິຖັນທີ່ສຸດ ໃນການເຮັດແຕ່ລະລາຍລະອຽດ, ແຕ່ລະ ລວດ ລາຍ ຢູ່ເທິງຫຼັງຄາ, ດິນຂໍ ແລະ ກະເບື້ອງປູພື້ນເດີ່ນ ຫໍສາລາ ກໍ ຕ້ອງວັດແທກ ແລະ ຄິດໄລ່ຢ່າງລະມັດລະວັງ ເພື່ອໃຫ້ຖືກກັບ ຕົ້ນສະບັບ. ຫຼາຍຄົນຕີລາຄາ ຜົນງານການປະດິດແຕ່ງຫໍສາລາ ຫື໊ວບັ່ງ ຈາກໄມ້ແຕ້ ຂອງທ່ານ ຮຸ່ງ ວ່າມີຄວາມ ຈັດເຈນ ກັບຕົ້ນ ສະບັບ ແຕ່ 90-95%, ແຕ່ຕົວທ່ານ ຍັງບໍ່ພໍໃຈ ຍ້ອນວ່າທ່ານ ຍັງມີ ສ່ວນລາຍລະອຽດເລັກໆ ນ້ອຍໆ ຫຼາຍຢ່າງ ທີ່ທ່ານ ຍັງບໍ່ ພໍໃຈ.

ສ່ວນລາຍລະອຽດອື່ນໆ ເຊັ່ນ: ໜ້າກອງ ຂອງ ຫໍສາລາ ແມ່ນ ເຮັດດ້ວຍໜັງແທ້, ບາງອັນຖືກຟອກດ້ວຍຄຳປີວ ເພື່ອໃຫ້ ຄ້າຍ ຄືກັບຂອງແທ້. ທ່ານ ຮຸ່ງ ໄດ້ແບ່ງປັນວ່າ: “ຮູບຈຳລອງ ຫໍສາລາ ຫື໊ວບັ່ງ ຖືກສ້າງຂຶ້ນ ສ່ວນໜຶ່ງ ຍ້ອນເຫດຜົນທີ່ວ່າ ທ່ານ ຢາກອະ ນຸລັກສະຖາປັດຕະຍະກຳ ຫໍສາລາ ຂອງບ້ານເກີດເມືອງນອນ, ເພື່ອໃຫ້ລູກຫຼານ ຮູ້ຄວາມຮັກແພງຖະນຸຖະໜອມ ຕໍ່ຄວາມງາມ ທາງດ້ານວັດທະນະທຳ ມູນເຊື້ອ ຂອງໝູ່ບ້ານ. ຍິ່ງໄປກວ່ານັ້ນ, ນີ້ຍັງເປັນວິທີໂຄສະນາ ວັດທະນະທຳ ແລະ ການທ່ອງທ່ຽວໃຫ້ ທ້ອງຖິ່ນ ອີກດ້ວຍ”.

 
ບົດ ແລະ ພາບ: ຫວຽດເກື່ອງ, ແຄ໋ງລອງ - ແປໂດຍ: ບິກລຽນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top