• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ເອກະລັກພິເສດຂອງຮູບຄົນຈາກການ ຄວັດສະຫຼັກ ຕາມພາບຖ່າຍ

ບ້ານບາວຮ່າ, ຕາແສງດົ່ງມິງ, ເມືອງຫວິງບາວ(ຫາຍຟ່ອງ) ເປັນບ້ານທີ່ມີຊື່ສຽງໂດ່ງດັງ ຍ້ອນມີອາຊີບຄວັດແກະສະຫຼັກ ໄມ້ມາເປັນ ເວລາ 500 ກວ່າປີມາແລ້ວ ໂດຍສະເພາະແມ່ນ ໃນມໍ່ໆມານີ້ ໄດ້ເກີດມີອາຊີບແກະຄວັດສະຫລັກຮູບຄົນຕາມຮູບຖ່າຍໄວ້. ທ່ານໂດ້ວັນເບືອງ ແມ່ນໜຶ່ງໃນຈຳນວນບໍ່ພໍເທົ່າໃດຄົນພາຍໃນບ້ານທີ່ມີຄວາມສາມາດເຕັກນິກສູງໃນການ ຄວັດແກະສະຫຼັກຮູບຄົນຕາມພາບຖ່າຍທີ່ເປັນເອກະລັກພິເສດມີໜຶ່ງບ່ໍມີສອງນີ້. ບັນດາຜະລິດຕະພັນຮູບຄວັດສະຫຼັກຕ່າງໆ ໂດຍທ່ານປະດິດອອກມານັ້ນ ບ່ໍພຽງແຕ່ ຄືກັນອ້ອຍຕ້ອຍ ກັບ ຮູບຖ່າຍ ຫາກຍັງສະທ້ອນໃຫ້ເຫັນເຖິງກິລິຍາທ່າທີຂອງຜູ້ ທີ່ໄດ້ຮັບການຄວັດຮູບນັ້ນອີກນໍາ.
ໃນຖານະເປັນຜູ້ໜຶ່ງທີ່ໄດ້ກຳເນີດໃນຄອບຄົວທີ່ປະກອບອາຊີບ ຄວັດສະຫຼັກໄມ້ມາໄດ້ສາມຮຸ່ນຄົນແລ້ວ, ຄາວຍັງນ້ອຍ, ທ່ານ ໂດ້ວັນເບືອງ ໄດ້ຮັບການຖ່າຍທອດເຕັກນິກ ວິຊາການ ຄວັດສະຫລັກຮູບຄົນຈາກພໍ່. ຫວນຄືນກ່ອນນີ້ 30 ກວ່າປີ, ເມື່ອແມ່ ຕູ້ຍ່າຂອງເພິ່ນເສຍຊີວິດ ແລະ ຕ້ອງການມີຮູບຄວັດສະຫຼັກ ໜ່ວຍໜຶ່ງເພື່ອໄວ້ບູຊາ. ດ້ວຍຄວາມສາມາດເຕັກນິກການຄວັດໄມ້ທີ່ມີຢູ່ ບວກກັບພອນສະຫວັນດ້ານຈິດຕະກຳ ມີມາແຕ່ກໍາເນີດ ແລະ ອີງໃສ່ຮູບຖ່າຍທີ່ເກົ່າໆຂອງແມ່ຕູ້ຍ່າປະໄວ້ ລາວໄດ້ລົງມືຄວັດຮູບແມ່ຕູ້ຍ່າເປັນຮູບຄວັດທໍາອິດໃນຊີວິດ.

ທ່ານໂດ້ວັນເບືອງ ພວມຄັດເລືອກທ່ອນໄມ້ທີ່ເໝາະແກ່ການ ຄວັດສະຫຼັກຮູບຄົນຕາມພາບຖ່າຍ.  


ທ່ອນໄມ້ຕ່າງໆ ທ່ານເບືອງວາດດ້ວຍສໍ ດໍາກ່ອນທີ່ຈະນຳໄປຄວັດສະຫຼັກ.


ຂັ້ນຕອນດັດແປງສີໜ້າໃຫ້ແກ່ຮູບຄວັດ.


ທ່ານເບືອງເອົາໃຈໃສ່ເຖິງການດັດແປງຈຸດຕ່າງໆ ເທິງໃບ ໜ້າເພື່ອເຮັດໃຫ້ຮູບຄວັດສະແດງໄດ້ເຖິງ
ລັກສະນະພາຍນອກ ຂອງຜູ້ໄດ້ຮັບການຄວັດສະຫຼັກຮູບ.  



ວິວັດການຄວັດສະຫຼັກຮູບຄົນຕາມພາບຖ່າຍ ໄດ້ດຶງດູດຄວາມ ສົນໃຈ ຂອງພວກນ້ອງນ້ອຍ.


ຄວັດສະຫຼັກຮູບຄົນຕາມຮູບພາບທີ່ຖ່າຍໄວ້. 


ຝາມືທີ່ສະແດງໃຫ້ເຫັນເຖິງປະສົບການ ແລະ ຄວາມຊຳ ນານງານຕາມການເວລາ
ໃນການປະກອບອາຊີບເປັນຊ່າງ ໄມ້ຂອງທ່ານໂດ້ວັນເບືອງ. 



ຮູບຄວັດສະຫຼັກຖືກທາດ້ວຍສີດໍາ. 


ຮູບຄວັດສະຫຼັກຮູບໜຶ່ງ ພ້ອມກັບພາບຖ່າຍທີ່ເປັນຕົ້ນແບບ.


ດ້ວຍເຄື່ອງມື ເຊັ່ນ: ຄ້ອນໄມ້, ສີ່ວ ທີ່ປະຖົມປະຖານ ທ່ານເບືອງໄດ້ຄວັດສະຫຼັກເປັນຮູບຄົນ
ຢ່າງຫລວງຫລາຍ, ມີຄວາມສວຍງາມ ແລະ ມີຊີວິດຊີວາ.

 
ເມື່ອຮູບໄດ້ຄວັດສະຫລັກສຳເລັດແລ້ວ, ທຸກຄົນໃນຄອບຄົວ ຂອງທ່ານ ຕ່າງກ່ໍຕົກສະເງີ້ ຍ້ອນຮູບຄວັດຄືກັນອ້ອຍຕ້ອຍກັບ ຮູບຂອງແມ່ເຖົ້າຍ່າທີ່ຖ່າຍໄວ້. ນັບຕັ້ງແຕ່ນັ້ນມາ, ປະຊາຊົນພາຍໃນເຂດນັ້ນໄດ້ພາກັນມາຫາທ່ານ ເບືອງ ເພື່ອຊ່ວຍຄວັດ ສະຫລັກຮູບຍາດພີ່ນ້ອງໃກ້ຊິດທີ່ໄດ້ເສຍຊີວິດໄປແລ້ວ, ແລະແລ້ວ ອາຊີບການຄວັດສະຫຼັກຮູບຄົນໄດ້ກາຍເປັນວິທີຫາລ້ຽງຊີບຕົ້ນຕໍຂອງທ່ານ ແລະ ຄອບຄົວ.

ຕະຫລອດໄລຍະເກືອບ 30 ປີ ແຫ່ງການປະກອບອາຊີບ ຄວັດສະຫຼັກຮູບຄົນ, ທ່ານເບືອງໄດ້ຄວັດສະຫລັກຮູບຄົນຂະໜາດຕ່າງໆໄດ້ທັງໝົດ 5.000 ກວ່າຮູບ. ຕາມເພິ່ນເຜີຍ ໃຫ້ຮູ້ວ່າ,  ຢາກຄວັດສະຫຼັກຮູບຄົນຕາມພາບຖ່າຍໄດ້, ມັນຮຽກຮ້ອງໃຫ້ ນາຍຊ່າງນອກຈາກ ມີຄວາມສາມາດໃນການຖາກ, ສີ່ວໄມ້ຢ່າງຊໍານິຊໍານານແລ້ວ, ຍັງຕ້ອງມີຄວາມສາມາດມະໂນພາບທີ່ອຸດົມສົມບູນໄປຄວບຄູ່ກັບ ຄວາມສາມາດດ້ານຈິດຕະກຳທີ່ດີອີກດ້ວຍ.

ຜູ້ທີ່ມາສັ່ງຈອງທ່ານເບືອງຄວັດຮູບໃຫ້ສ່ວນຫຼາຍແມ່ນຮູບ ເພື່ອໄວ້ບູຊາຜູ້ທີ່ໄດ້ເສຍຊີວິດແລ້ວ, ສໍາລັບຂະໜາດໃຫຍ່ ຫລື ນ້ອຍແມ່ນຂຶ້ນກັບຄວາມຕ້ອງການຂອງລູກຄ້າ. ເພື່ອແປສະພາບ ທ່ອນໄມ້ທີ່ບ່ໍມີສະຕິອີນຊີ ໃຫ້ກາຍເປັນຮູບຄົນ ຄືກັບພາບຖ່າຍ ແມ່ນສຸດທີ່ລໍາບາກກາກກໍາ. ໂດຍທົ່ວໄປແລ້ວ, ຢາກຄວັດ ສະຫລັກຮູບຄົນໄດ້ຮູບໜຶ່ງເພິ່ນຕ້ອງໃຊ້ເວລາອາທິດໜຶ່ງ, ແຕ່ມີບາງຮູບຍາກ ຄວັດໝົດເດືອນຈຶ່ງແລ້ວ.

ເມື່ອໄດ້ຮັບໃບສັ່ງຈອງ, ທ່ານຕ້ອງນັ່ງຄົ້ນຄິດດົນເຕີບ ເພື່ອຊອກຮູ້ທິດທາງດໍາເນີນການ, ທັງນີ້ກ່ໍເພາະວ່າ, ຄວັດສະຫຼັກຮູບຄົນຜູ້ໜຶ່ງນອກຈາກຕ້ອງໃຫ້ຄືກັນກັບພາບຖ່າຍແລ້ວ ມັນຕ້ອງມີສີ ໜ້າ, ທ່າທາງພາຍນອກຂອງຜູ້ທີ່ໄດ້ຮັບການຄວັດສະຫຼັກຮູບນັ້ນໄປພ້ອມ.

ຈາກນັ້ນແມ່ນເລືອກໄມ້ທ່ອນ, ຖາກໃຫ້ເປັນກ້ອນທ່ອນ ເພື່ອຄວັດສະຫຼັກ. ໄມ້ທີ່ໃຊ້ຄວັດຮູບຄົນ ເພິ່ນເຄີຍເລືອກເອົາໄມ້ຕົ້ນມີ້ ເພາະວ່າໄມ້ປະເພດນີ້ ທັງທົນທານ ແລະ ທັງສີ່ວກໍ່ງ່າຍອີກ. ຂັ້ນຕອນຍາກທີ່ສຸດໃນການຄວັດຮູບຄົນແມ່ນຂັ້ນຕອນຄວັດສີ່ວໃບໜ້າ. ຢູ່ໃນຂອດນີ້, ຖ້າບ່ໍລະມັດລະວັງ, ຮູບຄວັດຈະຖິ້ມເສຍລ້າໆ ຍ້ອນອາດຈະເຜີສີ່ວອ່າວໜັກມື ຫລື ສີ່ວຜິດພາດບໍ່ຊັດເຈນ.

ເມື່ອຮູບຄວັດຖືກສີ່ວ, ຖາກເປັນຮູບເປັນຮ່າງແລ້ວ, ທ່ານເບືອງ ຈະນຳໄປທາສີ ແລະ ແຕ້ມແຕ່ງ. ຂອດນີ້ເພິ່ນຕ້ອງທາສີເປັນຫລາຍໆຊັ້ນ. ພາຍຫຼັງທາສີແລ້ວ, ເພິ່ນເອົາໄປຕາກໃຫ້ແຫ້ງ, ຈາກນັ້ນ ໃຊ້ກະດາດຊາຍຂັດໃຫ້ກ້ຽງເພື່ອ ບ່ໍໃຫ້ມີສ້ຽນປັກ. ສຸດທ້າຍ, ເພິ່ນສືບຕ່ໍທາສີເຫຼືອງປົກ ແລະ ແຕ້ມລາຍລະອຽດຕ່າງໆ ເພື່ອສຳເລັດເສັດສິ້ນການຄວັດສະຫຼັກຮູບຄົນ.


ບັນດາຜະລິດຕະພັນຮູບຄົນຈາກການຄວັດສະຫຼັກ ຕາມພາບຖ່າຍໄວ້ຊຶ່ງມີ ຫຼາກຫຼາຍຂະໜາດ ແລະ ສີສັນ ຕ່າງກັນ. 











ປະຕິບັດ: ແທງຢາງ-ເຕິດເຊີນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top