• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ເອກະລັກ ສິລະປະ ເທິງຊົງຜົມ ຂອງ ອ້າຍບ່າວ 9x

ດ້ວຍຄວາມສາມາດ ແລະ ຄ່ອງແຄ້ວຂອງຕົນ, ບັນດາໃບໜ້າ ຂອງ ຜູ້ມີຊື່ສຽງ ຫຼື ພາບທຳມະຊາດ ທີ່ພວກເຮົາເຄີຍເຫັນ ໃນຊີ ວິດພາຍນອກ ໄດ້ນັກອອກແບບຊົງຜົມ ເຈືອງຊວນຕ໋ວນ ນຳເຂົ້າ ສູ່ ຊົງຜົມ, ກາຍເປັນຜົນງານປະດິດແຕ່ງ ສິລະປະ ທີ່ເປັນເອກະລັກ. 
ຈາກການຄົ້ນຄວ້າ, ຫາຮູ້ ໃນບັນດາເວັບໄຊ ຂອງ ຕ່າງປະເທດ, ນັກອອກແບບຊົງຜົມ ເຈືອງຊວນຕ໋ວນ ໄດ້ເລີ່ມຕົ້ນປະຕິບັດ ການອອກແບບຊົງຜົມ ແບບສິລະປະ ກ່ອນໜ້ານີ້ 3 ປີ. ຈົນເຖິງ ເວລາ ທ່ານ ຕ໋ວນ ອອກແບບ ຊົງຜົມ ມີຮູບພາບກ່ຽວກັບບັນດາ ຕົວລະຄອນ ໃນຊຸດຟິມຮູບເງົາ ທີ່ມີຊື່ສຽງຂອງ ຫວຽດນາມຄື: “ຜູ້ພິພາກສາ” ແລະ “ໃຊ້ຊີວິດກັບ ແມ່ຍ່າ” ເມື່ອປີ 2017, ໄດ້ ມີຫຼາຍຄົນຊອກຫາ ຮ້ານຕັດຜົມ ຂອງ ຕ໋ວນ ກອດ (ຊື່ແຝງ ຂອງ ລາວ) ດ້ວຍຄວາມຫວັງຢາກ ມີ ຊົງຜົມໜຶ່ງ ທີ່ ສວຍງາມ ແບບແຕກຕ່າງ. ການຕັດຜົມສິລະປະຄ່ອຍໆ ກາຍເປັນຄວາມ ນິຍົມມັກ ທີ່ພິເສດ ໃນວົງການ ຊາວໜຸ່ມ ຫວຽດ ໃນຂະນະ ທີ່ມີ ຮ້ານຕັດຜົມ ຫຼາຍຮ້ານ ຢູ່ ຮ່າໂນ້ຍ ເລີ່ມເປີດ ບໍລິການນີ້ເພີ່ມຂຶ້ນ.

ນັກອອກແບບຊົງຜົມ ເຈືອງຊວນຕ໋ວນ ໃຫ້ຮູ້ວ່າ ບໍ່ແມ່ນຮູບພາບ ໃດ ກໍສາມາດປະດິດສ້າງຂຶ້ນຢູ່ເທິງຜົມໄດ້. ພິເສດແມ່ນ ເມື່ອ ລູກຄ້າຮຽກຮ້ອງ ສ້າງຊົງຜົມ ທີ່ມີຮູບຄົນຂອງເຂົາເຈົ້າ ຫຼື ຄົນສະ ໜິດສະໜົມ ຈະເປັນສິ່ງທີ່ຍາກທີ່ສຸດ ສຳລັບ ນັກອອກແບບ ຊົງ ຜົມ, ຍ້ອນວ່າ ເພື່ອສາມາດປະຕິບັດ ແບບຊົງຜົມ ຖືກກັບຮູບ ພາບ ທີ່ມອງເຫັນຢູ່ພາຍນອກ, ນັກອອກແບບຊົງຜົມ ຕ້ອງໃຊ້ ເວລາເບິ່ງ ແລະ ຄົ້ນຄວ້າ ໄດ້ ຈຸດພິເສດສະເພາະ ຂອງ ຮູບພາບ ນັ້ນ ເພື່ອລອງວາດພາບໃນ ສະໝອງວ່າ ມັນສະແດງອອກມາ ຢູ່ເທິງຜົມຈະງາມຫຼືບໍ.



ເລີ່ມຕົ້ນຈາກເປັນນັກອອກແບບຊົງຜົມ, ເມື່ອປີ 2015, ທ່ານ ເຈືອງຊວນຕ໋ວນ ເລີ່ມຄົ້ນຄວ້າ, ຊອກຮູ້ ແລະ ໃຫ້ ກຳເນີດ 
ຊົງ ຜົມ ສິລະປະຄັ້ງທຳອິດ. 



ທ່ານ ຕ໋ວນ ໄດ້ໃຊ້ ຕອງເດີ ຢ່າງຄ່ອງແຄ້ວ ໃນການລົງມື ປະຕິ ບັດ ການອອກແບບຊົງຜົມ ຂອງຕົນ. 


ທ່ານ ເຈືອງຊວນຕ໋ວນ ໃຫ້ຮູ້ວ່າ ການສ້າງຮູບໃຫ້ແກ່ຊົງຜົນ ຮຽກ ຮ້ອງ ຜູ້ປະຕິບັດ ຕ້ອງມີແຫຼ່ງຄວາມຮູ້ທີ່ດີ ກ່ຽວກັບການ
ຕັດຜົມ ທັງຕ້ອງມີຄວາມສາມາດກ່ຽວກັບສິລະປະ ເປັນຢ່າງດີ. 


ປະຈຸບັນ, ໄດ້ມີຫຼາຍຄົນມາຂໍເປັນລູກສິດ ຂອງທ່ານ ເຈືອງ ຊວນຕ໋ວນ.

Cທ່ານຕ໋ວນໃຫ້ຮູ້ວ່າ ເພື່ອໃຫ້ມີຊົງຜົມສິລະປະ ທີ່ສົມບູນແບບ, ກ່ອນອື່ນໝົດ ຕ້ອງເລືອກຊົງຜົມທີ່ດີ. ຫຼັງຈາກນັ້ນ ວາດພາບ ຕົວແບບໃຫ້ເໝະສົມກັບຂະໜາດຫົວ ແລ້ວຈຶ່ງໃຊ້ ຕອງເດີ ແລະ ມີດຕັດຜົມ ດຳເນີນປະຕິບັດ ຖືກຕາມ ຄວາມຕ້ອງການ ຂອງ ລູກຄ້າ. ໃນເວລາປະຕິບັດ ຮຽກຮ້ອງ ນັກອອກແບບຊົງຜົມ ຕ້ອງ ມີຄວາມພິຖີພິຖັນ ແລະ ຮອບຄອບ ທີສຸດ ຍ້ອນວ່າ ໃຊ້ຕອງເດີ ຜິດທາງພຽງເລັກໜ້ອຍ ຮູບຊົງຜົມ ກໍຖືວ່າ ຖືກລົ້ມເຫຼວ ແລ້ວ. ແຕ່ວ່າ ໃນທີ່ຈິງ, ສິ່ງດັ່ງກ່າວ ກໍບໍ່ກໍ່ຄວາມຫຍຸ້ງຍາກຫຼາຍ ສຳລັບ ບັນດານັກອອກແບບ ຜູ້ມີປະສົບການ ເປັນເວລາຫຼາຍປີ ໃນອາ ຊີບນີ້.

ຂ້າພະເຈົ້າ ໄດ້ເຫັນກັບຕາ ການປະຕິບັດໃນປະມານ 30 ນາທີ, ໃຊ້ເຄື່ອງມືພຽງ ຕອງເດີ ແລະ ມີດຕັດອັນໜ່ຶງ, ທ່ານ ຕ໋ວນ ໄດ້ ເຮັດໃຫ້ ຊົງຜົມ ຂອງລູກຄ້າ ກາຍເປັນຮູບພາບ ນັກເຕະບານ Cristiano Ronaldo ທີ່ເຕັມໄປດ້ວຍ ຄວາມມີຊີວິດຊີວາ. ຮູ້ ວ່າ ບັນດາຮູບພາບທີ່ ທ່ານ ຕ໋ວນ ປະຕິບັດເທິງຜົມ ແມ່ນ ອຸດົມ ສູມບູນທີສຸດ, ນັບແຕ່ ບັນດາຮູບພາບ ທິວທັດທຳມະຊາດ ທີ່ມີ ພົ້ນເດັ່ນ ຂອງ ຫວຽດນາມ ຕະຫຼອດຮອດ ຮູບ ຂອງ ບັນດານັກ ສະແດງ, ນັກເຕະບານທີ່ມີຊ່ືສຽງ ໃນໂລກ ຊຶ່ງໄດ້ຮັບ ຄວາມນິ ຍົມ ຊົມຊອບ ຈາກຝຸງຊົນເປັນຈຳນວນຫຼວງຫຼາຍ. ແລ້ວແຕ່ ຈຸດເວລາ, ທ່ານຕ໋ວນ ຈະຊອກຮູ້ ທ່າອຽງ ບັນດາຮູບພາບ ທີ່ໄດ້ຮັບຄວາມຮັກມັກ ຈາກລູກຄ້າ ເພື່ອສາມາດ ຮັບໃຊ້ ຕາມຄວາມ ຕ້ອງການ ຂອງລູກຄ້າ ແຕ່ລະຄົນ.

ການສ້າງຊົງຜົມສິລະປະແບບນີ້ ຈະມີລາຄາແຕ່  300.000- 400.000 ດົ່ງ/1 ຮູບນ້ອຍ, ແຕ່ 500.000- 700.000 ດົ່ງ/1 ຮູບໃຫຍ່. ແລ້ວແຕ່ ຮູບພາບ ຈະມີເວລາ ຮັກສາ ໄດ້ດົນ ຫຼື ໄວ, ມີບາງຮູບພາບຮັກສາໄດ້ພຽງ 2-3 ມື້, ແຕ່ມີ ບາງຮູບ ຍັງຄົງ ຮັກສາໄດ້ຄວາມງາມ ເປັນເວລາເຖິງ 10 ມື້.

ຕາມນັກອອກແບບຊົງຜົມ ເຈືອງຊວນຕ໋ວນ, ຜົນສຳເລັດ ຂອງ ລາວ ນັ້ນແມ່ນ ຫຼັງຈາກອອກຊົງຜົມແບບໜຶ່ງ ເປັນທີ່ຮຽບຮ້ອຍ ແລ້ວ ຈະສົ່ງຂຶ້ນເຟັດບຸກ, ລາວໄດ້ຮັບ ຄວາມສົນໃຈ ຈາກຜູ້ຄົນ ເປັນຈຳນວນຫຼາຍສົມຄວນ. ດ້ວຍເຫດນັ້ນ, ປັດຈຸບັນ, ນອກຈາກ ບັນດາລູກຄ້າທີ່ມາຮ້ານຕັດຜົມ ຂອງລາວ ເພື່ອຫວັງຢາກ ກຳມະ ສິດຊົງຜົມ ສິລະປະແລ້ວ, ກໍມີເພື່ອນຊາວໜຸ່ມຫຼາຍຄົນໄດ້ ມາຫາ ທ່ານ ຕ໋ວນ ເພື່ອຈຸດປະສົງ ເພື່ອໃຫ້ ເພິ່ນຖ່າຍທອດ ເຕັກນິກ ການສ້າງຊົງຜົມ ສິລະປະນີ້ໃຫ້ອີກດ້ວຍ.


ບັນດາຜົນການປະດິດແຕ່ງ ຂອງ ນັກອອກແບບຊົງຜົມ ເຈືອງ ຊວນຕ໋ວນ:


















ທ່ານ ຕ໋ວນ ໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າພະເຈົ້າ ອອກ ແບບ ຊົງຜົມດ້ວຍຄວາມຫຼົງໄຫຼ ແລະ ຄວາມຮູ້ສຶກ ທັງໝົດ ຂອງ ຕົນ. ປັດຈຸບັນ, ການສ້າງຊົງຜົມສິລະປະນີ້ ຫາກໍມີເພື່ອນ ຊາວ ໜຸ່ມ ພຽງຈຳນວນໜຶ່ງ ຮັກມັກເທົ່ານັ້ນ, ເພາະສະນັ້ນ ໃນໄລຍະ ຈະມາເຖິງ, ຂ້າພະເຈົ້າ ຈະສ້າງຊົງຜົມ ອີກຫຼາຍແບບ ທີ່ມີສີສັນ ພິເສດ ເພື່ອໃຫ້ ອີກຫຼາຍຄົນ ຮູ້ຈັກເຖິງສິລະປະສ້າງ ຊົງຜົມນີ້. 
ບົດ: ເງິນຮ່າ-ພາບ: ເຕິດເຊີນ, ເອກະສານ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top