• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕາງໜ້າຄະນະປະຈຳສະພາແຫ່ງຊາດ​ເຂົ້າ​ວາງ​ພວງ​ມະລາ ​ແລະ ​ຂຽນ​ໃສ່​ປື້​ມໄຫວ້​ອາ​ໄລ ສະຫາຍ ຫວູມ້າວ

ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍອາດີດຜູ້ນໍາທາງການເມືອງ ຜູ້ມີ ຄວາມປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການ ສູນເສຍເພື່ອນມິດຜູ້ໃກ້ຊິດ ສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ອີກດ້ວຍ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ຫວູມ້າວ 

ຕອນເຊົ້າ ວັນທີ 03/06/2020 ຄະນະນຳສະຖານເອກອັກຄະລັດຖະທູດ, ນຳໂດຍສະຫາຍ ແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ ເຂົ້າໄຫວ້ອາໄລ ແລະ ຂຽນໃສ່ປື້ມ ເພື່ອ ອາໄລຫາເຖິງດວງວິນຍານຂອງ ສະຫາຍ ຫວູມ້າວ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ອະດີດປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ຫວູມ້າວ, ຊຶ່ງການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍອາດີດຜູ້ນໍາທາງການເມືອງ ຜູ້ມີຄວາມປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດ ສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ,  ສະຫາຍ ຫວູມ້າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ   ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top