• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດອີຕາລີຂອບໃຈຫວຽດນາມ ທີ່ໄດ້ຊ່ວຍເຫຼືອອີຕາລີໃນການປ້ອງກັນ,ສະກັດກັ້ນໂລກລະບາດໂຄວິດ-19

ທ່ານເອກອັກຄະລັດຖະທູດອີຕາລີ Antonio Alessandro ຫາກໍ່ສົ່ງຄຳຂອບໃຈເຖິງຫວຽດນາມ ທີ່ໄດ້ສົ່ງເຄື່ອງຊ່ວຍເຫຼືອ, ໜູນຊ່ວຍອີຕາລີ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.


 ທ່ານເອກອັກຄະລັດຖະທູດອີຕາລີ Antonio Alessandro ຮັບເຄື່ອງຊ່ວຍເຫຼືອ, ໜູນຊ່ວຍອີຕາລີ

(ພາບ: baoquocte.vn)


ທ່ານເອກອັກຄະລັດຖະທູດ Antonio Alessandro ເນັ້ນໜັກວ່າ, ຫວຽດນາມ ໄດ້ຢືນຢັນແມ່ນຄູ່ຮ່ວມມືຍຸດທະສາດຂອງອີຕາລີ ແລະ ໄດ້ສະແດງໃຫ້ເຫັນການຮ່ວມເດີນທາງພ້ອມກັບອີຕາລີ ດ້ວຍບັນດາການຊ່ວຍເຫຼືອດັ່ງກ່າວ.

ວັນທີ 03 ເມສາ, ເຄື່ອງຊ່ວຍເຫຼືອ ລວມມີຜ້າອັດປາກ 88.000 ອັນ ແລະ ບັນດາ ວັດຖຸອຸປະກອນການແພດ ເຊິ່ງບັນດາອົງການຈັດຕັ້ງຂອງລັດ, ບັນດາສະຫະສະມາຄົມ, ວິສາຫະກິດ ແລະ ສ່ວນບຸກຄົນຢູ່ຫວຽດນາມ ປະກອບສ່ວນ ໄດ້ສົ່ງເຖິງອີຕາລີ. ພ້ອມກັບການສົ່ງເຄືື່ອງຊ່ວຍເຫຼືອນັ້ນ, ສະຖານທູດຫວຽດນາມ ປະຈຳອີຕາລີ ກໍ່ໄດ້ມອບເງິນຊ່ວຍເຫຼືອເຖິງບາງຮາກຖານການແພດຂອງອີຕາລີນຳອີກ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top