• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ເອກອັກຄະລັດຖະທູດ Hasanthi Urugodawatte Dissanayake: ຜູ້ປະກອບສ່ວນ ຊຸກຍູ້ ຄວາມໄມຕີຈິດ ມິດຕະພາບ ລະຫວ່າງ ຫວຽດນາມ-ສີລັງກາ

ຫວຽດນາມ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນ ດ້ານ ການ ທູດນຳກັນ ເມື່ອປີ 1970. ນັບແຕ່ນັ້ນ ມາຮອດ ປັດຈຸບັນ, ສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ໃນຫລາຍ ດ້ານລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ໄດ້ຕີລາຄາວ່າ ເປັນໜຶ່ງ ໃນ ນັກການທູດ ຫຼາຍທ່ານ ທີ່ມີຄວາມຂະຫຍັນຂັນເຄື່ອນ ໃນຖານະ ເປັນເອກອັກຄະລັດຖະທູດ ຢູ່ ຫວຽດນາມ, ທ່ານນາງ ເອກອັກຄະລັດຖະທູດ Hasanthi Urugodawatte Dissanayake ໄດ້ສະຫຼະເວລາ ແລະ ຄວາມ ກະຕື້ລືລົ້ນ ຂອງຕົນ ເພື່ອຊຸກຍູ້ ສາຍພົວພັນມິດຕະພາບ ແລະ ການແລກປ່ຽນ ວັດທະນະທຳ ລະຫວ່າງ ສອງປະເທດ. 

ຫວ່າງມໍ່ໆນີ້, ທ່ານ Ranil Wickremesinghe ນາຍົກລັດ ຖະມົນຕີ ສີລັງກາ ໄດ້ມີການ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າ ຮ່ວມກອງປະຊຸມ WEF ASEAN 2018. ໃນຂອບເຂດ ການຢ້ຽມຢາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ມີການພົບປະ ເຈລະຈາ ກັບທ່ານ Ranil Wickremesinghe ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ. ທ່ານນາງ Hasanthi Urugodawatte Dissanayake ເປັນໜຶ່ງໃນ ບັນດາສະມາຊິກ ໄດ້ ຕິດຕາມທ່ານ ນາຍົກລັດ ຖະ ມົນຕີ Ranil Wickremesinghe ໃນຄັ້ງການຢ້ຽມຢາມຄັ້ງນີ້.

ໂອ້ລົມກັບພວກຂ້າພະເຈົ້າ ຢູ່ເຮືອນສ່ວນຕົວ, ທ່ານນາງ Hasanthi Urugodawatte Dissanayake ໄດ້ເປີດເຜີຍ ບັນ ດາ ຜົນສຳເລັດໃໝ່ ໃນການພັດທະນາສາຍ ພົວພັນສອງຝ່າຍ ລະຫວ່າງ ສີລັງກາ ແລະ ຫວຽດນາມ ດ້ວຍ ຄວາມປິຕິຍິນດີ. ທ່ານນາງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າສອງ ປະເທດ ມີຄວາມ ສາມາດບົ່ມຊ້ອນ ພັດທະນາ ການຮ່ວມມືຢ່າງຫຼວງຫຼາຍ ໃນຂົງເຂດ ເສດຖະກິດ, ການຄ້າ, ທ່ອງທ່ຽວ ແລະ ລົງທຶນ. ການຂຸດຄົ້ນ ຄວາມສາມາດບົ່ມຊ້ອນ ໃນການ ຮ່ວມ ມື ຢ່າງສຸດຂີດ ເປັນໜຶ່ງໃນຫຼາຍໜ້າທີ່ແຖວໜ້າ ຂອງ ບັນດານັກການທູດ, ໂດຍສະເພາະຢ່າງຍິ່ງ ແມ່ນ ບັນດາເອກອັກຄະລັດຖະທູດ.

ທ່ານນາງ ເອກອັກຄະລັດຖະທູດ Hasanthi Urugodawatte Dissanayake. ພາບ: ຫວຽດເກື່ອງ

ວັນທີ 11 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບທ່ານ Ranil Wickremesinghe  ນານົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ເນື່ອງໃນໂອ ກາດ ມາຢ້ຽມຢາມ ຫວຽດນາມ ແລະເຂົ້າຮ່ວມກອງ ປະຊຸມ WEF ASEAN 2018 ແຕ່ວັນທີ 11-13 ກັນຍາ. ທ່ານນາງ Hasanthi Urugodawatte Dissanayake (ຜູ້ທີ 3 ຈາກ ຊ້າຍ) ຕິດຕາມ ທ່ານນາຍົກລັດ ຖະມົນຕີ ສີລັງກາ ໃນເຫດກາ ນດັ່ງກ່າວ. ພາບ: VNA

ທ່ານນາງ Hasanthi Urugodawatte Dissanayake, ທ່ານ ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກທ້ຽນ ພ້ອມກັບເພື່ອມິດ ສາກົນ ໃນພິທີໄຂ ງານວັດ ທະນະທຳ ສີລັງກາ ຢູ່ຫວຽດນາມ. ພາບ: ເອກະສານ
   
ທ່ານນາງ Hasanthi Urugodawatte Dissanayake ພ້ອມກັບ ເພື່ອນ ຫວຽດນາມ ແລະ ສາກົນ ເຂົ້າຢ້ຽມຊົມງານວາງສະ ແດງພາບຖ່າຍ ກ່ຽວກັບ ສີລັງກາ ຢູ່ຫວຽດນາມ. ພາບ: ເອກະສານ
 
ທ່ານນາງ Hasanthi Urugodawatte Dissanayake ກັບພິທີໄຕ້ກະກຽງ ຊຶ່ງເປັນຈຸດຄວາມງາມ ວັດ ທະນະທຳທີ່ເປັນມູນ ເຊື້ອ ຂອງ ສີລັງກາ ກັບຄວາມມຸ່ງຫວັງ ທຸກເຫດການ ຫຼື ຈຸດເລີ່ມຕົ້ນ ຂອງ ວຽກງານ ຈະໄດ້ປະສົບຜົນສຳເລັດ. ພາບ: ຫວຽດເກື່ອງ

ທ່ານນາງ Hasanthi Urugodawatte Dissanayake ຕັ້ງໜ້າ ເຂົ້າຮ່ວມ ບັນດາການເຄື່ອນໄຫວ ເພື່ອເຊື່ອມຕໍ່ ບັນດານັກລົງ ທຶນ ຫວຽດນາມ ກັບ ສີລັງກາ ແລະ ສາກົນ. ພາບ: ເອກະສານ
 
ງານພົບປະສັງສັນໄດ້ຈັດຂຶ້ນ ຢູ່ ເຮືອນສ່ວນຕົວ ຂອງ ທ່ານນາງ ເອກອັກຄະລັດຖະທູດ. ພາບ: ເອກະສານ
 
ໃນໄລຍະປະຕິບັດງານ ຢູ່ ຫວຽດນາມ, ທ່ານນາງ Hasanthi Urugodawatte Dissanayake ໄດ້ເຂົ້າຮ່ວມຈັດຕັ້ງ ກວ່າ 100 ເຫດການ ພົບປະສັງສັນ ວັດທະນະທຳ, ຊຸກຍູ້ການລົງທຶນ ຢູ່ ຫວຽດນາມ. ພາບ: ເອກະສານ

ທ່ານນາງ Hasanthi Urugodawatte Dissanayake ສະ ແດງຄວາມຍິນດີ ຕໍ່ ຜູ້ຕາງໜ້າຂອງ 30 ບໍລິສັດທ່ອງທ່ຽວ ຫວຽດ ນາມ ທີ່ເຂົ້າຮ່ວມການພົບປະສັງສັນ ກັບ ບັນດາບໍລິສັດນຳທ່ຽວ ສີລັງກາ ຊຶ່ງໄດ້ຈັດຕັ້ງ ຢູ່ເຮືອນ ສ່ວນ ຕົວ ຂອງ ທ່ານນາງເອງ.
ພາບ: ຫວຽດເກື່ອງ

ສີລັງກາ ມີການພົວພັນຮ່ວມມືກັບ ຫວຽດນາມ ແຕ່ປີ 1970. ເຖິງ ເດືອນ ສິງຫາ 2018, ສີລັງກາ ຢືນຢູ່ອັນດັບ ທີ 63/104 ປະເທດ ແລະ ເຂດແຄວ້ນ ມີການລົງທຶນ ຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກ່າວດ້ວຍຍິ້ມແຍ້ມວ່າ ການຄ້າສອງຝ່າຍ ຂອງ ສອງປະເທດ ໄດ້ເພີ່ມຂຶ້ນ ຢ່າງສະໜໍ່າສະເໝີ ໃນຊຸມປີມໍ່ໆ ນີ້, ບັນລຸ 320 ລ້ານໂດລາສະຫະລັດ ໃນປີ 2017. ສີລັງ ກາ ກໍໝັ້ນໝາຍ ຈະຊ່ວຍໜູນ ຫວຽດນາມ ກ່ຽວກັບ ເຕັກໂນໂລຊີ ໃນການລ້ຽງ ປີງທະເລ, ແໜທະເລ, ສິນໃນນຳ້, ສິນທະເລ ແລະ ມີຄວາມປາດຖະໜາ ຫວຽດນາມ ຈະມີການແບ່ງ ປັນບົດ ຮຽນ ແລະ ຮ່ວມມືດ້ານຊ່ຽວຊານ ໃນຂົງເຂດກະສິກຳ. ສອງປະ ເທດຈະມີຄວາມມານະພະຍາຍາມ ບັນລຸຈຸດໝາຍ ວົງເງິນການຄ້າ 1 ຕື້ ໂດລາສະຫະລັດ ໃນປີ 2020.

ທ່ານນາງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ນອກຈາກ ຂົງເຂດ ເສດຖະກິດ, ໜຶ່ງໃນບັນດາຄວາມບຸລິມະສິດ ຂອງ ທ່ານນາງ ແມ່ນຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດ ວັດ ທະນະທຳ ແລະ ທ່ອງທ່ຽວ. ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ສີລັງກາ ເປັນຈຸດໃຈກາງ ຂອງ ສາສະໜາພຸດ ກັບ ປູສະນີຍະສະຖານທີ່ສວຍງາມຫຼາຍແຫ່ງ, ນະແຫ່ງນີ້ ກຳລັງກາຍ ເປັນ ໜຶ່ງໃນບັນດາຈຸດນັດໝາຍ ທີ່ໜ້າດຶງດູດຈັບໃຈ ສຳລັບ ແຂກ ຕ່າງດ້າວ ທ້າວຕ່າງເມືອງ ໃນທົ່ວໂລກ. ທ່ານນາງ ເອກ ອັກ ຄະລັດຖະທູດ ມີຄວາມປາດຖະໜາວ່າ ສີລັງກາ ຈະກາຍ ເປັນຈຸດນັດພົບທີ່ໜ້າອ່າວຄະນິງຫາ ຂອງນັກທ່ອງທ່ຽວ ຫວຽດ ນາມ ເປັນຈຳນວນຫຼວງຫຼາຍ.

ເພື່ອປະຕິບັດບັນດາຈຸດໝາຍນີ້, ສະຖານທູດ ສີລັງກາ ໄດ້ມີ ການ ຮ່ວມມື ກັບຫ້ອງການອຸດສາຫະກຳ ຫວຽດນາມ (VCCI) ເພື່ອເຊື່ອມຕໍ່ 30 ບໍລິສັດທ່ອງທ່ຽວ ຫວຽດນາມ ກັບ ບັນດາຄູ່ ຮ່ວມມື ຂອງ ສີລັງກາ. ທ່ານນາງ Hasanthi Urugodawatte Dissanayake ໃຫ້ຮູ້ວ່າ: ການພົບປະໄດ້ດຳເນີນໄປ ຢູ່ເຮືອນສ່ວນຕົວຂອງ ທ່ານ ນາງເອງ. ຢູ່ທີ່ນີ້, ບັນດາບໍລິສັດ ທ່ອງທ່ຽວ ຫວຽດນາມ ແລະ ສີລັງກາ ໝັ້ນໝາຍ ຈະຮ່ວມມືກັນ ຂຸດຄົ້ນ ບັນ ດາທ່າແຮງທ່ອງ ທ່ຽວທີ່ພົ້ນເດັ່ນ ຂອງ ສອງປະເທດ.

ໃນໄລຍະປະຕິບັດງານຢູ່ຫວຽດນາມ, ທ່ານນາງ ເອກອັກຄະລັດ ຖະທູດ Hasanthi Urugodawatte Dissanayake ໄດ້ຈັດຕັ້ງ ກວ່າ 100 ເຫດການ ພົບປະສັງສັນ ວັດທະນະທຳ, ຊຸກຍູ້ການລົງທຶນ ຢູ່ ຫວຽດນາມ. ໜ່ຶງໃນບັນດາ ເຫດການທີ່ໄດ້ ຮັບການຈັດຂຶ້ນໃນມໍ່ໆ ນີ້ແມ່ນ: “ຊຸມມື້ວັດທະນະທຳ ສີລັງກາ ຢູ່ ຫວຽດ ນາມ”. ຢູ່ທີ່ນີ້, ຊາວນະຄອນຫຼວງ ຮ່າໂນ້ຍ ໄດ້ທໍາຄວາມ ລື້ງ ເຄີຍ ກັບ ສີລັງກາ ໂດຍຜ່ານ ບັນດາ ຮູບແຕ້ມ, ງານວາງສະ ແດງ ພາບຖ່າຍ ກ່ຽວກັບ ປະຫວັດສາດ ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ-ສີລັງກາ, ຄົ້ນພົບ ອາຊີບມູນເຊື້ອຕ່າງໆ ເຊັ່ນ: ຕຳ່ຫູກ, ສິລະປະຫັດຖະກຳ, ຫີນທີ່ມີຄ່າ ຈາກປະເທດ ສີ ລັງກາ, ຊີມລົດຊາດຊາ ທີ່ເປັນເອກະລັກ ຂອງ ປະເທດ ຢູ່ອາຊີ ໃຕ້ ນີ້. ເຫດການນີ້ ໄດ້ດຶງດູດຊາວ ຫວຽດນາມ ແລະ ນັກທ່ອງ ທ່ຽວ ສາກົນ ເຂົ້າຮ່ວມ ຊອກຫາປະສົບການຕົວຈິງ ນັບ ຫຼາຍພັນຄົນ.

ທ່ານນາງ ເອກອັກຄະລັດຖະທູດ Has anthi Urugodawatte Dissanayake ເປັນຜູ້ຕິດຕໍ່ ບັນດານັກສິລະປິນ ຂອງ ສີລັງກາ
ມາ ຫວຽດນາມ ສະແດງລາຍການ ປະສານສຽງພິເສດ. ພາບ: ເອກະສານ



ທ່ານນາງ Hasanthi Urugodawatte Dissanayake ແລະ ບັນດາຊ່າງພາບ, ເພື່ອນມິດສາກົນ ທີ່ມາໃນງານວາງສະແດງພາບຖ່າຍ ກ່ຽວກັບ ສີລັງກາ ຢູ່ ຫວຽດນາມ. ພາບ: ເອກະສານ
 
ທ່ານນາງ Hasanthi Urugodawatte Dissanayake ມອບຂອງຂວັນເປັນທີ່ລະນຶກ ໃຫ້ແກ່ ນັກສິລະປິນ ຫູໜວກ ທີ່ມາສະແດງ
ຢູ່ ເຫດການ ຊຸມມື້ ວັດທະນະທຳ ສີ ລັງກາ ຢູ່ ຮ່າໂນ້ຍ. ພາບ: ເອກະສານ
 
ທ່ານນາງ Hasanthi Urugodawatte Dissanayake ພ້ອມກັບເພື່ອນມິດ ສີລັງກາ ແລະ ສາກົນ. ພາບ: ເອກະສານ

ທ່ານນາງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ຫວຽດນາມ ແລະ ສີລັງກາ ມີຫຼາຍຈຸດຄ້າຍຄືກັນເຊັ່ນ: ນັບຖືສາສະໜາພຸດ, ໃນອະ ດີດ ມີສົງຄາມຕ່າງໆ, ມີວັດທະນະທຳລວມ ຂອງຊາວ ອາຊີ ຕາ ເວັນອອກ. ປັດຈຸບັນ, ສອງປະເທດ ໄດ້ມີຄວາມສົນໃຈ ລວມຫຼາຍຢ່າງ ເພື່ອ ພ້ອມກັນຮ່ວມມື ແລະ ພັດທະນາ ໃນຂົງເຂດຕ່າງໆ ເຊັ່ນ: ທ່ອງທ່ຽວ, ການບິນ, ການພົບປະແລກປ່ຽນລະ ຫວ່າງປະຊາຊົນ, ຊາວໜຸ່ມ, ວັດທະນະທຳສາສະໜາພຸດ ແລະ ອື່ນໆ...

ທ່ານນາງ ເອກອັກຄະລັດຖະທູດ Hasanthi Urugodawatte Dissanayake ຍັງເປັນນັກທ່ອງທ່ຽວຜູ້ໜຶ່ງ ຢ່າງແທ້ຈິງ. ທ່ານ ນາງ ໄດ້ໄປຢ້ຽມຢາມທັດສະນີຍະພາບທີ່ສວງງາມ ຫຼາຍແຫ່ງ ຢູ່ເຂດຕາເວັນຕົກສ່ຽງເໜືອ ຂອງ ຫວຽດນາມເຊັ່ນ: ຮ່າຢາງ, ລາວກາຍ, ລາຍເຈົາ. ຮູ້ສຶກໄດ້ຄວາມງາມ ຂອງ ທິວທັດທຳ ມະຊາດ, ວັດທະນະທຳທ້ອງຖິ່ນ, ທ່ານນາງ ໄດ້ເປັນທີ່ປຶກສາ ໃຫ້ບັນດາບໍລິສັດ ທ່ອງທ່ຽວ ຂອງ ສີລັງກາ ຊອກຮູ້ ແລະ ຂຸດຄົ້ນ ຕະຫຼາດ ການທ່ອງທ່ຽວ ຫວຽດນາມ, ພ້ອມກັນນັ້ນ ຊ່ວຍເຂົາເຈົ້າ ຕິດຕໍ່ ກັບບັນດາຄູ່ຮ່ວມມື ທ້ອງຖິ່ນ ອີກດ້ວຍ.

ທ່ານ Nilmina Nanayakkara, ຜູ້ອໍານວຍການໃຫຍ່ ບໍລິສັດ ທ່ອງທ່ຽວ NKAR ສີລັງກາ ໃຫ້ຮູ້ວ່າ: “ທ່ານນາງ ເອກອັກຄະລັດຖະທູດ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າຮູ້ ຂໍ້ມູນຂ່າວສານ ຢ່າງຫຼວງຫຼາຍ ເພື່ອການຊອກຮູ້ຕະຫຼາດ ຫວຽດນາມ. ພວກຂ້າພະ ເຈົ້າກຳລັງເຮັດວຽກ ກັບ ບັນດາ ຄູ່ຮ່ວມມື ຫວຽດນາມ ເພື່ອ ວາງແຜນ ແລະ ລາຍການທ່ອງທ່ຽວ ທີ່ແທດເໝາະ ເພື່ອໃຫ້ ຊາວ ຫວຽດນາມ ສາມາດຄົ້ນພົບ ບັນດາຫາດຊາຍທະເລ ທີ່ສວຍງາມ, ບັນດາສະຖາປັດຕະຍະກຳ, ທັດສະນີຍະພາບ ແລະ ຜ່ານປະສົບການຕົວຈິງ ກັບຄວາມ ເຊື່ອຖືສາສະໜາ ທີ່ປະເທດ ສີລັງ ກາ. ພ້ອມກັນນັ້ນ ກໍສ້າງເງື່ອນໄຂ ເພື່ອໃຫ້ ນັກທ່ອງທ່ຽວ ສີລັງກາ ໄດ້ຄົ້ນພົບປູສະນີຍະ ສະຖານທີ່ລືຊື່ຫຼາຍແຫ່ງ ຂອງ ຫວຽດນາມ.

ບັນດາການກະທຳດ້ວຍໃຈຂອງທ່ານນາງ Hasanthi Urugodawatte Dissanayake ໄດ້ປະກອບສ່ວນສ້າງ ຄວາມ ປ່ຽນແປງ ຢ່າງຫຼວງຫຼາຍ ກ່ຽວກັບ ພາບພົບປະເທດ ສີລັງກາ ໃນຈິດໃຈ ປະຊາຊົນ ຫວຽດນາມ, ສ້າງພື້ນຖານອັນ ໝັ້ນແກ່ນ ໃຫ້ແກ່ການພັດທະນາ ຍິ່ງຂຶ້ນ ໃນສາຍພົວພັນ ລະຫວ່າງ ຫວຽດ ນາມ-ສີລັງກາ.

ບົດ: ບິກເວີນ - ພາບ: ຫວຽດເກື່ອງ, ເອກະສານ


ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top