• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຫັດຫຼິນຈື່ ນົງເລີມ ພິຊິດ ຜູ້ບໍລິໂພກ ຫວຽດນາມ

ປະລິນຍາເອກ (ປອ) ໜຸ່ມ ຫງວຽນວັນຫ໋ຽວ ແລະ ເພື່ອນຮ່ວມ ງານ ໄດ້ຄົ້ນຄວ້າ ແລະ ສ້າງເຄື່ອງ ໝາຍການຄ້າ ເຫັດຫຼິນຈື່ ນົງເລີມ ທີ່ມີຄຸນນະພາບ ດີເລີດ. ເຄື່ອງໝາຍການຄ້າ ເຫັດຫຼິນ ຈື່ ນົງເລີມ ໄດ້ປະກົດຕົວຢູ່ ຕະຫຼາດ ຫວຽດນາມ ມາ ເປັນເວ ລາ 5 ປີແລ້ວ ແລະ  ໄດ້ຮັບການ ຈຳໜ່າຍ ຢູ່ທົ່ວທຸກແຂວງ, ນະຄອນ ໃນທົ່ວປະເທດ ແລະ ປັດຈຸບັນກຳລັງມຸ່ງສູ່ເປົ້າໝາຍ ຜະລິດເພື່ອການສົ່ງອອກ. 
ປອ ຫງວຽນວັນຮ໋ຽວ ໃຫ້ຮູ້ວ່າ ໂດຍເງື່ອນໄຂພູມອາກາດ ແລະ ລັກສະນະດິນແດນ ຫຼາຍແຫ່ງ ຂອງ ຫວຽດນາມ ເໝາະສົມ ທີ່ສຸດ ກັບການປູກເຫັດຫຼິນຈື່ ແລະ ຕົວທ່ານ ເອງແມ່ນມີ ຄວາມ ປາດຖະໜາ ໃນການສ້າງ ບັນດາຜະລິດຕະພັນເຫັດ ຫຼິນ ຈື່ ມີລັກສະນະ ຫວຽດ ລ້ວນໆ ເພື່ອສາມາດ ແກ່ງແຍ້ງ ກັບບັນດາເຄື່ອງໝາຍການຄ້າ ທີ່ນຳເຂົ້າ ຈາກ ຕ່າງປະເທດ.

ຈາກຄວາມມຸ່ງຫວັງດັ່ງກ່າວ, ປອ ຫງວຽນວັນຫ໋ຽວ ແລະ ບັນດາ ເພື່ອນຮ່ວມງານ ໄດ້ສ້າງ ເຄື່ອງໝາຍການຄ້າ ຫຼິນຈື່ ນົງເລີມ, ເລືອກສະຖານທີ່ກ້າເບ້ຍ ປະດິດສ້າງ ແນວພັນ ເຫັດຫຼິນ ຈື່ ທີ່ສູນກ້າເບ້ຍ ປະດິດສ້າງ ວິສາຫະກິດ ເຕັກໂນໂລ ຊີ (ມະ ຫາວິທະຍາໄລ ກະສິກຳ-ປ່າໄມ້ ນະຄອນ ໂຮ່ຈີມິນ) ໂດຍ ໝູນໃຊ້ ເຕັກໂນໂລຊີ ເຊື້ອຈຸລິນຊີ ຄຸນນະພາບສູງ.

ບັນດາຜະລິດຕະພັນ ຂອງ ຫຼິນຈື່ ນົງເລີມ ໄດ້ຮັບການຜະລິດ ໂດຍອີງໃສ່ຄຸນລັກສະນະ ການຈະເລີນເຕີບໂຕຂອງເຫັດ ແຕ່ ລະຊະນິດ, ຈາກນັ້ນຈະດຳເນີນການປະສົມເຊື້ອ, ຕໍ່ ແລະ ປູກ ລ້ຽງ ແນໃສ່ ຮັບປະກັນ ຄວາມປອດໄພ ດ້ານ ສຸຂະພາບ ແລະ ບັນລຸປະສິດທິຜົນຢ່າງສູງສຸດ. ພ້ອມກັນນັ້ນ ຍັງມີສ່ວນຮ່ວມ ຂອງ ຖັນແຖວ ນັກວິສະວະກອນ ລະດັບມະຫາ ແລະ ເໜືອ ມະຫາ, ຜູ້ມີສີມືອາຊີບສູງ ເພື່ອເຮັດໃຫ້ ບັນດາຜະລິດຕະພັນ ອອກມາ ບັນລຸມາດຕະຖານ ຄຸນນະພາບສູງ. 


ຂັ້ນຕອນເອົາຂີ້ເລື່ອຍໃສ່ຖົງ ທີ່ນິຄົມ ຂອງ ຫຼິນຈື່ ນົງເລີມ ຢູ່ ແຂວງ ບິ່ງເຟືອກ. ພາບ: ກິມເຟືອງ


ບັນດາຖົງຂີ້ເລື່ອຍ ຈາກຕົ້ນຢາງພາລາ ທີ່ໄດ້ຜ່ານ ຂັ້ນຕອນ ຂ້າເຊື້ອແລ້ວ ແມ່ນສະພາບແວດລ້ອມທີ່ດີທີສຸດ
ເພື່ອການ ປູກເຫັດຫຼິນຈື່. ພາບ: ກິມເຟືອງ



ກຳມະກອນທີ່ນິຄົມ ຫຼິນຈື້ ນົງເລີມ ຢູ່ ແຂວງ ບິ່ງເຟືອກ ນຳຖົງ ຂີ້ເລື່ອຍໄປອົບເພື່ອການຂ້າເຊື້ອ. ພາບ: ກິມເຟືອງ


ປອ ຫງວຽນວັນຫ໋ຽວ ກວດກາຖົງວັດຖຸດິບຄັ້ງສຸດທ້າຍ ກ່ອນ ຈະໃສ່ ເຂົ້າເຄື່ອງຈັກອົບຂ້າເຊື້ອ. ພາບ: ກິມເຟືອງ


ບັນດາຜະລິດຕະພັນ ຫຼິນຈື່ ນົງເລີມ ໄດ້ຮັບໃບຮັບຮອງ ບັນລຸ ມາດຕະຖານ VietGap ແລະ ໃບຮັບຮອງ ຜະລິດຕະພັນ ມີ ຄຸນນະພາບສູງ CCI 2015 ໂດຍ ສະຖາບັນຄົ້ນຄວ້າ ເສດຖະ ກິດ, ສູນຄົ້ນຄວ້າ ຜູ້ບໍລິໂພກ ຫວຽດນາມ, ອົງການ ຈັດຕັ້ງ ເຊື່ອມຕໍ່ການຄ້າທົ່ວໂລກ- Global GTA ເປັນຜູ້ຈັດຕັ້ງ ຕີລາ ຄາ ແລະ ຮັບຮອງ.
 
ມາຮອດປັດຈຸບັນ, ບໍລິສັດ ຫຼິນຈື່ ນົງເລີມ ຜະລິດໄດ້ ປະມານ 20 ປະເພດ ຫຼິນຈື່ ທີີ່ມີຄຸນນະພາບສູງ ເຊັ່ນ: ເຫັດ ຫຼິນຈື່, ເຫັດ ລິມແຊງ, ເຫັດເຖື້ອງຮວ່າງ, ເຫັດ“ດົງຈຸ່ງຮ້າຖາວ” (Cordy ceps), ກາເຟ ຫຼິນຈື່... ບັນດາຜະລິດຕະພັນ ຫຼິນຈື່ ນົງເລີມ ມີຄວາມຫຼາກຫຼາຍດ້ານ ຮູບແບບ ຄື ເປັນຮູບເດີມ, ເປັນເສັ້ນ, ເປັນທາດແປ້ງສາມາດລະລາຍ ຫຼື ປຸງແຕ່ງ ເປັນ ທາດປະສົມ ຊາ, ກາເຟ, ເຫຼົ້າ ຫຼິນຈື່ ແລະ ໄດ້ຮັບການ ຮັກສາ ໄວ້ ແບບທຳ ມະຊາດ ໂດຍ ບໍ່ນຳໃຊ້ສານເຄມີ.

ພິເສດ ຫຼິນຈື່ ນົງເລີມ ເປັນໜຶ່ງໃນບັນດາ ເຄື່ອງໝາຍການຄ້າ ທຳອິດ ພາຍໃນປະເທດ ຜະລິດໄດ້ເຫັດ “ດົງຈຸ່ງຮ້າຖາວ” ຊຶ່ງ ໄດ້ປູກ ໃນສະພາບແວດລ້ອມ ທີ່ສ້າງຂຶ້ນຈາກ ມະນຸດ ມີຄຸນນະພາບສູງ, ມີສ່ວນປະກອບ ລັກສະນະ ເປັນຢາ ຄ້າຍຄືກັນ ກັບຜະລິດຕະພັນ ໃນທຳມະຊາດ.

ປັດຈຸບັນ, ຜະລິດຕະພັນ ຂອງ ຫຼິນຈື່ ນົງເລີມ ໄດ້ວາງຂາຍ ຢູ່ ທ່ົວທຸກແຂວງ, ນະຄອນ ໃນທົ່ວປະເທດ ໂດຍຜ່ານລະບົບ ຈຳ ໜ່າຍ ສັງກັດ ຫຼິນຈື້ ນົງເລີມ. ບໍລິສັດ ຫຼິນຈື່ ນົງເລີມ ກຳລັງມຸ່ງ ສູ່ ເປົ້າໝາຍ ເພື່ອສົ່ງອອກໄປຍັງບັນດາປະເທດ ຢູ່ອາຊີ ແລະ ເອີຣົບ ໃນອະນາຄົດ.


ປອ ຫງວຽນວັນຫ໋ຽວ, ຜູ້ສ້າງຕັ້ງ ເຄື່ອງໝາຍການຄ້າ ຫຼິນຈື່່ ນົງເລີມ, ອາຈານສອນມະຫາວິທະຍາໄລ ກະສິກຳ-ປ່າໄມ້
ນະຄອນ ໂຮ່ຈີມິນ. ພາບ: ເອກະສານ



ເຫັດຫຼິນຈື້ແດງ ທີ່ເຕີບໃຫຍ່ ຂອງ ຫຼິນຈື່ ນົງເລີມ ມີຂະໜາດ ໃຫຍ່ ແລະ ມີສີສັນປະທັບໃຈ. ພາບ: ກິມເຟືອງ


ຜະລິດຕະພັນ ເຫັດຫຼິນຈື່ ນົງເລີມ ທີ່ໄດ້ຄຸນນະພາບສູງ.  ພາບ: ກິມເຟືອງ


ປອ ຫງວຽນວັນຫ໋ຽວ ໄດ້ເຊີນແຂກ ດື່ມຊາ ຫຼິນຈື່, ຊຶ່ງເປັນ ຜະ ລິດຕະພັນໜຶ່ງ ຂອງ ຫຼິນຈື່ ນົງເລີມ. ພາບ: ກິມເຟືອງ


ປອ ຫງວຽນວັນຫ໋ຽວ ໄດ້ເຊີນແຂກ ດື່ມຊາ ຫຼິນຈື່, ຊຶ່ງເປັນ ຜະ ລິດຕະພັນໜຶ່ງ ຂອງ ຫຼິນຈື່ ນົງເລີມ. ພາບ: ກິມເຟືອງ


ກະທຽມດຳ ນົງເລີມ ເປັນ ຜະລິດຕະພັນໜຶ່ງ ຂອງ ຫຼິນຈື່ ນົງ ເລີມ. ພາບ: ກິມເຟືອງ

ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ ແລະ ເອກະສານ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top