• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍປັນຍາຊົນຫນຸ່ມ ຫວຽດນາມ ໃນກິດຈະການຫັນເປັນດີຈີຕອນແຫ່ງຊາດ

      ການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຈຸດສຸມແມ່ນຫັນເປັນດີຈີຕອນ ໄດ້ວາງອອກຫລາຍກາລະໂອກາດ ແລະ ສິ່ງທ້າທາຍໃຫຍ່ໃນຂອບເຂດທົ່ວໂລກ ເປັນຕົ້ນແມ່ນບັນດາປະເທດ ພວມພັດທະນາຄື ຢູ່ ຫວຽດນາມ
ບັນດາການນຳ ອວຍພອນປັນຍາຊົນຫນຸ່ມຫວຽດນາມ ທີ່ດີເດັ່ນ ເຂົ້າຮ່ວມເວທີປາໄສ.(ພາບ:Thu Hang/VOV5)
      ຕອນເຊົ້າວັນທີ 25 ພະຈິກ ຢູ່ ຮ່າໂນ້ຍ, ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂເວທີປາໄສປັນຍາຊົນຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 4 ປີ 2021 ດ້ວຍຫົວຂໍ້ “ເສີມຂະຫຍາຍປັນຍາຊົນຫນຸ່ມ ຫວຽດນາມ ໃນກິດຈະການຫັນເປັນດີຈີຕອນແຫ່ງຊາດ” ຊື່ງດຳເນີນໃນເວລາສອງວັນ ຄືແຕ່ວັນທີ 25 -26 ພະຈິກ ຕາມຮູບການໂດຍກົງ ແລະທາງໄກ ໂດຍມີການເຂົ້າຮ່ວມຂອງປັນຍາຊົນຫນຸ່ມພາຍໃນປະເທດ ແລະ 16 ປະເທດ, ເຂດແຄ້ວນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ ໂດ໋ວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນຫນັກວ່າ: ການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຈຸດສຸມແມ່ນຫັນເປັນດີຈີຕອນ ໄດ້ວາງອອກຫລາຍກາລະໂອກາດ ແລະ ສິ່ງທ້າທາຍໃຫຍ່ໃນຂອບເຂດທົ່ວໂລກ ເປັນຕົ້ນແມ່ນບັນດາປະເທດ ພວມພັດທະນາຄື ຢູ່ ຫວຽດນາມ.
      ຂ້າພະເຈົ້າຕີລາຄາສູງບັນດາປັນຍາຊົນຫນຸ່ມຢູ່ ພາຍໃນ ແລະຕ່າງປະເທດ ທີ່ໄດ້ເຂົ້າຮ່ວມເວທີປາໄສຄັ້ງນີ້, ພວກເພື່ອນແມ່ນໄວຫນຸ່ມມີພູມປັນຍາ, ລະດັບຄວາມຮູ້ ມີທັກສະໃນການເຊື່ອມໂຍງເຂົ້າກັບສາກົນ. ຂ້າພະເຈົ້າສະເຫນີໃຫ້ພວກເພື່ອນ ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ພູມປັນຍາ ຕັ້ງຫນ້າປະກອບສ່ວນ, ຍົກອອກບັນດາແນວຄວາມຄິດ ຂໍ້ສະເຫນີກ່ຽວກັບກົນໄກນະໂຍບາຍແຫລ່ງກຳລັງ ປະກອບສ່ວນພ້ອມກັບພັກ, ລັດ ປະຕິບັດບັນດາເປົ້າໝາຍໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025 ເວົ້າສະເພາະ ແລະ ເປົ້າໝາຍພັດທະນາປະເທດ ຫວຽດນາມ ໃຫ້ມີຄວາມວັດທະນາຖາວອນ ກາຍເປັນປະເທດມີລາຍຮັບສູງຮອດປີ 2045 ເວົ້າລວມ.”
      ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບຫົວເລື່ອງຄົ້ນຄ້ວາ ຮັບໃຊ້ການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ປ່ຽນໃຫມ່ປະດິດຄິດສ້າງ;ໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດແບບຍືນຍົງ, ພັດທະນາໂຄງການສາທາລະນະສຸກ ການສຶກສາດີຈີຕອນ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ- ຊາວຫວຽດນາມໃນສັງກາດ ດີຈີຕອນ ແລະ ພັດທະນາເຄືອຂ່າຍປ່ຽນໃຫມ່ ປະດິດຄິດສ້າງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top