• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແທດຈິງ, ມີລວງເລິກ

ທະເລ, ໝູ່ເກາະຂອງຫວຽດນາມ ມີທີ່ຕັ້ງ, ບົດບາດສໍາຄັນເປັນພິເສດສໍາລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສະພາບແວດລ້ອມຄົງຕົວ ແລະ ຂະຫຍາຍຕົວຂອງຊາດ.


ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບ ຄະນະຜູ້ແທນພະນັກງານ, ນັກຮົບທີ່ດີເດັ່ນຂອງກໍາລັງຕໍາຫຼວດທະເລ

(ພາບ:TTXVN)

ວັນທີ 15 ສິງຫາ, ຢູ່ສໍານັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບ ຄະນະຜູ້ແທນພະນັກງານ, ນັກຮົບທີ່ດີເດັ່ນຂອງກໍາລັງຕໍາຫຼວດທະເລ; ຜູ້ແທນອົງຄະນະພັກ, ອໍານາດການປົກຄອງ, ພໍ່ແມ່ພີ່ນ້ອງຊາວປະມົງຂອງ 11 ຕາແສງ, ເມືອງເກາະ ແລະ ຜູ້ແທນບັນດາວິສາຫະກິດ, ອົງການຈັດຕັ້ງການເມືອງ-ສັງຄົມ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຊົມເຊີຍ ບັນດາວິລະກໍາ, ບັນດາຜົນງານດີເລີດທີ່ກໍາລັງຕໍາຫຼວດທະເລຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະ 20 ປີຜ່່ານມາ ຢ່າງສຸດອົກສຸດໃຈ; ຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນ, ພິເສດແມ່ນຊາວປະມົງ ຜູ້ທີ່ມີຜົນງານດີເດັ່ນ ຊຶ່ງໄດ້ເຂົ້າຮ່ວມໃນພິທີເຊີດຊູ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”.

        ທ່ານປະທານປະເທດເນັ້ນໜັກວ່າ ທະເລ, ໝູ່ເກາະຂອງຫວຽດນາມ ມີທີ່ຕັ້ງ, ບົດບາດສໍາຄັນເປັນພິເສດສໍາລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສະພາບແວດລ້ອມຄົງຕົວ ແລະ ຂະຫຍາຍຕົວຂອງຊາດ. ທ່ານປະທານປະເທດຫວຽດນາມ ເຈີ່່ນດ້າຍກວາງ ສະເໜີໃຫ້ບັນດາກໍາລັງຕໍາຫຼວດທະເລ ຄວນປະຕິບັດໜ້າທີ່ລາດຕາເວນ, ກວດກາ, ຄວບຄຸມກວດກາ, ປະຕິບັດກົດໝາຍ ໃຫ້ເປັນຢ່າງດີ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການພັດທະນາເສດຖະກິດສັງຄົມຂອງປະເທດຊາດ;ຢືດໝັ້ນຕໍ່ສູ້ປາບປາມອາດຊະຍາກໍາ, ການກະທໍາຜິດກົດໝາຍ; ເປັນເຈົ້າການເຂົ້າຮ່ວມການຊອກຫາ, ກູ້ໄພກູ້ຊີບ, ປົກປັກຮັກສາສະພາບແວດລ້ອມ ແລະ ຮັບມືກັບອຸປະຕິເຫດເກີດຂຶ້ນຢູ່ເຂດທະເລ; ປະຕິບັດວຽກງານພົວພັນຕ່າງປະເທດ ແລະການຮ່ວມມືສາກົນໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top