• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເສັ້ນລ້ອນມັນສະຄູ ມິງຮົ່ງ

ປັດຈຸບັນ, ການຜະລິດເສັ້ນລ້ອນ ເປັນສິນຄ້າ ໄດ້ເປັນແຫຼ່ງ ລາຍຮັບຕົ້ນຕໍ່ ຂອງ ໝູ່ບ້ານ ມິງຮົ່ງ, ຕາແສງ ມິງ ກວາງ, ເມືອງ ບາວີ່, ຮ່າໂນ້ຍ, ຄອບຄົວໜຶ່ງ ມີກຳໄລ ປະມານ 150-200 ລ້ານດົ່ງຕໍ່ປີ, ທົບ 15 ເທົ່າ ເມື່ອທຽບກັບ ການປູກເຂົ້າ ແລະ ປູກມອນລ້ຽງມ້ອນ. 

ປີ 2015, ຜະລິດຕະພັນເສັ້ນລ້ອນ ຂອງ ແຖບນີ້ ໄດ້ກົມ ກຳມະສິດທາງປັນຍາ (ກະຊວງວິທະຍາສາດ ເຕັກໂນໂລຊີ) ຮັບ ຮອງເຄື່ອງໝາຍການຄ້າລວມໝູ່ “ເສັ້ນລ້ອນມັນສະຄູ ມິງຮົ່ງ”. ນັບແຕ່ນັ້ນເປັນຕົ້ນມາ, ຜະລິດຕະພັນເສັ້ນລ້ອນ ນີ້ ໄດ້ ຢືນ ຢັນຖານະຂອງຕົນໃນຕະຫຼາດຈຳໜ່າຍ. ທ່ານ ຫງວຽນວັນຢວນ, ຫົວໜ້າສະຫະກອນກະສິກຳ ມິງຮົ່ງ ໃຫ້ຮູ້ວ່າ ປີ 1966 ທົ່ວບ້ານ ມິງຮົ່ງ ມີ 97 ຄອບຄົວເຮັດອາຊີບ ປູກມອນລ້ຽງມ້ອນ ຕາມຮູບແບບຟາມກະເສດ. ເມື່ອລັດເອົາດິນ ຄືນເພື່ອ ຮັບໃຊ້ຈຸດປະສົງອື່ນ, ຊາວກະສິກອນຢູ່ ມິງຮົ່ງ ໄດ້ຫັນໄປສູ່ ການປູກມັນສະຄູ ເພື່ອຜະລິດທາດແປ້ງ ແລະ ເລີ່ມເຮັດເສັ້ນລ້ອນ ຈາກແປ້ງມັນສະຄູ. ໃນເບື້ອງຕົ້ນ ເກືອບວ່າ ທຸກຄອບຄົວໃນໝູ່ບ້ານ ຜະລິດຕາມແບບມູນເຊື້ອ ເພາະສະນັ້ນ ຜະລິດ ໄດ້ພຽງ 15 ກິໂລ ເສັ້ນລ້ອນຕໍ່ມື້. ດ້ວຍເຫດນັ້ນ ເຖິງວ່າຜະລິດ ຕະພັນເສັ້ນລ້ອນມີຄຸນນະພາບດີກໍຕາມ ແຕ່ຍ້ອນຜົນຜະລິດບໍ່ສູງ, ຜະລິດຕະພັນຂອງ ມິງຮົ່ງ ຈິ່ງບໍ່ເປັນທີ່ຮູ້ຈັກ ຂອງ ສັງຄົມ.

ປີ 2001, ເມື່ອມິງຮົ່ງ ຖືກຮັບຮອງເປັນໝູ່ບ້ານອາຊີບປຸງແຕ່ງ ທາດແປ້ງ ການຜະລິດເສັ້ນລ້ອນຈາກມັນສະຄູ ຈຶ່ງໄດ້ມີການ ຂະຫຍາຍຕົວຢ່າງແຂງແຮງ.  ປັດຈຸບັນ ມິງຮົ່ງ ໄດ້ມີ ສະຫະ ກອນກະສິກຳ, ໃນນັ້ນມີ 165/289 ຄອບຄົວຜະລິດ ສະເພາະ ແຕ່ທາດແປ້ງ ແລະ ຜະລິດເສັ້ນລ້ອນ ຈາກມັນສະຄູ. ການຜະ ລິດເສັ້ນລ້ອນ ຢູ່ທີ່ນີ້ ໄດ້ດຳເນີນໄປ ຢ່າງຟົດຟື້ນຕະຫຼອດປີ. ຢູ່ພາຍໃນເຮືອນ, ຢູ່ເດີ່ນບ້ານທຸກບ່ອນ ມີແຜ່ນແຕະຕາກ ເສັ້ນລ້ອນໄດ້ຈັດເປັນແຖວໆ. ເພື່ອຍົກສູງຄຸນນະພາບ ຂອງ ຜະລິດຕະພັນ ແລະ ຫຼຸດຜ່ອນແຮງງານ, ບັນດາຄອບຄົວ ໄດ້ ລົງທຶນຊື້ເຄືີ່ອງຈັກ ກັ່ນຕອງແປ້ງຄົບວົງຈອນ ດ້ວຍໄຟຟ້າ 3 ຟາ, ໝໍ້ຖອກແຜ່ນເສັ້ນລ້ອນ ດ້ວຍອາຍນ້ຳ ແລະ ຈັກຕັດເສັ້ນລ້ອນ ອີກດ້ວຍ.

ເພື່ອມີວັດຖຸດິບ ຮັບໃຊ້ການຜະລິດເສັ້ນລ້ອນຢ່າງພຽງພໍ, ຊາວ ບ້ານມິງຮົ່ງ ໄດ້ສະຫງວນເນື້ອທີ່ດິນ ປະມານ 180 ເຮັກຕາ ເພື່ອປູກມັນສະຄູ. ທ່ານ ຮວ່າງຫງອກເຈື່ອງ, ເຈົ້າຂອງ ພື້ນຖານ ປຸງແຕ່ງທາດແປ້ງແຫ່ງໜຶ່ງ ໃຫ້ຮູ້ວ່າ ມັນສະຄູ ທີ່ ປູກຢູ່ ມິງຮົ່ງ ແມ່ນງ່າຍໃນການບົວລະບັດ, ທົນຕໍ່ແຫ້ງແລ້ງ, ຊ້ຳບໍ່ ໜຳ ຍິ່ງມີແດດກ້າຍິ່ງເຮັດຫົວມັນສະຄູ ໃຫ້ແປ້ງຂາວ ແລະ ຫອມ, ເພາະສະນັ້ນ ຜະລິດຕະພັນ ເສັ້ນລ້ອນຂອງ ມິງຮົ່ງ ຍາມໃດກໍຂາວ ແລະ ໜຽວກວ່າ ເມື່ອທຽບກັບຜະລິດຕະພັນ ຊະນິດດຽວກັນ. ຄຽງຂ້າງນັ້ນ ການລົງທຶນຊື້ເຄື່ອງຈັກບົດແປ້ງ ຈຳນວນ165 ເຄື່ອງ ແລ່ນຕະຫຼອດມື້, ສະເລ່ຍຄອບຄົວ ໜຶ່ງ ສາມາດ ປຸງແຕ່ງ ແປ້ງມັນສະຄູໄດ້ 20ໂຕນຕໍ່ມື້. ດ້ວຍເຫດນັ້ນ ນອກຈາກການ ສະໜອງທາດແປ້ງ ໃຫ້ບັນດາພື້ນຖານ ການຜະລິດເສັ້ນລ້ອນ ຢູ່ພາຍໃນທ້ອງຖິ່ນແລ້ວ, ບັນດາ ຄອບຄົວນີ້ ກໍຍັງຂາຍໃຫ້ ພວກແມ່ຄ້າຊາວຂາຍຢູ່ທ້ອງຖິ່ນອື່ນ ທີ່ມາ ເກັບຊື້ ເພື່ອເຮັດເຂົ້າໜົມອີກດ້ວຍ.


ຫົວມັນສະຄູ ເປັນວັດຖຸດິບຕົ້ນຕໍເພື່ອຜະລິດເສັ້ນລ້ອນ. 


ມັນສະຄູ ຫຼັງຈາກໄດ້ບົດກັບນຳ້ ແລະ ບົ່ມ 4 ຊົ່ງໂມງ ຈະກາຍ ເປັນທາດແປ້ງສີຂາວ. 


ເສັ້ນລ້ອນ ທີ່ຕາກແຫ້ງໃຕ້ແສງແດດ. 


ຕັດເສັ້ນລ້ອນ ດ້ວຍເຄື່ອງຈັກ. 


ເສັ້ນລ້ອນພາຍຫຼັງຕາກແຫ້ງແລ້ວຈະໄດ້ສົ່ງມາຄອບຄົວ.


ຫຼັງຈາກນັ້ນຈະໄດ້ມັດເປັນຫໍ່, ຫໍ່ໜຶ່ງມີນ້ຳໜັກ 1 ກິໂລກຣາມ. 


ຈຸດພິເສດຂອງຜະລິດຕະພັນເສັ້ນລ້ອນ ມິງຮົ່ງ ແມ່ນເສັ້ນລ້ອນ ຫຍຸ້ງໄດ້ຈັດຢູ່ທາງໃນຫໍ່ເສັ້ນລ້ອນຊື່. 


ໃກ້ຈະຮອດບຸນປີໃໝ່ປະຈຳຊາດ, ຊາວບ້ານ ມິງຮົ່ງ ຜະລິດ ເສັ້ນລ້ອນ ໄດ້ປະມານ 700-800 ກິໂລກຣາມ. 


ເສັ້ນລ້ອນມິງຮົ່ງ ໄດ້ຮັບການຫຸ້ມຫໍ່ໃສ່ຖົງ ແລະ ຈຳໜ່າຍ ຢູ່ບັນ ດາແຂວງ, ນະຄອນໃນທົ່ວປະເທດ. 


ເສັ້ນລ້ອນມິງຮົ່ງ ໄດ້ຮັບການຫຸ້ມຫໍ່ໃສ່ຖົງຢ່າງຮອບຄອບ ທັງມີ ຊື່ເຄື່ອງໝາຍການຄ້າ ເພື່ອໃຫ້ລູກຄ້າສາມາດຮັບຮູ້ໄດ້ງ່າຍ. 

ເມື່ອຊື້ແປ້ງມັນສະຄູ ຈາກບັນດາຄອບຄົວ ປຸງແຕ່ງ ທາດແປ້ງ ມາ, ຜູ້ຜະລິດເສັ້ນລ້ອນ ໄດ້ກັ່ນຕອງແປ້ງຄືນໃໝ່ ດ້ວຍນ້ຳແຕ່ 2 ຫາ 3 ເທື່ອ ເພື່ອກັ່ນຕອງເອົາສິ່ງເສດເຫຼືອອອກ ແລ້ວຈຶ່ງປົນ ແປ້ງກັບ ນ້ຳ ເຮັດເສັ້ນລ້ອນ. ຕ້ອງປະສົມແປ້ງ ກັບນ້ຳ ຕາມ ມາດຕາສ່ວນ ຢ່າງແນ່ນອນ ເພື່ອໃຫ້ ແຜ່ນເສັ້ນລ້ອນ ທີ່ ຖອກ ມາສຸກສະເໝີ ແລະ ເມື່ອຕັດເປັນເສັ້ນ ຈະມີຄວາມໜຽວ. ໃນ ເມື່ອກ່ອນ, ຊາວບ້ານ ມິງຮົ່ງ ຕ້ອງຕື່ນນອນຖອກແຜ່ນເສັ້ນ ລ້ອນ ແຕ່ 4 ໂມງເຊົ້າ ເພື່ອທັນເວລາຕາກແດດ.  ປັດຈຸບັນ ຍ້ອນມີ ລົງທຶນຊື້ໝໍ້, ການຜະລິດເສັ້ນລ້ອນ ກໍ່ບໍ່ຕ້ອງ ໃຊ້ແຮງງານຄື ໃນອາດີດ. ເສັ້ນລ້ອນ ຫຼັງຈາກຖອກເປັນແຜ່ນຈະນຳ ໄປ ຕາກແດດ ປະມານ 3-4 ຊົ່ວໂມງ ແລ້ວຈຶ່ງນຳມາ ກົດລົງ ແລະ ຕັດເປັນເສັ້ນ. ໃນເລລາມັດເສັ້ນລ້ອນ ເປັນຫໍ່, ຊາວບ້ານ ມິງຮົ່ງ ມັກເອົາເສັ້ນລ້ອນຫຍຸ້ງໜ້ອຍໜຶ່ງ ມີຈາກ ການຕັດ ເສັ້ນ ລ້ອນ ມັດຢູ່ທາງໃນຫໍ່ເສັ້ນລ້ອນ. ນີ້ກໍແມ່ນຈຸດ ພິເສດແຕກ ຕ່າງ ຊ່ວຍໃຫ້ຜູ້ຊື້ສາມາດຮູ້ໄດ້ວ່າ ແມ່ນຜະລິດຕະພັນ ເສັ້ນລ້ອນມັນສະຄູມິງຮົ່ງ. ເພື່ອຮັບປະກັນຫຼັກອະນາໄມ ແລະ ຄຸນ ນະພາບ ຂອງ ຜະລິດຕະພັນ, ບັນດາຄອບຄົວ ຜະລິດເສັ້ນ ລ້ອນ ໄດ້ໝັ້ນໝາຍ ບໍ່ນຳໃຊ້ທາດກັນບູດ, ນ້ຳຢາເຮັດໃຫ້ເສັ້ນລ້ອນ ຂາວ ຫຼື ທາດເຄມີທີ່ເປັນພິດ. ດ້ວຍເຫດນັ້ນ ເສັ້ນລ້ອນ ມິງຮົ່ງ ຈິ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກລູກຄ້າໃນທົ່ວ ປະ ເທດ ຢູ່ສະເໝີ.

ປີ 2015, ກົມກຳມະສິດທາງປັນຍາ  ໄດ້ຮັບຮອງເຄື່ອງໝາຍ ການຄ້າ ເສັ້ນລ້ອນມັນສະຄູມິງຮົ່ງ. ປັດຈຸບັນ, ບັນດາ ຜະລິດ ຕະພັນ ເສັ້ນລ້ອນຂອງມິງຮົ່ງ ລ້ວນແຕ່ໄດ້ຮັບການ ຫຸ້ມຫໍ່ໃສ່ ຖົງ ຢ່າງຮອບຄອບ, ມີທັງຊື່, ທີ່ຢູ່, ເບີໂທລະສັບ ຂອງຄອບຄົວ ຜູ້ຜະລິດ ແລະ ສົ່ງໄປຈຳໜ່າຍຢູ່ແຂວງ, ນະຄອນຕ່າງໆ ໃນ ທົ່ວປະເທດ. ໃນນັ້ນຜະລິດຕະພັນ ທີ່ໄດ້ຈຳໜ່າຍ ຫຼາຍທີ່ສຸດ ແມ່ນ ຢູ່ເມືອງ ເຕິນບິ່ງ (ນະຄອນໂຮ່ຈີມິນ), ຮ່າລອງ (ແຂວງ ກວາງນິງ) ແລະ ບັນດາແຂວງ: ຫາຍເຢືອງ, ຝູ໋ເຖາະ ແລະ ຮວ່າບິ່ງ ດ້ວຍລາຄາຂາຍຍົກ 50.000 ດົ່ງຕໍ່ກິໂລ. ພິເສດ, ໃນໂອກາດບຸນປີໃໝ່ປະຈຳຊາດ, ຄວາມຕ້ອງການ ຂອງຕະຫຼາດ ຂຶ້ນສູງ, ຫຼາຍຄອບຄົວຕ້ອງຈ້າງແຮງງານ ແຕ່ 5-7 ຄົນ ແລະ ຜະລິດ ໄດ້ 700-800 ກິໂລກຣາມຕໍ່ມື້.

ອາດເວົ້າໄດ້ວ່າ ພ້ອມກັບການຊຸກຍູ້ການໂຄສະນາ ເຜີຍແຜ່ ຄຸນນະພາບຂອງຜະລິດຕະພັນເສັ້ນລ້ອນໃນທົ່ວປະເທດ, ຊີວິດການເປັນຢູ່ຂອງປະຊາຊົນໝູ່ບ້ານມິງຮົ່ງ ນັບມື້ນັບໄດ້ຮັບ ການປົວແປງຢ່າງໜ້າຊື່ນຊົມ, ເປັນການປະກອບສ່ວນ ປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງ ເມືອງ ບາວີ່ ແລະ ນະຄອນ ຮ່າໂນ້ຍ ອີກດ້ວຍ.

 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top