• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເສັ້ນທາງສາຍໄໝ ຫວຽດ

ເຖິງວ່າບໍ່ແມ່ນ “ອານາຈັກ” ໃນເສັ້ນທາງຜ້າໄໝ ທ່ີຍິ່ງໃຫຍ່ ຂອງ ມະນຸດ, ແຕ່ຜ້າໄໝ ຫວຽດນາມ ໄດ້ຮັບການຕີລາຄາສູງ ຈາກທົ່ວ ໂລກ ຢູ່ສະເໝີ ຍ້ອນມີຄຸນນະພາບທີ່ເປັນເອກະລັກສະເພາະ. ດັ່ງນັ້ນ ຈິ່ງບໍ່ແມ່ນເລື່ອງແປກ ເມື່ອທ່ານ Fei Jianming ເລຂາທິ ການໃຫຍ່ ສະມາຄົມ ຜ້າໄໝໂລກ ໃຫ້ຂໍ້ສັງເກດວ່າ: “ໃນບັນດາ ປະເທດ ອາຊີຕາເວັນອອກສ່ຽງໃຕ້, ຂະແໜງການຜ້າໄໝ ຫວຽດ ນາມ ມີພື້ນຖານທ່ີດີທີ່ສຸດ ກັບບັນດາໝູ່ບ້ານອາຊີບ ຊຶ່ງມີອາຍຸ ນັບຫຼາຍພັນປີ. ຫວຽດນາມ ສົ່ງອອກເສັ້ນໄໝຫຼາຍກວ່າ ຍີ່ປຸ່ນ ແລະ ສປ ຈີນ, ພ້ອມກັນນັ້ນ ກໍສົ່ງອອກໄໝດິບ ຫຼາຍກວ່າ ກຳປູ ເຈຍ ແລະ ໄທ ອີກດ້ວຍ”. 
ເລື່ອງລາວ ຈາກ ບັນດາໝູ່ບ້ານ ຜ້າໄໝບູຮານ

ພາຍໃນເຮືອນ ໄມ້ທີ່ແສນສວຍງາມ ຕັ້ງຢູ່ຂ້າງ ສວນມອນ ທີ່ ຂຽວຂະຈີ ຢູ່ຄຸ້ມຖະໜົນບູຮານ ໂຮ້ຍອານ, ທ່ານ ເລຖ໋າຍຫວູ, ເຈົ້າຂອງ ບໍລິສັດຫຸ້ນສ່ວນຜ້າໄໝ ກວ່າງນາມ, ນັກທຸລະກິດ ທີ່ຮັ່ງມີ ແລະ ປະສົບຄວາມສໍາເລັດ ໃນພາລະກິດ ໃນວົງການ ນັກທຸລະກິດ ຜ້າໄໝ ຫວຽດນາມ ກຳລັງຕ້ອນຮັບ ຄະນະນັກ ທຸລະກິດ ແຖວໜ້າ ວົງການຜ້າໄໝໂລກ ຊຶ່ງມາຈາກປະເທດ: ສປ ຈີນ, ຍີ່ປຸ່ນ, ໄທ, ຝຣັ່ງ ແລະ ອີຕາລີ.

ຕາມປົກກະຕິ, ເມື່ອເຮັດວຽກກັບບັນດາຄູ່ຮ່ວມມື, ທ່ານ ຫວູ ໄດ້ ປຶກສາຫາລື ບໍ່ພຽງແຕ່ ກ່ຽວກັບ ເລື່ອງການຄ້າເທົ່ານັ້ນ, ແຕ່ຍັງ ສະຫງວນເວລາ ເພື່ອແນະນຳ ກ່ຽວກັບ ປະຫວັດສາດ, ຄວາມ ສາມາດບົ່ມຊ້ອນ ແລະ ທ່າແຮງ ຂອງ ຂະແໜງການຜ້າໄໝ ຫວຽດນາມ ອີກດ້ວຍ. ທ່ານ ຫວູ ເຫັນວ່າ ຜ້າໄໝ ເປັນຜະລິດ ຕະພັນ ທ່ີມີລັກສະນະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແຫ່ງຊາດ, ດ້ວຍເຫດນັ້ນ ບັນດາຂໍ້ມູນຂ່າວສານນັ້ນມີຄຸນຄ່າ ໃນ ການຕີລາຄາ ແລະ ຈັດອັນດັບ ຜ້າໄໝ ຂອງ ປະເທດໜຶ່ງ.



ເຕັກນິກການລ້ຽງມ້ອນມູນເຊື້ອ ໄດ້ກໍາເນີດຢູ່ ແຂວງ ກວ໊າງ ນາມ ເມື່ອປະມານ 400 ປີກ່ອນນີ້. ພາບ: ແທງຮ່ວາ


ຝັກຫຼອກ ກ່ອນປັ່ນເປັນເສັ້ນໄໝ. ພາບ: ແທງຮ່ວາ


ນັກທ່ອງທ່ຽວຕ່າງປະເທດມີຄວາມປະທັບໃຈ ໃນຂັ້ນຕອນ ມ້ອນຄາຍໃຍ ເຮັດຝັກຫຼອກ ຢູ່ໝູ່ບ້ານ ວ້ານຟຸກ (ເມືອງ ຮ່າ ດົງ, ຮ່າໂນ້ຍ). ພາບ: ແທງຢາງ


ເປັນເວລາເກືອບເຄິ່ງສະຕະວັດ, ປັດຈຸບັນ ປະຊາຊົນແຂວງ ກວ໊າງນາມ ຍັງຄົງ ຮັກສາໄວ້ໄດ້ ເຕັກນິກ ປັ່ນເສັ້ນໄໝ ຕາມ ວິທີມູນເຊື້ອ ຂອງຄົນ ສະໄໝກ່ອນ. ພາບ: ແທງຮ່ວາ


ຂັ້ນຕອນການປຸງແຕ່ງເສັ້ນໄໝ ຢູ່ໝູ່ບ້ານ ໂກ໊ເຈິດ (ແຂວງ ນາມດິ້ງ). ພາບ: ຈິ້ງໂບ້


ຕັກນິກການຕໍ່ເສັ້ນໄໝ ໃນເວລາ ຕໍ່າຫູກ. ພາບ: ແທງຢາງ


ກະສວຍໄມ້ ຂອງ ກີ່ຕໍ່າຫູກມູນເຊື້ອ. ພາບ: ແທງຢາງ


ຄວາມງາມຂອງຜ້າໄໝ ແຂວງ ກວ໊າງນາມ. ພາບ: ແທງຮ່ວາ


ຜ້າໄໝຊະນິດດີ ຂອງ ໝູ່ບ້ານ ໝ໊າເຈົາ. ພາບ: ແທງຮ່ວາ/

ເວົ້າເຖິງອຸດສາຫະກໍາຜ້າໄໝ ຫວຽດນາມ, ຕາມຕຳນານ ຂອງ ໝູ່ບ້ານ ໂກ໊ໂດ, ເມືອງ ບາວີ່ (ຮ່າໂນ້ຍ) ກໍຄື ເອກະສານ, ບັນດາ ໜັງສືໃບລານເກົ່າຫຼາຍສະບັບ ໃຫ້ຮູ້ວ່າ ຄົນ ຫວຽດນາມ ຮູ້ຈັກ ອາຊີບປູກມອນລ້ຽງມ້ອນ ແຕ່ສະໄໝ ເຈົ້າຊີວິດຮຸ່ງ, ໝາຍຄວາມວ່າ ກ່ອນໜ້ານີ້ ປະມານ 4000 ປີ. 

ປັດຈຸບັນ, ຫວຽດນາມ ນອນຢູ່ໃນກຸ່ມ 6 ປະເທດ ຜະລິດເສັ້ນ ໄໝ ໃຫຍ່ທ່ີສຸດໃນໂລກ. ໃນນັ້ນ ຫວຽດນາມ ຢືນຢູ່ອັນດັບ 3 ຂອງ ອາຊີ ແລະ ຢືນຢູ່ອັນດັບ 6 ຂອງໂລກ ກ່ຽວກັບ ການສົ່ງ ອອກ ຜ້າໄໝ. 
ຈາກໃຍໄໝ, ຄົນ ຫວຽດ ໃນເມື່ອກ່ອນໄດ້ຮູ້ ຕໍ່າເປັນຜ້າໄໝ ຫຼາຍຊະນິດ ທ່ີມີຄວາມທົນທານ, ສວຍງາມ ແລະ ນິ້ນນວນ ບໍ່ ດ້ອຍໄປກວ່າຜ້າໄໝ ຂອງ ຈີນ ແລະ ຍີ່ປຸ່ນ. ຕົວຢ່າງ: ຜ້າໄໝ ໂກ໊ໂດ ໃນປາງກ່ອນ ໄດ້ຮັບຂະໜານນາມວ່າເປັນ “ຜ້າໄໝ ກົ໋ງ”, ໝາຍຄວາມວ່າ ເປັນປະເພດຜ້າໄໝດີທີ່ສຸດ ເພື່ອຖະຫວາຍ ໃຫ້ແກ່ລາຊະວັງ. ສ່ວນຜ້າໄໝ ວ້ານຟຸກ, ສະໄໝ ຝຣັ່ງ ປົກຄອງ ໄດ້ຖືວ່າ ເປັນປະເພດສິນຄ້າ ທີ່ລະອຽດອ່ອນທີ່ສຸດ ຢູ່ອິນດູຈີນ, ເພາະສະນັ້ນ ໄດ້ເລືອກ ນໍາໄປເຂົ້າຮ່ວມ ງານວາງສະແດງສິນ ຄ້າຂະໜາດໃຫຍ່ ຢູ່ ມາກໄຊ ແລະ ປາຮີ (ຝຣັ່ງ).

ໃນປາງກ່ອນ, ອາຊີບເຮັດຜ້າໄໝ ຢູ່ພາກກາງ ຫວຽດນາມ ກໍມີ ການຂະຫຍາຍຕົວຢ່າງແຂງແຮງ, ໂດຍສະເພາະແມ່ນເຂດ ກວ໊າງນາມ ຍ້ອນນະແຫ່ງນີ້ ມີທ່າເຮືອການຄ້າເກົ່າ ໂຮ້ຍອານ ຊຶ່ງເປັນຈຸດພັກຜ່ອນຊົ່ວຄາວ ທີ່ສຳຄັນ ໃນການເດີນທາງ ແລກ ປ່ຽນການຄ້າ ຂອງ ເສັ້ນທາງສາຍໄໝ ທາງທະເລ.

ດັ່ງທີ່ສາມາດເຫັນໄດ້ວ່າ ໃນສະໄໝກ່ອນ, ອາຊີບປູກມອນ ລ້ຽງ ມ້ອນ ຢູ່ ຫວຽດນາມ ມີການພັດທະນາຢ່າງແຂງແຮງ ແລະ ຜະ ລິດຕະພັນຜ້າໄໝ ຂອງຄົນ ຫວຽດ ກໍໄດ້ໂລກຮັບຮອງ ແລະ ຕີລາຄາສູງ.

ເຖິງວ່າ ຜ່ານການຜັນແປປ່ຽນແປງ ຢ່າງຫຼວງຫຼາຍ, ແຕ່ອາຊີບ ປູກມອນ ລ້ຽງມ້ອນ ທີ່ມີຊື່ສຽງ ຂອງຄົນ ຫວຽດ ໃນສະໄໝກ່ອນ ມາຮອດ ປັດຈຸບັນ ຍັງຄົງ ຖືກຮັກສາໄວ້ ແລະ ພັດທະນາ ຢູ່ເຂດ ຊົນນະບົດ ຫຼາຍແຫ່ງ ຂອງ ຫວຽດນາມ.

ປັດຈຸບັນ, ຖ້າມີໂອກາດໄປຢ້ຽມຢາມ ບັນດາໝູ່ບ້ານອາຊີບ ຜ້າ ໄໝມູນເຊື້ອ ທີ່ມີຊື່ສຽງເຊັ່ນ: ໂກ໊ໂດ, ວ້ານຟຸກ (ຮ່າໂນ້ຍ), ຍາຊ໋າ (ແຂວງ ຮ່ານາມ), ໂກ໊ເຈິດ (ແຂວງ ນາມດິ້ງ), ຢຸຍຢວຽນ, ໝ໊າເຈົາ (ແຂວງ ກວ່າງນາມ), ເຕິນເຈົາ (ແຂວງ ອານຢາງ)... ນັກ ທ່ອງທ່ຽວ ຈະມີໂອກາດໄດ້ຮູ້ສຶກ ແລະ ຄົ້ນຫາບັນດາ ສະຖານທີ່ ຜະລິດຜ້າໄໝມູນເຊື້ອ ທີ່ແສນງາມ ດ້ວຍຮູບພາບ ທົ່ງນາ, ສວນ ມອນ ພ້ອມກັບສຽງກະສວຍ ທີ່ຄຸ້ນເຄີຍ ຊຶ່ງສ້າງ ຄວາມຄິດເຖິງ ຊ່ວງໜຶ່ງໃນອະດີດ... ໜ້າປະທັບໃຈທີ່ສຸດ ແມ່ນໄດ້ເຫັນກັບຕາ ບັນດານາຍຊ່າງຜູ້ສີມືດີ ສະແດງເຕັກນິກ ທ່ີເປັນເອກະລັກສະເພາະ ທີ່ໄດ້ສ້າງຂຶ້ນ ບັນດາຜ້າໄໝ ທ່ີມີຄຸນນະພາບສູງ ແລະ ມີຊື່ສຽງໂດ່ງດັງໃນຊ່ວງໄລຍະໜຶ່ງ.


ບ່າວລົກ-ສູນກາງອຸດສາຫະກຳ ຜ້າໄໝ ຫວຽດນາມ

ຕາແສງ ດາມເບີຣີ ເປັນດິນແດນ ທີ່ມີຊື່ສຽງ ກ່ຽວກັບ ອາຊີບ ປູກມອນລ້ຽງມ້ອນ ຢູ່ນະຄອນ ບ໊າວລົກ (ແຂວງ ເລີມດົ່ງ). ຢູ່ ທ່າມກາງສວນມອນ ທີ່ຂຽວຂະຈີ ແລະ ກວ້າງໃຫຍ່ໄພສານ ເທິງເຂດດິນທ່ີອຸດົມສົມບູນ, ທ່ານນາງ ເລທິເທີ ກຳລັງເດັດໃບ ມອນ ຢ່າງວ່ອງໄວເປັນຈັງຫວະ ເພື່ອສົ່ງເມືອໃຫ້ມ້ອນກິນ.

ທ່ານນາງ ເທີ ເປັນພະນັກງານ ຂອງ ພະແນກ ມອນມ້ອນ ສັງ ກັດ ສູນຄົ້ນຄວ້າ ກະສິກຳ ປ່າໄມ້ ເລີມດົ່ງ. ເປັນຜູ້ມີຄວາມຮູ້, ມີປະສົບການ ແລະ ໃຊ້ຊີວິດ ຢູ່ລະທ່າມກາງ ເຂດສະເພາະ ປູກ ມອນ ຂະໜາດໃຫຍ່ຂອງ ນະຄອນ ບ໊າວລົກ, ເພາະສະນັ້ນ ນອກຈາກການຄົ້ນຄວ້າຢູ່ຫ້ອງການ, ທ່ານນາງ ຍັງຄົງປູກມອນ 750 ມ2 ແລະ ເປີດສະຖານທ່ີລ້ຽງມ້ອນພັນ ເພື່ອສະໜອງໃຫ້ ແກ່ຕະຫຼາດ. ເຖິງວ່າວຽກງານນີ້ ຖືວ່າລຳບາກ, ແຕ່ມີ ຄວາມ ສະດວກ ແລະ ຖືວ່າເປັນທິດທາງໄປ ທີ່ເຕັມໄປດ້ວຍຄວາມ ຫວັງ, ຍ້ອນການຂະຫຍາຍແນວພັນມ້ອນ ໄດ້ຖືວ່າ ເປັນວິທີ ການແກ້ໄຂ ທີ່ສຳຄັນແຖວໜ້າ ເພື່ອການພັດທະນາ ອາຊີບ ປູກ ມອນລ້ຽງມ້ອນຢູ່ນະຄອນ ບ໊າວລົກ.

ເມື່ອທຽບກັບບັນດາໝູ່ບ້ານມູນເຊື້ອອື່ນໆ, ອາຊີບ ປູກມອນ ລ້ຽງ ມ້ອນ ຢູ່ ນະຄອນ ບ໊າວລົກ ແມ່ນກຳເນີດຊ້າ, ໃນລະຫວ່າງ ຊຸມ ປີ 70 ຂອງສະຕະວັດ XX ແຕ່ມີການ ຂະຫຍາຍຕົວ ຢ່າງແຂງ ແຮງ, ກວມເຖິງ 70% ມູນຄ່າ ປະລິມານ ການຜະລິດຜ້າໄໝ ຂອງ ທົ່ວປະເທດ. ນະຄອນ ບ໊າວລົກ ມີຂະແໜງການ ຜະລິດ ຜ້າໄໝ ຂະໜາດໃຫຍ່ ແລະ ຄົບຊຸດ ຊຶ່ງລວມທຸກຂັ້ນຕອນ ແຕ່ ປູກມອນ ລ້ຽງມ້ອນ, ປັ່ນເສັ້ນໄໝ, ຕໍ່າຜ້າໄໝ, ຍ້ອມສີ, ຕະ ຫຼອດຮອດການຜະລິດອອກ ບັນດາ ຜະລິດຕະພັນສຳເລັດຮູບ. ບ໊າວລົກ ຍັງມີທັງສູນກວດກາ ຄຸນນະພາບ ທ່ີໄດ້ມາດຕະຖານ ສາກົນ ອີກດ້ວຍ.



ເຄື່ອງຈັກ ຕ່ຳແຜ່ນແພ ກີໂມໂນ ຄຸນນະພາບສູງ ຈາກຜ້າ ໄໝຊະນິດດີ ຢູ່ນະຄອນ ບ໊າວລົກ. ພາບ: ແທງຢາງ


ຢູ່ນະຄອນ ບ໊າວລົກ ມີຫຼາຍຕ່ອງໂສ້ການຜະລິດທ່ີທັນສະ ໄໝ, ຈຳນວນກຳມະກອນເຮັດວຽກໂດຍກົງມີໜ້ອຍ ແຕ່ ໄດ້ຜົນຜະລິດ
ແລະ ຄຸນນະພາບຂອງຜະລິດຕະພັນສູງ. ພາບ: ແທງຢາງ



ບັນດາກໍ້ເສັ້ນໄໝຄຸນນະພາບສູງ ເພື່ອຜະລິດ ບັນດາ ຜະລິດ ຕະພັນເພື່ອການສົ່ງອອກ. ພາບ: ແທງຮ່ວາ


ບັນດາກໍ້ເສັ້ນໄໝສີບົວ ເພື່ອການຕໍ່າຫູກ. ພາບ: ແທງຮ່ວາ


ຈັກຕໍ່າຜ້າໄໝຄຸນນະພາບສູງ ຈາກເສັ້ນໄໝຊະນິດດີ. ພາບ: ແທງຮ່ວາ


ກໍາມະກອນໂຮງງານຜະລິດ ເສັ້ນໄໝ ຂອງບໍລິສັດ ຫຸ້ນ ສ່ວນ ຜ້າໄໝ ອ໋າເຈົາ ຢູ່ນະຄອນ ບ໊າວລົກ, ແຂວງ ເລີມດົ່ງ. ພາບ: ແທງຢາງ


ຜະລິດຕະພັນຜ້າໄໝ ວ້ານຟຸກ. ພາບ: ແທງຢາງ


ຄວາມງາມ ແບບສຸພາບຮຽບຮ້ອຍ ຂອງ ບັນດາຊຸດແຟ ຊັ່ນ ຈາກຜ້າໄໝ. ພາບ: ແທງຢາງ

ຜະລິດຕະພັນຜ້າໄໝ ບ໊າວລົກ ສຸດທີ່ອຸດົມສົມບູນ ກັບກວ່າ 20 ຊະນິດທີ່ແຕກຕ່າງກັນ, ນອກຈາກໄໝຫຍາບ, ໄໝດິບ ກໍຍັງ ມີ ບັນດາປະເພດຜະລິດຕະພັນຜ້າໄໝຊັ້ນສູງ, ມີຄຸນນະພາບ ດີທີ່ ສຸດ ເຊັ່ນ: ຜ້າໄໝ satin ໃຊ້ໃນການຫຍິບຊຸດ ກິໂມໂນ ມູນເຊື້ອ ຂອງ ຍີ່ປຸ່ນ, ຜ້າໄໝ yozu ໃຊ້ໃນການຫຍິບຜ້າຄຽນຫົວ ຢູ່ບັນ ດາ ປະເທດ ອາຣັບ, ອິນເດຍ; ຜ້າໄໝ habuta, crepe de chine (CDC) ໃຊ້ໃນການຫຍິບ ຊຸດສາ ກົນຊັ້ນສູງ... ອາໄສສິ່ງ ດັ່ງກ່າວ ຜ້າໄໝ ບ໊າວລົກ ຈິ່ງໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກ ຫຼາຍເຄື່ອງໝາຍການຄ້າ ແລະ ໄດ້ສົ່ງອອກ ໄປຍັງບັນດາປະ ເທດມະຫາອຳນາດ ກ່ຽວກັບຜ້າໄໝ ເຊັ່ນ: ສປ ຈີນ, ຍີ່ປຸ່ນ, ອິນ ເດຍ, ອີຕາລີ, ບຣາຊິນ... 

ປະຈຸບັນ, ທົ່ວແຂວງ ເລີມດົ່ງ ມີເນື້ອທີ່ປູກມອນ 5.000 ເຮັກຕາ, ໃນນັ້ນສະເພາະ ນະຄອນ ບ໊າວລົກ ມີປະມານ 500 ເຮັກຕາ, ສາມາດຜະລິດໃບມອນ ໄດ້ໄລ່ສະເລັ່ຍ ປະມານ 5.000 ໂຕນ/ປີ. ນອກຈາກນັ້ນ ບ໊າວລົກ ຍັງມີ 23 ວິສາຫະກິດ ຂະໜາດໃຫຍ່ ດຳເນີນທຸລະກິດ, ຜະລິດຜ້າໄໝ ແລະ ຕໍ່າຜ້າໄໝ ໂດຍສະເພາະ ເພື່ອການສົ່ງອອກ. ແຕ່ລະປີ ນະຄອນ ບ໊າວລົກ ຜະລິດ ເສັ້ນໄໝ ໄດ້ປະມານ 1000 ໂຕນ, ຜ້າໄໝ 3,5 ລ້ານ ມ2; ວົງເງິນສົ່ງອອກບັນລຸປະມານ 16-18 ລ້ານ ໂດລາສະຫະລັດ/ປີ, ກວມ 80% ຂອງການ ສົ່ງອອກຜ້າໄໝ ໃນທົ່ວປະເທດ. 
ເຖິງວ່າໄດ້ຕີລາຄາ ເປັນແຫຼ່ງຜະລິດຜ້າໄໝ ຊັ້ນສູງ ແຖວໜ້າ ຂອງໂລກ, ແຕ່ ຫວຽດນາມ ຍັງບໍ່ທັນເປັນປະເທດມີເຄື່ອງໝາຍ ການຄ້າ ທີ່ແຂງແຮງ ຢູ່ໃນຕະຫຼາດຜ້າໄໝໂລກ. ອະທິບາຍ ກ່ຽວກັບບັນຫານີ້, ທ່ານ Fei Jianming ເລຂາທິການໃຫຍ່ ສະມາຄົມຜ້າໄໝໂລກ ໃຫ້ຮູ້ວ່າ ນັ້ນແມ່ນຍ້ອນແຕ່ໃດໆ ມາ ຫວຽດນາມ ຖືສຳຄັນທີ່ສຸດ ກ່ຽວກັບ ການສົ່ງອອກເສັ້ນໄໝ, ໝາຍຄວາມວ່າ ຢຸດຢູ່ ການໃຊ້ແຮງງານຜະລິດ ດ້ວຍມູນຄ່າຕໍ່າ, ໃນຂະນະທີ່ ມີແຕ່ຜະລິດຕະພັນຜ້າໄໝສຳເລັດຮູບຊັ້ນສູງ ຈຶ່ງ ສາມາດ ສ້າງເຄື່ອງໝາຍການຄ້າ ຂອງ ປະເທດໜຶ່ງໄດ້.

ດ້ວຍເຫດນັ້ນ, ທ່ານ Fei Jianming ໃຫ້ຮູ້ຕື່ມວ່າ: “ຫວຽດນາມ ເປັນປະເທດ ທ່ີມີມູນເຊື້ອຕໍ່າຜ້າໄໝ ມາແຕ່ດົນນານ, ມີເຂດວັດ ຖຸດິບທີ່ກວ້າງໃຫຍ່, ມີປະລິມານ ຜ້າໄໝ ຄຸນນະພາບສູງ ທີ່ ຫາ ຍາກ. ເພາະສະນັ້ນ ຫວຽດນາມ ຄວນຮັກສາ ແຫຼ່ງວັດຖຸດິບ ທີ່ ມີຄຸນນະພາບສູງນີ້ໄວ້ ເພື່ອການຜະລິດ ຢູ່ພາຍໃນປະເທດ. ນັ້ນ ແມ່ນທິດທາງໄປເຖິງ ເສັ້ນທາງສາຍໄໝໂລກ ຢ່າງຖືກຕ້ອງ”.

ດັ່ງນັ້ນສາມາດເຫັນໄດ້ວ່າ ຄຽງຄູ່ ກັບບັນດາ ມາດຕະການ ແກ້ ໄຂ ທີ່ມີລັກສະນະຄົບຊຸດ, ຍາວນານ ເຊັ່ນ: ສ້າງເຂດ ວັດຖຸດິບ, ສ້າງຕ່ອງໂສ້ ເຊື່ອມໂຍງ ການຜະລິດ, ລົງທຶນ ໝູນໃຊ້ເຕັກໂນ ໂລຊີ, ຍູ້ແຮງການລົງທຶນດ້ານການຄ້າ ແລະ ໂຄສະນາເຜີຍແຜ່ ເຄື່ອງໝາຍການຄ້າ ທີ່ອຸດສາຫະກໍາຜ້າໄໝ ຫວຽດນາມ ກຳລັງ ຕັ້ງໜ້າຜັນຂະຫຍາຍ ບັນດາຄໍາແນະນໍາຈາກ ທ່ານ Fei Jianming ເປັນການປະກອບສ່ວນ ທ່ີສໍາຄັນ ບົນເສັ້ນທາງ ນຳ ຫວຽດນາມ ກາຍເປັນກຳລັງແຮງໃໝ່ ໃນຕະຫຼາດຜ້າໄໝ ທີ່ເຕັມ ໄປດ້ວຍຄວາມສາມາດບົ່ມຊ້ອນຂອງໂລກ. 

ບົດ: ແທງຮ່ວາ - ພາບ: ແທງຢາງ, ແທງຮ່ວາ, ຈິ້ງໂບ້

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top