• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເສັ້ນທາງ ຂອງ ພຸດທະສາສະໜາ

ກຸ່ມປູສະນີຍະສະຖານ ທັດສະນີຍະພາບ ວັດເຮືອງ (ເມືອງ ໝີດຶກ, ຮ່າໂນ້ຍ), ວັດ ຕາມຈຸກ (ເມືອງ ກິມບ່າງ, ແຂວງ ຮ່ານາມ) ແລະ ວັດ ບ໋າຍດິ໋ງ (ແຂວງ ນິງບິ່ງ) ປະດິດສະຖານ ເທິງສາຍພູຫີນປູນ ຕາມທິດຕາເວັນຕົກສ່ຽງ ເໜືອ-ຕາເວັນອອກ ສ່ຽງໃຕ້, ມີທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ຮ່ອງຮອຍຫຼາຍຢ່າງ ກ່ຽວກັບການຈະເລີນຮຸ່ງເຮືອງ ຂອງ ພຸດທະສາສະໜາ ຫວຽດນາມ ທີ່ໄດ້ເຊື່ອມຈອດກັນກຳເນີດຂຶ້ນ ເສັ້ນທາງທ່ອງທ່ຽວແຫ່ງຄວາມເຊື່ອຖືທາງໃຈ ຊຶ່ງດຶງດູດ ນັກທ່ອງທ່ຽວ ຈາກທົ່ວສາລະທິດມາ ເພື່ອ ທ່ຽວຊົມທິວທັດ ທຳມະຊາດ ແລະ ທຳພິທີທາງສາສະໜາ ເປັນຈຳນວນ ຫຼວງຫຼາຍ. 
ມະນັດສະການ ມາຍັງເຂດດິນ ຂອງ ພຸດທະສາສະໜາ

ໃນຕົ້ນລະດູບານໃໝ່, ພວກຂ້າພະເຈົ້າ ມາຍັງດິນແດນ ຂອງ ພຸດທະສາສະໜາ ຢູ່ວັດເຮືອງ ເພື່ອຂໍພອນໃຫ້ ມີສຸຂະພາບ ແຂງແຮງ, ມີໂຊກມີໄຊໃນປີໃໝ່. ຜ່ານຫໍ ຈິ່ງ, ເຮືອ ນຳ ພວກຂ້າພະເຈົ້າໄປຮອດ ທ່າເຮືອ ຈໍ່ ເພື່ອຂຶ້ນທ່ຽວຊົມ ຢູ່ວັດ ທຽນຈູ່. ນີ້ແມ່ນວັດໃຫຍ່ ໃນກຸ່ມປູສະນີຍະສະຖານ ວັດ ເຮືອງ, ປະດິດສະຖານ ເທິງເຂດດິນສັງກັດ ທຸງມາງ, ເລີ່ມກໍ່ສ້າງ ແຕ່ສະໄໝ ເຈົ້າຊີວິດ ເລແທ໋ງຕົງ (1460-1497).

ແຕ່ດົນນານມາແລ້ວ, ວັດ ເຮືອງ ໄດ້ເປັນທີ່ຮູ້ຈັກວ່າ ເປັນບ່ອນ ມີຮ່ອງຮອຍ ຂອງ ພະໂພທິສັດ ຈຳສິນສຳເລັດ ພະອໍລະຫັນ, ເປັນສະຖານທີ່ທ່ອງທ່ຽວ ເຊື່ອຖືທາງຈິດໃຈ ທີ່ມີຊື່ສຽງ ຢູ່ພາກເໜືອ ຫວຽດນາມ ກັບ ວັດວາອາຮາມ, ວິຫານ, ສາລາ ຫຼາຍແຫ່ງທີ່ແຕກຕ່າງກັນ.



ແຕ່ຍາມເຊົ້າຕູ່,  ນັກທ່ອງທ່ຽວ ນັ່ງເຮືອ ລ່ອງໄປຕາມ ກະແສ ຫ້ວຍ ອ໋ຽນ ເພື່ອ ເຂົ້າສະແຫວງບຸນ ຢູ່ ວັດເຮືອງ. ພາບ: ເຕິດເຊີນ


ມູມໜຶ່ງ ຫໍ ຈິ່ງ ຢູ່ວັດ ເຮືອງ. ພາບ: ເຕິດເຊີນ


ລະບົບກະເຊົ້າລອຍຟ້າ ນໍາເຂົ້າໃຊ້ການ, ບໍລິການໃຫ້ນັກ ທ່ອງທ່ຽວ ສາມາດຫຼຸດເວລາ ໃນການສະແຫວງບຸນຈາກວັດ ທຽນຈູ່ ຂຶ້ນເຖິງ ວັດເຮືອງ. ພາບ: ເຕິດເຊີນ

ໃນຕົ້ນລະດູບານໃໝ່, ສາສະນິກະຊົນຈາກທົ່ວທຸກ ສາລະ ທິດ ພັດພາກັນມາສະແຫວງບຸນ ຢູ່ວັດ ເຮືອງ ເພື່ອເປັນ ສິລິມຸງຄຸນ ໃນຊີວິດໃນປີໃໝ່. ພາບ: ເຕິດເຊີນ

ດ້ວຍຄວາມຕັ້ງໃຈ ມາຍັງດິນແດນ ຂອງ ພະພຸດທະເຈົ້າ ດ້ວຍໃຈສັດທາ, ມີສາສະນິກະຊົນຫຼາຍຄົນ ໄດ້ເລືອກ ໃຊ້ ໄມ້ຄ້ອນເທົ້າ ສຸມກຳລັງກາຍ ທັງກຳລັງໃຈ ເພື່ອກ້າວຂຶ້ນ ໄປຍັງ ວັດ ຕາມຂັ້ນໄດຫີນ ແຕ່ຍາມເຊົ້າຕູ່. ນອກນັ້ນ, ນັກທ່ອງທ່ຽວ ກໍສາມາດເລືອກການນັ່ງກະເຊົ້າລອຍຟ້າ ເພື່ອ ຊົມເບິ່ງ ທັດສະນີຍະພາບ ຂອງພູຜາປ່າໄມ້ ເຮືອງເຊີນ ທີ່ ໃຫຍ່ໂຕມະ ໂຫຖານ ແລະ ມີຄວາມສວຍງາມດັ່ງໃນຝັນ.

ຈຸດເນັ້ນຂອງວັດ ເຮືອງ ແມ່ນຖຳ້ ເຮືອງຕິກ ຊຶ່ງໄດ້ຮັບ ຂະໜານນາມວ່າ ເປັນ “ນາມທຽນເດ້ເຍິດດົ້ງ” (ຖຳ້ງາມ ທີສຸດ ຫວຽດນາມ) ດ້ວຍບັນດາ ນົມຫີນ ທີ່ທຳມະຊາດ ໄດ້ສ້າງ ຂຶ້ນມາ ຢ່າງມີຊີວິດຊີວາ ຊຶ່ງແຝງໄວ້ຄວາມ ມຸ່ງຫວັງ ດ້ານ ການ ເຊື່ອຖືທາງຈິດໃຈ ຂອງ ຄົນທັງຫຼາຍ.

ດ້ວຍງານບຸນແກ່ຍາວ ແຕ່ເດືອນ ມັງກອນ ຮອດ ເດືອນ ມີນາ, ວັດເຮືອງ ໄດ້ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາຍັງທີ່ນີ້ ເພື່ອການທ່ຽວຊົມ ແລະ ທຳພິທີບູຊາ ພະພຸດທະເຈົ້າ ເປັນຈຳນວນຫຼວງຫຼາຍ.


ກວກຊື (ທີ່ປຶກສາໃຫ້ເຈົ້າຊີວິດ) ຫງວຽນມິງຄົງ ສະໄໝ ລາຊະວົງ ຫຼີ (1066-1141) ໄດ້ລຽບຕາມສາຍພູ ແຕ່ ນິງບິ່ງ ເຖິງ ໝີດຶກ (ຮ່າໂນ້ຍ) ຊອກຕົ້ນຢາ ເພື່ອການຊ່ວຍເຫຼືອ ປະຊາຊົນ. ເພິ່ນໄປຮອດໃສ ເຫັນຖຳ້ສວຍງາມ ກໍຈະ ສ້າງວັດ ເພື່ອ ທຳພິທີບູຊາພະພຸດທະເຈົ້າ. ປະຈຸບັນ, ສະມາຄົມ ພຸດທະສາສະໜາສຳພັນ ຫວຽດນາມ ພ້ອມກັບ ວິສາຫະກິດ ຊວນເຈື່ອງ ໄດ້ກໍ່ສ້າງສາຍການທ່ອງທ່ຽວ ດ້ານຈິດວິນຍານ ມີຄວາມຍາວ ກວ່າ 100 ກິໂລແມັດ ດ້ວຍ ການເຊື່ອມຕໍ່ 3 ກຸ່ມປູສະນີຍະສະຖານ ແລະ ທັດສະນີຍະພາບ ວັດ ເຮືອງ, ວັດ ຕາມຈຸກ, ວັດ ບ໋າຍດິ໋ງ ຕາມເສັ້ນທາງ ທຳບຸນ ຂອງ ກວກຊື ຫງວຽນມິງຄົງ”.

ພະສັງຄະນາຍົກ ຖິກມິງກວາງ-ຮອງຄະນະ ທັງເປັນ ຫົວ ໜ້າຄະນະຄຸ້ມຄອງບໍລິຫານ ສະມາຄົມ ພຸດທະສາສະ ໜາ ສຳພັນ ຫວຽດນາມ,  ແຂວງ ນິງບິ່ງ, ຮອງເຈົ້າອະທິການ ວັດ ບ໋າຍດິ໋ງ. .

ວັດ ຕາມຈຸກ ສະຖານທີ່ຈັດງານບຸນ ວິສາຂະບຸຊາ ສະຫະ ປະຊາຊາດ Vesak 2019 

ໄດ້ຖືວ່າ ເປັນ “ອ່າວ ຮ່າລອງ ຢູ່ເທິງບົກ”, ເຂດທ່ອງທ່ຽວ ວັດທະນະທຳທາງໃຈ ວັດ ຕາມຈຸກ ມີເນື້ອທີ່ກວ່າ 5000 ເຮັກຕາ ຖືກຮັບຮອງວ່າ ເປັນເຂດທ່ອງທ່ຽວລະດັບຊາດ.

ວັດ ຕາມຈຸກ ມີພາບແກະສະຫຼັກດ້ວຍຫີນ 12.000 ແຜ່ນ ເຊິ່ງພັນລະນາເລື່ອງລາວຕ່າງໆ ກ່ຽວກັບພະພຸດທະເຈົ້າ, ມີ ສວນເສົາຫີນ ທີ່ໃຫຍ່ໂຕ ລວມ 1000 ເສົາ ຊຶ່ງ ເປັນສວນ ເສົາຜູກໃຫຍ່ທີສຸດໃນໂລກ. ຢູ່ເທິງຈອມພູ ເຖິ໋ດຕີງ ມີວັດ ຫງອກງາ ທີີ່ໃຫຍ່ໂຕ ແລະ ສວຍສົດງົດງາມ. ຈາກມູມສູງ ເບິ່ງລົງມາຂ້າງລຸ່ມ ສາມາດມອງເຫັນ ຮູບພາບ ພູຜາ ປ່າ ໄມ້ ແລະ ແມ່ນຳລຳເຊທີ່ ສວຍງາມ ຢ່າງກົມກຽວກັນ ຂອງ ເຂດທ່ອງທ່ຽວ ຕາມຈຸກ. ງານບຸນວິສາຂະບູຊາ ສະຫະປະ ຊາຊາດ Vesak 2019 ຈະໄດ້ຈັດຂຶ້ນ ແຕ່ວັນທີ 12-14 ພຶດສະພາ 2019 ທີ່ວັດ ຕາມຈຸກ ຈະເປັນໂອກາດ ໂຄສະນາ ເຜີຍແຜ່ພາບພົດ ຂອງ ປະເທດຊາດ ແລະ ດຶງດູດ ນັກທ່ອງທ່ຽວ ທີ່ມາຍັງ ຫວຽດນາມ.



ດ້ວຍທັດສະນີຍະພາບທີ່ໃຫຍ່ໂອໂອ້ຖົງ ແລະ ມີພູຜາ, ໜອງນຳ້ ຢູ່ອ້ອມຂ້າງ, ວັດ ຕາມຈຸກ ໄດ້ຮັບຂະໜານນາມວ່າ ເປັນ “ອ່າວຮ່າ ລອງ ຢູ່ເທິງບົກ”. ພາບ: ເຕິດເຊີນ


ດ້ວຍລວງສູງ 39 ແມັດ ແລະ ມີເນື້ອທີ່ 5000 ຕາຕະລາງ ແມັດ, ຫໍວັງ ຕາມເຖ໋ ຂອງ ວັດ ຕາມຈຸກ ສາມາດ ບັນຈຸ ສາສະນິກະຊົນ
ທີ່ມາສະແຫວງບຸນໄດ້ປະມານ 5000 ຄົນ. ພາບ: ແຄ໋ງລອງ



ສາສະນິກະຊົນ ນັບຫຼາຍຮ້ອຍຄົນ ກໍາລັງຂໍພອນ ຈາກ ພະພຸດທະຮູບ ທີ່ເຮັດຈາກແກ້ວມະນີ ອັນລໍ້າຄ່າ ຢູ່ວັດ ຫງອກ (ຕາມຈຸກ). ພາບ: ແຄ໋ງລອງ


ບັນດາພາບແກະສະຫຼັກ ເລື່ອງລາວຕ່າງໆ ກ່ຽວກັບ ພະພຸດທະ ເຈົ້າ ໃນບັນດາຫໍບູຊາ ຢູ່ວັດ ຕາມຈຸກ ຊຶ່ງສ້າງດ້ວຍ ບັນດານັກ ສິລະປິນ ທີ່ຊຳນານງານ
ຈາກ ຫວຽດນາມ, ອິນເດຍ, ອິນໂດເນ ເຊຍ... ພາບ: ແຄ໋ງລອງ

ພາບວັດ ຫງອກ ເບິ່ງແຕ່ມູມສູງ. ພາບ: ເຕິດເຊີນ

ປັດຈຸບັນ, ດ້ວຍການເຊື່ອມຕໍ່ດ້ານການຄົມມະນາຄົມ ລະຫວ່າງ ຮ່າໂນ້ຍ-ຮ່ານາມ-ນິງບິ່ງ ຢ່າງສະດວກສະບາຍ, ວັດ ຕາມຈຸກ ເປັນຈຸດໃຈກາງ ແຫ່ງການເຊື່ອມຕໍ່ ລະຫວ່າງ ວັດ ເຮືອງ ແລະ ວັດ ບ໋າຍດິ໋ງ ຊຶ່ງສ້າງເປັນກຸ່ມ “ຮູບສາມຫຼ່ຽມຄຳ” ກ່ຽວກັບ ການທ່ອງທ່ຽວດ້ານຈິດວິນຍານ ຊຶ່ງ ຕອບສະໜອງ ຄວາມຕ້ອງການ ກ່ຽວກັບ ຄວາມເຫຼື້ອມໃສ ສັດທາ ຕໍ່ພຸດທະສາສະໜາ ກໍຄື ການທ່ອງທ່ຽວ ຂອງ ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ. 

“ສາມຈຸດທີ່ມາ - ໜຶ່ງເສັ້ນທາງ” ເປັນຊື່ສາຍທາງເຊື່ອມຕໍ່ ຈາກ ວັດ ເຮືອງ ເຖິງ ວັດ ຕາມຈຸກ ແລະ ວັດ ບ໋າຍດິ໋ງ ໄດ້ ບັນດາແຂວງ, ນະຄອນ ທີ່ກ່ຽວຂ້ອງ ຂຶ້ນແຜນ ແລະ ກໍ່ສ້າງ. 

ກຸ່ມປູນີຍະສະຖານ ທັດສະນີຍະພາບ ຈ່າງອານ - ບ໋າຍດິ໋ງ 

ກ່ອນໜ້ານີ້ປະມານ 1000 ປີ, ນິງບິ່ງ ໄດ້ຮັບເລືອກໃຫ້ເປັນ ເມືອງຫຼວງ ຂອງ ລາຊະວົງ ສັກດິນາ ສາມສະໄໝເຊັ່ນ: ດິງ, ຕ່ຽນເລ ແລະ ຫຼີ. ປີ 1136, ເມື່ອ ກວກຊື (ທີ່ປຶກສາໃຫ້ ເຈົ້າຊີວິດ) ຫງວຽນມິງຄົງ ໄປຊອກຫາຕົ້ນຢາ ເພື່ອ ປິ່ນປົວ ພະຍາດໃຫ້ແກ່ ອົງກະສັດ ຫຼີເຖີ່ນຕົງ, ເພິ່ນໄດ້ພົບເຫັນ ຖຳ້ ແຫ່ງໜຶ່ງ ຢູ່ເທິງພູ ດິງ ແລະ ເລືອກບ່ອນນີ້ ກໍ່ສ້າງວັດ ເພື່ອ ການຖືສິນກິນເຈ. ປັດຈຸບັນ, ບັນດາຮ່ອງຮອງ ກ່ຽວກັບ ສະໄໝ ພັດທະນາ ຂອງສາສະໜາພຸດ ໃນປາງກ່ອນ ຍັງຄົງ ໄດ້ເກັບຮັກສາໄວ້ ຢູ່ວັດ ບ໋າຍດິ໋ງ ບູຮານທີ່ງຽບຂຶມ. 


ກຸ່ມປູສະນີຍະສະຖານ ທັດສະນີຍະພາບ ຈ່າງອານ ໄດ້ UNESCO ຮັບຮອງວ່າ ເປັນມໍລະດົກ ທຳມະຊາດຂອງໂລກ ດ້ວຍ ທຳມະຊາດ ທີ່ເປັນເອກະລັກ
ພ້ອມກັບ ບັນດາຮ່ອງຮອຍ ປະຫວັດສາດ ທີ່ມີຄວາມໝາຍດ້ານ ເຊື່ອຖືທາງຈິດໃຈ. ພາບ: ເຕິດເຊີນ



ງານບຸນ Vesak ໄດ້ຈັດຂຶ້ນ ຢູ່ ວັດບ໋າຍດິ໋ງ, ແຂວງ ນິງບິ່ງ ເມື່ອປີ 2014. ພາບ: ເລືອງຊວນເລີມ


ນັກທ່ອງທ່ຽວ ສະແຫວງບຸນ ຢູ່ວັດ ບ໋າຍດິ໋ງ. ພາບ: ແຄ໋ງລອງ


ວັດ ບ໋າຍດິ໋ງ ມີ ລະບຽງພະອໍລະຫັນ ຍາວ 1700 ແມັດ, ຕັ້ງຮູບ ປັ້ນພະ ອໍລະຫັນ 500 ອົງ ດ້ວຍຫີນໂງ່ນດຽວ ຊຶ່ງໄດ້ ຮັບຮອງວ່າ ເປັນ ລະບຽງພະອໍລະຫັນ
ຍາວທີສຸດ ໃນທະວີບ ອາຊີ.  ພາບ: ເຕິດເຊີນ



ນັກທ່ອງທ່ຽວຢ້ຽມຊົມມໍລະດົກໂລກ ຈ່າງອານ. ພາບ: ເຕິດເຊີນ

ປີ 2003, ໂດຍອີງໃສ່ພື້ນຖານ ຂອງ ວັດບູຮານ, ວິສາຫະກິດ ຊວນເຈື່ອງ ໄດ້ທຳການປະຕິສັງຂອນ ແລະ ເປີດກວ້າງ ວັດ ດ້ວຍເນື້ອທີ່ ກວ່າ 1000 ເຮັກຕາ. ເຖິງວ່າສະຖາປັດຕະຍະກຳ ຂອງ ວັດໃໝ່ ຢ່າງໃຫຍ່ໂຕໂອ້ຖົງ ແຕ່ ຍັງຮັກສາ ໄວ້ໄດ້ ລັກສະນະມູນເຊື້ອ ຊຶ່ງສອດຄ່ອງກັບ ຄວາມເຊື່ອຖືທາງໃຈ ຂອງຄົນ ຫວຽດ.

ວັດ ບ໋າຍດິ໋ງ ຕັ້ງຢູ່ເທິງເປີ້ນພູ, ຂອບເຂດບໍລິເວນທັງໝົດ ຂອງວັດ ໄດ້ຮັບການອອກແບບ ຢ່າງປະສົມກົມກຽວ ກັບ ຮູບພາບ ຂອງ ຮ່ອມພູຫີນ, ໜອງນຳ້ ແລະ ສວນຕົ້ນໄມ້ ຢູ່ອ້ອມຂ້າງ. ທຸກສິ່ງທຸກຢ່າງ ໄດ້ສ້າງເປັນຍ່ານເວຫາ ທີ່ ສະຫງົບງຽບ ຊຶ່ງສ້າງຄວາມຮູ້ສຶກແສນສະບາຍໃຈ ໃຫ້ແກ່ ນັກນັກທ່ອງທ່ຽວ ເມື່ອມາສະແຫວງບຸນຢູ່ທີ່ນີ້.

ວັດ ບ໋າຍດິງ ນອນຢູ່ໃນກຸ່ມປູສະນີຍະສະຖານ ທັດສະນີ ຍະພາບ ຈ່າງອານ, ເຄີຍເປັນສະຖານທີ່ ຈັດຕັ້ງ ງານບຸນ ວິສາຂະບູຊາ ສະຫະປະຊາຊາດ Vesak 2008 ແລະ 2014 ດ້ວຍການເຂົ້າຮ່ວມ ຂອງ ຜູ້ນຳ ທີ່ຕາງໜ້າ ໃຫ້ແກ່ ບັນດາຄະນະຜູ້ແທນພຸດທະສາສະໜາ ທີ່ມາຈາກ ກວ່າ 100 ປະເທດ ໃນໂລກ.


ວັດ ບ໋າຍດິ໋ງ ເປັນສູນກາງວັດທະນະທຳທາງໃຈ ໃຫຍ່ທີສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ເປັນເຈົ້າຂອງຫຼາຍສະຖິຕິ ເຊັ່ນ: ມີພະພຸດທະຮູບ ຟອກຄຳໃຫຍ່ທີສຸດ ອາຊີຕາເວັນອອກສ່ຽງໃຕ້, ມີລະບຽງ ພະອໍລະຫັນ ຍາວທີສຸດ ທະວີບອາຊີ, ມີເຈດີ ເກັບຮັກສາ ອັດຖິ ຂອງ ພະພຸດທະເຈົ້າ ສູງທີ ສຸດທະວີບອາຊີ ແລະ ພະພຸດທະຮູບ ພະຢູລາຍ ດ້ວຍທອງ ໃຫຍ່ທີສຸດ ອາຊີຕາເວັນອອກສ່ຽງໃຕ້.

ຮວມເຂົ້າກັນ ພັດທະນາສາຍການທ່ອງທ່ຽວ ວັດ ເຮືອງ, ວັດ ຕາມຈຸກ, ວັດ ບ໋າຍດິ໋ງ ໃນ “ເສັ້ນທາງທ່ອງທ່ຽວ ຈິດວິນຍານ” ເປັນແນວຄິດ ໄດ້ກົມໃຫຍ່ທ່ອງທ່ຽວ ແລະ ບັນດາແຂວງ, ນະຄອນ ຮ່າໂນ້ຍ, ຮ່ານາມ, ນິງບິ່ງ ຂຶ້ນແຜນປະຕິບັດ. 
 
ບົດ: ເງິນຮ່າ - ພາບ: ເຕິດເຊີນ, ແຄ໋ງລອງ, ເລືອງຊວນເລີມ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top