• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບ ຜູ້ບັນຊາການກອງທັບອາກາດແຫ່ງລາຊະອານາຈັກໄທ

      ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ  ລະຫວ່າງຫວຽດນາມ - ໄທ ໃນຫຼາຍປີຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ

ທ່ານ ພົນໂທ ຟານວັນຢາງ ຕ້ອນຮັບ ທ່ານ ໄຊຍະພຣຶກ ດີຊະຍາສິນ, ຜູ້ບັນຊາການກອງທັບອາກາດ ໄທ (ພາບ: qdnd.vn)
      ວັນທີ 16 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ກໍາມະການຜູ້ປະຈໍາການຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ໄຊຍະພຣຶກ ດີຊະຍາສິນ, ຜູ້ບັນຊາການກອງທັບອາກາດ ແຫ່ງລາຊະອານາຈັກໄທ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຖືວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ  ລະຫວ່າງຫວຽດນາມ - ໄທ ໃນຫຼາຍປີຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຫວຽດນາມ ແລະ ກອງທັບອາກາດແຫ່ງລາຊະອານາຈັກໄທ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ກໍາລັງກອງທັບອາກາດສອງປະເທດສືບຕໍ່ມານະພະຍາຍາມຊຸກຍູ້ບັນດາເນື້ອໃນຮ່ວມມືໃຫ້ຫຼາຍກວ່າອີກ.
        ສ່ວນທ່ານ ພົນເອກ ໄຊຍະພຣຶກ ດີຊະຍາສິນ ຖືວ່າ ການຮ່ວມມືລະຫວ່າງກອງທັບໄທ ແລະ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການສ້າງປະຊາຄົມການເມືອງ, ຄວາມໝັ້ນຄົງ, ເຊິ່ງເປັນເສົາຄໍ້າສໍາຄັນຂອງປະຊາຄົມອາຊຽນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top