• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດພື້​ນ​ຖານດີ​ຈີ​ຕອນ ເປັນຂໍກຸນແຈຄຳໃຫ້​ແກ່​ການ​ຫັນ​​ວິ​ສາ​ຫ​ະກິດ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ

ເສດຖະກິດພື້ນຖານດີຈີຕອນໄດ້ນຳມາຫຼາຍກາລະໂອກາດປ່ຽນແປງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ຖ້າຫາກວ່າ ວິສາຫະກິດແຕ່ລະແຫ່ງ, ແຕ່ລະຂະແໜງສາມາດເລືອກເອົາບັນດາຮູບແບບເສດຖິດພື້ນຖານດີຈີຕອນ, ນຳໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. 

ພາບປະກອບ 

ທີ່ການໂອ້ລົມສົນທະນາ “ພື້ນຖານເສດຖະກິດໃນຍຸດທະສາດຫັນເປັນດີຈີຕອນຂອງຫວຽດນາມ ” ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (ມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 20 ພຶດສະພາ, ທ່ານຫງວຽນອ໊າຍວຽດ, ອະດີດຫົວໜ້າສາຖາບັນເຕັກໂນໂລຢີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ຖືວ່າ: ເສດຖະກິດພື້ນຖານດີຈີຕອນໄດ້ນຳມາຫຼາຍກາລະໂອກາດປ່ຽນແປງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ຖ້າຫາກວ່າ ວິສາຫະກິດແຕ່ລະແຫ່ງ, ແຕ່ລະຂະແໜງສາມາດເລືອກເອົາບັນດາຮູບແບບເສດຖິດພື້ນຖານດີຈີຕອນ, ນຳໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ທ່ານກ່າວວ່າ:

ການຫັນເປັນດີຈີຕອນຈະນຳເອົາກາລະໂອກາດມາໃຫ້ຫວຽດນາມ. ບັນຫາຂອງພວກເຮົາແມ່ນກຳໄດ້ກາລະໂອກາດນັ້ນຫຼືບໍ່? ຂ້າພະເຈົ້າກໍ່ເຫັນວ່າ ໃນການຫັນເປັນດີຈີຕອນກ່ອນອື່ນໝົດແມ່ນຕ້ອງສ້າງມະນຸດໃນສັງຄົມດີຈີຕອນ, ທີສອງແມ່ນສ້າງສັງຄົມຊຶ່ງວິທີການເຄື່ອນໄຫວຂອງມັນແມ່ນຢູ່ໃນສະພາບແວດລ້ອມແຫ່ງດີຈີຕອນ. ທີ 3 ແມ່ນພື້ນຖານໂຄງລ່າງດີຈີຕອນ ແລະ ສຸດທ້າຍແມ່ນເສດຖະກິດດີຈີຕອນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top