• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ດີຈີຕອນ ຫວຽດນາມ ມີລະດັບການເຕີບໂຕສູງກ່ວາໝູ່ໃນພາກພື້ນ ອາຊຽນ

      ວັນອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງຂຶ້ນເພື່ອແນໃສ່ສະເຫຼີມສະຫຼອງ ວັນ ຫວຽດນາມ ເຊື່ອມຕໍ່ກັບ ອິນເຕີແນັດທົ່ວໂລກ, ໃນວັນທີ 19 ພະຈິກ 1997

ທ່ານ ຟ້າມຮົ່ງຫ໋າຍ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານກ່າວຄຳເຫັນທີ່ ກອງປະຊຸມສຳມະນາ (ພາບ: TTXVN)
      ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມສຳມະນາ ແລະ ງານສະແດງ ສະເຫຼີມສະຫຼອງ ວັນອິນເຕີແນັດ ຫວຽດນາມ ປີ 2019 ຂຶ້ນດ້ວຍຫົວຂໍ້ “ອິນເຕີແນັດ ຫວຽດນາມ - ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຫັນເປັນດີຈີຕອນ”.  
            ຕາມບົດລາຍງານຂອງພື້ນຖານເສດຖະກິດ ດີຈີຕອນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 ໃຫ້ເຫັນວ່າ, ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມມີການເຕີບໂຕຢູ່ລະດັບກ່ວາ 40%/ປີ, ສູງທີ່ສຸດໃນພາກພື້ນ ອາຊຽນ. ມີຫຼາຍຮູບແບບເສດຖະກິດໃໝ່ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານອີນເຕີແນັດ, ນຳມາເຊິ່ງຄວາມສະດວກໃຫ້ແກ່ທຸກຄົນ. ທ່ານ ຟ້າມຮົ່ງຫ໋າຍ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານເນັ້ນໜັກວ່າ:
        ປີ 2019, ຫວຽດນາມ ໄດ້ ແລະ ພວມເຫັນປະຈັກຕາການສ້າງຕັ້ງຂອງ ວິສາຫະກິດເຕັກໂນໂລຢີຫຼາຍແຫ່ງ, ຢັ້ງຢືນຢ່າງຈະແຈ້ງ ຄວາມຕັດສິນໃຈຈະຫັນປ່ຽນ ເພື່ອກາຍເປັນບັນດານັກສະໜອງການບໍລິການດີຈີຕອນ ແລະ ນຳໜ້າໃນການສ້າງ ສັງຄົມດີຈີຕອນ. ປີ 2019 ກໍ່ແມ່ນປີທີ່ສ້າງຂີດໝາຍສຳຄັນໃນການຄົ້ນຄ້ວາ, ນຳໃຊ້ ແລະ ພັດທະນາເຕັກໂນໂລຢີ 5G ຢູ່ ຫວຽດນາມ, ດ້ວຍເລື່ອງກະຊວງຖະແຫຼງຂ່າວ ແລະ ການສື່ສານອອກໃບອະນຸຍາດໃຫ້ທົດລອງນຳໃຊ້ເຕັກໂນໂລຢີ 5G ໃນໄລຍະຈະມາເຖິງ. ສິ່ງນີ້ຈະສ້າງພື້ນຖານໂຄງລ່າງທີ່ມີຄວາມສຳຄັນພິເສດໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບຄວາມໄວ ແລະ ຂອບຂະໜາດການເຊື່ອມຕໍ່ໃຫ້ດີກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top