• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ 6 ​ເດືອນ​ຕົ້ນ​ປີ 2020 ຂອງຫວຽດນາມ ມີທ່າ​ດີ​ກວ່າ​ເມື່ອ​ທຽບ​ໃສ່່​ສະພາບ​ການ​ລວມຂອງ​ໂລກ

ຕອນເຊົ້າວັນທີ 29 ມິຖຸນາ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະກັບສື່ມວນຊົນ ເພື່ອປະກາດສະພາບການເສດຖະກິດ - ສັງຄົມ ໃນໄຕມາດທີ 2 ແລະ 6 ເດືອນຕົ້ນປີ 2020.

ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019
 (ພາບ: vtv.vn)

  ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີຖືກດໍາເນີນໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງຮ້າຍແຮງ, ບັນດາພື້ນຖານເສດຖະກິດໃຫຍ່ ລ້ວນແຕ່ຕ້ອງປະເຊີນໜ້າກັບສະພາບການເສດຖະກິດຊຸດໂຊມຢ່າງຮ້າຍແຮງ. ເຖິງຢ່າງໃດກໍຕາມ, ເສດຖະກິດຫວຽດນາມ ຍັງສາມາດຮັກສາໄດ້ທ່າເຕີບໂຕ. ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ. ທ່ານ ເຢືອງແມ້ງຮຸ່ງ, ຫົວໜ້າກົມລະບົບບັນຊີເງິນຝາກແຫ່ງຊາດ, ກົມໃຫຍ່ສະຖິຕິ, ໃຫ້ຮູ້ວ່າ:

        “ບັນດາອົງການຈັດຕັ້ງສາກົນໃນໂລກໄດ້ຕີລາຄາວ່າ ວິກິດການເສດຖະກິດຄັ້ງນີ້ ຖືກດໍາເນີນເປັນວົງກວ້າງ, ແມ່ນວິກິດການຄັ້ງໃຫຍ່ສຸດໃນຮອບເວລາ 80 ປີ ຜ່ານມາ. ດັ່ງນັ້ນ, ລະດັບການເຕີບໂຕຂອງຫວຽດນາມ ເຖິງວ່າຕໍ່າທີ່ສຸດເມື່ອທຽບໃສ່ຮອບເວລາ 30 ປີຜ່ານມາກໍຕາມ ແຕ່ຍັງຄົງເຕີບໂຕບວກ, ແມ່ນແບບຢ່າງດີເດັ່ນເມື່ອທຽບໃສ່ລະດັບທົ່ວໂລກຄື ລົບ 4,9 %, ລົບ 6%, ລົບ 7%.”

 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top