• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ປີ 2018

      ໃນຂອບເຂດສັບປະດາເຄື່ອງໝາຍການຄ້າແຫ່ງຊາດປີ 2018, ຕອນເຊົ້າວັນທີ 20 ເມສາ, ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ດ້ວຍຫົວຂໍ້ວ່າ “ເຄື່ອງໝາຍການຄ້າກັບການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ” ໄດ້ດຳເນີນຢູ່ຮ່າໂນ້ຍ.

ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ດ້ວຍຫົວຂໍ້ວ່າ
ເຄື່ອງໝາຍການຄ້າກັບການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ
(ພາບ: TTXVN)
      ເວທີປາໄສໄດ້ດຶງດູດວິສາຫະກິດ, ຜູ້ຕາງໜ້າບັນດາເຄື່ອງໝາຍການຄ້າຢູ່ພາຍໃນ ແລະ ຕ່າງປະເທດ, ບັນດານັກຊ່ຽວຊານດ້ານເຄື່ອງໝາຍການຄ້າເຂົ້າຮ່ວມເປັນຈຳນວນຫຼາຍ. ເຂົ້າຮ່ວມລາຍການ, ທ່ານ ຫວູບ໋າຟຸ໋, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ.
      “ເວທີປາໄສເຄື່ອງໝາຍການຄ້າຫວຽດນາມ ໄດ້ເຕົ້າໂຮມບັນດານັກປາຖະກະຖາຢູ່ພາຍໃນ ແລະ ຕ່າງປະເທດ ຊ່ວຍບັນດາວິສາຫະກິດຫວຽດນາມ ມີຄວາມຮູ້ ແລະ ບົດຮຽນຕົວຈິງກ່ຽວກັບການສ້າງເຄື່ອງໝາຍການຄ້າໃນໄລຍະເຊື່ອມໂຍງ ແລະ ພັດທະນາການສົ່ງອອກຕື່ມອີກ, ປະກອບສ່ວນເພີ່ມມູນຄ່າເພີ່ມໃຫ້ຜະລິດຕະພັນຂອງວິສາຫະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄສແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດ, ນັກຄຸ້ມຄອງຕັ້ງໜ້າແລກປ່ຽນ, ເຮັດແຈ້ງຄວາມສຳຄັນຂອງເຄື່ອງໝາຍການຄ້າໃນວິວັດການເຊື່ອມໂຍງ ແລະ ພັດທະນາການສົ່ງອອກແບບຍືນຍົງ, ຜ່ານນັ້ນ ປະກອບສ່ວນສ້າງລາຍການເຄື່ອງໝາຍການຄ້າແຫ່ງຊາດໃນໄລຍະຈະມາເຖິງແບບຍືນຍົງ”.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top