• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສການປະຕິຮູບ ແລະ ພັດທະນາ ຫວຽດນາມ 2019

      ໄປຄຽງຄູ່ກັບທ່າອ່ຽງພັດທະນາຂອງເສດຖະກິດໂລກ, ຫວຽດນາມໄດ້ຊຸກຍູ້ການພັດທະນາເສດຖະກິດຕາມທິດປ່ຽນແປງໃໝ່ປະດິດຄິດສ້າງຢ່າງວ່ອງໄວ; ຮັບເອົາ ແລະ ນຳໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃນບັນດາຂະແໜງ, ຂົງເຂດເສດຖະກິດ - ສັງຄົມ ແລະ ການຄຸ້ມຄອງແຫ່ງລັດ. 

ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: tuoitre.vn)
      ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມານະພະຍາຍາມໃຫ້ຫຼາຍກ່ວາ, ຕັດສິນໃຈປ່ຽນແປງໃໝ່… ແລະບັນລຸໄດ້ບາງໝາກຜົນທີ່ເປັນໜ້າຊື່ນຊົມ. ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ທີ່ເວທີປາໄສການປະຕິຮູບ ແລະ ພັດທະນາ ຫວຽດນາມ 2019, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເນັ້ນໜັກວ່າ:
        ໂລກທີ່ພວກເຮົາພວມດຳລົງຊີວິດພວມມີການປ່ຽນແປງຢ່າງວ່ອງໄວດ້ວຍການຜັນແປຢ່າງສັບສົນຫຼາຍຢ່າງ, ລະດັບການແກ່ງແຍ້ງດ້ານເສດຖະກິດ, ການຄ້າໃນທົ່ວໂລກນັບມື້ນັບສູງຂຶ້ນ. ການປະຕິວັດອຸດສາຫະກຳ 4.0 ດ້ວຍການປະກົດຕົວຂອງອຸດສາຫະກຳຫຼາຍຢ່າງທີ່ຍັງບໍ່ເຄີຍມີມາກ່ອນນັ້ນພວມເຮັດໃຫ້ວິທີການດຳເນີນທຸລະກິດ, ການເຄື່ອນໄຫວຂອງພື້ນຖານເສດຖະກິດ ແລະ ວິສາຫະກິດມີການປ່ຽນແປງຢ່າງແຮງ. ສະພາບການນີ້ຈະນຳມາເຊິ່ງ ກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ບັນດາປະເທດພວມພັດທະນາຄື ຫວຽດນາມ, ຮຽກຮ້ອງໃຫ້ບັນດາປະເທດຕ້ອງມີໄຫວພິບໃນການກຳແໜ້ນກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍ, ຖ້າບໍ່ດັ່ງນັ້ນຈະບໍ່ສາມາດທັນທຽບກັບທ່າອ່ຽງພັດທະນາໃນຍຸກປັດຈຸບັນ ແລະ ຈະບໍ່ສຳເລັດຖ້າຫາກບໍ່ມີການຊອກຄົ້ນ, ປະດິດສ້າງ, ປ່ຽນແປງໃໝ່ຈິນຕະນາການ, ເປັນເຈົ້າການໃນການກໍ່ສ້າງວິທີການພັດທະນາພື້ນຖານເສດຖະກິດ, ປ່ຽນແປງໃໝ່ລະບອບລະບຽບການ, ກົນໄກ, ນະໂນບາຍ.
        ທີ່ເວທີປາໄສ, ທ່ານນາງ ສາດສະດາຈານ Pinelopi Koujianou Goldberg ນັກຊ່ຽວຊານດ້ານການເຕີບໂຕເສດຖະກິດທະນາຄານໂລກເນັ້ນໜັກວ່າ ຫວຽດນາມ ຄວນຍູ້ແຮງການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ໃນນັ້ນ, ຄວນຍົກສູງຄຸນຄ່າຂອງມະນຸດ, ກຳລັງແຮງງານທີ່ມີທັກສະ, ປ່ຽນແປງໃໝ່, ປະດິດສ້າງ, ພ້ອມທັງ, ພື້ນຖານເສດຖະກິດກໍ່ຕ້ອງສືບຕໍ່ເປີດກ້ວາງ, ເຊື່ອມໂຍງ ແລະ ຮ່ວມມືກັບສາກົນ.
        ໂດຍເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ຄຳສະເໜີແນະຂອງທ່ານນາງ Pinelopi Koujianou Goldberg, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ຊີ້ແຈ້ງວ່າ ຫວຽດນາມ ຕ້ອງມີການກະທຳບືນຕົວຂຶ້ນ, ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຂະຫຍັນຂັນແຂງ, ມີການປະດິດຄິດສ້າງ, ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຢີໃໝ່ແນໃສ່ຍົກລະດັບຄວາມຮູ້ເພື່ອນັບມື້ນັບມີວິສາຫະກິດ ຫວຽດນາມ ທີ່ມີກຳລັງຄວາມສາມາດຢ່າງພຽງພໍເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top