• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເລື່ອງລາວດ້ວຍດົນຕີຢູ່ຄຸ້ມຖະໜົນເກົ່າ

ລາຍການ “ເລື່ອງລາວສຽງດົນຕີຢູ່ຄຸ້ມຖະໜົນເກ່ົາ” ໄດ້ຮັບການຈັດຂຶ້ນທີ່ສູນກາງແລກປ່ຽນວັດທະນະທຳຖະໜົນເກົ່າ, ເຮືອນເລກ ທີ 50 ຖະໜົນ ດ່າວຢຸຍຕື່ ໃນຕອນຄຳ່ວັນສຸກ, ອາທິດທີສອງ ຂອງທຸກໆເດືອນ. ລາຍການສະແດງດົນຕີດັ່ງກ່າວ ໄດ້ຈັດຂຶ້ນໂດຍຈຸດປະສົງເພື່ອແນະນຳໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຮູ້ໄດ້ພື້ນຖານສຽງດົນຕີສະໄໝເກົ່າ ແລະ ປັດຈຸບັນຂອງ ນະຄອນຫຼວງ ທັງລອງ-ຮ່າໂນ້ຍ.
ເລີ່​ມຈາກຄວາມນຶກຄິດຢາກອະນຸລັກຮັກສາບັນດາຄຸນຄ່າສິລະປະ-ວັດທະນະທຳ, ນັກສິລະປິນ ຫວູເຍີດເຕິນ ແລະ ບັນດານັກສິລະປິນໃນວົງສິລະປະກຳ ດົງກິງໂກຍາກ ສົມທົບກັບສູນແລກປ່ຽນວັດທະນະທຳຖະໜົນເກົ່າ ​ໄດ້​ຮ່ວມ​ກັນຈັດລາຍການດັ່ງກ່າວນີ້​ຂຶ້ນ. ບັນດາປະເພດສິລະປະກຳ​ເຊັ່ນ:ຂັບແຈ່ວ, ຂັບເສີມ, ຂັບກາຈູ່ ​ແລະ​ອື່ນໆໄດ້ຖືກ​ຈັດ​ການສະແດງຢ່າງລຽບງ່າຍດັ່ງ​ມູນ​ເຊື້ອ​ໃນ​ລາຍການ. ບັນດານັກສິລະປິນ, ນັກດົນຕີນັ່ງຢູ່ເທິງສາດ, ຫຼິ້ນດົນຕີ ແລະ ຮ້ອງເພງໂດຍບໍ່ນຳໃຊ້ເຄື່ອງປະກອບສຽງ​ເຊັ່ນລຳໂພງ, ເຄື່ອງຂະຫຍາຍສຽງ. ສິ່ງດັ່ງກ່າວໄດ້ເຮັດໃຫ້ດົນຕີພື້ນເມືອງຫຍັບ​ເຂົ້າໃກ້ຫາ​ແຂກຜູ້ຊົມ. 

ລາຍການ “ເລື່ອງລາວສຽງດົນຕີຢູ່ຄຸ້ມຖະໜົນເກ່ົາ” ໄດ້ຮັບການ
ຈັດຂຶ້ນທີ່ສູນແລກປ່ຽນວັດທະນະທຳຖະໜົນເກົ່າ, ເຮືອນເລກ ທີ 50 ຖະໜົນ ດ່າວຢຸຍຕື່. 



ບັນດານັກສິລະປິນໃນວົງສິລະປະກຳ ດົງກິງ ໂກຍາກ
ໄດ້ສະແດງບັນດາລາຍການຄື: ຂັບກາຈູ່, ຂັບຕ່ວງ, ຂັບແຈ່ວ, ຂັບເຈົ່າວັນ … 



ນັກສິລະປິນດີເດັ່ນ ແມ້ງຟອງ ໄດ້ກາຍຕົວເປັນຕົວລະຄອນ ນັກຕະຫຼົກ ໃນລາຍການ


ນັກສິລະປິນດີເດັ່ນ ຖຸຍເງີ່ນ ໄດ້ກາຍຕົວເປັນຕົວລະຄອນ ຊຸຍເວີນ
ໃນເລື່ອງເກົ່າຂອງ ກິມຍາມ 
“ຊຸຍເວີນ ປອມຕົວເປັນຄົນຈ້າ”.



ບັນດານັກສິລະປິນໃນວົງສິລະປະກຳ ດົງກິງ ໂກຍາກ ເຮັດໃຫ້ບັນດາທ່ານຜູ້ຊົມຮູ້ສຶກສະເທືອນໃຈເມື່ອຮັບຟັງ
ດົນຕີພື້ນເມືອງ



ຂັບ ກາຈູ່ ມີຕົ້ນກຳເນີດຈາກດົນຕີທີ່ໃຊ້ສະແດງຢູ່ໃນພະລາຊະວັງ ສະໄໝເຈົ້າກະສັດ ຫຼີ (ສະຕະວັດທີ XI-XIII).
ແຕ່ບົດເພງເກົ່າ
ທີ່ສຸດຍັງຮັກສາໄວ້ຈົນເຖິງປະຈຸບັນ ແມ່ນ​ໃນສະຕະວັດທີ XVIII. 



ບັນດານັກຮ້ອງຍິງກຳລັງຂັບ ແຈ່ວ.


ນັກສິລະປິນປະຊາຊົນ ມິງກ້າຍ ສະແດງໃນບົດລິເກ “ນາງ ຫງວຽດກາຍຕົວເປັນໂຕເຫງັນ”.


ຈັງຫວະຟ້ອນວີ ຕາມສຽງດົນຕີຂັບ ເຈົ່າວັນ


ນັກສິລະປິນດີເດັ່ນ ຫວູງອກ ສະແດງລາຍການຂັບ ແຈ່ວ.


ເວທີສະແດງ ແລະ ຫ້ອງນັ່ງເບິ່ງໄດ້ຮັບການຈັດ​ວາງແບບ
ລຽບງ່າຍ ດ້ວຍສາດ, ສ້າງບັນຍາກາດໃກ້ຊິດຊະນິດ​ສະໜົມ ແລະ ອົບອຸ່ນດີລະຫວ່າງຜູ້ຊົມ ແລະ ນັກສິລະປິນ



ຜູ້ຊົມຕົບມືຢ່າງ​ບໍ່​ຂາດ​ສາຍຊົມ​ເຊີຍການສະແດງຂອງບັນດານັກສິລະປິນ.


ນັກທ່ອງທ່ຽວ ຊອກຮູ້ກ່ຽວກັບເຄື່ອງເສບດົນຕີ ໃນສິລະປະຂັບ ແຈ່ວ.
ລາຍການສະ​ແດງດໍາ​ເນີນ​ການໂດຍບັນດານັກສິລະປິນໃນວົງສິລະປະກຳ ດົງກິງ ໂກຍາກ ຄື: ນັກສິລະປິນປະຊາຊົນ ຊວນແຮກ (ສະແດງເຄື່ອງດົນຕີ ໄດ໋, ຫງວຽດ, ໂຮ່), ນັກສິລະປິນປະຊາຊົນ ແທງຮວ່າຍ (ຂັບແຈ່ວ), ນັກສິລະປິນດີເດັ່ນ ແທງບິ່ງ (ຂັບແຈ່ວ, ກາຈູ່) ແລະ ອື່ນໆ.
 
ໃນບັນດາລາຍການ “ເລື່ອງລາວສຽງດົນຕີຢູ່ຄຸ້ມຖະໜົນເກ່ົາ”, ທ່ານຜູ້ຊົມຈະໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດ ແລະການພັດທະນາຂອງ​ເຄື່ອງດົນຕີພື້ນເມືອງ ກ່ອນ​ແລ້ວ​ຈຶ່ງ​ຮັບ​ຊົມ​ການສະແດງທີ​ຫລັງ. ນັກສິລະປິນ ຫວູເຍີດເຕິນ ໃຫ້ຮູ້ວ່າ: “ຜ່ານລາຍການ ດັ່ງກ່າວ, ພວກຂ້າພະເຈົ້າຢາກຮັກສາ ແລະ ເສີມຂະຫຍາຍ ປະເພດົນຕີພື້ນເມືອງ, ນັ້ນແມ່ນຈຸດປະສົງໃຫຍ່ທີສຸດເພື່ອສ້າງລາຍການ “ເລື່ອງລາວສຽງດົນຕີຢູ່ຄຸ້ມຖະໜົນເກ່ົາ”.
ປະຕິບັດໂດຍ: ເຈີ່ນແທງຢາງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top