• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເລື່ອງລາວກ່ຽວກັບ 30 ປີແຫ່ງການປ່ຽນແປງໃໝ່

ສາມເລ່ືອງລາວໃນຈຳນວນຫຼາຍລ້ານເລື່ອງ ກ່ຽວກັບຄວາມ ມຸ່ງ ຫວັງອັນແຮງກ້າກ່ຽວກັບການປ່ຽນແປງໃໝ່ ຂອງ ຊາວ ຫວຽດ ນາມ ຕະຫລອດໄລຍະເວລາ 30 ປີ ແຫ່ງການພັດທະນາ ປະ ເທດຊາດ.
ພວກຂ້າພະເຈົ້າໄດ້ພົບກັບປ້າ ເຈິ່ນທິຫາຍຍີ, ອະດີດພະນັກ ງານບຳນານ ເນື່ອງໃນໂອກາດມາມອບກະຕິກນ້ຳກ້ອນ ຂອງ ຄອບຄົວໃຫ້ ຫໍພິພິທະພັນ ປະຫວັດສາດແຫ່ງຊາດ ເພື່ອເອົາໄປ ວາງສະແດງ ໃນຫໍພິພິທະພັນ ໃນຫົວຂໍ້ “ປ່ຽນແປງໃໝ່-ບົນເສັ້ນ ທາງແຫ່ງຄວາມມຸ່ງຫວັງ”. ເພິ່ນເລົ່າສູ່ຟັງໃນສະໄໝປະ ເທດ ຊາດ ຍັງ ໃຊ້ນະໂຍບາຍອຸດໜູນເກື້ອກຸນວ່າ: “ປີ 1984, ສາມີ ຂອງ ຂ້າ ພະເຈົ້າໄປເຮັດວຽກຢູ່ສະຫະພາບໂຊວຽດ ແລ້ວສົ່ງ ກະຕິກນ້ຳ ກ້ອນມາໃຫ້ໜ່ວຍໜຶ່ງ ເພື່ອຂາຍເອົາເງິນ ໃຊ້ໃນຊີ ວິດປະຈຳວັນ. ສະໄໝນັ້ນ ກະຕິກນ້ຳກ້ອນ ແມ່ນຊັບສົມບັດທີ່ ມີຄຸນຄ່າ, ບໍ່ແມ່ນ ຄອບຄົວໃດຕ້ອງການແມ່ນຊື້ໄດ້ໂລດ. ຂ້າພະ ເຈົ້າມັກໃຊ້ຕິກນ້ຳ ກ້ອນ ເພື່ອໃສ່ ຂອງ ກິນ ເວລາໄປເຮັດວຽກ ຕອນເຊົ້າ, ຕອນ ແລງ ກໍ່ມັກຊື້ກະແລັມ ຈ່າງຕ່ຽນເມືອຕ້ອນລູກ”.

ປ້າ ຍີ ຍັງໃຫ້ຮູ້ຕື່ມອີກວ່າ ຫຼັງຈາກປະເທດຊາດ ເລີ່ມກ້າວເຂົ້າ ການປ່ຽນແປງໃໝ່, ການສົ່ງເຄື່ອງໃຊ້ສອຍຈາກຕ່າງປະເທດ ກັບ ມາ ຫວຽດນາມ ແມ່ນສະດວກກວ່າເກົ່າຫລາຍ. ສະນັ້ນຄອບ ຄົວປ້າ ບໍ່ໃຊ້ຕິກນ້ຳກ້ອນນີ້ອີກ, ໂດຍໃຊ້ຕູ້ເຢັນ ແລະ ໝໍ້ຫຸງເຂົ້າ ແທນ. ແຕ່ສຳລັບປ້າ ແລະ ລູກໆ ການໃຊ້ຕິກນ້ຳກ້ອນ ຮັບໃຊ້ຊີ ວິດປະຈຳວັນ ຍັງຢູ່ໃນຄວາມ ຊົງຈຳ ຈົນເຖິງປະຈຸບັນ. 


“ປ່ຽນແປງໃໝ່-ບົນເສັ້ນທາງ ແຫ່ງຄວາມມຸ່ງຫວັງເປັນ ຫົວຂໍ້ ຂອງ ງານວາງສະແດງພິເສດ ຊຶ່ງຈັດໂດຍ ຫໍພິພິທະພັນ
ປະຫວັດສາດແຫ່ງຊາດ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 30 ປີ ປະເທດຊາດ ໄດ້ຮັບການປ່ຽນແປງໃໝ່ (1986-2016).



ໃນງານວາງສະແດງ, ຜູ້ຊົມຈະໄດ້ຊອກຮູ້ກ່ຽວກັບບັນດາ ທ່ານ ຜູ້ນຳ ທີ່ລິເລີ່ມຂະບວນການປ່ຽນແປງໃໝ່.
ເຂົາເຈົ້າເປັນຜູ້ທີ່ມີ ວິໄສທັດ, ກ້າຄິດກ້າທຳ, ຊ່ວຍຫຼຸດພົ້ນອອກຈາກແນວຄິດແບບ ອາຍາສິດ,
ເຫັນແກ່ຕົວ ເຮັດໃຫ້ປະເທດຊາດພັດທະນາ.



ທ່ານ ຫວໍວັນກຽດ ນາຍົກລັດຖະມົນຕີ ຜູ້ທຳອິດ ພ້ອມກັບບັນດາ ການນຳຕ່າງໆ ຂອງ ພັກ ແລະ ລັດ
ໄດ້ປະຕິບັດ ຂະບວນການ ປ່ຽນແປງໃໝ່ ຈົນໄດ້ຮັບຜົນສຳເລັດອັນຈົບງາມ. 



ຫ້ອງວາງສະແດງໄດ້ຮັບການປະດັບປະດາຢ່າງທັນສະໄໝ ພ້ອມກັບຫຼາຍຫົວຂໍ້, ຊ່ວຍເຮັດໃຫ້ຜູ້ຊົມສາມາດຊອກຮູ້ກ່ຽວກັບ
ຂະບວນການປ່ຽນແປງໃໝ່ຂອງ ຫວຽດນາມ ພາຍຫຼັງ 30 ປີ ໄດ້ຢ່າງລະອຽດ.



ນັກທ່ອງທ່ຽວຕ່າງປະເທດມາເຂົ້າຮ່ວມງານວາງສະແດງກ່ຽວ ກັບໄລຍະປ່ຽນແປງໃໝ່ຢູ່ ຫວຽດນາມ.

ແນວທາງປ່ຽນແປງໃໝ່ໄດ້ສະເໝີອອກທີ່ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ VI ພັກກອມມູນິດ ຫວຽດນາມ ເມື່ອເດືອນທັນວາ 1986. 30 ປີຜ່ານມາ, ໂສມໜ້າຂອງປະເທດຊາດ ໄດ້ມີການປ່ຽນແປງໃນທຸກດ້ານ. ສຳລັບຊາວ ຫວຽດນາມ ແຕ່ ລະຄົນທີ່ເຄີຍດຳລົງຊີວິດໃນໄລຍະກ່ອນ ແລະ ຫຼັງຂອງການ ປ່ຽນແປງໃໝ່, ຈະຍັງຄົງຮັກສາໄວ້ໄດ້ວັດຖຸສິ່ງຂອງໃດໜຶ່ງ ທີ່ຕິດ ພັນກັບ ໄລຍະນັ້ນ ຢ່າງແນ່ນອນ. 
ກ່ອນການປ່ຽນແປງໃໝ່, ພາຫະນະຮັບໃຊ້ການໄປມາ ຂອງປະຊາຊົນ ສ່ວນຫຼາຍແມ່ນລົດຖີບ. ນີ້ແມ່ນຄວາມຊົງຈຳ ຂອງ ເອື້ອຍ ຫງວຽນທິເວິນ ຕໍ່ລົດຈັກຄັນໜຶ່ງຍີ່ຫໍ້ DD ທີ່ຜົວ ຂອງເພິ່ນ ຝາກມາແຕ່ ໂຊວຽດ ເມື່ອປີ 1989, ຄອບຄົວ ເວິນ ໄດ້ນຳໄປ ມອບ ໃຫ້ຫໍພິພິທະພັນແຫ່ງຊາດ. ເອື້ອຍ ເວິນ ໄດ້ຫວນ ເມື່ອປີ 1989 ຕອນຜົວຂອງ ເພິ່ນໄປຮຽນຢູ່ ໂຊວຽດ ແລະ ໄດ້ເກັບສະ ສົມເງິນ ເພື່ອຊື້ ລົດຈັກ ຍີ່ຫໍ້ DD ຄັນໜຶ່ງຝາກມາໃຫ້ຄອບຄົວ. ມີເພື່ອນຄົນໜຶ່ງເຮືອນຢູ່ໃກ້ກັນ ມາຂໍເອົາດິນຕອນໜຶ່ງ ມີເນື້ອທີ່ 60 ຕາລາງແມັດຢູ່ຖະໜົນ ດ່າວເຕິນ ເພື່ອແລກກັບ ລົດຈັກ ຄັນ ນີ້, ແຕ່ ເອື້ອຍ ເວິນ ບໍ່ຍອມປ່ຽນ ເພື່ອໃຫ້ພໍ່ ໃຊ້ໄປ ເຮັດວຽກຢູ່ ສະຖາບັນ ທໍລະນີສາດ. ປະຈຸບັນ, ລົດຈັກຄັນນີ້ ຍັງ ໃຊ້ໄດ້ດີ.
  
ແນມເບິ່ງລົດຈັກ ຊຶ່ງຄັ້ງໜຶ່ງເຄີຍເປັນຊັບສົມບັດອັນລ້ຳຄ່າ ຂອງ ຄອບຄົວ ອື້ອຍ ເວິນ ໃຫ້ຮູ້ວ່າ: “ປະຈຸບັນ ຊີວິດການເປັນຢູ່ ມີ ການປ່ຽນແປງ ຕ່າງຈາກສະໄໝກ່ອນຫຼາຍຫຼາຍແລ້ວ, ຄອບຄົວ ຂ້າພະເຈົ້າ ໄປທ່ຽວ ດ້ວຍພາຫະນຳ ທີ່ທັນສະໄໝ ເຊັ່ນ: ຂີ່ຍົນ, ລົດໄຟດ່ວນ, ກຳປັ່ນນຳທ່ຽວ ໄປຍັງພະລາຊະວັງຕ່າງໆ, ລົດໄຟ ຟ້າ ໃຕ້ດິນ ທີ່ສວຍງາມ ແລະ ທັນສະໄໝ, ຊຶ່ງກ່ອນໜ້ານີ້ ໄດ້ ພຽງ ແຕ່ຝັນ”.
 
ບາງທີ ຄວາມຊົງຈຳທີ່ອາດບໍ່ລຶມສຳລັບຊາວຫວຽດນາມ ແຕ່ລະ ຄົນ ທີ່ດຳລົງຊີວິດໃນຊຸມປີ 1980, ຊຶ່ງການຄ້າຂາຍໃນເວລານັ້ນ ແມ່ນໃຊ້ລະບອບ ສະແຕມ. ການເຂົ້າແຖວລໍຖ້າ ເພື່ອຊື້ ເຄື່ອງ ກິນ, ເຄື່ອງໃຊ້ຕ່າງໆ​ ເຊັ່ນ: ຊີ້ນ, ໄຂ່ໄກ່, ນ້ຳມັນກາດ… ເບິ່ງຄື ວ່າ ຍັງຝັງເລິກໃນຄວາມຊົງຈຳ ຂອງ ລຸງ ດ່າວຊວນງື້, ພະນັກ ງານບຳນານ ຂອງ ກະຊວງສຶກສາ ແລະ ກໍ່ສ້າງ. ເມື່ອຫວນຄືນ ອະດີດ ລຸງ ງື້ ເລົ່າສູ່ຟັງວ່າ:  “ສະໄໝນັ້ນ, ຄອບຄົວເພິ່ນ ຕ້ອງ ຕື່ນ ແຕ່ 4 ໂມງເຊົ້າ ເພື່ອມາຢືນລຽນແຖວ ຢູ່ເຂດເຮືອນພັກ ລວມ ກີມລຽນ ເພື່ອຊື້ເຄື່ອງໃຊ້ສອຍ ສຳລັບຄອບຄົວ. ໃນສະ ໄໝນັ້ນ ເຄື່ອງໃຊ້ແຕ່ລະຊະນິດເຊັ່ນ: ເຂົ້າ, ຊີ້ນ, ນ້ຳມັນກາດ, ແຜ່ນແພ...ຈະມີສະແຕມສະເພາະ. ທຸກຄົນຕ້ອງຢືນລຽນແຖວ ຕາມລຳດັບ, ຖ້າມາຊ້າ ຈະບໍ່ມີເຄື່ອງໃຫ້ຊື້ອີກ".
 
ເມື່ອເບິ່ງສະແຕມ ທີ່ວາງສະແດງຢູ່ຫໍພິພິທະພັນ ປະຫວັດສາດ ແຫ່ງຊາດ, ເບິ່ງຄືວ່າ ລຸງ ງື້ ກຳລັງລວບລວມຄືນຄວາມຊົງ ຈຳ ໃນອະດີດ ແລ້ວກ່າວຢ້ຳວ່າ “ການປ່ຽນແປງໃໝ່ໄດ້ນຳມາການ ປ່ຽນແປງຍ່າງຫຼວງຫຼາຍ, ບໍ່ໄດ້ນຳໃຊ້ສະແຕມອີກ, ປະຈຸບັນ ຊີ ວິດການ ເປັນຢູ່ ປະຈຳວັນຂອງ ຄອບຄົວລຸງ ແມ່ນ ບໍ່ຂາດ ເຂີນ ຫຍັງອີກແລ້ວ”.


ມູມໜຶ່ງຂອງຫ້ອງວາງສະແດງ “ປ່ຽນແປງໃໝ່-ບົນເສັ້ນທາງແຫ່ງ ຄວາມມຸ່ງຫວັງ” ທີ່ຫໍພິພິທະພັນປະຫວັດສາດ ແຫ່ງຊາດ.


ບັນດາເອກະສານປະກອບສ່ວນລະດົມກຳລັງໃຈໃຫ້ແກ່ຂະບວນ ການປ່ຽນແປງໃໝ່,
ຮັບໃຊ້ຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນໄລຍະທຳອິດຂອງການ ປ່ຽນ ແປງໃໝ່.


ບັນດາວັດຖຸສິ່ງຂອງຄື: ກະຕິກນ້ຳຣ້າງດົງ, ຈັກຫຍິບເຄື່ອງ…ເປັນຫຼັກຖານພະຍານໃຫ້ແກ່ຜົນສຳເລັດ
ໃນເບື້ອງຕົ້ນຂອງ
ໄລຍະທຳອິດໃນການປ່ຽນແປງໃໝ່.



ລົດຈັກ ຍີ່ຫໍ້ DD ຊຶ່ງຄອບຄົວເອື້ອຍ ເວິນ ນຳມາໃຫ້ ຫໍພິພິທະ ພັນ ປະຫວັດສາດ ແຫ່ງຊາດ.


ຄວາມຄິດເຫັນຂອງຜູ້ເຂົ້າຮ່ວມກ່ຽວກັບງານວາງສະແດງ “ປ່ຽນ ແປງໃໝ່-ບົນເສັ້ນທາງແຫ່ງຄວາມມຸ່ງຫວັງ”.


ສະແຕມຫຼາຍດວງ ທ່ີນຳໃຊ້ໃນໄລຍະເກື້ອກູນ ໄດ້ວາງໃນງານວາງສະແດງ ຊ່ວຍເຮັດໃຫ້ຜູ້ຊົມ
ນຶກເຫັນໄລຍະທີ່ທຸກຍາກ, 
ສັບສົນ ຂອງ ສັງຄົມ.



ບັນດາຄຳຂວັນສະແດງໃຫ້ເຫັນຄວາມຕັດສິນໃຈຂອງທົ່ວສັງຄົມ
ໃນໄລຍະທຳອິດຂອງການປ່ຽນແປງໃໝ່.



ບັນດາເຄື່ອງໃຊ້ຂອງສອຍທີ່ທັນສະໄໝ ໄດ້ນຳເຂົ້າມາຈາກ
ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ
ໃນໄລຍະທຳອິດຂອງການປ່ຽນແປງໃໝ່.



ບັນດາເອກະສານປະກອບສ່ວນລະດົມກຳລັງໃຈໃຫ້ແກ່ຂະ ບວນ ການປ່ຽນແປງໃໝ່,
ຮັບໃຊ້ຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນໄລຍະທຳອິດຂອງການ ປ່ຽນແປງໃໝ່.



ຂະບວນການປ່ຽນແປງໃໝ່ ນຳມາຫຼາຍໂອກາດ, ຫຼາຍການ
ປ່ຽນແປງໃນຊີວິດການເປັນຢູ່ຂອງຊາວ ຫວຽດນາມ ຫຼາຍຄົນ. 



ຜູ້ຊົມກຳລັງຢ້ຽມຊົມຫົວຂໍ້ໜຶ່ງໃນງານວາງສະແດງ “ປ່ຽນແປງໃໝ່-ບົນເສັ້ນທາງແຫ່ງຄວາມມຸ່ງຫວັງ”
ທີ່ໄດ້ ຈັດຂຶ້ນໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດ
ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການປ່ຽນແປງໃໝ່ ຂອງ ປະເທດຊາດ.

ດ້ວຍການຕັດສິນໃຈ ປະຕິບັດແນວທາງການປ່ຽນແປງໃໝ່ ຂອງ ພັກ ແລະ ລັດຖະບານ, ໃນການຕັດສິນໃຈພັດທະນາພື້ນຖານ ໂຄງລ່າງ ສາຍໄຟຟ້າແຮງສູງ. ພວກຂ້າພະເຈົ້າໂຊກດີ ທີ່ໄດ້ພົບ ກັບ ລຸງ ເລອານແຄ໋ງ ຜູ້ທີ່ເຂົ້າຮ່ວມໂດຍກົງໃນການກໍ່ສ້າງສາຍ ສົ່ງໄຟຟ້າແຮງສູງ 500 KV ແຕ່ປີ 1992-1994 ເພິ່ນເລົ່າສູ່ຟັງ ໃນໄລຍະການກໍ່ສ້າງສູ່ຟັງວ່າ “ວັນທີ 17 ພຶດສະພາ 1992, ນັກ ວິຊາວະກອນ ແລະ ພະນັກງານເຕັກນິກ ຈຳນວນ 100 ຄົນ ຂອງ ພວກຂ້າພະເຈົ້າ ໄດ້ມີໜ້າຢູ່ຈຸດ 249 ຢູ່ເມືອງ ເກີມຊວຽນ ແຂວງ ຮ່າຕິງ ເພື່ອເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງ ດ້ວຍການ ເຂົ້າຮ່ວມ ຂອງ ທ່ານ ຫວໍວັນກຽດ ນາຍົກລັດຖະມົນຕີ. ພາຍ ຫລັງການກໍ່ສ້າງມາເປັນເວລາ 2 ປີ ພາຍໃຕ້ສະພາບ ອາກາດທີ່ ບໍ່ເອື້ອອຳນວຍ ແລະ ພົບກັບອຸປະສັກນາໆ ປະການ, ສາຍສົ່ງ ໄຟຟ້າແຮງສູງ ໄດ້ສ້າງສຳເລັດ  ແລະ ເປີດນຳໃຊ້ໃນວັນທີ 27 ພຶກສະພາ 1994. ສ້າງສາຍ ສົ່ງໄຟຟ້າແຮງສູງ 500 KV ໄດ້ ສ້າງຜົນງານອັນໃຫຍ່ຫຼວງໃຫ້ແກ່ຂະແໜງໄຟຟ້າ, ເປັນບົດພິສູດ ໃຫ້ແກ່ການເລີ່ມຕົ້ນ ການປ່ຽນແປງໃໝ່ ຂອງ ປະເທດຊາດ”.

ປີ 2006, ລຸງ ແຄ໋ງ ໄດ້ກັບໄປຢາມບາງຈຸດ ຢູ່ເມືອງ ກີ່ແອງ ແຂວງ ຮ່າຕິງ. ເພິ່ນໄດ້ເຫັນກັບຕາ ສາຍສົ່ງໄຟຟ້າແຮງສູງ 500 KV ເປີດນຳໃຊ້ຄູ່ກັນ ແລະ ປະຊາຊົນ ຢູ່ເມືອງທຸກຢາກແຫ່ງນີ້ ບໍ່ໄດ້ ໃຕ້ຕະກຽງ ອີກແລ້ວ, ປ່ຽນແທນດ້ວຍແສງໄຟຟ້າ ທີ່ເຂົ້າ ເຖິງ ທຸກໝູ່ບ້ານ.



 

“ປ່ຽນແປງໃໝ່ - ບົນເສັ້ນທາງແຫ່ງຄວາມມຸ່ງຫວັງ” ເປັນງານສະ ແດງພິເສດ ທີ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ຈັດຂຶ້ນ ໂດຍ ມີວັດຖຸ, ຮູບພາບ ທີ່ນຳມາວາງສະແດງກວ່າ 200 ຊະນິດ, ຊຶ່ງ ເຮັດໃຫ້ຜູ້ຊົມ ເຫັນໄດ້ສ່ວນໜຶ່ງ ປະຫວັດສາດທີ່ສຳຄັນ ຂອງ ປະ ເທດ.


ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top