• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເລີ່ມຕົ້ນທຸລະກິດ ຈາກ “ການປະຕິວັດ ເຟືອງກິ່ງໜຶ່ງ”

ໂດຍໄດ້ຮັບແຮງບັນດານໃຈ ຢ່າງແຮງ ຈາກປຶ້ມຫົວໜຶ່ງ ທີ່ມີ ຊື່ສຽງຂອງໂລກຄື “ການປະຕິວັດ ເຟືອງກິ່ງໜຶ່ງ”, ທ່ານ ເລ ຊວນຮ່ວາ, ຜູ້ສ້າງຕັ້ງນິຄົມ ຮ໋ອນໝູ໊ (ເມືອງ ເຖາະຊວນ, ແຂວງ ແທງຮ໋ວາ) ບໍ່ພຽງແຕ່ ໄດ້ເປັນຜູ້ນຳໜ້າ ໃນການສ້າງ ຍ່ານເວຫາແຫ່ງການດຳລົງຊີວິດໃໝ່ ຊຶ່ງຢູ່ທີ່ນັ້ນ ມະນຸດ ບໍ່ພຽງແຕ່ ໃຊ້ ຊີວິດ ຢູ່ກັບທຳມະຊາດ ເທົ່ານັ້ນ, ຫາກຍັງ ສະໜອງອອກ ສູ່ ຕະຫຼາດ ບັນດາຜະລິດຕະພັນ ດ້ວຍອຸປະກອນ ລ້ວນແຕ່ຈາກ ອຸປະກອນທຳມະຊາດ ອີກດ້ວຍ.  ຫຼັງຈາກປະກາງຄັນ ການຮຽນຢູ່ມະຫາວິທະຍາໄລສອງແຫ່ງ, ຕື່ມອີກສອງປີໄປຊອກຫາວຽກງານ ທີ່ແທດເໝາະກັບຕົນເອງ ຢູ່ທົ່ວທຸກຫົນແຫ່ງ, ຕົ້ນປີ 2014, ທ່ານ ເລຊວນຮ່ວາ ໄດ້ກັບ ຄືນ ບ້ານເກີດ ດ້ວຍຄວາມຫວັງເລີ່ມຕົ້ນທຸລະກິດ ສ້າງຮ່ັງຄູນ ມີ ຢູ່ເທິງແຜ່ນດິນ ບ້ານເກີດເມືອງນອນຂອງຕົນ. ແຕ່ໂດຍ ບໍ່ຍອມຮັບ ວິທີການເຮັດກະສິກຳ ດ້ວຍການໃຊ້ ສານ ເຄມີ ປາບສັດຕູພືດເກີນກຳນົດ, ທ່ານ ເລຊວນຮ່ວາ ໄດ້ປະດິນ ວ່າງ ແລະ ຫັນໄປສູ່ການຄົ້ນຄວ້າກ່ຽວກັບ ຜັກປອດສານພິດ.

ແຕ່ວ່າ ຫຼັງຈາກໄປຢ້ຽມຢາມຕົວແບບ ປູກຜັກ ປອດສານພິດ ຈຳນວນໜຶ່ງ, ທ່ານ ເລຊວນຮ່ວາ ເຫັນວ່າ “ຄວາມສະອາດ” ນີ້ ຍັງຄົງ ມີຫຼາຍບັນຫາຕິດຂັດຢູ່. “ໃນຂະນະທີ່ຕົວເອງຮູ້ສຶກ ເປັນຫ່ວງກັບວຽກງານຂອງຕົນ, ໂດຍບັງເອີນ ຂ້າພະເຈົ້າ ໄດ້ ເພື່ອນຜູ້ໜຶ່ງພາໄປເຖິງ ການພົບປະບັນດາເພື່ອນຜູ້ອ່ານ ຂອງ ປຶ້ມຫົວໜຶ່ງ ພາດຫົວເລື່ອງວ່າ “ການປະຕິວັດ ເຟືອງກິ່ງໜຶ່ງ” ຂອງ ນັກປະພັນ Masanobu Fukuoka. ເມື່ອອ່ານ ປຶ້ມຫົວ ສິ້ນສຸດ ຂ້າພະເຈົ້າພໍດີເຫັນໄດ້ ເສັ້ນທາງໄປຂອງ ຕົນ ແລະ ໄດ້ເລີ່ມລົງມືສ້າງນິຄົມ ຮ໋ອນໝູ໊ ຕາມທ່າອຽງ ທຳມະຊາດ”. ທ່ານເລຊວນຮ່ວາ ໄດ້ຫວນເຖິງເຫດຜົນກຳເນີດຂຶ້ນ ຂອງ ຟາມ ຮ໋ອນໝູ໊ ຄືແນວນັ້ນ.

ທີ່ຟາມ ຮ໋ອນໝູ໊, ຕົ້ນໄມ້ທຸກຕົ້ນ ຕ່າງກໍໄດ້ຖືວ່າ “ມີຄຸນຄ່າ”, ເຖິງວ່າເປັນຕົ້ນໄມ້ໃຫຍ່ ຫຼື ນ້ອຍ, ພືດທີ່ເປັນສະບຽງອາຫານ ຫຼື ຕົ້ນໄມ້ໃບຫຍ້າຮົກເຮື້ອກໍຕາມ... ຢູ່ຟາມແຫ່ງນີ້, ຕົ້ນໄມ້ ທີ່ປົ່ງຂຶ້ນແບບທຳມະຊາດ ຫຼາຍກວ່າ ຕົ້ນໄມ້ທີ່ໄດ້ປູກຈາກ ມະນຸດ.



ເມື່ອເປີດກວ້າງການຜະລິດ, ທ່ານເລຊວນຮ່ວາ ໄດ້ເອົາໃຈ ໃສ່ ເຖິງຜົນກະທົບ ຕໍ່ສິ່ງແວດລ້ອມປ່າ ແລະ ລັກສະນະ ຍືນຍົງ ຂອງທຳມະຊາດ. 


ປັດຈຸບັນ, ໂຮງຜະລິດທໍ່ດູດໄມ້ໄຜ່ ໄດ້ສ້າງວຽກເຮັດງານທຳ ຄົງທີ່ ໃຫ້ແຮງງານທ້ອງຖິ່ນ 11 ຄົນ ກັບລາຍຮັບ
ສະເລ່ັຍ ແຕ່ 4,5-6 ລ້ານດົ່ງ/ເດືອນ/ຄົນ. 



ຟາມຮ໋ອນໝູ໊ ໄດ້ສະໜອງໃຫ້ຕະຫຼາດທໍ່ດູດໄມ້ໄຜ່ ກວ່າ 500.000 ທໍ່. 


ຫຼັງຈາກຕັດ ແລະ ຝົນ, ທໍ່ດູດໄມ້ໄຜ່ ນຳໄປອົບໃນເຕົາໄຟ ແລ້ວ ນຳໄປຕາກແດດໃຫ້ແຫ້ງ. 

ດ້ວຍທັດສະນະທີ່ວ່າ “ຕົ້ນໄມ້ທຸກຕົ້ນ ຕ່າງກໍ ຈະໄດ້ນັບຖືຢ່າງ ສູງ”. ດ້ວຍເຫດນັ້ນ, ທ່ານເລຊວນຮ່ວາ ໄດ້ສ້າງ ຮ໋ອນໝູ໊ ຕາມ ທິດສ້າງຄືນໃໝ່ ເຂດປ່າເພາະປູກ ເປັນ ເຂດປ່າມີ ຕົ້ນໄມ້ໃບ ຫຍ້າທຳມະຊາດນາໆ ຊະນິດ ແລະ ຊອກຫາທ່າແຮງ ຂອງ ຕົ້ນໄມ້ ແຕ່ລະປະເພດ ເພື່ອການ ຢືນຢັນວ່າ ປ່າທຳມະຊາດ ມີຄຸນຄ່າລື່ນກາຍ ປ່າປູກຕົ້ນໄມ້ ຊະນິດດຽວ.

ທ່ານເລຊວນຮ່ວາ ໃຫ້ຮູ້ວ່າ ເຖິງແມ່ນວ່າ ເມື່ອຮັບເໝົາ ຄຸ້ມ ຄອງເຂດປ່ານີ້, ຄອບຄົວທ່ານ ຕ້ອງຈ່າຍ ຄ່າເຊົາທີ່ດິນ ເປັນ ແຕ່ລະເດືອນ ແລະ ຕ້ອງຄ້າງໜີ້ ກໍຕາມ, ແຕ່ທາງ ຄອບຄົວ ຍັງຄົງໝັ້ນໝາຍທີ່ ຈະຫາເງິນຈາກປ່າເຂດນີ້ ແຕ່ຈະ ບໍ່ໃຫ້ ທີ່ດິນຖືກທຳລາຍ. ດ້ວຍເຫດນັ້ນ, ນັກທ່ອງທ່ຽວ ທຸກຄົນ ເມື່ອ ມານິຄົມ ຕ່າງກໍບໍ່ຕ້ອງເສຍຄ່າປີ້ເຂົ້າປ່າ, ແຕ່ເຂົາເຈົ້າ ກໍຕ້ອງ ຮັບໃຊ້ ບັນດາຄວາມຕ້ອງການທີ່ຈຳເປັນ ໃນຊີວິດ ຂອງ ຕົນ ດ້ວຍຕົນເອງ ເຊັ່ນ: ຊອກບ່ອນຕັ້ງຄ້າຍ, ແຕ່ງກິນ, ເກັບຜັກ, ຕຶກປາ...

ຟາມ ຮ໋ອນໝູ໊ ໄດ້ຮັບການກໍ່ສ້າງເໝືອນດັ່ງ “ຕົວແບບທີສອງ” ຂອງຟາມ Fukuaka, ແມ່ນຊາວກະສິກອນ, ທັງເປັນ ນັກປັດ ສະຍາ ຜູ້ມີຊື່ສຽງຂອງ ຍີ່ປຸ່ນ, ເປັນນັກແຕ່ງປຶ້ມ “ການປະຕິ ວັດ ເຟືອງກິ່ງໜຶ່ງ”, ຢູ່ໃນເລື່ອງນີ້ ມະນຸດ ໄດ້ໃຊ້ຊີວິດຕາມ ແບບ ຍອມຮັບທຳມະຊາດທັງໝົດ.  

ຄັ້ງໜຶ່ງໄດ້ຕ້ອນຮັບ ເພື່ອນຜູ້ໜຶ່ງ ຈາກຮ່າໂນ້ຍ ມາ ຢ້ຽມຢາມ ຟາມ. ຄາວນັ້ນ ບ່ວງໄມ້ (ຊື້ຈາກສັບພະສິນຄ້າ) ທີ່ ເພື່ອນ ຂອງ ທ່ານ ຮ່ວາ ນຳມາຈາກຮ່າໂນ້ຍ ຖືກຫັກ. ທ່ານ ຮ່ວາ ໄດ້ເຮັດ ບ່ວງໄມ້ກ້ານໜຶ່ງ ຈາກໄມ້ໄຜ່ ມອບໃຫ້ເພື່ອນ ຜູ້ນີ້ ເພື່ອການນຳໃຊ້ຊົ່ວຄາວ ໃນເວລາໃຊ້ຊີວິດ ຢູ່ຟາມ.

ຫຼັງຈາກນັ້ນ, ເພື່ອນຄົນນີ້ ໄດ້ ຖ່າຍຮູບບ່ວງໄມ້ກ້ານນີ້ ແລະ ສົ່ງຂຶ້ນໜ້າເຟັດບຸກ ແລະ ຫຼັງເຫດການດັ່ງກ່າວ, ທ່ານ ເລ ຊວນຮ່ວາ ໄດ້ເຮັດບ່ວງໄມ້ໄຜ່ອີກຫຼາຍກ້ານ ເພື່ອມອບ ໃຫ້ ແກ່ໝູ່ເພື່ອນໃນວົງການເຮັດຟາມຂອງຕົນ.

“ເມື່ອມີຫຼາຍໆ ຄົນຖາມຫາ ກ່ຽວກັບ ບ່ວງໄມ້ໄຜ່, ຂ້າພະເຈົ້າ ໄດ້ຕັດສິນໃຈ ຜະລິດ ເພື່ອການຂາຍ ຕາມຄວາມຮຽກຮ້ອງຕ້ອງການຂອງທຸກຄົນ”. ທ່ານ ເລຊວນຮ່ວາ ຫວນຄືນຫຼັງ ຈຸດເວລາທ່ີ ຮ໋ອນໝູ໋ ເລີ່ມຜະລິດ ບັນດາເຄື່ອງໃຊ້ໄມ້ສອຍ ຈາກ ອຸປະກອນ ທຳມະຊາດ ລ້ວນໆ.

ເລື່ອງລາວກ່ຽວກັບ ຜູ້ສ້າງຕັ້ງ ຟາມ ຮ໋ອນໝູ໊ ກັບການ ເຮັດທໍ່ ດູດໄມ້ໄຜ່ ກໍມີຄວາມບັງເອີນເໝືອນກັນ. ສອງປີ ກ່ອນໜ້ານີ້, ໃນຄັ້ງໜຶ່ງທີ່ເຂົ້າຮ່ວມການພົບປະສັງສັນ ລະຫວ່າງວົງ ການຜູ້ ເຮັດຟາມດ້ວຍກັນ, ທ່ານເລຊວນຮ່ວາ ໄດ້ສຳຜັດກັບເລື່ອງ ລາວ ຕ່າງໆ ກ່ຽວກັບບັນດາທໍ່ດູດ.

ຂໍ້ມູນຂ່າວສານ ກ່ຽວກັບໄພອັນຕະລາຍ ຂອງ ທໍ່ດູດ ຕໍ່ ສິ່ງ ແວດລ້ອມ ໃນການໂອ້ລົມຄືນນັ້ນ ໄດ້ເປັນ ອຸປະທານ ຄອບງຳແນວຄິດຈິດໃຈ ແລະ ສ້າງຜົນກະທົບ ຢ່າງຫຼວງຫຼາຍ ເຖິງ ຈິດສຳນຶກຂອງທ່ານ ເລຊວນຮ່ວາ.

ເນື່ອງຈາກວ່າມີແຫຼ່ງອຸປະກອນໄມ້ໄຜ່, ໄມ້ເຮ້ຍທີ່ມີຢູ່ແລ້ວ ໃນເຮືອນ, ໃນຄືນມື້ນັ້ນ, ທ່ານເລຊວນຮ່ວາ ໄດ້ນຳຕົ້ນໄມ້ໄຜ່ ເພື່ອທົດລອງຜະລິດທໍ່ດູດ.

ທ່ານ ເລຊວນຮ່ວາ ໄດ້ເລົ່າຄືນວ່າ “ເມື່ອເຂົ້າໜ້າເວັບ ຂາຍ ສິນຄ້າ ຂອງ Alibaba, ເຫັນມີທໍ່ດູດໄມ້ໄຜ່ ແຕ່ເຂົາເຈົ້າ ຂາຍ ດ້ວຍລາຄາແພງຫຼາຍ. ຂະນະນັ້ນ ຂ້າພະເຈົ້າ ໄດ້ຄິດໃນໃຈ ວ່າ ຕົວເອງສາມາດ ເຮັດໄດ້ ບັນດາທໍ່ດູດ ໄມ້ໄຜ່ ທີ່ທັງງາມ ທັງມີ ລາຄາ ຖືກກ່ວາ ຫຼາຍເທື່ອ”.

ຄວາມໝັ້ນໃຈນີ້ ແມ່ນມີເຫດຜົນ ຂອງມັນ ເມື່ອທ່ານ ເລຊວນ ຮ່ວາ ໄດ້ກຳເນີດ ແລະ ໃຫຍ່ຂຶ້ນ ຢູ່ເຂດດິນ ທີ່ໄດ້ ທຳມະຊາດ ດົນບັນດານ ໃຫ້ແຫຼ່ງອຸປະກອນ ໄມ້ໄຜ່, ໄມ້ເຮ້ຍ ສຸດທີ່ອຸດດົມສົມບູນ.

ດ້ວຍເຫດນັ້ນ, ຫຼັງຈາກຄົ້ນຄວ້າແຫຼ່ງຂໍ້ມູນຂ່າວສານ ຫຼາຍ ເຕີບ ກ່ຽວກັບທໍ່ດູດ, ທ່ານເລຊວນຮ່ວາ ຕັດສິນໃຈ ຫັນເປັນ ຕົວຈິງ ແນວຄວາມຄິດດັ່ງກ່າວ.

ເດືອນກັນຍາ 2017, ທ່ານເລຊວນຮ່ວມ ເລີ່ມຈຳໜ່າຍ ອອກ ສູ່ຕະຫຼາດ ບັນດາທໍ່ດູດທໍ່ທຳອິດ. ໃນເບື້ອງຕົ້ນ ມີພຽງ ທໍ່ດູດ ນັບສິບທໍ່ ແລະ ຫຼັງຈາກເວລາ 1-2 ເດືອນ, ຄວາມຕ້ອງການ ໄດ້ເພີ່ມຂຶ້ນ ຫຼາຍຮ້ອຍ, ຫຼາຍພັນທໍ່. ປັດຈຸບັນ, ຮ໋ອນໝູ໊ ໄດ້ ສະໜອງທໍ່ດູດອອກສູ່ຕະຫຼາດ 500.000 ທໍ່.

ທ່ານເລຊວນຮ່ວາ ກ່າວດ້ວຍຄວາມດີໃຈວ່າ “ຂ້າພະເຈົ້າ ຄິດ ບໍ່ເຖິງເລີຍວ່າ ທໍ່ດູດເຮັດດ້ວຍໄມ້ໄຝ່ ຂອງຂ້າພະເຈົ້າ ຈະໄດ້ ຮັບຄວາມນິຍົມຈາກຜູ້ຊົມໃຊ້ເຖິງປານນີ້.

ຕາມທ່ານຮ່ວາແລ້ວ, ຄວາມດີໃຈນີ້ ບໍ່ພຽງຢຸດຢູ່ ບ່ອນວ່າ ໄດ້ ສິນຄ້າເທົ່ານັ້ນ, ສຳຄັນຍິ່ງກ່ວານັ້ນ ແມ່ນ ເລື່ອງ “ວົງຄະນາຍາດ ນຳໃຊ້ທໍ່ດູດໄມ້ໄຜ່ຫຼາຍ ແມ່ນ ການ ຢືນຢັນວ່າ ເຂົາເຈົ້າ ໄດ້ມີຄວາມຮັບຮູ້ ແລະ ເອົາໃຈໃສ່ ເຖິງ ສິ່ງແວດລ້ອມແລ້ວ”.

ໃນຂະນະທີ່ຄວາມຕ້ອງການກ່ຽວກັບທໍ່ດູດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ແຕ່ ໂດຍຕ່າງກັບນັກຜະລິດ ຄົນອື່ນໆ, ທ່ານ ເລຊວນ ຮ່ວາ ພັດບໍ່ເປີດກວ້າງຂະໜາດ ແລະ ຂະຫຍາຍຕົວ ການຜະລິດ ຢ່າງຟ້າວຟັ່ງ. ຕາມຄວາມຄິດ ຂອງ ທ່ານຮ່ວາ ທີ່ວ່າ: “ຂ້າພະເຈົ້າຕ້ອງສັງເກດເຫັນ ເພື່ອຮັບປະກັນ ການເປີດ ກວ້າງ ຜະລິດຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ການ ທີ່ຕົວເອງຂຸດຄົ້ນ ນີ້ ແມ່ນ ເປັນມິດກັບສິ່ງແວດລ້ອມ ແລະ ຮັບປະກັນລັກສະນະ ຍືນຍົງ ຂອງ ທຳມະຊາດແລ້ວ ຫຼື ບໍ?

ດ້ວຍເຫດນັ້ນ, ມາຮອດເດືອນກັນຍາ 2018, ທ່ານ ເລຊວນ ຮ່ວາ ຈຶ່ງ ເປີດກວ້າງໂຮງຜະລິດ ຢ່າງເປັນທາງການ ຫຼັງຈາກ ການໃຊ້ເວລາເປັນ ໜຶ່ງປີເຕັມ ເພື່ອສັງເກດ ແລະ ປະເມີນຜົນ ເບິ່ງວ່າ ການນຳໃຊ້ ແຫຼ່ງວັດຖຸດິບ ຄືປັດຈຸບັນໄດ້ໝັ້ນຄົງຫຼືບໍ?



ບັນດາທໍ່ດູດໄມ້ໄຜ່ ດ້ວຍຫຼາຍຂະໜາດທີ່ແຕກຕ່າງກັນ ແລະ ສາມາດນຳໃຊ້ຫຼາຍເທື່ອ ຍ້ອນມີຂາຍດິ້ວ ລ້າງ ໃຫ້ພ້ອມ. 






ບັນດາຜະລິດຕະພັນທ່ີຜະລິດຈາກໄມ້ໄຜ່, ໄມ້ເຮ້ຍ ຂອງ ນິຄົມ ຮ໋ອນໝູ໊. 




ນອກຈາກບັນດາຜະລິດຕະພັນ ໂດຍແຮງງານ ຟາມ ຮ໋ອນໝູ໊ ເປັນຜູ້ຜະລິດໂດຍກົງ, ຮ໋ອນໝູ໊ ຍັງຊ່ວຍໃຫ້ ຊາວກະສິກອນ
ທີ່ໃຊ້ຊີວິດຢູ່ອ້ອມຂ້າງຟາມ ຈຳໜ່າຍ ບັນດາຜະລິດຕະພັນ ຫັດຖະກຳຊະນິດອື່ນໆ ອີກ.



ປາກກາ ເຮັດຈາກໄມ້ໄຜ່ແຕ່ລະອັນ ຂອງ ຮ໋ອນໝູ໊ ໄດ້ສະຫຼັກ ຊື່ ໃສ່ເທິງຜະລິດຕະພັນ. 


ບິກ ເຮັດຈາກໄມ້ໄຜ່ ແມ່ນຜະລິດຕະພັນໜຶ່ງ ຂອງ ຟາມ ຮ໋ອນໝູ໊ ທີ່ໄດ້ຮັບຄວາມນິຍົມຈາກຜູ້ໃຊ້ເປັນຢ່າງດີ. 


ມູມໜຶ່ງ ຂາຍຜະລິດຕະພັນຂອງຟາມ ຮ໋ອນໝູ໊ ທີ່ງານຕະ ຫຼາດນັດ ສິນຄ້າຫວຽດ 2018 ຢູ່ໃນເຂດຮ່ອງຮອຍ ປະຫວັດສາດ ລາມກິງ. 

 ແລະ ຕາມການປະເມີນຜົນຂອງທ່ານເລຊວນຮ່ວາ, ຖ້າຫາກ ວ່າ ກຳລັງການຜະລິດ ອາດຈະ ເພີ່ມຂຶ້ນ ເມື່ອ ທຽບກັບ ປັດຈຸບັນ ທົບ 100 ເທ່ົາ, ການສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ກໍ ແມ່ນຜົນກະທົບຢ່າງຕັ້ງໜ້າ.

ອະທິບາຍໃຫ້ສິ່ງດັ່ງກ່າວ, ທ່ານເລຊວນຮ່ວາໃຫ້ຮູ້ວ່າ, ໄມ້ໄຜ່ ເມື່ອ ໝົດລະດູ ຂຸດຄົ້ນ ຍັງຄົງ 70% ຮົ່ມໄມ້. ດ້ວຍເຫດນັ້ນ ຕົ້ນໄມ້ໄຜ່ ເມື່ອປູກ ແລະ ຂຸດຄົ້ນແລ້ວ ຈະສົ່ງຜົນສະທ້ອນ ຢ່າງໜ້ອຍສຸດເຖິງຮົ່ມໄມ້. ບັນດາຜະລິດຕະພັນຂອງຟາມ ຮ໋ອນໝູ໊ ລ້ວນແຕ່ຮັບປະກັນ ຫຼັກການ ປົກປັກຮັກສາ ສິ່ງແວດລ້ອມ ຂອງທ່ານ ເລຊວນຮ່ວາ, ນັ້ນແມ່ນ ເມື່ອ ຜະລິດຕະ ພັນ ບໍ່ໃຊ້ ອີກແລ້ວ ກໍ່ຈະຖືກເປື່ອຍລະລາຍໄດ້ງ່າຍ ແລະ ບໍ່ ສົ່ງມົນລະພິດຕໍ່ ສິ່ງແວດລ້ອມຢູ່ອ້ອມຂ້າງ.

ປັດຈຸບັນ, ໂຮງຜະລິດທໍ່ດູດໄມ້ໄຜ່ ໄດ້ສ້າງວຽກເຮັດງານທຳ ແບບຄົງທີ່ ໃຫ້ແຮງງານທ້ອງຖິ່ນ 11 ຄົນ ສ້າງລາຍຮັບສະ ເລ່ຍ ແຕ່ 4,5-6 ລ້ານດົ່ງ/ເດືອນ/ຄົນ.

ທ່ານເລຊວນຮ່ວາໃຫ້ຮູ້ວ່າ, ການເປີດກວ້າງຜະລິດທໍ່ດູດ ໄມ້ໄຜ່ ຢູ່ ຮ໋ອນໝູ໊ ມີສອງຄວາມໝາຍສຳຄັນຍິ່ງຄື: ໜຶ່ງ: ສ້າງວຽກເຮັດງານທຳຄົງທີ່ ໃຫ້ແກ່ຊາວທ້ອງຖິ່ນ, ປະກອບສ່ວນ ຟື້ນຊີບຄືນໃໝ່ ອາຊີບຫັດຖະກຳມູນເຊື້ອ ຂອງທ້ອງຖິ່ນ.

ສອງ: ໄມ້ໄຜ່, ໄມ້ເຮ້ຍ ທີ່ນຳໃຊ້ ປັດຈຸບັນ ສ່ວນຫຼາຍ ແມ່ນ ໄມ້ໄຜ່, ໄມ້ເຮ້ຍ ຈາກສິ່ງເສດເຫຼືອ. ດ້ວຍເຫດນັ້ນ, ການນຳ ໃຊ້ສິ່ງດັ່ງກ່າວ ແມ່ນສ້າງລາຍຮັບໃຫ້ຄົນ ທຳລາຍໄມ້ໄຜ່, ໄມ້ ເຮ້ຍຂອງປ່າ ໂດຍປະລິຍາຍ. ແຕ່ກ່ອນ, ໄມ້ເຮ້ຍໂຕນໜຶ່ງ ຂາຍໃຫ້ໂຮງການຜະລິດເຈ້ຍໄດ້ລາຄາ 600.000-700.000 ດົ່ງ. ປັດຈຸບັນ ລາຄາເກັບຊື້ໄມ້ເຮ້ຍ ຂອງ ທ່ານເລຊວນຮ່ວາ ແມ່ນ 30 ລ້ານດົ່ງ/ໂຕນ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ເຂົາເຈົ້າມີ ສະຕິ ບໍ່ຂຸດຄົ້ນ ໄມ້ເຮ້ຍ ແບບຊະຊາຍ, ຕ້ອງມີແຜນ ຍ້ອນວ່າ ເຂົາເຈົ້າ ໄດ້ຮັບຮູ້ແລ້ວວ່າ ນີ້ແມ່ນ ແຫຼ່ງລາຍຮັບຍາວນານ ແລະ ຄົງທີ່. ດ້ວຍເຫດນັ້ນ ຕົວເອງເຂົາເຈົ້າ ເປັນຜູ້ປະກອບສ່ວນ ປົກປັກ ຮັກສາ ແລະ ປູກປ່າຄືນໃໝ່. ທ່ານເລຊວນຮ່ວາ ໄດ້ໃຫ້ຮູ້ຄື ແນວນັ້ນ. 


ດ້ວຍຈິດສຳນຶກທີ່ວ່າ “ອັນທີ່ຕົວເອງຫວັງ ແມ່ນບໍ່ມີທີ່ ສິ້ນສຸດ”, ເພາະສະນັ້ນ ຕົນເອງຍິ່ງຢຸດໄວ ຈະຍິ່ງຄວາມປາດຖະໜາ. ທ່ານເລຊວນຮ່ວາໃຫ້ຮູ້ວ່າ ໃນອະນາຄົດ ຮ໋ອນໝູ໊ ຈະເປັນ ວົງຄະນາຍາດ ບໍ່ຫວັງຜົນກຳໄລ. ໝາຍຄວາມວ່າ ເປັນສະຖານທີ່ ເພື່ອໃຫ້ທຸກຄົນຜ່ານປະສົບການຕົວຈິງ ກັບຊີວິດແບບອື່ນ ແລະ ຈາກນັ້ນມີຄວາມປ່ຽນໃໝ່ ຄວາມຮັບຮູ້ກ່ຽວກັບ ສິ່ງ ແວດລ້ອມ. 
ບົດ: ຖາວວີ - ພາບ: ເຈິ່ນກົງດາດ, ເຈິ່ນແທງຢາງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top