• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເລີ່ມຕົ້ນທຸລະກິດ ກັບ ເຫັດປອດສານພິດ

ດ້ວຍທ່າແຮງໃນການຜະລິດເຫັດສະອາດ ພາຍໃຕ້ເຄື່ອງ ໝາຍ “made in Vietnam”, ຜະລິດຕະພັນ “ເຫັດ ຫຼີເຕືອງຫວຽດ” ຂອງ ບໍລິສັດສອງສະມາຊິກ ອາຫານ ຫຼີເຕື່ອງ ຫວຽດ ຈຳກັດ (Ideal Foods Vietnam) ໄດ້ ເປັນທ່ີຮູ້ຈັກ ໃນຄາບເຂົ້າ ຂອງ ຄົນຫວຽດນາມ ຍ້ອນ ຄຸນນະພາບ ຂອງ ຜະລິດຕະພັນ. 
ເຖິງວ່າເປັນຜູ້ປະສົບຄວາມສຳເລັດ ໃນຂົງເຂດ ການສື່ ສານ, ແຕ່ນາງ ຫວູຮວ່າຍທູ ຍັງຝັກໄຝ່ໃນການເຮັດທຸລະ ກິດສ່ວນຕົວ ແລະ ໄດ້ນຳໃຊ້ຊ່ວງເວລາໃນ ໂອກາດໄປ ຕ່າງປະເທດ ເພື່ອຊອກຮູ້ຕົວແບບ ດຳເນີນທຸລະກິດ ທີ່ ອາດນຳໃຊ້ ຢູ່ຫວຽດນາມ. ເຫັນໄດ້ຄວາມສາມາດບົ່ມ ຊ້ອນ ຢ່າງໃຫຍ່ຫຼວງ ຂອງ ຕົ້ນເຫັດ ຢູ່ ຕະຫຼາດພາຍໃນ, ນາງ ທູ ຈິ່ງຕັດສິນໃຈ ເລີ່ມຕົ້ນທຸລະກິດ ກ່ຽວກັບ ເຫັດ.

ນາງ ຫວູຮວ່າຍທູ ໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າ ພະເຈົ້າ ຮູ້ສຶກປະທັບໃຈຫຼາຍ ເມື່ອໄດ້ຮັບການແນະນຳ ຕົວແບບ ການປູກ ເຫັດ ປະສົບຜົນສຳເລັດ ທີ່ຄອບຄົວ ຂອງ ຊາວໜຸ່ມ ອາເມລິກາ ສອງຄົນ. ເຂົາເຈົ້າໄດ້ໃຊ້ ຂີ້ກາເຟ ເປັນວັດຖຸດິບ ເພື່ອປູກເຫັດ. ຕົວແບບ ປູກເຫັດ ຂອງເຂົາເຈົ້າ ບໍ່ພຽງແຕ່ ສະໜອງແຫຼ່ງອາຫານ ມີທາດ ບຳລຸງເທົ່ານັ້ນ ຫາກຍັງກໍຍົກສູງສະຕິຮູ້ສຶກ ຂອງ ປະຊາ ຊົນ ກ່ຽວກັບ ການຮັກສາສິ່ງແວດລ້ອມ ດ້ວຍການ ໃຊ້ສິ່ງ ເສດເຫຼືອ ເປັນວັດຖຸດິບ ຜະລິດ ເປັນຜະລິດຕະພັນໃໝ່ ອີກດ້ວຍ”.


ຢູ່ຫວຽດນາມ, ຜະລິດຕະພັນເຫັດ ທີ່ນຳເຂົ້າຈາກ ສປ ຈີນ, ສ ເກົາຫຼີ ກວມອັດຕາສ່ວນບໍ່ໜ້ອຍ. ໃນຂະນະດຽວກັນ ວັດຖຸເພື່ອນຳມາປູກເຫັດ ທີ່ບັນຈຸ cellulose ເຊັ່ນ: ຂີ້ເລື່ອຍ, ແກນສາລີ, ຂີ້ອ້ອຍ... ມີຢ່າງ ຫຼວງຫຼາຍຢູ່ ຫວຽດນາມ. ຈາກຄວາມກະຕຸ້ນໄວ ບວກກັບ ຫົວຄິດປະດິດສ້າງໃນການເລີ່ມຕົ້ນທຸລະກິດ ຂອງຕົນ ໄດ້ກາຍເປັນ ພະລັງ ໃຫ້ນາງ ຫວູຮວ່າຍທູ ຕັດສິນໃຈ ເລີ່ມເຮັດທຸລະກິດ ກ່ຽວກັບ ເຫັດ ຂອງ ຫວຽດນາມ.


ວັດຖຸດິບປູກເຫັດ ນາງຟ້າ ຫຼັງຈາກໄດ້ຂ້າເຊື້ອ ແລະ ນຳ ໄປປູກເຊື້ອເຫັດ. 


ພາຍຫຼັງປູກເຊື້ອ, ຈະໄດ້ເກັບຮັກສາໃນຫ້ອງເຢັນທີ່ມີ ອຸ່ນຫະພູມ ແຕ່ 16-18 ອົງສາ C. 


ພາຍຫຼັງ 4-6 ວັນ ຈີກຖົງອອກ ຈະໄດ້ເກັບກູ້ ຜະລິດຕະ ພັນເຫັດ. 


ຜະລິດຕະພັນເຫັດສົດຂອງ Ideal Foods Vietnam ຈະຜະລິດ ແລະ ຈຳໜ່າຍພາຍໃນມື້. 


ການເກັບຮັກສາເຫັດ ຫຼັງເກັບກູ້, Ideal Foods Vietnam ແມ່ນໃຫ້ຄວາມ ສຳຄັນ ເປັນພິເສດ ເພື່ອຮັບ ປະກັນຄວາມສົດ
ແລະ ລົດຊາດທ່ີເປັນທຳມະຊາດ ຂອງ ຜະລິດຕະພັນເອົາໄວ້. 



ເຫັດສົດ ບໍ່ພຽງແຕ່ຖືກຫຸ້ມຫໍ່ໃສ່ຖົງຢ່າງສວຍງາມ, ຜະລິດຕະພັນເຫັດ ຂອງ  Ideal Foods Vietnam ຍັງມີຄຳແນະນຳກ່ຽວກັບວິທີການເກັບຮັກສາ,
ບ່ອນ ຜະລິດ ແລະ ການຮັບຮອງຫຼັກອະນາໄມ ດ້ານສະບຽງອາຫານ ພິມ ຢູ່ ນອກຖົງ ເພື່ອມູ່ງສູ່ ການເປັນມືອາຊີບ.



ອາຫານປຸງແຕ່ງຈາກເຫັດຂອງ Ideal Foods Vietnam ສອດຄ່ອງກັບທ່າອຽງອາຫານການກິນທັນສະໄໝ
ແຕ່ ເຂັ້ມຂົ້ນໄປດ້ວຍລົດຊາດດັ້ງເດີມ ຂອງ ຄົນຫວຽດ. 



. ຜະລິດຕະພັນເຫັດ ຂອງ Ideal Foods Vietnam ກວມອັດຕາສ່ວນຕະຫຼາດ ຫຼາຍສົມຄວນ ແລະ ໄດ້ຂາຍ ໃນເກືອບທຸກຮ້ານຊັບພະສິນຄ້າ ຢູ່ພາກເໜືອ.          

ປີ 2012, ບົນພື້ນຖານ ກະກຽມ ຢ່າງລະອຽດ, ບໍລິສັດ deal Foods Vietnam ໄດ້ທຳການຜະລິດ ແລະ ຈຳ ໜ່າຍສະເພາະ ແຕ່ບັນດາຜະລິດຕະພັນເຫັດ ຫວຽດ ນາມ ໂດຍແມ່ນ CEO ຫວູຮວ່າຍທູ ເປັນຜູ້ສ້າງຕັ້ງ ຊຶ່ງ ຈຳໜ່າຍຕາມທ້ອງຕະຫຼາດ. ບໍລິສັດ deal Foods Vietnam ເປີດໂຕຮ້ານຄ້າ ແຫ່ງທຳອິດຢູ່ ຖະໜົນ ຕົງດ່ານ, ກວາງຈຸງ, ດວ່ານເຈິ່ນງວຽບ (ຮ່າໂນ້ຍ) ແລະ ຖັດຈາກ ນັ້ນ ແມ່ນຮ້ານວາງສະແດງ ບັນດາຜະລິດຕະພັນເຫັດ ຢູ່ເຮືອນເລກທີ 59 ຖະໜົນ ຮ່າງຈ໋ວຍ, ເມືອງ ຮາຍບ່າ ຈຶງ, ຮ່າໂນ້ຍ.

ກ່ອນໜ້ານີ້, ເມື່ອກ່າວເຖິງເຫັດ ຜູ້ຊົມໃຊ້ ຫວຽດນາມ ແມ່ນຄິດເຖິງຜູ້ປູກເຫັດແບບເອກະເທດ. ກຳໄດ້ໂອກາດ ນີ້ Ideal Foods Vietnam ໄດ້ ປະສານສຳພັນກັບ ບັນດາພື້ນຖານປູກເຫັດທີ່ ເມືອງ ດົງແອງ (ຮ່າໂນ້ຍ), ແຂວງ ຖ໋າຍງວຽນ, ແຂວງ ຟູເຖາະ... ເພື່ອຜະລິດ ປະ ເພດເຫັດ ທີ່ສະອາດ ຕາມຄວາມຕ້ອງການ ແລະ ສ້າງ ລະບົບຈຳໜ່າຍຢ່າງມີວິທະຍາສາດ ໃນທົ່ວປະເທດ. ຜະ ລິດຕະພັນ “ເຫັດ ຫຼີເຕືອງ ຫວຽດ” ຖືກຫຸ້ມຫໍ່ຢ່າງລະມັດ ລະວັງ ເຮັດເປັນຖົງງາມໆ, ມີຄຳຊີ້ແຈງກ່ຽວກັບວິທີການ ເກັບຮັກສາ, ບ່ອນຜະລິດ, ໃບຮັບຮອງກ່ຽວກັບຄວາມ ປອດໄພ ຫຼັກອະນາໄມ ພິມຢູ່ນອກຖົງ ເພື່ອມູ່ງສູ່ການ ເປັນມືອາຊີບ.

ເນື່ອງຈາກມີຂັ້ນຕອນການຜະລິດທ່ີເຄັ່ງຄັດ, ບໍລິສັດ Ideal Foods Vietnam ສາມາດຄວບຄຸມໄດ້ ຫຼັກອະ ນາໄມ ດ້ານສະບຽງອາຫານ ເລີ່ມແຕ່ ວັດຖຸດິບນຳເຂົ້າ, ຂັ້ນຕອນການຜະລິດ, ການຂົນສົ່ງ, ການເກັບຮັກສາ ແລະ ຈຳໜ່າຍຜະລິດຕະພັນ. ອາດເວົ້າໄດ້ວ່າ ຕະຫຼາດ ເຫັດ ແລະ ບັນດາຜະລິດຕະພັນຈາກເຫັດ ແມ່ນມີຄວາມ ສົດໃສ, ຍ້ອນນັບມື້ມີຫຼາຍຄົນ ນິຍົມເຫັດ, ຜະລິດຕະພັນ ທີ່ເປັນທັງຜັກ, ເປັນທັງຊີ້ນ ທີ່ສະອາດ ທ່າມກາງຄວາມ ເປັນຫ່ວງ ກ່ຽວກັບອາຫານສະອາດ ທ່ີນັບມື້ເພີ່ມຂຶ້ນ.

ບັນດາຜະລິດຕະພັນ ອາຫານ ທີ່ຜະລິດຈາດເຫັດ ໄດ້ປະ ກອບສ່ວນເຮັດໃຫ້ ເຫັດ ຫຼີເຕືອງ ຫວຽດ ມີເອກະລັກສະ ເພາະ. ຜະລິດຕະພັນ ທີ່ຜະລິດຈາກເຫັດ ຢູ່ຫວຽດນາມ ເກືອບວ່າ ບໍ່ມີ, ໃນຂະນະທີ່ປະເທດພັດທະນາ ແມ່ນຄຶກ ຄັກຫຼາຍ. ດ້ວຍສາຍຕານັກທຸລະກິດ, ຫວູຮວ່າຍທູ ແມ່ນ ບໍ່ປ່ອຍໂອກາດນີ້ ໃນຕະຫຼາດການແກ້ງແຍ້ງ ກ່ຽວກັບ ເຫັດ. ຫວູຮວ່າຍທູ ໄດ້ລົງມືເອງ ເພື່ອຄົ້ນຄວ້າລົດຊາດ ຂອງ ຄົນຫວຽດ, ວິທີການປຸງແຕ່ງຈາກຕ່າງປະເທດ ປະ ສານລະຫວ່າງຕາເວັນອອກ-ຕາເວັນຕົກ ເພື່ອຜະລິດ ອອກ ບັນດາຜະລິດຕະພັນ ຈາກເຫັດ ຊຶ່ງມີລົດຊາດ ຂອງ ຍຸກສະໄໝໃໝ່, ແຕ່ຍັງຮັກສາໄດ້ລົດຊາດທີ່ເປັນ ເອກະລັກ ຫວຽດນາມ ເຊັ່ນ: ຈ໊າຢໍ່ເຫັດ, ຈ໊າເຫັດ, ເຫັດ ຝອຍ, ປາເຕເຫັດ, ຊີ້ນງົວ ເຫັດແຫ້ງ, ໝີ່ເຫັດ ແລະອື່ນ...

ນອກຈາກນັ້ນ, ທາງບໍລິສັດ ຍັງມີແຜນຍຸດທະສາດ ໃນ ການ ຍົກສູງຄຸນນະພາບ ເຫັດ ຂອງ Ideal Foods Vietnam ເພື່ອເປັນຜະລິດຕະພັນ ປະດັບປະດາ. ນອກ ຈາກຜະລິດເຫັດຊະນິດຕ່າງໆ ອອກຮັບໃຊ້ ມວນຊົນ ແລ້ວ, ເຫັດ ຫຼີເຕືອງຫວຽດ ຍັງມີຜະລິດຕະພັນ ກະຖາງ ເຫັດ ຫຼີນຈື່ ເພື່ອຈຸດປະສົງປະດັບເອ້ສະເພາະລູກຄ້າ ພິ ເສດ. ເຫັດຫຼີນຈື່ແດງ ຍັງມີຄວາມໝາຍ ນຳມາໃຫ້ແກ່ ຜູ້ ເປັນ ເຈົ້າຂອງ ໂຊກລາບ, ອາຍຸຍືນ ແລະ ສຸຂະພາບ ແຂງແຮງ.



ເຫັດສົດ ໃສ່ຖາດຂອງ Ideal Foods Vietnam ເປັນອາຫານທີ່ມີທາດບຳລຸງ, ທັງໃຊ້ເປັນຂອງ ຕ້ອນ ຂອງຝາກ
ຊຶ່ງປັດຈຸບັນໄດ້ຮັບຄວາມນິຍົມຈາກລູກຄ້າ. 



ເຫັດຫຼີນຈື້ແຫ້ງ ຂອງ ບໍລິສັດ ຖືກຫຸ້ມຫໍ່ຢ່າງສວຍງາມ. 


ຜະລິດຕະພັນກະຖາງເຫັດ ຫຼີນຈື້ ໃຊ້ປະດັບເອ້ ໃນຄອບ ຄົວ ຫຼື ຫ້ອງເຮັດວຽກ ຊຶ່ງເປັນເອກະລັກ ໃນຍຸດທະສາດ ການຄ້າ ຂອງ ບໍລິສັດ. 


ນອກຈາກ ບັນດາຜະລິດຕະພັນ ເຫັດສົດ, ບໍລິສັດ ຍັງມີ ຜະລິດຕະພັນ ຫຼາຍຢ່າງ ທີ່ປຸງແຕ່ງ ຈາກ ເຫັດ. 


ຜະລິດຕະພັນຈ໊າຢໍ່ເຫັດມີຫຼາຍລົດຊາດ ເພື່ອຮັບໃຊ້ ຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າ. 

ໃນຕໍ່ໜ້າ, ບໍລິສັດມີແຜນເປີດສວນສາທາລະນະເຫັດ ແຫ່ງທຳອິດຢູ່ພາກເໜືອ. ຢູ່ທີ່ນີ້, ນັກທ່ອງທ່ຽວສາມາດ ເຂົ້າຊົມ, ຜ່ານພຶດຕິກຳຕົວຈິງ ກັບການປູກເຫັດ, ເກັບ ເຫັດ... ນອກຈາກນັ້ນ, Ideal Foods Vietnam ຍັງໄດ້ ສຸມໃສ່ ເປີດກວ້າງພື້ນທີ່ຜະລິດ ແລະ ເກັບຊື້ເຫັດ ດ້ວຍ ປະລິມານຫຼາຍ, ຮັບໃຊ້ຂັ້ນຕອນ ການຜະລິດ ປຸງແຕ່ງ ອາຫານຈາກເຫັດ ເພື່ອຈຳໜ່າຍ ພາຍໃນປະເທດ ແລະ ສົ່ງອອກໄປຍັງຕະຫຼາດ ໃຫຍ່ໆ ເຊັ່ນ: ດູບາຍ ແລະ ຍີ່ປຸ່ນ. 

 

ນອກຈາກການຈຳໜ່າຍຢູ່ຕະຫຼາດຂາປະຈຳແລ້ວ, ເຫັດ ຫຼີເຕືອງຫວຽດ ຈະໄດ້ວາງຂາຍ ຢູ່ບັນດາຊັບພະສິນຄ້າ ຫຼາຍແຫ່ງຢູ່ພາກເໜືອເຊ່ັນ: Vinmart, Metro, Lotte Mart, Co-op Mart, Aeon Mall, Intimex, Citimart... ແລະ ຮ້ານຂາຍອາຫານປອດສານພິດ. 

ບົດ: ຖຸກຮ່ຽນ-ພາບ: ແຄ໋ງລອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top