• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເມືອງໄຊງ່ອນ ຜ່ານປຶ້ມຮູບພາບ ແບບ 3D

ໃນຮູບແບບ Pop-up (ຮູບພາບແບບ 3D) ກ່ຽວກັບໄຊງ່ອນ-ນະຄອນ ໂຮ່ຈີມິນ, ປື້ມຂຽນກ່ຽວກັບ “ເມືອງໄຊງ່ອນ” ຂອງກຸ່ມໄວໜຸ່ມ ທີ່ເຄີຍ ເປັນນັກສຶກສາ ສາຂາວິຊາອອກແບບຕົບແຕ່ງພາບ, ມະຫາວິ ທະຍາ ໄລ ວັນລາງ ເຊິ່ງປະຈຸບັນ ພະແນກທ່ອງທ່ຽວ ປະຈຳນະຄອນໂຮ່ຈີມິນ  ໄດ້ຮັບຮອງຄັດເລືອກເອົາເປັນໜຶ່ງໃນ 8 ຜະລິດຕະພັນເຄື່ອງທີ່ ລະນຶກ ທີ່ມີເອກະລັກສະເພາະຂອງນະຄອນ ໂຮ່ຈີມິນ ເພື່ອໂຄສະນາເຜີຍ ແຜ່ ໃຫ້ນັກທ່ອງທ່ຽວຕ່າງປະເທດ.
“ເມືອງໄຊງ່ອນ” ເລີ່ມຈາກແນວຄວາມຄິດຂອງສາຂາວິຊາ ຮຽນໜຶ່ງ ກ່ຽວກັບການຄົ້ນຄວ້າອອກແບບ ທີ່ມະຫາ່ວິທະຍາໄລ ຂອງ ກຸ່ມໄວ ໝຸ່ມ ຊື່: ດັ້ງຫ່ວຍຫວູ, ຟ້າມທິບິກຖາວ, ເລືອງທິແທງຈຸກ, ຫງວຽນຫວູ ຕ່ວນຟາດ. ດ້ວຍຄວາມຫວັງ ໃນການອະນຸລັກ ຮັກສາ ແລະ ໂຄສະນາ ໃຫ້ນັກທ່ອງທ່ຽວເຫັນ ໄດ້ສະຖານທີ່ທ່ອງທ່ຽວ ທີ່ມີຄວາມປະທັບໃຈ ມີ ຫຼາກຫຼາຍສີສັນ ໃນນະຄອນໂຮ່ຈີມິນ, ໂດຍປຶ້ມ Pop-up ຊະນິດຕ່າງໆ ມີແຜ່ຫຼາຍໃນທົ່ວໂລກ, ແຕ່ສໍາລັບຫວຽດນາມ ຖືວ່າຍັງໃໝ່.

ກຸ່ມໄວໝຸ່ມ ແມ່ນເຈົ້າຂອງຜົນງານປຶ້້ມ “ເມືອງໄຊງ່ອນ”. ພາບ: ທົງຫາຍ


ວິທີລະບາຍສີ ບັນດາສະຖານທີ່ສຳຄັນ ຢູ່ນະຄອນ ໂຮ່ຈີມິນ ດ້ວຍລະ ບົບ ຄອມພີວເຕີ. ພາບ: ທົງຫາຍ


ແຕ້ມຈຸດພື້ນຖານ ຂອງ ພາບ ບັນດາສະຖານທີ່ສຳຄັນ.ພາບ: ທົງຫາຍ


.... ບັນດາເສັ້ນທີ່ແຕ້ມດ້ວຍມື. ພາບ: ທົງຫາຍ


ຮູບແຕ້ມໂບດ ເຕິນດິ້ງ. ພາບ: ເອກະສານ


ຮູບແຕ້ມຕະຫຼາດເບັນແທ່ງ. ພາບ: ເອກະສານ


ຮູບແຕ້ມ ພື້ນຖານ ຂົວ ບິ່ງເລີ້ຍ ແຕ້ມດ້ວຍລະບົບ ຄອມພິວເຕີ. ພາບ: ເອກະສານ


ການຈັດແບ່ງແຕ່ລະສະຖານສຳຄັນທີ່ມີຊື່ສຽງ ອອກເປັນສ່ວນ
ຕາມຂະໜາດທີ່ໄດ້ກຳນົດ ຫຼັງຈາກນັ້ນ ຈິ່ງນຳເອົາເຂົ້ົ້າ ກັນເປັນປຶ້ມ. ພາບ: ທົງຫາຍ



ປຶ້ມ “ເມືອງໄຊງ່ອນ” ໃນແບບ Pop-up, ເປັນຮູບພາບ 3D ຕົວຈິງ ຂອງ ໄຊງ່ອນ-ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ

ນາງ ຟ້າມທິບິກຖາວ ເປັນໜຶ່ງໃນສະມາຊິກກຸ່ມ ໃຫ້ຮູ້ວ່າ: ປຶ້ມ “ເມືອງ ໄຊງ່ອນ” ຫວັງຢ່າງຍິ່ງວ່າ ຈະສ້າງໃຫ້ເປັນແບບແຜນທີ່ການ ທ່ອງທ່ຽວ ສໍາລັບຜູ້ທີ່ບໍ່ເຄີຍມາ ນະຄອນ ໂຮ່ຈີມິນ. ຢ່າງໃດກໍຕາມ, ການແຕ້ມ ພາບແບບທຳມະດາ ແມ່ນເບື່ອໄດ້ງ່າຍ ແລະ ການບັນຍາຍ ເນື້ອໃນ ສາລະບໍ່ເລິກເຊິ່ງ ແຕ່ກຸ່ມພວກເຮົາ ໄດ້້ຄັດເລືອກເອົາປະເພດ Pop-up ເພື່ອຖ່າຍທອດ ສືບສານຄວາມ ປະທັບໃຈ ແລະ ເປັນສິ່ງດຶງດູດໃຫ້ແກ່ ຜູ້ຮັບຊົມ. ແຂກມາທ່ຽວຊົມ ເປັນຜູ້ສໍາຫຼວດ ຄົ້ນຫາ ເມືອງໄຊງ່ອນ-ນະ ຄອນ ໂຮ່ຈີມິນ ດ້ວຍພາບຕ່າງໆ ໃນປຶ້ມ “ເມືອງໄຊງ່ອນ” ຈະມີຄວາມ ຮູ້ສຶກປຽບສະເໝືອນມີ ເມືອງ ໄຊງ່ອນຕົວຈິງ ກໍາລັງປະກົດ ຕົວຢູ່ໃນ ແຕ່ລະໜ້າເຈ້ຍ ຂອງປຶ້ມ.
 
ສ່ວນນາງ ເລືອງທິແທງຈຸກ, ໜຶ່ງໃນສະມາຊິກ ຂອງ ກຸ່ມກ່າວວ່າ: ກ່ອນ ຈະມີປຶ້ມ “ເມືອງໄຊງ່ອນ” ໃນແບບຂອງ Pop-up ທີ່ສົມບູນແບບ, ທຸກ ຄົນໃນກຸ່ມ ຕ້ອງໄດ້ຜ່ານຫຼາຍຂັ້ນຕອນ, ນັບທັງວຽກຄົ້ນຫາ ແລະ ສ້າງ ຈິດສຳນຶກ; ການຮີບໂຮມເອກະສານ, ຮູບພາບ, ຮຽບຮຽງ ເນື້ອໃນ; ຈັດ ສັນໂຄງສ້າງ ຂອງ ປຶ້ມ ແລະ ເຕັກນິກການຈັດໜ້າປຶ້ມ ຕະຫຼອດ ຮອດ ຂັ້ນຕອນແຕ້ມສະເກັດພາບດ້ວຍມື, ແຕ້ມດ້ວຍຄອມພິວເຕີ, ການ ລະ ບາຍສີຄົບຖ້ວນສົມບູນ; ປະກອບຮູບພາບລົງໃສ່ປຶ້ມ ແລະ ຂໍ້ມູນ ທີ່ຈຳ ເປັນລົງໃນພາບ, ຈັດພິມ ແລະ ຕັດເຈ້ຍ ປະດັບເອ້ ກາຍເປັນ ປຶ້ມທີ່ສົມ ບູນແບບ.
 
ນາງ ເລືອງທິແທງຈຸກ ໃຫ້ຮູ້ອີກວ່າ: ຂັ້ນຕອນທ້າຍສຸດແມ່ນ ເຕັກນິກ ໃນການພັບເຈ້ຍໜ້າປຶ້ມ ເພື່ອຈັດໃຫ້ເປັນກຸ່ມຮູບພາບໃນ ເມື່ອເປີດ ອອກ ແລະ ພັບເຂົ້າ. ຢູ່ໃນຂັ້ນຕອນນີ້, ແຕ່ລະໜ້າຂອງປຶ້ມ ຈະມີເຕັກ ນິກ ສະ ເພາະ ສໍາລັບການພັບ. “ຂັ້ນຕອນຂອງການພັບ ແລະ ການ ແຕ້ມ ຈະ ຕ້ອງກົມກຽວກັນທີ່ສຸດ. ຜູ້ແຕ້ມ ແລະ ຜູ້ພັບ  ຈະຕ້ອງເລືອກ ຈຸດຕັດ ກັນ ທີ່ແນ່ນອນຂອງໂຄງສ້າງແບບປຶ້ມ ເພື່ອໃຫ້ມັນເດັ່ນຂຶ້ນ. ນອກນັ້ນ, ຈໍາ ເປັນຕ້ອງຮັບປະກັນຂະໜາດຂອງຈຸດຕັດກັນ ຈະເຮັດ ແນວໃດເມື່ອ ເປີດອອກ ຈຸດຕັດກັນນັ້ນ ຈະໂນນຂຶ້ນເອງຢ່າງໜ້າປະ ທັບໃຈ ແລະ ເມື່ອພັບເຂົ້າ ມັນກໍພັບຄືນ ສູ່ສະພາບ ເດີມ”.
 
ປຶ້ມ “ເມືອງໄຊງ່ອນ” ປະກອບມີພາກສະເໜີ ກ່ຽວກັບໄຊງ່ອນ-ນະຄອນ ໂຮ່ຈີມິນ ທີ່ເຕັມໄປດ້ວຍຄວາມຂະຫຍັນຂັນແຂງ, ສົດໃສ ແລະ ເຕັມ ໄປດ້ວຍຄຸນຄ່າທາງດ້ານວັດທະນະທຳທີ່ ເປັນເອກະລັກ ສະເພາະ, ມີ ຄວາມປະທັບໃຈຢ່າງຫຼວງຫຼາຍ. ຄຽງຂ້າງກັນນັ້ນ, ແຜນທີ່ແນະນໍາ ກ່ຽວກັບນະຄອນ ໂຮ່ຈີມິນ ເພື່ອບົ່ງບອກ ແຂກທ່ອງທ່ຽວສາມາດຊອກ ຫາສະຖານທີ່ໃດໜຶ່ງທີ່ຕົນເອງຕ້ອງການໄດ້ຢ່າງສະດວກສະບາຍ. ສໍາ ລັບເນື້ອໃນຕົ້ນຕໍຂອງປຶ້ມເຫຼັ້ມນີ້ ປະກອບມີ 10 ແຫ່ງທາງ ດ້ານສະຖາ ປັດຕະຍະກໍາທີ່ມີຊື່ສຽງ ສວຍງາມ ແລະ ສ້າງຂຶ້ນໃນແບບ ຂອງ Pop-up ຄື: ບໍລິເວນສວນສີຂຽວຂອງ ໜອງເຕົ່າ ເບິ່ງຈາກມູມສູງ ລົງມາ; ສະ ຖານທີ່ສະຖາປັດຕະຍະກຳ ເອກະລັກຂອງສະຖານ ບູຮານ ປະຫວັດ ສາດ-ວັດທະນະທຳ ໂບດດຶກບາ, ໂບດເຕິນດິ້ງ, ອາຄານໄປສະນີກາງ, ຕະຫຼາດ ເບັນແທ່ງ...ຫຼື ຂົວແຫ່ງຕ່າງໆ ທີ່ຊົງຄຸນຄ່າທາງດ້ານ ປະຫວັດ ສາດ ພິເສດແມ່ນ: ຂົວ ມົ່ງ, ຂົວ ບິ່ງເລີ້ຍ. ໃນນີ້ ມີຄວາມປະທັບໃຈ ຫຼາຍທີ່ສຸດແມ່ນ ລົດເມ, ລົດເກງ, ເຮືອ... ລ້ວນແລ້ວແຕ່ເຄື່ອນ ທີ່ໄດ້ ຢູ່ໃນໜ້າປຶ້ມ, ສ້າງຄວາມປະທັບໃຈ ແລະ ແປກຕາໃຫ້ແກ່ຜູ້ເບິ່ງ. ສໍາ ລັບພາກຂອງຮູບພາບ ໃນແຕ່ລະໜ້າ ຂອງ ປຶ້ມ ຈະຂຽນປະຫວັດສາດ ໂດຍຫຍໍ້ ແລະ ຄຳອະທິບາຍ ແຕ່ລະຮູບພາບ, ສະຖາປັດຕະຍະກໍາ ຢ່າງລະອຽດ. ປຶ້ມ “ເມືອງໄຊງ່ອນ” ເຮັດເປັນພາສາຫວຽດນາມ ແລະ ອັງກິດ, ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ຕ່າງປະເທດ ເມື່ອເດີນສຳ ຫຼວດຄົ້ນຫາ ເມືອງ ໄຊງ່ອນ-ນະຄອນໂຮ່ຈີມິນ.

ໜ້າປົກປຶ້ມ “ເມືອງໄຊງ່ອນ” ແມ່ນການສັງລວມເອົາບັນດາສະຖານທີ່ ສຳຄັນທີ່ມີຊື່ສຽງຢູ່ໃນໄຊງ່ອນ
ໂດຍການອອກແບບປະສົມ ປະສານທີ່ ກົມກຽວກັນ. ພາບ: ທົງຫາຍ



ປຶ້ມ “ເມືອງໄຊງ່ອນ” ມີຄວາມປະທັບໃຈໃນການອອກແບບ ສີສັນ ທີ່ ໂດດເດັ່ນ...ພາບ: ທົງຫາຍ


...ແລະ ມີແຜນທີ່ແນະນໍາ ແຕ່ລະສະຖານທີ່ສໍາຄັນທີ່ມີຊື່ສຽງ ຢູ່ໃນ ໄຊງ່ອນ. ພາບ: ເອກະສານ


ສະຖານ ຫວຽດນາມ ກ້ວກຕື ຕັ້ງຢູ່ຖະໜົນເລກທີ 3/2, ເມືອງ 10, ນະຄອນ ໂຮ່ຈີມິນ. ພາບ: ເອກະສານ


ຕະຫຼາດ ເບັນແທ່ງ ໃນໜ້າປຶ້ມ “ເມືອງໄຊງ່ອນ”. ພາບ: ເອກະສານ


ຂົວ ມົ່ງ ໃນໜ້າປຶ້ມ “ເມືອງໄຊງ່ອນ”. ພາບ: ທົງຫາຍ


ອາຄານໄປສະນີກາງ ໃນໜ້າປຶ້ມ “ເມືອງໄຊງ່ອນ”. ພາບ: ທົງຫາຍ


ໂບດ ເຕິນດິ້ງ ໃນໜ້າປຶ້ມ “ເມືອງໄຊ ງ່ອນ”. ພາບ: ເອກະສານ


ຂົວເກົ່າ ບິ່ງເລີ້ຍ ໃນໜ້າປຶ້ມ “ເມືອງໄຊງ່ອນ”. ພາບ: ທົງຫາຍ


ຜູ້ອ່ານສາມາດຊອກຮູ້ຄຸນຄ່າທາງປະຫວັດສາດຂອງແຕ່ລະສະຖານທີ່ສຳຄັນຢູ່ໃນປຶ້ມ “ເມືອງໄຊງ່ອນ”. ພາບ: ທົງຫາຍ
ໄດ້ຮູ້ວ່າ ຜະລິດຕະພັນປຶ້ມ Pop-up ມີຊື່ວ່າ “ເມືອງໄຊງ່ອນ” ຂອງ ກຸ່ມໄວໜຸ່ມ ຊຶ່ງພະແນກການທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ເລືອກ ເອົາເປັນໜຶ່ງໃນ 8 ຜະລິດຕະພັນ ເຄື່ອງທີ່ລະນຶກ ທີ່ມີ ເອກະລັກສະ ເພາະຂອງນະຄອນ ໂຮ່ຈີມິນ ເພື່ອໂຄສະນາ ເຜີຍແຜ່ຕໍ່ເພື່ອນມິດສາ ກົນ ກ່ຽວກັບມູມມອງໃໝ່ ຂອງ ນະຄອນ ທີ່ເຕັມໄປດ້ວຍ ຄວາມຂະ ຫຍັນຂັບເຄື່ອນອັນດັບໜຶ່ງຂອງຫວຽດນາມ ໂດຍຜ່ານສະຖາປັດຕະຍະ ກຳ ສຳຄັນຕ່າງໆ ທີ່ມີຊື່ສຽງ.
ບົດ: ຫງວຽນຫວູແທ່ງດາດ- ພາບ: ທົງຫາຍ ແລະ ເອກະສານ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top