• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້ານ ຫວຽດນາມ-ກຳປູເຈຍ

ການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງ ເປັນທາງການ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ  ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ (ແຕ່ວັນ ທີ 20-21 ທັນວາ 2016) ເປັນເຫດການໜຶ່ງ ທີ່ສຳຄັນ, ປະກອບ ສ່ວນ ຢ່າງຕັ້ງໜ້າ ໃນການ ຊຸກຍູ້ຄວາມສາມັກຄີ ມິດຕະພາບ ອັນ ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະການ ພັດທະນາທີ່ຍືນ ຍົງ ລະຫວ່າງ ສອງປະເທດ ຫວຽດນາມ-ກຳປູເຈຍ, ໃນນັ້ນ ມີການ ມຸ່ງ ສູ່ເປົ້າໝາຍ ຍົກວົງເງິນການຄ້າສອງຊາດ ບັນລຸ 5 ຕື້ໂດລາສະ ຫະລັດ ໃນຊຸມປີຈະມາເຖິງ. 
ໃນການພົບປະເຈລະຈາ, ການນຳຂັ້ນສູງ ສອງປະເທດ ຕ່າງກໍເປັນ ເອກະພາບ ໃນການປັບປຸງ ແລະ ພັດທະນາການ ພົວພັນໄມຕີຈິດ ມິດຕະພາບ, ການຮ່ວມມື ຮອບດ້ານ ຫວຽດນາມ-ກຳປູເຈຍ, ກຳປູ ເຈຍ-ຫວຽດນາມ ແມ່ນມີຄວາມໝາຍ ສຳຄັນພິເສດ ຕໍ່ສອງປະ ເທດ, ສອງຝ່າຍສືບຕໍ່ປັບປຸງ ແລະ ພັດທະນາ ການພົວພັນສອງ ປະ ເທດ ຕາມທິດນຳ “ບ້ານໃກ້ ເຮືອນຄຽງ ທີ່ດີ, ມິດຕະພາບ ອັນເປັນ ມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ເຄົາລົບ ຄວາມເປັນ ເອກະລາດ, ສິດອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນ ອັນຄົບຖ້ວນຂອງກັນ,  ບໍ່ແຊກແຊງ ເຂົ້າວຽກງານພາຍໃນ ຂອງ ກັນ ແລະ ກັນ, ບໍ່ໃຫ້ກຳລັງສັດຕູ ໃດໆ ນຳໃຊ້ ດິນແດນ ປະເທດຕົນ ເພື່ອນາບຂູ່ຕ່ໍຄວາມສະຫງົບ ຂອງ ປະເທດອື່ນ, ແກ້ໄຂ ບັນຫາທີ່ ເກີດ ຂຶ້ນລະຫວ່າງ ປະເທດ ໂດຍສັນຕິວິທີ. 

ພິທີຕ້ອນຮັບນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ  ຮຸນແຊນ
ໄດ້ຈັດຂຶ້ນຢ່າງ ສົມກຽດ ທີ່ສຳນັກງານປະທານປະເທດ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ນາຍົກ ລັດຖະມົນຕີ ກຳປູເຈຍ ຮຸນແຊນ ທີ່ສຳນັກງານລັດຖະບານ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ນາຍົກລັດຖະມົນຕີ ຮຸນແຊນ ທຳການພົບປະເຈລະຈາ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານ ໃນການລົງນາມ ເອກະສານ ສະບັບຕ່າງໆ ວ່າດ້ວຍການຮ່ວມມື ລະຫວ່າງ ສອງປະ ເທດ. ພາບ: ຖົ໋ງເຍິດ/VNA
 
ກ່ຽວກັບບັນຫາຊາຍແດນ, ສອງຝ່າຍຢືນຢັນ ໃຫ້ການເຄົາລົບ ແລະ ປະຕິບັດຢ່າງຄົບຖ້ວນ ບັນດາຂໍ້ສັນຍາ ກ່ຽວກັບ ການກຳນົດຊາຍ ແດນ ແລະ ບັນດາຂໍ້ສັນຍາ, ຂໍ້ຕົກລົງ ກ່ຽວຂ້ອງ  ວ່າດ້ວຍຊາຍ ແດນ ທີ່ໄດ້ຮັບການລົງນາມຮ່ວມ ລະຫວ່າງສອງປະເທດ; ຕີລາຄາ ສູງ ບັນດາຄວາມມານະພະຍາຍາມ ຂອງຄະນະກຳມາທິ ການປະ ສົມ ກ່ຽວກັບ ການແບ່ງເຂດ ປັກຫຼັກໝາຍຢູ່ເທິງບົກ ສຳເລັດກວ່າ 83% ປະລິມານວຽກງານ ແບ່ງເຂດ ປັກຫຼັກໝາຍ ຢູ່ເທິງບົກ ໃນໄລ ຍະຜ່ານມາ. ບົນຈິດໃຈດັ່ງກ່າວ ສອງຝ່າຍໄດ້ຕັດສິນໃຈ ແກ້ໄຂ ບັນ ຫາຊາຍແດນ ທີ່ຍັງຄ້າງຄາ ເພື່ອສຳເລັດວຽກງານ ແບ່ງເຂດ ປັກ ຫຼັກໝາຍ ຢູ່ເທິງບົກ ແລະ ສຳເລັດ ເອກະສານ ແບ່ງເຂດປັກ ຫຼັກ ໝາຍ ທີ່ກ່ຽວຂ້ອງຍິ່ງໄວຍິ່ງດີ ແນໃສ່ ສ້າງເສັ້ນຊາຍແດນ ລະ ຫວ່າງ ສອງປະເທດ ເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ສະຖຽນ ລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ທີ່ຍືນຍົງ ອີກດ້ວຍ.

ບົນຈິດໃຈ ບ້ານໃກ້ ເຮືອນຄຽງມິດຕະພາບ ລະຫວ່າງສອງປະ ເທດ, ຫວຽດນາມ ປາດຖະໜາວ່າ ຝ່າຍ ກຳປູເຈຍ ຈະສືບຕໍ່ ມີ ມາດຕະການ ທີ່ສອດຄ່ອງ ໃນການຮັບປະກັນ ບັນດາສິດ ທີ່ຖືກ ຕ້ອງ ຕາມກົດໝາຍ ຂອງຊາວຫວຽດນາມ ທີ່ອາໄສ ຢູ່ ກຳປູເຈຍ ໄດ້ຮັບປະພຶດຕໍ່ຢ່າງສະເໝີພາບ ຄື ຊາວຕ່າງປະເທດ ທີ່ອາໄສ ຢູ່ ກຳປູເຈຍ ຊຶ່ງສອດຄ່ອງກັບກົດໝາຍ ແລະ ບັນດາ ຂໍ້ກຳນົດ ຂອງ ກຳປູເຈຍ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີ ການພົວພັນມິດ ຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ.

ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບ ນາຍົກລັດມົນ ຕີ ຮຸນແຊນ. ພາບ: ຈີ໋ຢຸງ/VNA


ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ນາຍົກລັດ ຖະມົນຕີ ຮຸນແຊນ. ພາບ: ຍານຊ໋າງ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ຕ້ອນຮັບ ນາຍົກລັດຖະມົນຕີ ຮຸນແຊນ. ພາບ: ຈ້ອງດຶກ/VNA

ໃນສະຖານະການສາກົນ ແລະ ພາກພື້ນມີທ່າອ່ຽງ ນັບມື້ນັບ ມີ ຄວາມຜັນແປໄປ ຢ່າງສັບສົນ ຄືປັດຈຸບັນ, ສອງຝ່າຍ ໄດ້ເປັນ ເອກະພາບ ໃນການແບ່ງປັນຂໍ້ມູນຂ່າວສານ ແລະ ສະໜັບສະໜູນ ເຊີ່ງ ກັນ ແລະ ກັນ ບົນເວທີປາໄສຫຼາຍຝ່າຍ, ພິເສດແມ່ນອາຊຽນ. ສອງ ຝ່າຍເນັ້ນໜັກ ລະດັບຄວາມສຳຄັນ ຂອງການຮັກສາ ສັນຕິ ພາບ, ສະຖຽນລະພາບ ແລະ ຄວາມສະຫງົບ ຢູ່ທະເລ ຕາເວັນ ອອກ; ແກ້ໄຂຂໍ້ຜິດພາດ ໂດຍສັນຕິວິທີ, ອົດກັ້ນ, ບໍ່ນຳໃຊ້ ຫຼື ນາບ ຂູ່ນຳໃຊ້ກຳລັງອາວຸດ ຊຶ່ງສອດຄ່ອງກັບ ບັນດາຫຼັກການ ທີ່ໄດ້ຮັບ ຮອງ ຢ່າງກວ້າງຂວາງ ຂອງກົດໝາຍ ສາກົນ ຊຶ່ງລວມມີ ສົນທິສັນ ຍາ ຂອງ ສະຫະປະຊາຊາດວ່າດ້ວຍ ກົດໝາຍທະເລ ປີ 1982 (UNCLOS). ສອງຝ່າຍມຸ້ງຫວັງໃນການ ປະສານສົມທົບ, ຄວາມ ພະຍາຍາມ ໃນການປະຕິບັດ ຢ່າງຄົບຖ້ວນ ແລະ ປະສິດທິຜົນ ຖະແຫຼງການ ກ່ຽວກັບການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລ ຕາ ເວັນອອກ (DOC) ແລະ ສ້າງໃຫ້ສໍາເລັດໂດຍໄວ ກົດລະບຽບ ການ ປະພຶດ ຢູ່ທະເລ ຕາເວັນອອກ(COC).

ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາ ໃນການສືບຕໍ່ຮ່ວມມືກັນຢ່າງ ແໜ້ນແຟ້ນ ແລະ ກັບບັນດາປະເທດສະມາຊິກ ໃນຂອບເຂດ ຂອງ ຄະນະກຳມາ ທິການແມ່ນ້ຳຂອງສາກົນ, ຮ່ວມມືແມ່ນ້ຳຂອງ-ລ້ານ ຊ້າງ ແລະ ການຮ່ວມມືອື່ນໆ ແນໃສ່ຮັບປະກັນ ການຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳ ຢູ່ແມ່ນ້ຳຂອງຢ່າງຍືນຍົງ ຕາມກົດລະບຽບ ຂອງ ສາກົນ, ເພື່ອຜົນປະໂຫຍດ ຂອງບັນດາປະເທດ ຕາມລຳແມ່ນ້ຳ ຂອງ ແລະ ເພື່ອຈຸດໝາຍ ທີ່ຍືນຍົງໃນພາກພື້ນ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເປັນເອກະພາບໃນການ ປະສານ ສົມທົບ ຈັດຕັ້ງ ການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 50 ປີ ວັນ ສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ກຳປູເຈຍ (24/6/1967-24/6/2017); ລົງນາມໃນເອກະສານ ການຮ່ວມມື ສຳຄັນ ສະບັບຈຳນວນໜຶ່ງ; ສອງຝ່າຍເຫັນດີເປັນເອກະພາບ ໃນ ການຊີ້ນຳບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ປະສານສົມ ທົບ ເພີ່ມມູນຄ່າການຄ້າສອງປະເທດໃຫ້ບັນລຸ 5 ຕື້ໂດລາສະຫະ ລັດ ໃນຊຸມປີຈະມາເຖິງ.


ນາຍົກລັດຖະມົນຕີ ຮຸນແຊນ ໄປວາງພວງມາລາ ແລະ ເຂົ້າໄວ້ ອາໄລ ສຸສານ ປະທານໂຮ່ຈີມິນ. ພາບ: ຟ້າມກຽນ/VNA


ເລຂາຄະນະພັກນະຄອນໂຮ່ຈີມິນ ດິງລາທັງ ພົບປະແລກປ່ຽນ ຄຳ ຄິດເຫັນ ກັບ ນາຍົກລັດຖະມົນຕີ ຮຸນແຊນ. ພາບ: ແທງຫວູ/VNA
 

ນາຍົກລັດຖະມົນຕີ ຮຸນແຊນ ພົບປະກັບ ພົນເອກ ຟ້າມວັນຈ່າ, ອະ ດີດລັດຖະມົນຕີ ກະຊວງ ປ້ອງກັນປະເທດຫວຽດນາມ ແລະ ອະ ດີດອາສາສະໝັກ ຫວຽດນາມ
ທີ່ເຮັດພັນທະສາກົນທີ່ ກຳປູເຈຍ ໃນໄລຍະຜ່ານມາ. ພາບ: ແທງຫວູ/VNA



ນາຍົກລັດຖະມົນຕີ ຮຸນແຊນ ທຳການຢ້ຽມຢາມເຂດຮ່ອງຮອຍ ປະ ຫວັດສາດ ກອງ 125 ຢູ່ຕາແສງລອງຢາວ, ເມືອງ ເກີ່ມໜີ໋ ແຂວງ ດົ່ງນາຍ. ກອງ 125
ແມ່ນຕົ້ນ ກຳເນີດ ຂອງ ກຳລັງ ປະກອບອາວຸດ ສາມັກຄີ ກູ້ຊາດ ກຳປູເຈຍ. ພາບ: ສີ໊ຕວຽນ/VNA


ນາຍົກລັດຖະມົນຕີ ຮຸນແຊນ ໄຕ້ທູບທີ່ຂຸມຝັງສົບ ຂອງ ນັກຮົບ ກຳປູເຈຍ 49 ຄົນ ທີ່ ປ່າຊ້າ ເຂດຮ່ອງຮອຍປະຫວັດສາດ ກອງ 125
ທີ່ຕາແສງ ລອງຢາວ, ເມືອງເກ່ີມໝີ໊, ແຂວງດົ່ງນາຍ. ພາບ: ສີ໊ຕວຽນ/VNA
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top