• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ VOV ກັບສະຖານີວິທະຍຸປະຊາຊົນ ກວາງສີ,ປະເທດຈີນ

      ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຫາຍ ຊີ້ແຈ້ງວ່າ: ໃນຫຼາຍປີຜ່ານມາ, VOV ມີການພົວພັນອັນດີງາມກັບວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດຈີນ

ການນຳ 2 ຝ່າຍຖ່າຍຮູບທີ່ລະນຶກພາຍຫລັງການພົບປະ
      ຕອນເຊົ້າວັນທີ 22 ມີນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວານຊື໋, ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບຄະນະຜູ້ແທນກົມສື່ມວນຊົນພິມຈຳໜ່າຍກະຈາຍສຽງ ໂທລະພາບ ກວາງສີ, ປະເທດ ຈີນ ແລະ ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດ ຈີນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຫາຍ ຊີ້ແຈ້ງວ່າ: ໃນຫຼາຍປີຜ່ານມາ, VOV ມີການພົວພັນອັນດີງາມກັບວິທະຍຸກະຈາຍສຽງປະຊາຊົນ ກວາງສີ, ປະເທດຈີນ. ຫວ່າງແລ້ວນີ້, VOV ໄດ້ສົ່ງນັກຂ່າວໄປ ຈີນ ເພື່ອເຮັດບັນດາສາລະຄະດີ ແນະນຳກ່ຽວກັບປະເທດຈີນ. ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ໃຫ້ຮູ້ວ່າ:
        ປະຈຸບັນ, VOV ມີ 8 ຊ່ອງກະຈາຍສຽງ, 17 ຊ່ອງໂທລະພາບ,  2 ສື່ເອເລັກໂຕນິກ, ສິ່ງພິມ 1 ສະບັບ. ໃນໄລຍະຈະມາເຖິງ, ຫວັງວ່າ ວິທະຍຸສອງ ແຫ່ງ ຈະມີບັນດາການຮ່ວມມືເປີດກ້ວາງກ່ວາໃນບັນດາຂົງເຂດຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ. ນອກຈາກການຮ່ວມມືໂຄສະນາແນະນຳປະເທດຊາດ, ປະຊາຊົນ, ຜົນງານ, ຮີດຄອງປະເພນີຂອງປະຊາຊົນ 2 ປະເທດແລ້ວ, ພວກເຮົາອາດສາມາດໂຄສະນາກ່ຽວກັບບັນຫາເສດຖະກິດ.
        ສ່ວນທ່ານນາງ ຫລຸຍເຢຍ, ຮອງຫົວໜ້າກົມສື່ມວນຊົນພິມຈຳໜ່າຍກະຈາຍສຽງ ໂທລະພາບ ກວາງສີ, ປະເທດຈີນ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງ VOV ແລະ ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ ໄດ້ເປີດກ້ວາງຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນງານຫຼາຍຢ່າງ. ປະຈຸບັນ, ສະຖານີວິທະຍຸກະຈາຍສຽງປະຊາຊົນ ກວາງສີ ແລະ VOV ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືພ້ອມກັນຜະລິດ ແລະ ອອກອາກາດລາຍການໂທລະພາບເພື່ອເປັນຂີດໝາຍແຫ່ງການຮ່ວມມືລະຫວ່າງວິທະຍຸ 2 ແຫ່ງ ກ້າວຂຶ້ນສູ່ລະດັບສູງໃໝ່.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top