• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີການຮ່ວມມືກັບບັນດາປະເທດ ເອີຣົບ ຕາເວັນຕົກ ແລະ ຍົກສູງຖານະບົດບາດບົນເວທີສາກົນ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ໄດ້ມີການໄປຢ້ຽມຢາມ ສ.ເຢຍລະມັນ, ເຂົ້າຮ່ວມກອງປະຊຸມ ສຸດຍອດ G20 ແລະ ໄປຢ້ຽມຢາມປະເທດ ໂຮນລັງ ແຕ່ວັນທີ 5-11 ກໍລະກົດ 2017. ຜົນສຳເລັດຂອງການເຄ່ືອນໄຫວດັ່ງກ່າວ ສະແດງອອກຜ່ານບັນດາຂໍ້ຕົກລົງຮ່ວມມືທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ ເຊິ່ງ ຫວຽດນາມ ໄດ້ລົງນາມກັບ ເຢຍລະມັນ ແລະ ໂຮນລັງ, ກໍ່ຄືສະແດງໃຫ້ເຫັນຖານະບົດບາດຂອງ ຫວຽດນາມ ໄດ້ຍົກສູງເທິງເວທີສາກົນ, ພິເສດແມ່ນໄປເຂົ້າຮ່ວມກອງປະຊຸມຍຸດສອດ G20 ດ້ວຍ ບົດບາດທີ່ເປັນເຈົ້າພາບຂອງ APEC 2017.
ເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ເຢຍລະມັນ ແລະ ໂຮນລັງ
ການຢ້ຽມຢາມ ແລະ ເຮັດວຽກທີ່ ສ.ເຢຍລະມັນ ຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸໄດ້ຫຼາຍຜົນງານທີ່ຍິ່ງໃຫຍ່, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືສອງຝ່າຍລະຫວ່າງ ສອງປະເທດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ... ເນື່ອງໃນໂອກາດນີ້, ສອງປະເທດໄດ້ລົງນາມໃນຂໍ້ຕົກລົງ 36 ສະບັບ ດ້ວຍຍອດມູນຄ່າປະມານ 4 ຕື້ໂດລາສະຫະລັດ. ໃນການພົບປະເຈລະຈາກັບທ່ານນາງ Angela Merkel, ນາຍົກລັດຖະມົນຕີແຫ່ງ ສ.ເຢຍລະມັນ, ທັງສອງຝ່າຍໄດ້ເປັນ ເອກະສັນກັນວ່າ ສອງປະເທດຍັງມີຫຼາຍທ່າແຮງບົ່ມຊ້ອນໃນການ ຮ່ວມມື ແລະ ຕ້ອງສົມທົບເພື່ອຊຸກຍູ້, ສ້າງໂອກາດໃຫ້ແກ່ປະຊາຄົມ ວິສາຫະກິດຂອງສອງປະເທດໄດ້ພົບປະກັນຫຼາຍກວ່າ.

ທ່ານນາງ Angela Merkel, ນາຍົກລັດຖະມົນຕີແຫ່ງ ສ.ເຢຍລະມັນ
ຕ້ອນຮັບທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ
. ຫວຽດນາມ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ
ກັບທ່ານນາງ
Angela Merkel, ນາຍົກລັດຖະມົນຕີແຫ່ງ ສ.ເຢຍລະມັນ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ມີການພົບປະແລກປ່ຽນ
ຄວາມຄິດຄວາມເຫັນກັບທ່ານ
Frank-Walter Steinmeier, ປະທານາທິບໍດີແຫ່ງ ສ.ເຢຍລະມັນ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ມີການພົບປະກັບ
ທ່ານນາງ
Malu Dreyer, ປະທານສະພາສູງ ເຢຍລະມັນ. ພາບ:ຖົ໋ງເຍິດ
/VNA
 

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ
ມີການເຮັດວຽກກັບບັນດາວິສາຫະກິດລາຍໃຫຍ່ຂອງ ເຢຍລະມັນ. ພາບ: ຖົ໋ງເຍິດ/VNA

ທີ່ປະເທດ ໂຮນລັງ, ໃນການພົບປະເຈລະຈາກັບທ່ານ Mark Rutte, ນາຍົກລັດຖະມົນຕີ ໂຮນລັງ, ທ່ານນາຍົກລັດຖະມົນຕີທັງສອງໄດ້ຕີລາຄາທັງໝົດການພົວພັນສອງຝ່າຍໃນໄລຍະມໍ່ໆ​ມານີ້, ເປັນຕົ້ນແມ່ນການຮ່ວມມືໃນ 5 ຂົງເຂດບຸລິມະສິດຄື: ແກ້ໃຫ້ຖືກເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນຳ້, ກະສິກຳ, ນຳ້ມັນອາຍແກັສ, ທ່າກຳປັ່ນທະເລ, ບໍລິການພະລາທິການ ເຊິ່ງການນຳສອງປະເທດໄດ້ຕົກລົງກັນຊຸກຍູ້ໃນຊຸມປີຜ່ານມາ, ພິເສດແມ່ນການຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດວ່າດ້ວຍການແກ້ໃຫ້ຖືກເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນຳ້ (ເຊັນເມື່ອປີ 2010), ແລະ ຂໍ້ຕົກລົງຄູ່ຮ່ວມມື ຍຸດທະສາດວ່າດ້ວຍກະສິກຳຍືນຍົງຄົງຕົວ ແລະ ຄວາມປອດໄພດ້ານອາຫານການກິນ (ເຊັນເມື່ອປີ 2014).

ສອງຝ່າຍໄດ້ເປັນເອກະສັນວ່າ ຈະຊຸກຍູ້ການຮ່ວມມືໃນຂົງເຂດ ກະສິກຳເຕັກໂນໂລຊີສູງ ແລະ ຄວາມໝັ້ນຄົງ, ປອດໄພດ້ານອາຫານການກິນ, ຍົກສູງຄຸນຄ່າຜະລິດຕະພັນຊີ້ນສັດລ້ຽງ, ຄົ້ນຄວ້າແນວພັນປູກທີ່ເໝາະກັບການປ່ຽນແປງຂອງດິນຟ້າອາກາດ... ເນື່ອງໃນ ໂອກາດນີ້, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ 11 ສະບັບ ດ້ວຍຍອດມູນຄ່າປະມານ 700 ລ້ານໂດລາສະຫະລັດ. 

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ
ພົບປະເຈລະຈາກັບທ່ານ Mark Rutte, ນາຍົກລັດຖະມົນຕີ ໂຮນລັງ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ກັບ ທ່ານ Mark Rutte,
ນາຍົກລັດຖະມົນຕີ ໂຮນລັງ ໄດ້ເປັນ
ສັກຂີພິຍານໃນການລົງທຶນໃນຂໍ້ຕົກລົງກ່ຽວກັບໂຄງການ
ຕໍ່ກຳປັ່ນ
ຕຳຫຼວດທະເລ ອະເນກປະສົງ 6 ລຳ ລະຫວ່າງກຳລັງຕຳຫຼວດ ຫວຽດນາມ
ແລະ ກຸ່ມບໍລິສັດຕໍ່ກຳປັ່ນ
Damen. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ກັບ ທ່ານ Mark Rutte,
ນາຍົກລັດຖະມົນຕີ ໂຮນລັງ ແລະ ກຸ່ມທະນາຄານ ໂລກ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການ

ຮ່ວມມືຄຸ້ມຄອງຄວາມປອດໄພດ້ານອາຫານການກິນຢູ່ ຫວຽດນາມ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ພ້ອມພັນລະຍາ
ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາງ 
Ankie Broekers Knol, ປະທານສະພາສູງ (ເບື້ອງຂວາ)
ແລະ ທ່ານນາງ 
Khadija Arib, ປະທານສະພາຕຳ່. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ໄດ້ເປັນສັກຂີພິຍານໃນພິທີ
ມອບບັນດາເອກະສານວ່າດ້ວຍການຮ່ວມ
ມືລະຫວ່າງສອງປະເທດ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ພົບປະກັບທ່ານ Philipp Roesler,
ຜູ້ອຳນວຍການບໍລິຫານເວທີ
ປາໄສເສດຖະກິດໂລກ (WEF). ພາບ: ຖົ໋ງເຍິດ/VNA

ສັນຍາລັກຂອງປະເທດເຈົ້າພາບ APEC 2017 ຢູ່ກອງປະຊຸມ ສຸດຍອດ G20
ເມື່ອກ່າວປາໄສທີ່ກອງປະຊຸມ ສຸດຍອດ G20 ຊຶ່ງໄດ້ຈັດຂຶ້ນຢູ່ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ ເຫັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນດ້ານປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກໃຫ້ເຫັນແຈ້ງວ່າ ດ້ວຍຖານະບົດບາດທີ່ເປັນເຈົ້າພາບຂອງເວທີປາໄສ ຮ່ວມມືເສດຖະກິດອາຊີ-ປາຊີຟິກ APEC 2017, ຫວຽດນາມ ຈະຊຸກຍູ້ບັນດາຫົວຂໍ້ບຸລິມະສິດໃນການພິຈາລະນາຢູ່ APEC 2017 ຄື: ພັດທະນາຢ່າງໝັ້ນຄົງ, ປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບ; ສົມທົບກັບບັນດາສະມາຊິກຂອງ APEC ເພື່ອຊຸກຍູ້ການແລກປ່ຽນຢ່າງເລິກເຊິ່ງ ແລະ ມີບັນດາ ກົນໄກ, ຂອບເຂດຮ່ວມມືກ່ຽວກັບການພັດທະນາຢ່າງໝັ້ນຄົງ, ທັງດ້ານເສດຖະກິດ, ສັງຄົມ ແລະ ການເງິນອີກດ້ວຍ. 

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ແລະ ບັນດາທ່ານຫົວໜ້າຄະນະ
ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ
G20 ຢູ່ ເຢຍລະມັນ.
ພາບ
: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ
ກັບ ທ່ານຜູ້ນຳບັນດາປະເທດ G20. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ
ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທີ 3 ກ່ຽວກັບຫົວຂໍ້ ການພົວພັນຄູ່ຮ່ວມມື
ກັບທະວີບອາຟຣິກກາ, ການຍ້າຍຕົວ ແລະ ສາທາລະນະສຸກ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ມີການພົບປະກັບ
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່
, ປະທານປະເທດແຫ່ງ ສປ. ຈີນ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ມີການພົບປະກັບ
ທ່ານ
Donald Trump ປະທານາທິບໍດີແຫ່ງ ສ.ອາເມລິກາ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະກັບ
ທ່ານ
Narendra Modi ນາຍົກລັດຖະມົນຕີ ອິນເດຍ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ມີການພົບປະ ກັບ
ທ່ານ
Moon Jae-in ປະທານາທິບໍດີແຫ່ງ ສ.ເກົາຫຼີ. ພາບ:ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ມີການພົບປະກັບ
ທ່ານ
Malcolm Turnbull ນາຍົກລັດຖະມົນຕີ ອົສຕຣາລີ. ພາບ:ຖົ໋ງເຍິດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ກ່າວປາໄສທີ່ວາລະປະຊຸມຄັ້ງທີ 4 ກ່ຽວກັບການຫັນປ່ຽນຕົວເລກ, ມອບສິດໃຫ້ແກ່ແມ່ຍິງ ແລະ ວຽກເຮັດງານທຳ. ທີ່ນີ້ ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນຫຼາຍບົດຮຽນຂອງ ຫວຽດນາມ ກໍ່ຄືແຜນຊຸກຍູ້ບຸລິມະສິດຂອງ APEC 2017, ຫັນໄປເຖິງການສ້າງວຽກເຮັດຫຼາຍກວ່າ, ພັດທະນາຢ່າງ ໝັ້ນຄົງ, ບໍ່ພຽງແຕ່ຢູ່ຂົງເຂດ ອາຊີ-ປາຊີຟິກ ເທົ່ານັ້ນ, ຫາກຍັງໃນທົ່ວໂລກ ອີກດ້ວຍ. 
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top