• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີການພົວພັນແບບພິເສດ ຫວຽດນາມ- ລັດເຊຍ

ໃນການພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ, ທ່ານນາງ Valentina Ivanovna Matvienko, ປະທານ ສະ ພາສູງ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ: “ລັດເຊຍ ຈະເຮັດສຸດ ຄວາມ ສາມາດຂອງຕົນເພື່ອການພັດທະນາ ແລະ ເປີດກວ້າງ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ສ. ລັດເຊຍ ແລະ ສສ ຫວຽດນາມ ນັບມື້ນັບເລິກເຊິ່ງ ກວ່າເກົ່າ”. 
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20-22 ກຸມພາ 2017 ຂອງ ທ່ານນາງ Valentina Ivanovna Matvienko, ປະທານສະພາສູງ ສ.ລັດເຊຍ ຖືວ່າ ເປັນການ ປະ​ກອບ​ສ່ວນ​ສຳຄັນ ເຂົ້າໃນການປັບ​ປຸງ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສສ.ຫວຽດ​ນາມ ແລະ ສ.ລັດ​ເຊຍ ເລິກ​ເຊິ່ງ​ຍິ່ງຂຶ້ນ, ເປັນຕົ້ນ ແມ່ນການພັດທະນາ ພົວພັນລະຫວ່າງອົງການນິຕິບັນຢັດ ສສ ຫວຽດນາມ-ສ.ລັດ ເຊຍ ແລະ ຊຸກຍູ້ການຮ່ວມມື ໃນບັນດາຂົງເຂດທີ່ມີ ທ່າແຮງ ບົ່ມຊ້ອນຄື: ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກ ສາ ແລະ ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ວິທະ ຍາສາດ-ເຕັກໂນໂລຊີ, ພະລັງງານ, ອາຍແກັດ ແລະ ອື່ນໆ.

ໃນການພົບປະເຈລະຈາກັບທ່ານນາງ ຫງວຽນທິກີມເງິນ, ປະ ທານສະພາແຫ່ງຊາດ ຫວຽດນາມ, ທ່ານນາງ Valentina Ivanovna Matvienko, ປະທານສະພາສູງ ສ.ລັດເຊຍ ໃຫ້ຮູ້ວ່າ ສ.ລັເຊຍ ໃຫ້ຄວາມສຳຄັນ ໃນການເພີ່ມທະວີສາຍ ພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງສອງອົງການ ນິຕິບັນ ຢັດ ຂອງ ສອງປະເທດ. ພ້ອມກັນນັ້ນ ສ.ລັດເຊຍ ກໍ່ຖື ສຳຄັນ ການ ພັດທະນາການພົວພັນລະຫວ່າງສອງປະເທດໃນຂົງເຂດເສດ ຖະ ກິດ ແລະ ການລົງທຶນ.

ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ
ທ່ານນາງ
Valentina Ivanovna Matvienko, ປະທານສະພາສູງ ສະຫະພັນ ລັດເຊຍ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດ ນາມ ພົບປະເຈລະຈາກັບ
ທ່ານນາງ
Valentina Ivanovna Matvienko, ປະທານສະພາສູງ ສະຫະພັນ ລັດເຊຍ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດ ນາມ ແລະ ທ່ານນາງ Valentina Ivanovna Matvienko,
ປະທານສະພາສູງ ສະຫະພັນ ລັດເຊຍ ໃນກອງປະຊຸມຂ່າວ ພາຍຫຼັງການພົບປະເຈລະຈາ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ Valentina Ivanovna Matvienko,
ປະທານສະພາສູງ ສະຫະພັນ ລັດເຊຍ ເປັນປະທານ ໃນການພົບປະສົນທະນາກ່ຽວກັບການເພີ່ມທະວີ
ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນຂອງ ຫວຽດນາມ-ສ.ລັດເຊຍ. ພາບ: ຈ້ອງດຶກ/VNA
 
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນ ການ ຊຸກຍູ້ ເຮັດໃຫ້ມູນຄ່າການຄ້າ ລະຫວ່າງສອງປະເທດບັນລຸ 10 ຕື້ ໂດລາສະຫະລັດ ໃນປີ 2020. ນອກຈາກນັ້ນ, ອົງການ ນິຕິບັນ ຢັດຂອງ ຫວຽດນາມ ແລະ ສ.ລັດເຊຍ ຈະສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມ ສະດວກຫຼາຍກວ່າເກ່ົາ ເພື່ອຊຸກຍູ້ ແລະ ເປີດກວ້າງການພົວພັນຮ່ວມມືລົງທຶນ, ເປັນຕົ້ນ ແມ່ນໃນ ບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ ຄື: ພະລັງງານ, ນ້ຳມັນ ອາຍ ແກັດ, ກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ... ພ້ອມກັນນັ້ນ ກໍ່ ຈະເພີ່ມທະວີການຄວບຄຸມກວດກາ ວຽກງານພັນຂະຫຍາຍ ບັນ ດາຂໍ້ຕົກລົງຮ່ວມມື.
 
ກ່ຽວກັບຂົງເຂດການສຶກສາ, ທ່ານນາງ Valentina Ivanovna Matvienko ໃຫ້ຮູ້ວ່າ ນີ້ແມ່ນຂົງເຂດຮ່ວມມືທີ່ມີປະສິດທິຜົນ ລະ ຫວ່າງສອງປະເທດ ແລະ ຝ່າຍ ສ.ລັດເຊຍ ພວມສືບຕໍ່ເພີ່ມເບ້ຍ ລ້ຽງ ຂອງ ລັດຖະບານໃຫ້ແກ່ນັກສຶກສາ ຫວຽດນາມ.
 
ອີກຂົງເຂດໜຶ່ງທີ່ສຳຄັນແມ່ນການຮ່ວມມືລະຫວ່າງບັນດາທ້ອງ ຖິ່ນຂອງ ສ.ລັດເຊຍ ແລະ ຫວຽດນາມ. ທ່ານນາງ Valentina Ivanovna Matvienko ໃຫ້ຮູ້ວ່າ ປະຈຸບັນມີຫຼາຍທ້ອງ ຖິ່ນຂອງ ສ.ລັດເຊຍ ໄດ້ສ້າງການພົວພັນກັບບັນດາທ້ອງຖິ່ນ ຂອງ ຫວຽດ ນາມ. ສະນັ້ນ ທ່ານນາງ Valentina Ivanovna Matvienko, ຈຶ່ງສະເໜີ ຈະມອບໃຫ້ອົງ ການຜູ້ແທນລາດຊະດອນມິດ ຕະ ພາບ ລະຫວ່າງສອງປະເທດ ໄຈ້ ແຍກຜົນງານການ ຮ່ວມມືລະ ຫວ່າງບັນດາທ້ອງຖິ່ນ, ຈາກນັ້ນຈຶ່ງຂຽນບົດລາຍງານຮ່ວມ ກ່ຽວ ກັບບັນຫາ ດັ່ງກ່າວ.


ໃນຂອບເຂດການຢ້ຽມຢາມ, ທ່ານນາງ Valentina Ivanovna Matvienko, ປະທານສະພາສູງ ສ. ລັດເຊຍ ໄດ້ພົບປະກັບ ສະ ຫາຍ  ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ປະທານປະເທດ ເຈິ່ນ ດ້າຍກວາງ ແລະ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ. 

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບທ່ານນາງ Valentina Ivanovna Matvienko,
ປະທານສະພາສູງ ສະຫະພັນ ລັດເຊຍ. ພາບ: ຈີ໋ຢຸງ/VNA



ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານນາງ Valentina Ivanovna Matvienko,
ປະທານສະພາສູງ ສະ ຫະພັນ ລັດເຊຍ. ພາບ: ຍານຊ໋າງ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Valentina Ivanovna Matvienko,
ປະທານສະພາສູງ ສະຫະພັນ ລັດເຊຍ. ພາບ: ຖົ໋ງເຍີດ/VNA

ໃນການພົບປະແລກປ່ຽນຄວາມຄິດຄວາມເຫັນກັບສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານນາງ Valentina Ivanovna Matvienko, ປະທານສະພາສູງ ສະຫະພັນ ລັດເຊຍ ໄດ້ເນັ້ນ ໜັກວ່າ: “ສະຫະພັນ ລັດເຊຍ ຈະເຮັດສຸດຄວາມສາມາດ ຂອງ ຕົນ ເພື່ອການພັດທະນາ ແລະ ເປີດກວ້າງການພົວພັນຄູ່ ຮ່ວມ ມືຍຸດທະສາດຢ່າງຮອບດ້ານລະຫວ່າງ ສ. ລັດເຊຍ ແລະ ຫວຽດ ນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ”.

ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງ Valentina Ivanovna Matvienko ໄດ້ຢືນຢັນວ່າ: “ສອງ ປະເທດພວກເຮົາ ມີຄວາມໄວ້ເນື້ອເຊື່ອໃຈ ຢ່າງເດັດຂາດ ແລະ ປະຫວັດສາດ ໄດ້ພິສູດມາແລ້ວ. ພວກຂ້າພະເຈົ້າຮູ້ສຶກ ພໍ ໃຈ ຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງ ຮອບດ້ານລະຫວ່າງ ສ.ລັດເຊຍ ແລະ ຫວຽດນາມ ໃນບັນ ດາຂົງ ເຂດຄື: ການເມືອງ, ເສດຖະກິດ, ການຄ້າ ແລະ ມະນຸດສະທຳ”.
ປະຕິບັດໂດຍ: VNA/VNP 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top