• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ

      ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ພວມພັດທະນາຢ່າງດີງາມທີ່ສຸດ, ພິເສດແມ່ນວົງເງິນການຄ້າສອງສົ້ນໃນຊຸມເດືອນຕົ້ນປີ ຍັງຄົງສືບຕໍ່ເຕີບໂຕຢ່າງແຮງ: ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ສອງຝ່າຍຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Robyn Mudie
        ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Robyn Mudie. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ພວມພັດທະນາຢ່າງດີງາມທີ່ສຸດ, ພິເສດແມ່ນວົງເງິນການຄ້າສອງສົ້ນໃນຊຸມເດືອນຕົ້ນປີ ຍັງຄົງສືບຕໍ່ເຕີບໂຕຢ່າງແຮງ: ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ສອງຝ່າຍຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ຜັນຂະຫຍາຍໂຄງການເຄື່ອນໄຫວ ຫວຽດນາມ - ອົດສະຕາລີ ໄລຍະ 2020 – 2023 ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ; ທ່ານສະເໜີໃຫ້ Canberra ພິຈາລະນາການເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ - ສິນໃນນ້ຳສົ່ງອອກຂອງຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ, ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ແລະ ສືບຕໍ່ໃຫ້ບຸລິມະສິດຕໍ່ການຊ່ວຍເຫຼືອການພັດທະນາຂອງ ຫວຽດນາມ ຢ່າງເປັນທາງການ.
       ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ຢັ້ງຢືນວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອຫວຽດນາມ ກ່ຽວກັບວັກຊິນກັນພະຍາດໂຄວິດ - 19, ອຸປະກອນການແພດ ແລະ ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ. ທ່ານເອກອັກຄະລັດຖະທູດກໍໃຫ້ຮູ້ວ່າ ອົດສະຕາລີ ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດໃກ້ໆນີ້.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top