• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເສນາຮັກ ລະຫວ່່າງຫວຽດນາມ ແລະ ລາວ

      ວັນທີ 13 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ, ໄດ້ດໍາເນີນກອງປະຊຸມວິທະຍາສາດເສນາຮັກຄັ້ງທີ 16 ລະຫວ່ງບັນດານັກຊ່ຽວຊານ, ແພດໝໍແຖວໜ້າຂອງໂຮງໝໍສູນກາງກອງທັບຫວຽດນາມ ແລະ ລາວ.

ກອງປະຊຸມວິທະຍາສາດເສນາຮັກຄັ້ງທີ 16 ລະຫວ່ງບັນດານັກຊ່ຽວຊານ, ແພດໝໍແຖວໜ້າຂອງໂຮງໝໍສູນກາງກອງທັບຫວຽດນາມ
ແລະ ລາວ (ພາບ: ນັກຂ່າວ VOV ປະຈໍາ ລາວ) 
      ນີ້ແມ່ນກອງປະຊຸມວິທະຍາສາດຖືກຈັດຂຶ້ນ 2 ປີ ເທື່ອໜຶ່ງ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກວິທະຍາສາດ, ຖັນແຖວແພດໝໍຂອງໂຮງໝໍສອງແຫ່ງດັ່ງກ່າວ ສາມາດອັບເດັດບັນດາຄວາມຮູ້ໃໝ່ຂອງການເຄື່ອນໄຫວກວດ, ປິ່ນປົວພະຍາດ.  16 ບົດລາຍງານໃນຈໍານວນ ທັງໝົດ 40 ບົດລາຍງານໄດ້ນໍາມາສະເໜີຢູ່ກອງປະຊຸມ ແລະໄດ້ຮັບການປະກອບຄໍາເຫັນເພື່ອຍົກສູງກໍາລັງຄວາມສາມາດດ້ານວິຊາການ, ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານຮັກສາ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ແກ່ທະຫານ ແລະ ປະຊາຊົນ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກຂອງລາວ ຢັ້ງຢືນວ່າ: ຂະແໜງເສນາຮັກຂອງລາວ ພວມສືບທອດຜົນງານ ແລະ ປະສົບການຂອງບັນດາປະເທດເພື່ອນມິດເທື່ອລະກ້າວ, ໃນນັ້ນມີຫວຽດນາມ. ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມມື, ຍູ້ແຮງການແລກປ່ຽນປະສົບການໃນວຽກງານລ້ຽງແພຈຸລັງ, ຜ່າຕັດໝາກໄຂ່ຫຼັງ, ປົວພະຍາດມະເຮັງ... ເຊິ່ງປັດຈຸບັນ, ຂະແໜງສາທາລະນະສຸກຂອງລາວຍັງມີຂໍ້ຈໍາກັດຫຼາຍຢ່າງ.
 (ແຫຼ່ງຄັດຈາກ VOV)
 
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top