• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດໜຸ່ມສອງປະເທດ ຫວຽດນາມ - ລາວ

      ສອງຝ່າຍກໍ່ຈະສົມທົບກັນຈັດຕັ້ງການພົບປະແລກປ່ຽນລະຫວ່າງຄະນະວິສາຫະກິດທ້ອງຖິ່ນຂອງແຕ່ລະປະເທດເພື່ອ ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ; ສົມທົບ, ສ້າງຕັ້ງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານດ້ານເສດຖະກິດ ແລະ ການແລກປ່ຽນຊື້ຂາຍການຄ້າເອເລັກໂຕນິກໃຫ້ບັນດາວິສາຫະກິດ.

ພິທີການລົງນາມໃນສັນຍາຮ່ວມມື ລະຫວ່າງ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ (BACI)
ແລະ ສະມາຄົມວິສາຫະກິດໜຸ່ມລາວ (YEAL) 
      ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ (BACI) ໄດ້ລົງນາມໃນສັນຍາຮ່ວມມືກັບສະມາຄົມວິສາຫະກິດໜຸ່ມລາວ (YEAL) ເພື່ອແນໃສ່ເພີ່ມທະວີການຮ່ວມມື, ໜູນຊ່ວຍຂໍ້ມູນຂ່າວສານ, ເຊື່ອມຕໍ່ວິສາຫະກິດ, ໃຫ້ຄຳປຶກສາໃນການພັດທະນາເສດຖະກິດ.
            ຕາມຂໍ້ຕົກລົງແລ້ວ, ສອງຝ່າຍຈະສົມທົບກັນໃນການຊຸກຍູ້ຜັນຂະຫຍາຍບັນດການເຄື່ອນໄຫວຄື: ໃຫ້ຄຳປຶກສາ, ເຊື່ອມຕໍ່ການຄ້າສິນຄ້າ, ການບໍລິການ, ການລົງທຶນໃຫ້ແກ່ວິສາຫະກິດຂອງສອງສະມາຄົມ; ໜູນຊ່ວຍດ້ານເຕັກນິກ, ວິຊາສະເພາະໃນການດຳເນີນທຸລະກິດ, ບໍລິຫານວິສາຫະກິດ; ຈັດຕັ້ງກອງປະຊຸມສຳມະນາ, ຈັດຕັ້ງງານວາງສະແດງສົ່ງເສີມການຄ້າ, ການລົງທຶນເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ນະໂຍບາຍໃໝ່ກ່ຽວກັບເສດຖະກິດຂອງສອງປະເທດ. ສອງຝ່າຍກໍ່ຈະສົມທົບກັນຈັດຕັ້ງການພົບປະແລກປ່ຽນລະຫວ່າງຄະນະວິສາຫະກິດທ້ອງຖິ່ນຂອງແຕ່ລະປະເທດເພື່ອ ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ; ສົມທົບ, ສ້າງຕັ້ງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານດ້ານເສດຖະກິດ ແລະ ການແລກປ່ຽນຊື້ຂາຍການຄ້າເອເລັກໂຕນິກໃຫ້ບັນດາວິສາຫະກິດ.
 (ແຫຼ່ງຄັດຈາກ VOV)
 

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top