• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີຄວາມດຶງດູດການລົງທຶນ, ສ້າງກໍາລັງໜູນພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

      ຕາມການຕີລາຄາລວມຂອງບັນດານັກຊ່ຽວຊານ ແລ້ວ, ສະພາບການເສດຖະກິດ ແລະ ບັນດາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງບັນດາວິສາຫະກິດໃນ  ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນມີການຜັນປ່ຽນຢ່າງຕັ້ງໜ້າໃນ 06 ເດືອນຕົ້ນປີ 2018. ວິສາຫະກິດໃນເຂດສ່ວນຫຼາຍເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ, ເສດຖະກິດເຕີບໂຕບັນລຸປະມານ 9%, ສູງກວ່າຫຼາຍ ເມື່ອທຽບໃສ່ລະດັບເຕີບໂຕລວມຂອງທົ່ວປະເທດ. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມລວມຂອງບັນດາແຂວງໃນເຂດ ໃນການເພີ່່ມທະວີຄວາມດຶງດູດການລົງທຶນ, ສ້າງກໍາລັງໜູນພັດທະນາໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ.
ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ: ໃນ 6 ເດືອນຕົ້ນປີີ 2018 ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີວິສາຫະກິດສ້າງຕັ້ງໃໝ່ ຈໍານວນ 4.600 ແຫ່ງ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017; ທຶນຈົດທະບຽນແມ່ນ 44.900 ຕື້ດົງ, ເພີ່ມຂຶ້ນ 45,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ໄປຄຽງຄູ່ກັບການດຶງດູດການລົງທຶນພາຍໃນປະເທດ, 6 ເດືອນຕົ້ນປີ 2018, ທົ່ວເຂດມີ 7/13 ແຂວງ, ນະຄອນ ມີໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI)  ດ້ວຍ 47 ໂຄງການໃໝ່, ມີທຶນຈົດທະບຽນກວ່າ 800 ລ້ານ USD. ໝາກຜົນແຫ່ງການດຶງດູດການລົງທຶນໃນຊຸມເດືອນຕົ້ນປີ 2018 ສະແດງໃຫ້ເຫັນວ່າ, ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ນັບມື້ນັບສ້າງຄວາມດູດດື່ມຕໍ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ບັນດາຂົງເຂດດຶງດູດຄວາມສົນໃຈຂອງນັກລົງທຶນ ນັ້ນແມ່ນ ກະສິກໍາ; ອຸດສາຫະກໍາປຸງແຕ່ງ, ການປະດິດສ້າງ; ການທ່ອງທ່ຽວ...

ທັດສະນີຍະພາບນະຄອນເກີນເທີ - ແຂວງຕຽນຢາງ
(ພາບປະກອບ: dautu.vn)
      ຕາມຂໍ້ສັງເກດຂອງຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ສາຂາເກີນເທີ (VCCI ເກີນເທີ) ແລ້ວ, ນັບແຕ່ນີ້ຮອດທ້າຍປີ ແລະຊຸມປີຕໍ່ໄປ ເມື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ ຈະແມ່ນກາລະໂອກາດໃຫ້ບັນດາວິສາຫະກິດຫວຽດນາມໃນນັ້ນມີບັນດາແຂວງທີ່ນອນໃນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເປີດກວ້າງຕະຫຼາດສົ່ງອອກ ກໍຄືຕ້ອນຮັບບັນດາກາລະໂອກາດລົງທຶນ, ດໍາເນີນທຸລະກິດໃໝ່. ທ່ານນາງ ຟຸ່ງທິລານເຟືອງ, ນັກຊ່ຽວຊານຂອງ ຫ້ອງການການຄ້າ ແລະ ອຸດສາຫະກໍາ ແຂວງເກີນເທີ, ໃຫ້ຮູ້ວ່າ:
     ໄລຍະຈະມາເຖິງ, ຖ້າຫາກວ່າ ພວກເຮົາດຶງດູດນັກລົງທຶນໃນຂົງເຂດກະສິກໍາເຕັກໂນໂລຢີສູງ,ເພີ່ມທະວີສະມັດຕະພາບໃຫ້ຂົງເຂດກະສິກໍາຂອງຫວຽດນາມ ເພື່ອຕອບສະໜອງໄດ້ບັນດາມາດຕະຖານສູງຂອງບັນດາຕະຫຼາດສົ່ງອອກ ແມ່ນບໍ່ພຽງແຕ່ມີບັນດາຕະຫຼາດໃນພາກພື້ນ CPTPP ເທົ່ານັ້ນ ຫາກຍັງມີຕະຫຼາດຂອງອີຢູ ແລະ ອາເມລິກາ ອີກດ້ວຍ. ພວກເຮົາຫວັງວ່າ CPTPP ຈະຊ່ວຍດຶງດູດການລົງທຶນເຂົ້າໃນຂົງເຂດກະສິກໍາ ເພື່ອໃຫ້ພວກເຮົາພັດທະນາພື້ນຖານກະສິກໍາແບບຍືນຍົງກວ່າ, ຜະລິດຕະພັນບັນລຸມາດຕະຖານສູງກວ່າເກົ່າ”.
     ໂດຍມີທີ່ຕັ້ງຢູ່ໃຈກາງຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ນະຄອນເກີນເທີພວມສຸມໃສ່ພັດທະນາບັນດາຂົງເຂດ Logistic, ກະສິກໍາມີປະສິດທິພາບສູງ ແລະ ຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ. ເລື່ອງເປັນເຈົ້າການໃນການຮ່ວມສໍາພັນ, ຮ່ວມມືກັບບັນດາທ້ອງຖິ່ນ, ບັນດາສະຖາບັນ ແລະ ໂຮງຮຽນໃນພາກພື້ນ ເພື່ອດຶງດູດການລົງທຶນ ແລະ ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ໄດ້ຮັບຖືວ່າ ແມ່ນກໍາລັງໜູນ ເພື່ອຊຸກຍູ້ເສດຖະກິດຂອງນະຄອນກໍຄື ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ພ້ອມກັນພັດທະນາ. ປັດຈຸບັນ, ນະຄອນເກີນເທີພວມປະຕິບັດຫຼາຍມາດຕະການເພື່ອປົວແປງສະພາບແວດລ້ອມແຫ່ງການລົງທຶນ ແລະ ດໍາເນີນທຸລະກິດ.
     ທ່ານ ຫວໍແທັງທົ໋ງ, ປະທານຄະນະກໍາມະການປະຊາຊົນນະຄອນເກີນເທີ, ໃຫ້ຮູ້ວ່າ ແຂວງເກີນເທີ ພວມເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມການຄ້າ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໂຄສະນາ, ສໍາຜັດ, ເປີດກວ້າງຕະຫຼາດ, ຊຸກຍູ້ການສົ່ງອອກ ແລະ ຮ່ວມສໍາພັນຈໍາໜ່າຍພາຍໃນປະເທດ. ພ້ອມກັນນັ້ນ, ກໍ່ເຊື່ອມຕໍ່, ຮ່ວມມືກັບບັບດາແຂວງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເພື່ອໂຄສະນາ, ສົ່ງເສີມບັນດາປະເພດສິນຄ້າຄື ເຂົ້າສານ, ສິນໃນນໍ້າ ແລະ ໝາກໄມ້ ເຖິງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ແລະ ສ້າງວຽກເຮັດງານທໍາ ແລະລາຍຮັບໃຫ້ຊາວກະສິກອນຢູ່ເກີີນເທີ ກໍຄືບັນດາແຂວງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ຫວ່າງມໍ່ໆມານີ້, ຢູ່ກອງປະຊຸມສົ່ງເສີມການລົງທຶນເຂົ້ານະຄອນເກີນເທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຕີລາຄາສູງນະຄອນເກີນເທີ ໃນເລື່ອງຍູ້ແຮງການປະຕິຮູບການບໍລິຫານສາທາລະນະ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອສ້າງຄວາມປະທັບໃຈຕໍ່ນັກລົງທຶນ.ທ່ານນາຍົກລັດຖະມົນຕີ ກ່າວວ່າ:
     “ຖ້າຫາກວ່າ ບໍ່ມີການປະກົດຕົວຂອງບັນດານັກລົງທຶນ, ແຂວງເກີນເທີ ຈະບໍ່ບັນລຸໄດ້ໝາກຜົນຄືວັນນີ້. ບົດບາດຂອງນັກລົງທຶນ, ຂອງວິສາຫະກິດ, ຂອງສັງຄົມ ແລະ ສະພາບແວດລ້ອມດໍາເນີນທຸລະກິດ ແມ່ນມີຄວາມສໍາຄັນຫຼາຍ. ດັ່ງນັ້ນ, ບັນດານັກລົງທຶນຄວນສົມທົບກັບອໍານາດການປົກຄອງ, ພ້ອມກັນສູ້ຊົນ, ພ້ອມກັນຮ່ວມມືພັດທະນາ ເພື່ອບັນລຸໄດ້ວິໄສທັດໃນທົດສະວັດຈະມາເຖິງ”.
 
 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ
ເຂົ້ານະຄອນເກີນເທີ
 .(ພາບ:VGP)
      ຍັງມີຈຸດເດັ່ນໜຶ່ງອີກຂອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ນັ້ນແມ່ນແຂວງ ຕຽນຢາງ - ເຊິ່ງເປັນທ້ອງຖິ່ນໜຶ່ງທີ່ໄດ້ຮັບການຕີລາຄາວ່່າ ແມ່ນຈຸດເຕົ້າໂຮມບັນດາປັດໄຈສະດວກ “ທີໜຶ່ງແມ່ນໃກ້ກັບຕະຫຼາດ, ທີ່ສອງແມ່ນໃກ້ກັບແມ່ນໍ້າ, ທີ່ສາມແມ່ນໃກ້ກັບເສັ້ນທາງຫຼວງ”, ເຊິ່ງແມ່ນທີ່ຕັ້ງຍຸດທະສາດທີ່ດີສໍາລັບການພັດທະນາ. ແຂວງຕຽນຢາງຍັງແມ່ນແລວເສດຖະກິດ, ຈຸດໃຈກາງກັນລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກ..
ພຽງໃນ 6 ເດືອນຕົ້ນປີ, ແຂວງຕຽນຢາງ ດຶງດູດ ໄດ້ 18 ໂຄງການລົງທຶນ, ໃນນັ້ນ, ມີ 7 ໂຄງການລົງທຶນມີແຫຼ່ງທຶນຈາກຕ່າງປະເທດ FDI, ດ້ວຍຍອດທຶນຈົດທະບຽນຂຶ້ນເຖິງ ກວ່າ 7.000 ຕື້ດົງ. ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ປັດຈຸບັນ ແຂວງຕຽນຢາງ ພວມສືບຕໍ່ປະຕິບັດຫຼາຍມາດຕະການເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນນັບມື້ນັບດູດດື່ມກວ່າ; ຂຶ້ນແຜນສໍາຜັດຕະຫຼາດ ແລະ ເຊີນຊວນນັກລົງທຶນຕາມທິດບຸລິມະສິດບັນດາວິສາຫະກິດ, ບັນດາໂຄງການໝູນໃຊ້ເຕັກໂນໂລຢີທັນສະໄໝ, ສ້າງຜະລິດຕະພັນທີ່ມີຄຸນນະພາບ, ມີກໍາລັງຄວາມສາມາດໃນການແກ່ງແຍ້ງສູງ. ທ່ານ ເຈີນແທງດຶກ, ຮອງປະທານຄະນະກໍາມະການ ປະຊາຊົນແຂວງຕຽນຢາງ, ໃຫ້ຮູ້ວ່າ:
ໃນໄຕມາດທີ 3 ນີ້, ຄະນະກໍາມະການປະຊາຊົນແຂວງ ຈະປະກາດໃຊ້ແຜນການຍົກສູງດັດຊະນີີປະຕິຮູບການບໍລິຫານ ໄລຍະແຕ່ປີ 2018 - 2020. ໃນນັ້ນ, ໄດ້ກໍານົດຈຸດດີ, ຈຸດອ່ອນ, ຈຸດຈໍາກັດ ຢ່າງຈະແຈ້ງ; ພ້ອມທັງວາງອອກບັນດາມາດຕະການລະອຽດ ເພື່ອແກ້ໄຂ, ຮັບປະກັນໜ້າທີ່ປະຕິຮູບການບໍລິຫານໄດ້ຜັນຂະຫຍາຍຖືກກັບຄວາມຄືບໜ້າ ແລະ ແຜນການທີ່ວາງອອກ. ເອົາໃຈໃສ່ເປັນພິເສດເຖິງການຫັນລະບຽບການບໍລິຫານໃຫ້ງ່າຍດາຍ, ຍູ້ແຮງການປະຕິບັດບັນດາການບໍລິການສາທາລະນະອອນໄລ, ຍູ້ແຮງການປະຕິບັດມອບສົ່ງຜົນຜ່ານລະບົບໄປສະນີ”.
ຕີລາຄາສູງບັນດາໝາກຜົນທີ່ແຂວງບັນລຸໄດ້ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ແຂວງ ຕຽນຢາງ ຈະເປັນພະລັງແຮງທີ່ສໍາຄັນຂອງພື້ນຖານເສດຖະກິດເຂດທົ່ງພຽງແມ່ນໍ້າຂອງ, ເຂດ ຕາເວັນອອກກາງ,  ທ່ານສະເໜີ:
     ຂ້າພະເຈົ້າສະເໜີວ່າ ພື້ນຖານເສດຖະກິດຂອງແຂວງຕຽນຢາງ ຕ້ອງພັດທະນາຫຼາຍກວ່າ 5 ເສົ້າຄໍ້າຕົ້ນຕໍ. ນັ້ນແມ່ນ ຂະແໜງກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ໝາກໄມ້ປອດສານພິດ ໄດ້ກໍານົດຢູ່ລະດັບສູງ. ທີສາມແມ່ນອຸດສາຫະກໍາປຸງແຕ່ງຜະລິດຕະພັນກະເສດ, ທີສີ່ແມ່ນ ການທ່ອງທ່ຽວຊີວະພາບ ແລະ ທີຫ້າ ແມ່ນການຄົ້ນຄວ້າທ່ານໍ້າເລິກ ຊວາຍຣາບ ເພື່ອສ້າງເຂດອຸດສາຫະກໍາທ່າ Logistic ຢູ່່ບໍລິເວນແຂວງ ແລະ ໃນເຂດ”.
     ດ້ວຍຄວາມມານະພະຍາຍາມຂອງບັນດາແຂວງ, ນະຄອນ ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມໃນການດຶງດູດນັກລົງທຶນ, ພ້ອມກັບການເພີ່ມທະວີການຮ່ວມສໍາພັນໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບທີ່ພວມມີຢູ່ແລ້ວ, ແນ່ນອນວ່າ ຈະເພີ່ມແຫຼ່ງກໍາລັງວັງຊາໃໝ່, ດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງທ່ວງທ່າເສດຖະກິດຂອງເຂດພັດທະນາແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top