• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ຫວຽດ ນາມ-ກຳປູເຈຍ

ກ່ອນໜ້ານີ້ 50 ປີ, ໃນວັນທີ 24 ມິຖຸນາ 1967, ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຕັ້ງສາຍພົວພັນດ້ານການທູດ ຢ່າງ ເປັນທາງການ, ເປີດໄລຍະໃໝ່ ໃນການພົວພັນ ລະ ຫວ່າງ ສອງຊາດ, ຜູກພັນໄມຕີຊາຕາກຳ ຂອງສອງປະເທດ ບ້ານ ໃກ້ເຮືອນຄຽງ. 
ບັນດາຜົນສຳເລັດທີ່ຫວຽດນາມ ແລະ ກຳປູເຈຍ ຍາດມາໄດ້ ໃນຕະຫຼອດຊ່ວງເວລາ 50 ປີຜ່ານມາ ບໍ່ພຽງແຕ່ແມ່ນ ໄຊຊະ ນະ ໃນການຕໍ່ສູ້ກູ້ຊາດເທົ່ານັ້ນ, ແຕ່ຍັງໄດ້ ສະແດງໃຫ້ເຫັນ ໃນ ທຸກຂົງເຂດ ແຫ່ງຂະບວນວິວັດ ຂອງ ການສ້າງສາ ແລະ ພັດທະນາ ປະເທດຊາດ. 

ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຕ້ອນຮັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ
ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ເນື່ອງໃນໂອກາດ ຢ້ຽມຢາມສສ ຫວຽດນາມ ຢ່າງ ເປັນທາງການ. ພາບ: ຈີ້ຢຸງ/VNA



ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ສົມເດັດ ອັກ ຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງ ຊາດ
ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ເນື່ອງໃນໂອກາດ ຢ້ຽມ ຢາມສສ ຫວຽດນາມ ຢ່າງເປັນທາງການ. ພາບ: ຍານຊ໋າງ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງສສ ຫວຽດ ນາມ ຕ້ອນຮັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊໍາຣິນ ປະທານ ສະພາແຫ່ງຊາດ
ແຫ່ງ ຣາຊະອານາ ຈັກ ກໍາ ປູເຈຍ ເນື່ອງໃນໂອກາດຢ້ຽມຢາມສສ ຫວຽດນາມ ຢ່າງ ເປັນທາງການ. ພາບ: ຖົ໋ງເຍິດ/VNA

 
ການພົວພັນດ້ານການເມືອງຂອງສອງປະເທດ ສືບຕໍ່ໄດ້ຮັບ ການພັດທະນາອັນດີງາມ. ມາຮອດປັດຈຸບັນ, ສອງຝ່າຍ ໄດ້ ສຳເລັດວຽກງານປັກຫຼັກໝາຍ ຊາຍແດນ ໄດ້ກວ່າ 84% ແລະ ຕັດສິນໃຈ ຈະໃຫ້ສຳເລັດໂດຍໄວ ແນໃສ່ ເຮັດ ໃຫ້ຊາຍແດນ ສອງປະເທດ ກາຍເປັນ ຊາຍແດນ ແຫ່ງ ສັນຕິພາບ, ມິດຕະ ພາບ, ການຮ່ວມມື ແລະ ພັດທະນາທີ່ ຍືນຍົງ.

ການນຳຂັ້ນສູງສອງປະເທດ ກໍໄດ້ເປັນເອກະພາບກັນ ສືບຕໍ່ ອຳນວຍຄວາມສະດວກໃຫ້ຊາວຫວຽດນາມ ແລະ ຊາວ ກຳປູ ເຈຍ ດຳລົງຊີວິດ ຢູ່ໃນແຕ່ລະປະເທດ ຂອງ ກັນ, ໃຫ້ສອດ ຄ່ອງ ກັບ ກົດໝາຍຂອງແຕ່ລະປະເທດ.

ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ ກໍໄດ້ຮັບການຊຸກຍູ້ຢ່າງເປັນປະຈຳ, ສ້າງພື້ນຖານສຳຄັນ ໃນ ການປັບປຸງ ແລະ ພັດທະນາການພົວພັນຂອງສອງປະເທດ.

ການຮ່ວມມືດ້ານຂົງເຂດສຶກສາ, ວັດທະນະທຳ, ສາທາລະນະ ສຸກ, ໂທລະຄົມມະນາຄົມ, ແລກປ່ຽນລະຫວ່າງບປະຊາຊົນ ສອງປະເທດ ກໍນັບມື້ເພີ່ມຂຶ້ນ. ແຕ່ລະປີ, ຫວຽດນາມ ໄດ້ມອບ ທຶນການສຶກສາ ໄລຍະຍາວ ໃຫ້ແກ່ນັກສຶກສາ ກຳປູເຈຍ ທີ່ມາ ຮຽນຢູ່ຫວຽດນາມ; ຈັດຕັ້ງບັນດາຄະນະ ທ່ານໝໍ ອາສາສະ ໝັກ ໄປກຳປູເຈຍ ເພື່ອກວດ, ປິ່ນປົວພະຍາດ ແລະ ສະໜອງ ຢາໂດຍບໍ່ ເສຍຄ່າໃຫ້ ແກ່ປະຊາຊົນ ກຳປູເຈຍ ເປັນປະຈຳ.
.
ໃນຂະບວນວິວັດແຫ່ງການ ປະຕິບັດນະໂຍບາຍ ການຕ່າງປະ ເທດທີ່ເປີດກວ້າງ, ຫັນເປັນຫຼາຍທິດ, ຫັນເປັນຫຼາຍຮູບ ຫຼາຍ ແບບ ບັນດາການພົວພັນສາກົນ, ສອງປະເທດ ກໍໄດ້ ປະສານ ສົມທົບກັນຢ່າງແໜ້ນແຟ້ນ ທີ່ກົນໄກຮ່ວມມືເຂດແຄ້ວນ ຈຳ ນວນໜຶ່ງເຊັ່ນ: ເຂດສາມຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ(CLV), ການຮ່ວມມື 4 ປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ຍຸດທະສາດ ຮ່ວມມືເສດຖະ ກິດລະຫວ່າງ  Ayeyawady-Chao Phraya-Mekong (ACMECS)...

ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດ ນາມ ຕ້ອນຮັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ
ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ເນື່ອງໃນໂອກາດ ຢ້ຽມຢາມສສ ຫວຽດນາມ ຢ່າງເປັນ ທາງການ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ພົບ ປະເຈລະຈາ ກັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊໍາຣິນ
ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ. ພາບ: ຈ້ອງດຶກ/VNA

ໃນການຕ້ອນຮັບ ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ, ປະທານກິຕິມະສັກ ພັກປະຊາຊົນ ກຳປູເຈຍ, ປະ ທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ, ປະທານ ຄະນະມົນຕີແຫ່ງຊາດ ແນວໂຮມສາມັກຄີ ພັດທະນາປະ ເທດ ຊາດກຳປູເຈຍ, ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ຍາມໃດ ກໍ ຖື ສຳຄັນ ການພົວພັນ ກັບ ກຳປູເຈຍ.

ກ່າວປາໄສໃນພິທີສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ສາຍ ພົວພັນດ້ານການທູດລະຫວ່າງ ຫວຽດນາມ-ກຳປູເຈຍ (24/6/1967 - 24/6/2017) ຊຶ່ງຈັດຂຶ້ນຢ່າງສົມກຽດ ທີ່ໂຮງ ມະຫໍລະສົບຮ່າໂນ້ຍ ໃນວັນທີ 24 ມິຖຸນາ ຜ່ານມາ, ຕາງໜ້າ ປະຊາຊົນກຳປູເຈຍ ທຸກຖ້ວນໜ້າ, ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາ ຊະອານາ ຈັກ ກໍາປູເຈຍ ໄດ້ສະແດງຄວາມ ຂອບອົກ ຂອບໃຈ ຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳ ຄ່າ ທີ່ພັກ, ລັດຫວຽດນາມ ໄດ້ສະຫງວນໃຫ້ແກ່ປະຊາຊົນ ກຳ ປູເຈຍ ໃນການຟື້ນຟູ ແລະ ສ້າງສາປະເທດຊາດ ເພື່ອໃຫ້ ມີ ການຂະຫຍາຍຕົວຄືດັ່ງປັດຈຸບັນ, ໂດຍສະເພາະຢ່າງຍິ່ງ ແມ່ນ ຮູ້ບຸນຄຸນອັນປະເສີດຕໍ່ທະຫານອາສາສະ ໝັກຫວຽດນາມ ທີ່ ໄດ້ປະຕິບັດ ພັນທະສາກົນ ໃນການຊ່ວຍປົດປ່ອຍປະຊາ ຊົນ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກ ການດັບສູນ ເຊື້ອຊາດ ຢ່າງ ໂຫດຮ້າຍ ສາມານ ຂອງ ລະບອບໂປນປົດ ໃນວັນທີ 1 ມັງ ກອນ ປີ 1979.

ອາດເວົ້າໄດ້ວ່າ ໃນ 50 ປີຜ່ານມາ, ໂດຍຜ່ານຜ່າການຜັນແປ ຫຼາຍຢ່າງ ຂອງ ປະຫວັດສາດ ແຫ່ງຍຸກສະໄໝ, ການພົວພັນ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ຫວຽດນາມ-ກຳປູເຈຍ ນັບມື້ນັບແໜ້ນແຟ້ນ, ໝັ້ນຄົງ ແລະ ກາຍເປັນຊັບສົມບັດ ອັນ ລ້ຳຄ່າຂອງສອງຊາດ.

ພິທີສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສາຍພົວພັນ ດ້ານການ ທູດລະຫວ່າງ ຫວຽດນາມ-ກຳປູເຈຍ (24/6/1967 - 24/6/2017) ຊຶ່ງໄດ້ຈັດຂຶ້ນຢ່າງສົມກຽດ
ຢູ່ນະຄອນຫຼວງ ຮ່າ ໂນ້ຍ ໃນວັນທີ 26 ມິຖຸນາ ຜ່ານມາ. ພາບ: ຈ້ອງດຶກ/VNA



ມີບັນດາການນຳ, ອະດີດການນຳຂັ້ນສູງຫຼາຍຄົນ ຂອງ ຫວຽດ ນາມ ແລະ ກຳປູເຈຍ ພ້ອມດ້ວຍປະຊາຊົນ ນະຄອນຫຼວງ ຮ່າ ໂນ້ຍ ຫຼາຍຊັ້ນຄົນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ
ວັນສ້າງ ຕັ້ງສາຍພົວພັນ ດ້ານການທູດລະຫວ່າງ ຫວຽດນາມ-ກຳປູເຈຍ ເປັນຈຳນວນຫຼວງຫຼາຍ. ພາບ: ຈ້ອງດຶກ/VNA


ທ່ານນາງ ປະທານປະເທດ ຫງວຽນທິກີມເງິນ ອ່ານ ສູນທອນ ພົດ ໃນພິທີ. ພາບ: ວັນດຽບ/VNA


ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ກ່າວປາ ໄສ ໃນພິທີ. ພາບ: ຈ້ອງດຶກ/VNA



ໃນຊຸມປີມໍ່ໆ ນີ້, ວົງເງິນການຄ້າລະຫວ່າງສອງປະເທດ ໄດ້ ບັນລຸ ສະເລ່ັຍປະມານ 3 ຕື້ ໂດລາສະຫະລັດ/ປີ; ໃນ 5 ເດືອນ ຕົ້ນປີ 2017 ໄດ້ບັນລຸ 1,686 ຕື້ໂດລາສະຫະລັດ. ສອງຝ່າຍ ກຳລັງສູ້ຊົນ ເພື່ອຍົກສູງວົງເງິນການຄ້າສອງຝ່າຍ ຂຶ້ນ 5 ຕື້ ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ. ມາຮອດປັດຈຸບັນ, ຫວຽດ ນາມ ມີ 190 ໂຄງການ ລົງທຶນຢູ່ ກຳປູເຈຍ, ຍອດເງິນລົງທຶນ ຈົດທະບຽນ ບັນລຸ 2,89 ຕື້ ໂດລາສະຫະລັດ. ການ ລົງທຶນ ຂອງ ກຳປູເຈຍ ເຂົ້າຫວຽດນາມ ກໍໄດ້ເພີ່ມຂຶ້ນ, ມາຮອດ ປັດ ຈຸບັນ ໄດ້ມີ 18 ໂຄງການ ດ້ວຍຍອດເງິນລົງທຶນ ບັນລຸ 58,125 ລ້ານ ໂດລາສະຫະລັດ.

 
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top