• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມຄວາມ​ໄວ​ໃນ​ການ​ຜະ​ລິດ​ອຸ​ປະ​ກອນ​ການ​ແພດ, ເຄື່ອງ​ຊ່​ວຍຫາຍ​ໃຈ, ​ຂຶ້ນວິ​ທີ​ການ​ກໍ່ສ້າງ​ໂຮ​ງໝໍ​ກາງ​ສະ​ໜາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກະຊວງສາທາລະນະສຸກຍູ້ໄວກ່ວາອີກການຝຶກອົບຮົມກ່ຽວກັບການປິ່ນປົວ, ກວດພົບຜູ້ຕິດເຊື້ອ ກະກຽມໂຮງໝໍກາງສະໜາມ, ເພີ່ມຄວາມໄວໃນການຜະລິດບັນດາອຸປະກອນການແພດ, ໃນນັ້ນມີ ເຄື່ອງຊ່ວຍຫາຍໃຈຮັບປະກັນຄຸນນະພາບ ແລະ ມີລາຄາທີ່ເໝາະສົມ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP) 

ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນວັນທີ 3 ເມສາ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດຂຶ້ນແຜນຮັບມືກັບທຸກໆກໍລະນີເຊື້ອ Covid – 19  ແຜ່ລະບາດອອກສູ່ວົງກ້ວາງຕາມທິດເປັນເຈົ້າການກ່ວາອີກ, ບໍ່ປະໃຫ້ຕົກເຂົ້າສູ່ສະພາບການບໍ່ມີມາດຕະການຮັບມື.

ກະຊວງສາທາລະນະສຸກເປັນປະທານ, ສົມທົບກັບຄະນະກຳມະກາງແນວໂຮມປະເທດຊາດ ຫວຽດນາມເພື່ອຮັບ, ສົ່ງເຄື່ອງຊ່ວຍຫາຍໃຈທີ່ໄດ້ຮັບການຫນູນຊ່ວຍຈາກບາງອົງການ, ບຸກຄົນທັງຢູ່ພາຍໃນແລະຕ່າງປະເທດ ແລະ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງກໍ່ສ້າງ ແລະ ບັນດາທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງຂຶ້ນວິທີການກໍ່ສ້າງໂຮງໝໍກາງສະໜາມໃຫ້ແກ່ກໍລະນີສຸກເສີນໂລກລະບາດ Covid – 19, ລາຍງານຕໍ່ທ່ານນາຍົກລັດມົນຕີກ່ອນວັນທີ 10 ເມສາ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top