• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 ຂອງຫວຽດນາມ

ກະຊວງສາທາລະນະສຸກໄດ້ມີແຜນການປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການວິໄຈຫາເຊື້ອໂຄວິດໃຫ້ປະຊາຊົນຢູ່ທ້ອງຖິ່ນອື່ນໆທີ່ກັບມາຈາກ ດ່ານັ້ງ.

(ກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດ-19 ດ່ານັ້ງ ໄດ້ເພີ່ມຂຶ້ນເປັນຫຼາຍເທົ່າ)

ຕອນບ່າຍວັນທີ 30 ກໍລະກົດ, ທ່ານ ຫງວຽນແທັງລອງ, ວ່າການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກໄດ້ມີແຜນການປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການວິໄຈຫາເຊື້ອໂຄວິດໃຫ້ປະຊາຊົນຢູ່ທ້ອງຖິ່ນອື່ນໆທີ່ກັບມາຈາກ ດ່ານັ້ງ.

        ປະຈຸບັນ, ກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 ໃນທົ່ວປະເທດແມ່ນ 31.000 ຕົວຢ່າງ/ວັນ ແລະ ຈະສືບຕໍ່ເພີ່ມຂຶ້ນ. ກະຊວງສາທາລະນະສຸກ ກໍ່ຈັດສົ່ງບັນດາຫົວໜ່ວຍອື່ນເພື່ອໜູນຊ່ວຍດ່ານັ້ງ ຍົກສູງກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດຢູ່ນະຄອນນີ້ໃຫ້ໄດ້ 7.000 ຕົວຢ່າງ/ວັນ. ທ່ານ ຫງວຽນແທັງລອງ, ກ່າວວ່າ.

        “ໂຮງໝໍ ແບັກມາຍ ໄດ້ຈັດສົ່ງກຳລັງວິໄຈຫາເຊື້ອໂຄວິດໄປ ດ່ານັ້ງ ເພື່ອສ້າງຕັ້ງ 2 ຫ້ອງວິໄຈຢູ່ໂຮງໝໍຫຼາຍຂະແໜງດ່ານັ້ງ ແລະ ໂຮງໝໍປອດດ່ານັ້ງ. ສະຖາບັນ Pasteur ນະຄອນໂຮ່ຈີມິນ ກໍ່ໄດ້ຈັດສົ່ງກຳລັງໄປສ້າງຕັ້ງຫ້ອງວິໄຈນະຄອນ ດ່ານັ້ງ ແລ້ວ. ໂຮງໝໍຂອງກະຊວງຕຳຫຼວດ ສ້າງຫ້ອງວິໄຈຢູ່ດ່ານັ້ງ ເຊັ່ນດຽວກັນ… ກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດ-19 ດ່ານັ້ງ ໄດ້ເພີ່ມຂຶ້ນເປັນຫຼາຍເທົ່າ.”

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top