• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຝີງົວ ຮ່າໂນ້ຍ

ເຝີ ຮ່າໂນ້ຍ ໄດ້ກາຍເປັນ ລາຍການອາຫານ ທີ່ມີຊື່ສຽງ ລະດັບ ໂລກ ແລະ ໄດ້ເຮັດໃຫ້ຮ່າໂນ້ຍ ເຂົ້າໃນ ບັນຊີລາຍຊື່ ຈຸດທີ່ມາ ມີລາຍການອາຫານການກິນ ຢູ່ຕາມຖະໜົນ ມີຄວາມ ດຶງດູດ ໃຈທີ່ສຸດທະວີບອາຊີ. “ມາ ຮ່າໂນ້ຍ ຕ້ອງກິນ ເຝີ” ໄດ້ກາຍເປັນ “ຄຳຂວັນ” ສຳລັບ ນັກທ່ອງທ່ຽວ ເກືອບທຸກຄົນ ເມື່ອມີໂອກາດ ມາຍັງ ນະຄອນຫຼວງຮ່າໂນ້ຍ ທີ່ມີມູນເຊື້ອ ວັດທະນະທຳ ນັບ ພັນປີ ແຫ່ງນີ້. 
“ສ ອາເມລິກາ ເປັນປະເທດໃຫ້ກຳເນີດ ບັນດາຫ້າງຮ້ານ ເຄື່ອນ ທີ່, ແຕ່ຫວຽດນາມ ເປັນແດນສະຫວັນ ຂອງ ອາຫານການກິນ ຢູ່ຕາມຖະໜົນ. ບໍ່ມີຢູ່ບ່ອນໃດ ມີວັດທະນະທຳ ອາຫານການ ກິນ ທີ່ຫຼາກຫຼາຍຄື ຢູ່ ຫວຽດນາມ” ເວັບໄຊ CNNgo.com ຂອງ ສ ອາເມລິກາ ໄດ້ຂຽນກ່ຽວກັບ ຫວຽດນາມ ຄືແນວນີ້. ດ້ວຍ ເຫດນັ້ນ, ຮ່າໂນ້ຍ ໄດ້ CNN ເລືອກເຟັ້ນ ເປັນໜຶ່ງ ໃນ 10 ຈຸດທີ່ມາ ຂອງ ອາຫານການກິນ ຢູ່ຕາມຖະໜົນ ມີຄວາມດຶງດູດໃຈ ທີສຸດ ທະວີບອາຊີ. ຍ້ອນໃນຈຳນວນ ລາຍການອາຫານ ຢູ່ຕາມຖະ ໜົນນີ້, ເຝີຮ່າໂນ້ຍ ຖືກຈັດ ຢູ່ແຖວໜ້າ ສະເໝີ.

ຕາມການເລືອກເຟັ້ນ ຂອງ ໂຮງພິມຈຳໜ່າຍ ສະເພາະ ກ່ຽວກັບ  ປຶ້ມຕຳລາ ທ່ອງທ່່ຽວ ທີ່ຊົງອິດທິພົນ ອັນດັບແຖວໜ້າຂອງ ໂລກ ຄື Lonely Planet, ເຝີ ຮ່າໂນ້ຍ ຢູ່ໃນ 20 ປະສົບການຕົວຈິງ ອັນດັບ “ສຸດຍອດ” ໃນບັນຊີລາຍຊື່ 500 ປະສົບ ການຕົວຈິງ ທີ່ ຍອດຢ້ຽມທີສຸດຂອງໂລກ.

ສຳລັບນັກປະພັນ ແທກລາມ (1910-1942): “ເຝີ ເປັນ ຂອງ ຕ້ອນ ພິເສດ ຂອງ ຮ່າໂນ້ຍ, ບໍ່ພຽງແຕ່ມີຢູ່ ຮ່າໂນ້ຍ ເທົ່ານັ້ນ, ແຕ່ຍ້ອນ ເຝີຢູ່ ຮ່າໂນ້ຍ ຈຶ່ງແຊບ”. ເຝີ ທີ່ແຊບ ຕ້ອງແມ່ນ ເຝີ “ບູຮານ”. ນີ້ແມ່ນ “ອາຫານຂອງຫວ່າງ ຊ່ຶງສາມາດກິນບໍ່ວ່າ ເວ ລາໃດພາຍໃນມື້ ແລະ ສຳລັບທຸກ ຊັ້ນຄົນ”. ເຝີ ມີຂາຍມີ ຢູ່ ທົ່ວ ທຸກແຫ່ງໃນປະເທດ ຫວຽດນາມ, ແຕ່ ເຝີຮ່າໂນ້ຍ ຈຶ່ງ ສົມກັບ ການຂະໜານນາມ ວ່າ ເປັນ ລາຍການອາຫານ ທີ່ໄດ້ຈັດຢູ່ ອັນ ດັບແຖວໜ້າ”.



ເຝີງົວ ຮ່າໂນ້ຍ ເປັນລາຍການອາຫານ ມີຊື່ສຽງໄປທົ່ວໂລກ.

ສຳລັບນັກປະພັນ ແທກລາມ (1910-1942): “ເຝີ ເປັນ ຂອງ ຕ້ອນ ພິເສດ ຂອງ ຮ່າໂນ້ຍ, ບໍ່ພຽງແຕ່ມີຢູ່ ຮ່າໂນ້ຍ ເທົ່ານັ້ນ, ແຕ່ຍ້ອນ ເຝີຢູ່ ຮ່າໂນ້ຍ ຈຶ່ງແຊບ”. ເຝີ ທີ່ແຊບ ຕ້ອງແມ່ນ ເຝີ “ບູຮານ”. ນີ້ແມ່ນ “ອາຫານຂອງຫວ່າງ ຊ່ຶງສາມາດກິນບໍ່ວ່າ ເວ ລາໃດພາຍໃນມື້ ແລະ ສຳລັບທຸກ ຊັ້ນຄົນ”. ເຝີ ມີຂາຍມີ ຢູ່ ທົ່ວ ທຸກແຫ່ງໃນປະເທດ ຫວຽດນາມ, ແຕ່ ເຝີຮ່າໂນ້ຍ ຈຶ່ງ ສົມກັບ ການຂະໜານນາມ ວ່າ ເປັນ ລາຍການອາຫານ ທີ່ໄດ້ຈັດຢູ່ ອັນ ດັບແຖວໜ້າ”. 

ເຝີ ຖືວ່າ ເປັນການສັງລວມ ຂອງ ທຸກສິ່ງທຸກຢ່າງ ທີ່ໄດ້ຖືວ່າ ສຸດ ຍອດໃນສິລະປະການກິນ ຂອງ ຄົນຫວຽດ ນັບແຕ່ສ່ວນປະກອບ ຕ່າງໆ ເຊ່ັນ: ກະດູກ, ຊີ້ນ, ຜັກບົ່ວ, ເຄື່ອງປຸງ, ເສັ້ນເຝີ... ເພື່ອ ກາຍເປັນລາຍການອາຫານ ທີ່ມີຊື່ສຽງນີ້. 

ທີ່ຢູ່ຮ້ານອາຫານ ຢູ່ ຮ່າໂນ້ຍ:
ເຝີ ບ໋າດດ່ານ: ເຮືອນເລກທີ 49 ຖະໜົນ ບ໋າດດ່ານ
ເຝີ ຖີ່ນ: ເຮືອນເລກທີ 13 ຖະໜົນ ລໍ່ດຸກ
ເຝີ ຫຼີກວກຊື: ເຮືອນເລກທີ 10 ຖະໜົນ ຫຼີກວກຊື

 
ບົດ: ຖາວວີ - ພາບ: ເຈິ່ນແທງຢາງ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top