• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຜີຍສີສັນໃໝ່ຂອງອາຊີບເຄື່ອງປັ້ນດິນເຜົາຢູ່ ກິມລານ

ໂດຍຜ່ານຝີມືທີ່ຄ່ອງແຄ້ວ ບວກກັບການນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນການຜະລິດ ແລະມີແຫລ່ງດິນໜຽວວັດຖຸດິບທີ່ພຽບພ້ອມໃນ ທ້ອງຖິ່ນໄດ້ເຮັດໃຫ້ຊີວິດການເປັນຢູ່ດ້ານເສດຖະກິດຂອງບັນດາ ຄອບຄົວຢູ່ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາກິມລານ (ເມືອງຢາເລີມ, ຮ່າໂນ້ຍ) ນັບມື້ ນັບພັດທະນາຂຶ້ນ ເມື່ອຜະລິດຕະພັນຂອງເຂົາເຈົ້າ ຫາໄດ້ຈຸດຢືນທີ່ແນ່ນອນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.
ບັນດາຄອບຄົວທີ່ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ກິມລານ ຜ່ານມາເປັນເວລາຍາວນານພໍສົມຄວນທີ່ ນຳໃຊ້ເຕົາ ເຜົາຖ່ານຫີນແບບມູນເຊື້ອ. ຖ່ານຫີນຈະນໍາມາບົດໃຫ້ມຸ່ນປົນກັບແກບ, ດິນ, ນຳ້, ຫຼັງຈາກນັ້ນຈຶ່ງປັ້ນໃຫ້ເປັນປ່ຽງແປະຕິດຝາ ເພື່ອຕາກໃຫ້ແຫ້ງ. ເຄື່ອງປັ້ນດິນເຜົາດິບ ຈະຖືກຈັດວາງ ເຂົ້າໃນ ເຕົາສະຫລັບກັນກັບປ່ຽງຖ່ານຫີນແຕ່ລະປ່ຽງ ແລ້ວເຜົາເປັນເວລາສອງ ສາມມື້ຈຶ່ງໄດ້.

ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກຄວາມສາມາດໃນການແຍກອຸນຫະພູມມີຄວາມຈໍາກັດ, ເຕົາເຜົາແບບນີ້ມີການສິ້ນເປືອງພະລັງງານຢ່າງຫລວງຫລາຍ, ພ້ອມນັ້ນກໍ່ກໍ່ໃຫ້ມີມົນລະພິດຍ້ອນມີຂີ້ຟຸ່ນ ແລະ ຄວັນ, ເປັນ ໄພອັນຕະລາຍຕໍ່ສຸຂະພາບຂອງເດັກນ້ອຍ ແລະ ບັນດາ ຄອບຄົວທີ່ອາໄສຢູ່ໃກ້ກັບເຂດເຕົາດິນເຜົາ.
 
ໂດຍຮັບຮູ້ໄດ້ເຖິງຄວາມຫຍຸ້ງຍາກດ້ານແຫຼ່ງທຶນຂອງປະຊາຊົນ, ສະຖານທູດ ແດນມາກ ປະຈຳ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີກົນໄກ ການອຸປະຖຳ ດ້ານທຶນ ຮອນໃນວົງເງິນ6,5 ລ້ານ USD ພາຍໃຕ້ແຜນງານສະໜັບ ສະໜູນ ການລົງທຶນສີຂຽວ. ໃນນັ້ນ, ສະຖານທູດ ແດນມາກ ຈະໃຫ້ການສະໜັບສະໜູນ 50% ຂອງທຶນທັງໝົດສໍາລັບຄອບຄົວໃດຢາກເປີດກວ້າງການຜະລິດ ແລະ ຫັນປ່ຽນຈາກ ການໃຊ້ເຕົາເຜົາແບບຫັດຖະກຳມາເປັນເຕົາເຜົາແບບອຸດສາຫະກຳທີ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ.

ນອກຈາກການເຜົາເຄື່ອງປັ້ນດິນເຜົາດ້ວຍເຕົາອາຍແກັດ, ທຸກໆ ຂັ້ນຕອນໃນການຜະລິດເຄື່ອງປັ້ນດິນເຜົາ
ຂອງຊາວບ້ານ ກິມລານແມ່ນຍັງປະຕິບັດຕາມຮູບແບບຫັດຖະກຳ.



ຂຶ້ນກັບໃບສັ່ງຊື້ສິນຄ້າ, ບັນດານາຍຊ່າງຂອງບ້ານ ກິມລານຈະ ປັ້ນແຕ່ງຜະລິດຕະພັນຕ່າງໆເຫລົ່ານັ້ນອ
ອກມາດ້ວຍມືຂອງຕົນ ເອງຢ່າງຄ່ອງແຄ້ວ.ບັນດາຜະລິດຕະພັນເຫລົ່ານີ້ຈະເຮັດຢ່າງລະອຽດ
ໃຊ້ເວລາ ເຫື່ອແຮງ ແລະ ລາຄາກໍ່ຈະສູງກວ່າຜະລິດຕະ ພັນທີ່ຜະ ລິດອອກມາເປັນລວດໆດ້ວຍເບົ້າຫລໍ່.  



ໂຮງງານຜະລິດກະຖຸ້ງດອກໄມ້ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ.​


ຊາວບ້ານ ກິມລານ ຄົນໜຶ່ງກຳລັງແຕ່ງລວດລາຍເທິງໄຫເຫຼົ້າ. 


ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ ສ່ວນຫຼາຍຜະລິດບັນດາຜະລິດຕະພັນຄື:
ຂັນ, ກະອອມເພື່ອຕົ້ມປາ, ດອງສົ້ມຜັກ… ໃນພາບແມ່ນບັນດາຜະບິດຕະພັນຈະໄດ້ເອົາໄປເຄືອບສີເຄືອບ.



ດິນຂໍກໍ່ເປັນຜະລິດຕະພັນໜຶ່ງມີລັກສະນະສະເພາະຂອງ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ.​


ຫ່າງຈາກນີ້ 5 ປີ, ທີ່ ກິມລານ ມີເຕົາເຜົາເຄື່ອງປັ້ນດິນເຜົາຕາມແບບ ຫັດຖະກຳຫລາຍກວ່າ 1.000 ເຕົາ.
ພາຍມີເຕັກໂນໂລຊີເຜົາເຄື່ອງ ພາຍຫລັງມີເຕັກໂນໂລຊີໃໝ່ເຜົາດ້ວຍອາຍແກັດ, ທົ່ວຕາແສງ ກິມລານ
ເຫຼືອພຽງ 100 ກວ່າຄອບຄົວເທົ່ານັ້ນ ທີ່ຍັງຮັກສາ ການຜະລິດເຄື່ອງປັ້ນດິນເຜົາຕາມແບບມູນເຊື້ອ.



ສາມາດພົບເຫັນຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ທ່ົວທຸກຮ່ອມ, ທຸກຊອຍ ແລະເສັ້ນທາງຂອງກິມລາມ.


ນອກຈາກບັນຫາສິ່ງແວດລ້ອມເປັນຜິດ, ການນຳໃຊ້ເຕົາເຜົາດ້ວຍຖ່ານຫີນຍັງມີຄວາມສ່ຽງສູງ,
ອັດຕາສ່ວນຂອງການ ຖືກເປ່ເພ ເສຍ ຫາຍຫລາຍ ແລະ ຜະລີດໄດ້ເປັນຈໍານວນໜ້ອຍ.  



ນໍາໃຊ້ລະບົບເຕົາເຜົາອາຍແກັດ, ໃຊ້ເວລາເຜົາສູງສຸດພຽງແຕ່  20 ຊ່ົວໂມງ,
ເປັນເວລາສອງວັນນັບແຕ່ເອົາເຂົ້າເຕົາເຜົາ, ຜະລິດຕະພັນກໍ່ສາມາດຂາຍອອກໄດ້ແລ້ວ. 



ໂອ່ງ,ອອມ,ໄຫບັນຈຸເຫຼົ້າໄຫແມ່ນບັນດາຜະລິດຕະພັນທີ່ໄດ້ຮັບການ
ຜະລິດຫຼາຍກວ່າໝູ່ຢູ່ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກິມລານ.



ຜະລິດຕະພັນດິນຂໍຂອງ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກິມລານ
ຖືກຂົນສົ່ງໄປຈຳໜ່າຍຢູ່ບັນດາແຂວງພາກກາງຄື ກວາງງາຍ, ກວາງຈີ້ ແລະ ອື່ນໆ.



ຈາກດິນໜຽວທີ່ເປັນວັດຖຸດິບໃນທ້ອງຖິ່ນ, ພ້ອມກັບການນຳໃຊ້ເຕັກໂນໂລຊີ
ເຜົາເຄື່ອງປັ້ນດິນເຜົາດ້ວຍອາຍແກັດ, ຜະລິດຕະພັນເຄື່ອງປັ້ນດິນ
ເຜົາ ກິມລານ ເພີ່ມຄວາມສາມາດໃນການແກ່ງແຍ້ງ ແລະ ມີຈຸດຢືນຢ່າງໝັ້ນຄົງໃນຕະຫຼາດ. 

ອ້າຍ ຫງວຽນວັນລານ,  ໜຶ່ງໃນບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການສະໜັບສະໜູນການລົງທຶນສີຂຽວໃຫ້ຮູ້ວ່າ: “ຄອບຄົວຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອທຶນ 100 ລ້ານກວ່າດ່ົງ ແລະ ໄດ້ລົງທຶນຊື້ເຕົາເຜົາອາຍແກັດໜ່ວຍເຕົາ, ເບື້ອງຕົ້ນ ໄດ້ນໍາ ເອົາປະສິດທິຜົນມາສູ່ຢ່າງຈະແຈ້ງທຽບກັບການເຜົາເຄື່ອງປັ້ນດິນ ເຜົາຕາມແບບມູນເຊື້ອ”.
 
ຕາມອ້າຍ ລານ ແລ້ວ, ຖ້ານຳໃຊ້ເຕົາເຜົາດ້ວຍຖ່ານຫີນ, ຕ້ອງເສຍ ເວລາປະມານ 6 ມື້ຈຶ່ງເຜົາໄດ້ເຕົາໜຶ່ງ. ໃນນັ້ນ, ເວລາສໍາລັບ ຈັດເຄື່ອງປັ້ນດິນເຜົາເຂົ້າໃນເຕົາເສຍ 1,5 ມື້, ເວລາເຜົາເສຍ 4 ມື້, ເວລາ ລໍຖ້າຜະລິດຕະພັນເຢັນເສຍ 1 ມື້ຈຶ່ງເອົາໄປຂາຍໄດ້. ແຕ່ສຳລັບເຕົາເຜົາດ້ວຍອາຍແກັດ, ເວລາເຜົາເສຍພຽງແຕ່ 20 ຊົ່ວໂມງເທ່ົານັ້ນ, ຫຼັງຈາກ 2 ມື້, ຜະລິດຕະພັນກໍ່ສາມາດຂາຍອອກໄດ້ແລ້ວ.
 
ຕາມການສະຖິຕິຂອງຄະນະກຳມະການປົກຄອງຕາແສງ ກິມລານ, ຫ່າງຈາກນີ້ 5 ປີ, ທີ່ ກິມລານ ມີເຕົາເຜົາເຄື່ອງປັ້ນດິນເຜົາຕາມແບບ ຫັດຖະກຳຫລາຍກວ່າ 1.000 ເຕົາ. ພາຍຫລັງນໍາໃຊ້ເຕັກໂນໂລຊີເຜົາເຄື່ອງ ປັ້ນດິນເຜົາດ້ວຍອາຍແກັດ, ທົ່ວຕາແສງ ກິມລານ ເຫຼືອແຕ່ກວ່າ 100 ຄອບຄົວທີ່ຍັງຮັກສາການຜະລິດເຄື່ອງປັ້ນດິນເຜົາຕາມແບບ ມູນເຊື້ອເທົ່ານັ້ນ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງ ກິມລານ ສ່ວນຫຼາຍໄດ້ຂາຍອອກໄປທົ່ວປະເທດດ້ວຍຜະລິດຕະພັນຕົ້ນຕໍ່ແມ່ນເຄື່ອງໃຊ້ຂອງສອຍໃນຄອບຄົວ.
 
ຈາກການນຳໃຊ້ເຕັກໂນໂລຊີໃໝ່, ມີການປະຢັດພະລັງງານໃນການຜະລິດເຄື່ອງປັ້ນດິນເຜົາ, ລະດັບຊີວິດການເປັນຢູ່ດ້ານເສດຖະກິດຂອງຊາວບ້ານກິມລາມໄດ້ຮັບການຍົກສູງຂຶ້ນ, ກໍ່ຄືຮັກສາສິ່ງແວດລ້ອມ ມັນໄດ້ຊ່ວຍເຮັດໃຫ້ເຄື່ອງປັ້ນດິນເຜົາ ກິມລານ ມີຄວາມອາດສາມາດໃນການແກ່ງແຍ້ງ ແລະນັບມື້ນັບມີຈຸດຢືນທີ່ໝັ້ນຄົງໃນຕະຫຼາດ.
ບົດ: ກວິ່ງແອງ - ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top