• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເປີດສັກກະລາດໃໝ່ການລົງທຶນຂອງ ຍີ່ປຸ່ນ ເຂົ້າສູ່ ຫວຽດນາມ

ມູນຄ່າການຄ້າລະຫວ່າງສອງປະເທດຈະໄດ້ຍົກຂຶ້ນສູ່ລະດັບ 60 ຕື້ ໂດລາສະຫະລັດ ໃນໄລຍະ 3 ປີທີ່ຈະມາເຖິງ ແລະ ຈະມີ ການລົງທຶນ ຍີ່ປຸ່ນ ເຂົ້າສູ່ ຫວຽດນາມ... ນັ້ນແມ່ນການຄາດຄະ ເນກ່ຽວກັບ ການພົວພັນຮ່ວມມື-ລົງທຶນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພາຍຫຼັງ ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ຄັ້ງທີ 23 (ແຕ່ວັນທີ 4-8 ມິຖຸນາ 2017) ຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ.
ຈຸດເດັ່ນຂອງການຢ້ຽມຢາມ ຍີ່ປຸ່ນ ຄັ້ງນີ້ ແມ່ນບັນດາການເຄື່ອນໄຫວສົ່ງເສີມການລົງທຶນ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບທ່ານ Shinzo Abe ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ຊຶ່ງຈັດ ຂຶ້ນ ຢູ່ນະຄອນຫຼວງ ໂຕກຽວ. ນີ້ແມ່ນກອງປະຊຸມມີຂະໜາດໃຫຍ່ສຸດ ທີ່ ເຄີຍຈັດຂຶ້ນຢູ່ ຍີ່ປຸ່ນ ດ້ວຍການເຂົ້າຮ່ວມ ຂອງ ວິສາຫະກິດສອງ ປະ ເທດ ກວ່າ 1.600 ວິສາຫະກິດ.
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ
ທຳການພົບປະແລກປ່ຽນຄຳຄິດເຫັນກັບເຈົ້າຈັກກະພັດ ຍີ່ ປຸ່ນ Akihito ແລະ ມະເຫສີ Michiko. ພາບ: ຖົ໋ງເຍີດ/VNA

ນອກຈາກນັ້ນ, ທ່່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງເປັນປະ ທານໃນງານພົບປະສົນທະນາ 4 ຄັ້ງກັບ 100 ອົງການຈັດຕັ້ງເສດຖະ ກິດ ແລະ ວິສາຫະກິດແຖວໜ້າຂອງ ຍີ່ປຸ່ນ ຢູ່ໂຕກຽວ ແລະ ການ ຊາຍ ກ່ຽວກັບພະລັງງານ, ເຕັກໂນໂລຊີຂ່າວສານ ແລະ ການເງິນ-ການທະນາຄານ.

ທ່ານ Shinzo Abe, ນາຍົກລັດຖະມົນຕີ ຍີ່ປຸ່ນ ຕ້ອນຮັບ ທ່ານ ຫງວຽນຊວນຟຸກ,
ນາຍົກລັດຖະມົນຕີ ຫວຽດນາມ. ພາບ: ຖົ໋ງເຍີດ
/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Shinzo Abe,
ນາຍົກລັດຖະມົນຕີ ຍີ່ປຸ່ນ ທຳການພົບປະ ເຈລະຈາ ຢູ່ນະຄອນຫຼວງ ໂຕກຽວ. ພາບ: ຖົ໋ງເຍີດ/VNA


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Shinzo Abe,
ນາຍົກລັດຖະມົນຕີ ຍີ່ປຸ່ນ ເປັນສັກຂີພິຍານ ໃນພິທີ
ລົງນາມ
ບັນດາເອກະສານ ວ່າດ້ວຍການຮ່ວມມືລະຫວ່າງ ສອງ ປະເທດ. ພາບ: ຖົ໋ງເຍີດ/VNA

ການນຳອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ຕິີລາຄາວ່າ ຕະຫຼາດຫວຽດນາມ ແມ່ນມີຄວາມຫວັງສູງ ແລະ ໃຫ້ຮູ້ວ່າ 1 ໃນ 3 ວິສາ ຫະກິດ ຍີ່ປຸ່ນ ຕ້ອງການເປີດກວ້າງການລົງທຶນຢູ່ ຫວຽດນາມ. ໃນ ການສົນທະນາໂດຍກົງກັບບັນດານັກລົງທຶນຍີ່ປຸ່ນ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ນີ້ແມ່ນໄລຍະ “ນີ້ແມ່ນ ໂອກາດທີ່ເອື້ອອຳນວຍ, ພູມີປະເທດສະດວດ, ປະຊາຊົນພ້ອມໃຈ” ເພື່ອໃຫ້ບັນດານັກລົງທຶນ ຍີ່ປຸ່ນ ເປີດກວ້າງການ ລົງທຶນເຮັດທຸລະກິດ ຢູ່ ຫວຽດນາມ.

ຈາກຄວາມມຸ້ງຫວັງດັ່ງກ່າວ, ສອງຝ່າຍເຊື່ອໝັ້ນວ່າ ການຢ້ຽມຢາມ ຍີ່ປຸ່ນ ຄັ້ງນີ້ ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະ ກອບສ່ວນດຶງດູດການລົງທຶນຄັ້ງໃໝ່ ຂອງ ຍີ່ປຸ່ນ ເຂົ້າສູ່ຫວຽດ ນາມ.
 
ໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນ, ລົງນາມໃນເອກະສານວ່າ ດ້ວຍ ການລົງທຶນຫຼາຍສະບັບ ທີ່ມີມູນຄ່າຫຼາຍກວ່າ 22 ຕື້ ໂດລາ ສະຫະລັດ.

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານ Tadamori Oshima,
ປະທານສະພາຕ່ຳ ຍີ່ປຸ່ນ ແລະ ສະຫະ ພັນຜູ້ແທນມິດຕະພາບຍີ່ປຸ່ນ-ຫວຽດນາມ. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານ Date Chuichi,
ປະທານສະພາສູງ ຍີ່ປຸ່ນ ແລະ ໄປຢ້ຽມຢາມ ຫ້ອງປະຊຸມຂອງສະພາສູງ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/
VNA

 

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ທ່ານ Tsuyoshi Yamaguchi,
ປະທານຄະນະກຳມະການ ປ້ອງ ກັນຄວາມສະຫງົບສະພາຕ່ຳ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA

ຜົນການຢ້ຽມຢາມ ຍີ່ປຸ່ນ ຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີຫງວຽນ ຊວນຟຸກ, ພວກເຮົາອາດສາມາດເຫັນໄດ້ ຫຼາຍຜົນງານທີ່ພົ້ນເດັ່ນ, ພິເສດແມ່ນໃນຂົງເຂດຮ່ວມມືດ້ານເສດຖະ ກິດ ແລະ ລົງທຶນ, ນັ້ນກໍ່ ຄື: ການນຳສອງປະເທດໄດ້ສະແດງຄວາມຕັດສິນໃຈຍົກສູງມູນຄ່າການຄ້າສອງສົ້ນຂຶ້ນເຖິງ 60 ຕື້ໂດລາສະຫະລັດ ໃນປີ 2020 (ປະຈຸບັນ ຢູ່ ລະດັບ 30 ຕື້ໂດລາສະຫະລັດ).
 
ລັດຖະບານ ຍີ່ປຸ່ນ ຢືນຢັນວ່າ ຈະຊ່ວຍເຫຼືອ ຫວຽດນາມ ໃນການຜັນ ຂະຫຍາຍບັນດາແຜນການເຄື່ອນໄຫວ ຂອງ 6 ຂະແໜງການອຸດສາ ຫະກຳ ທີ່ໄດ້ຄັດເລືອກໃນຍຸດທະສາດຫັນເປັນອຸດສາຫະກຳ ຂອງ ຫວຽດນາມ ໃນກອບຂອງການຮ່ວມມື ຫວຽດນາມ - ຍີ່ປຸນ, ເປັນຕົ້ນ ແມ່ນຂະແໜງລົດໃຫຍ່ ແລະ ອຸດສາຫະກຳສຳຮອງ.
 
ຍີ່ປຸ່ນ ຢືນຢັນວ່າ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ໃຫ້ຄວາມບຸລິມະສິດໃນການຊ່ວຍເຫຼືອດັດແປງ, ກໍ່ສ້າງພື້ນຖານໂຄງ ລ່າງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ປະເຊີນໜ້າກັບການປ່ຽນ ແປງຂອງດິນຟ້າອາກາດ.

ສອງຝ່າຍໄດ້ຢືນຢັນວ່າ ຈະພະຍາຍາມສ້າງເຄື່ອນໄຂອຳນວຍຄວາມສະດວກໃຫ້ການສົ່ງອອກໝາກກ້ຽງນ້ອຍຂອງ ຍີ່ປຸ່ນ ເຂົ້າ ຫວຽດນາມ ແລະ ໝາກລິ່ນຈີ່, ໝາກລຳໄຍຂອງ ຫວຽດນາມ ເຂົ້າ ຍີ່ປຸ່ນ.
  
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອ ຫວຽດນາມ ຍົກສູງຄວາມສາມາດໃນການປະຕິບັດກົດໝາຍທາງທະເລ, ໃນນັ້ນ ມີການສ້າງຊັບພະຍາກອນມະນຸດ. 



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າ ຮ່ວມ ແລະ ກ່າວປາໄສ
ໃນພິທີໄຂກອງປະຊຸມ ອະນາຄົດຂອງ ອາຊີ ຄັ້ງທີ 23. ພາບ: ຖົ໋ງເຍີດ/
VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Shinzo Abe,
ນາຍົກລັດຖະມົນຕີ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສົ່ງ ເສີມການລົງທຶນ ຫວຽດນາມ ຢູ່ ຍີ່ປຸ່ນ. ພາບ: ຖົ໋ງເຍີດ
/VNA



ກວ່າ 1.600 ວິສາຫະກິດສອງປະເທດ
ຂົ້າຮ່ວມກອງປະຊຸມສົ່ງເສີມ ການລົງທຶນ ຫວຽດນາມ ຢູ່ ຍີ່ປຸ່ນ. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະສົນ ທະນາໂຕະມົນ
ກັບ ການນຳ ກຸ່ມບໍລິສັດແຖວໜ້າ ຂອງ ຍີ່ປຸ່ນ ຈຳນວນໜຶ່ງ. ພາບ: ຖົ໋ງເຍີດ/
VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ພົບປະ
ແລະ ກັບປະທານສະຫະພັນເສດຖະກິດຍີ່ປຸ່ນ (Keidanren)
ແລະ ປະທານບັນດາກຸ່ມບໍລິສັດທີ່ເປັນສະມາຊິກຂອງ Keidanren. ພາບ: ຖົ໋ງເຍີດ/VNA


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ
ທ່ານ Hiroyuki Ishige , ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO). ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານ Kitaoka Shinichi,
ປະທານອົງການຮ່ວມມືສາກົນ ຍ່ີປຸ່ນ (JICA). ພາບ: ຖົ໋ງເຍີດ
/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ
ທ່ານ Mitarai Fujio, ປະທານກຸ່ມບໍລິສັດ Canon. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ
ທ່ານ Ken Kobayashi, ປະທານກຸ່ມບໍລິສັດ Mitsubishi. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ
ທ່ານ Nagayama Katsutoshi, ປະທານກຸ່ມບໍລິສັດ Route Inn. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ
ຕ້ອນຮັບ ແລະ ເຮັດວຽກກັບບັນດາວິສາຫະກິດ ເຕັກໂນໂລຊີຂ່າວສານ ຍີ່ປຸ່ນ.  ພາບ: ຖົ໋ງເຍີດ/VNA

 
ສາມາດເວົ້າໄດ້ວ່າ ການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 23 ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ຄັ້ງນີ້ ປະສົບຄວາມສຳເລັດຢ່າງຈົບງາມ ແລະ ຈະເປັນການ ປະກອບສ່ວນເປີດກວ້າງ ສູ່ລະດັບໃໝ່ໃນການພົວພັນຄູ່ຮ່ວມ ມືຍຸດ ທະສາດຢ່າງເລິກເຊິ່ງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top