• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ຕາໜ່າງເລີ່ມດຳເນີນທຸລະກິດ (Startup) ປະດິດຄິດສ້າງ ຫວຽດນາມ ກັບທົ່ວໂລກ

ກົມພັດທະນາການຕະຫລາດ ແລະ ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ສັ້ງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບ Pegasus Tech Venture (ອົງການຈັດຕັ້ງການສອບເສັງ Startup World Cup) ແລະ Ai20X (ສູນສົ່ງເສີມ Startup ຢູ່ Silicon Valley) ແນໃສ່ເຊື່ອມຕໍ່ຕາໜ່າງ Startup ຫວຽດນາມ ກັບ ທົ່ວໂລກ. 

ພິທີລົງນາມລະຫວ່າງ NATEC ແລະ Pegasus Tech Venture. (ພາບ: DCTK)
ການຮ່ວມມືນີ້ ໄດ້ນຳ ຫວຽດນາມ ເຂົ້າໃນແຜ່ນທີ່ Startup ໂລກຢ່າງເປັນທາງການ. ການເຄື່ອນໄຫວນີ້ ໄດ້ດຳເນີນໃນຂອບເຂດວັນບຸນ Startup ຫວຽດນາມ (Techfest Vietnam) ຢູ່ ອາເມລິກາ ໃນວັນທີ 13 ກັນຍາ ດ້ວຍການເຂົ້າຮ່ວມຂອງນັກປັນຍາຊົນ, ນັກທຸລະກິດ, Startup  ຫວຽດນາມ ກັບບັນດານັກລົງທຶນ, ຊ່ຽວຊານຢູ່ເຂດ Silicon ກ່ວາ 200 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານ Md Anis Uzzaman, ປະທານ Startup World Cup ແລະ ນັກລົງທຶນຂອງ Pegasus Tech Ventures ໄດ້ສະແດງຄວາມປາດຖະໜາຢາກມາເຂົ້າຮ່ວມບັນດາໂຄງການ, ການສອບເສັງທີ່ມີຄຸນນະພາບຢູ່ ຫວຽດນາມ, ພິເສດແມ່ນ Techfest Vietnam. Techfest Vietnam ແມ່ນວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ໄດ້ຈັດຕັ້ງທຸກປີ ພາຍໃຕ້ການເປັນປະທານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດແຜນຮ່າງ “ໜູນຊ່ວຍລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດຮອດປີ 2025”.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top