• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ເຊື່ອມຕໍ່ການທ່ອງທ່ຽວ ASEAN ໃນຍຸກດີຈີຕອນ

ເວທີປາໄສທ່ອງທ່ຽວ ASEAN (ATF) ປີ 2019 ຊຶ່ງ ໄດ້ຈັດຂຶ້ນ ຢູ່ ແຂວງ ກວາງນິງ ແມ່ນມຸ່ງສູ່ ການ ໂຄ ສະນາເຜີຍແຜ່ທົ່ວກຸ່ມ ASEAN ເໝືອນດັ່ງຈຸດ ນັດ ໝາຍທີ່ດຶງດູດໃຈ ສຳລັບ ນັກທ່ອງທ່ຽວສາກົນ ໃນຍຸກ ດີຈີຕອນ, ພ້ອມກັນນັ້ນປະກອບສ່ວນຊຸກຍູ້ ການແລກ ປ່ຽນ ນັກທ່ອງທ່ຽວພາຍໃນກຸ່ມ. 
ປີ 2009, ເປັນຄັ້ງທຳອິດ ຫວຽດນາມເປັນ ເຈົ້າພາບ ຈັດຕັ້ງ ເວທີປາໄສທ່ອງທ່ຽວ ASEAN ທີ່ ຮ່າໂນ້ຍ ພາຍໃຕ້ຫົວເລື່ອງ: “ທ່ອງທ່ຽວ ASEAN - ມຸ່ງສູ່ ລະ ດັບສູງໃໝ່”. ໃນຈຸດ ເວລານັ້ນ, ເວທີປາໄສໄດ້ ດຶງດູດ ການເຂົ້າຮ່ວມ ຂອງ ຜູ້ແທນ 2000 ຄົນ ຊຶ່ງລວມມີ ບັນດາທ່ານ ລັດຖະມົນຕີ, ເຈົ້າໜ້າທີ່ ທ່ອງທ່ຽວຂັ້ນ ສູງ, ວິສາຫະກິດ, ວົງການນັກໜັງສືພິມ ຢູ່ພາຍໃນ ແລະ ນອກພາກພື້ນ.

ຫຼັງຈາກເວທີປາໄສ, ຂະແໜງການ ທ່ອງທ່ຽວ ຫວຽດ ນາມ ມີການພັດທະນານັບມື້ນັບໄວວາ. ໃນຊຸມປີມໍ່ນີ້, ຫວຽດນາມໄດ້ຮູ້ຈັກເຖິງເໝືອນດັ່ງ ຈຸດນັດໝາຍດ້ານ ການທ່ອງທ່ຽວ ທີ່ມີການ ພັດທະນາ ຢ່າງຂະຫຍັນຂັນ ເຄື່ອນ ແລະ ພົ້ນເດັ່ນຂຶ້ນ ກັບບັນດາຄຸນຄ່າວັດ ທະ ນະທຳ, ປະຫວັດສາດ ທີ່ເປັນເອກະລັກ; ທັດນະນີຍະ ພາບ ທີ່ ສວຍສົດງົດງາມຢ່າງໜ້າ ອັດສະຈັນ; ຜູ້ຄົນ ຫວຽດນາມ ທີ່ມີຄວາມໃກ້ຊິດ ສະໜິດສະໜົມ ແລະ ຮັກແຂກແພງຄົນ.


ທີ່ບົດລາຍງານ “ຈຸດເນັ້ນທ່ອງທ່ຽວປີ 2018” ຂອງ ອົງການທ່ອງທ່ຽວໂລກ (UNWTO), ຫວຽດນາມ ໄດ້ ຈັດຢູ່ອັນດັບທີ 3 ໃນກຸ່ມ 10 ປະເທດ ມີລະດັບ ການ ຈະເລີນເຕີບໂຕ ດ້ານນັກທ່ອງທ່ຽວສາກົນ ໄວທີສຸດ ໂລກ; ເປັນຕົວແທນໜຶ່ງດຽວ ຂອງ ທະວີບາຊີ ໄດ້ຮັບ ເລືອກ ເຂົ້າໃນບັນຊີລາຍຊື່ 3/10 ປະເທດ ມີການ ທ່ອງ ທ່ຽວ ສຳຜັດຕົວຈິງ ດີທີສຸດໂລກ (ໂດຍ ໜ້າເວັບ ທ່ອງທ່ຽວໃຫຍ່ທີສຸດໂລກ TripAdvisor ເປັນຜູ້ປະ ກາດ)...
 

ໃນກອບເວທີປາໄສທ່ອງທ່ຽວ ASEAN 2019, ກອງປະຊຸມລັດຖະມົນຕີທ່ອງທ່ຽວ ຄັ້ງທີ 22 ພາຍໃຕ້ການເປັນເຈົ້າພາບ ຂອງ
ທ່ານ ຫງວຽນຫງອກທ້ຽນ ລັດຖະ ມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ວາງທິດທາງ
ພັດທະນາການທ່ອງ ທ່ຽວ ຂອງກຸ່ມ ASEAN ໃນຍຸກດີຈີຕອນ. ພາບ: ວັນດຶກ/VNA



ທ້າຍປີ 2018 ທີ່ທ່າກຳປ່ັນນັກທ່ອງທ່ຽວ ສາກົນ ສະ ເພາະຕ່າງຫາກ ຮ່າລອງ (ນະຄອນຮ່າລອງ, ແຂວງ ກວ່າງນິງ) ກົມໃຫຍ່ທ່ອງທ່ຽວ,
ກະຊວງ ວັດ ທະນະ ທຳ, ກິລາ ແລະ ທ່ອງທ່ຽວ, ຄະນະ ກຳມະ ການປະ ຊາຊົນແຂວງ ກວ່າງນິງ ໄດ້ຈັດ ພິທີຕ້ອນຮັບນັກ ທ່ອງທ່ຽວຜູ້ທີ 15 ລ້ານ
ມາ ຫວຽດນາມ. ເຫດການນີ້ກາຍ ເປັນຂີດໝາຍ ຈະເລີນເຕີບໂຕຢ່າງປະທັບໃຈ ຂອງ ທ່ອງທ່ຽວ ຫວຽດນາມ
ແລະ  ທ່ອງທ່ຽວ ກວ່າງນິງ ໃນປີ 2018. ພາບ: ຈຸງງວຽນ/VNA

ນີ້ແມ່ນເທື່ອທີສອງ ຫວຽດນາມ ໄດ້ຈັດຕັ້ງ ເວທີປາໄສ ອັນສຳຄັນນ້ີ ໂດຍມີການເຂົ້າຮ່ວມ ຂອງ ບັນດາ ເຈົ້າ ໜ້າ ທີ່ ລັດຖະບານ, ອົງການຈັດຕັ້ງທ່ອງທ່ຽວ, ຜູ້ນຳ ຂອງບັນດາວິສາຫະກິດທ່ອງທ່ຽວ ທີ່ມາຈາກ 10 ປະ ເທດ ໃນກຸ່ມ ASEAN ເຊັ່ນ: ບຣຸໄນ, ອິນໂດເນເຊຍ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງ ກະໂປ, ໄທ ແລະ ຫວຽດນາມ. ເວທີປາໄສປີ 2019 ໄດ້ໝາຍໄວ້ ປີຈັດຕັ້ງເທື່ອທີ 38 ດ້ວຍຫົວເລື່ອງ “SEAN - ກຳລັງແຮງຂອງຄວາມເປັນເອກະພາບ” (ASEAN -The power of one). ນີ້ແມ່ນ ເນື້ອໃນ ຫັນເປັນ ລະອຽດ ການກຳນົດລວມ ຂອງບັນດາປະ ເທດ ໃນການຮ່ວມມື ASEAN ເວົ້າລວມ, ມຸ່ງສູ່ພາກ ພື້ນ ASEAN “ໜຶ່ງວິໄສທັດ, ໜຶ່ງສີສັນ, ໜຶ່ງ ປະຊາ ຄົມ/One Vision, One Identity, One Community”.

ທີ່ພິທີປະກາດບັນດາລາງວັນທ່ອງທ່ຽວ ASEAN 2019, ຫວຽດນາມຄວ້າໄດ້ 15 ລາງວັນ ບົນ 4 ຂົງເຂດຄື ທ່ອງທ່ຽວວົງຄະນາຍາດ, homestay, ບໍລິ ການສະປາ ແລະ ຫ້ອງນຳ້ສາທາລະນະ. ລາງວັນທ່ອງທ່ຽວ ASEAN 2019 ມອບໃຫ້ແກ່ບັນດານະຄອນ, ຈຸດທີ່ມາ, ໂຮງແຮມ, ວິສາຫະກິດທ່ອງທ່ຽວທີ່ດີເດັ່ນ ຂອງ ASEAN. 
ໃນຈົດໝາຍສະແດງຄວາມຊົມເຊີຍ ບັນດາທ່ານຜູ້ ແທນ ກ່ອນເວທີປາໄສ ຮັບການ ດຳເນີນໄປ, ທ່ານ ຫງວຽນຫງອກທ້ຽນ, ລັດຖະມົນຕີ ກະຊວງວັດທະນະ ທຳ, ກິລາ ແລະ ທ່ອງທ່ຽວ ໄດ້ ເນັ້ນໜັກວ່າ: ຫວຽດ ນາມ ຂຳ່ນັບຮັບຕ້ອນເພື່ອນມິດ ສາກົນມາກັບ ອ່າວ ຮ່າລອງ ເພື່ອເລີ່ມຕົ້ນອັນດັບ ການເດີນທາງ ຄົ້ນພົບ, ຜ່ານປະສົບການຕົວຈິງ ກັບສິ່ງທີ່ໃໝ່ໆ ຈາກມໍລະດົກ ທຳມະຊາດຂອງໂລກ ທີ່ໄດ້ UNESCO ຮັບຮອງ.

ທ່ານ ເລກວາງຕຸ່ງ, ຮອງລັດຖະມົນຕີກະຊວງ ວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ທີ່ເວທີປາໄສ ນີ້, ແຕ່ລະປີ, ບັນດາປະເທດ ຕ່າງ ກໍອອກຂໍ້ລິເລີ່ມ ລວມ. ປີ 2019, ປະເທດ ເຈົ້າພາບ ຫວຽດນາມ ບົນ ພື້ນຖານ ເຫັນດີເຫັນພ້ອມ ກັບບັນດາປະເທດສະມາ ຊິກ ໄດ້ອອກຂໍ້ລິເລີ່ມ ກ່ຽວກັບການເຊື່ອມຕໍ່ມໍລະດົກ ຂອງ ASEAN ໃນຍຸກດີຈີຕອນ ແນໃສ່ຊຸກຍູ້ ຢ່າງ ແຂງ ແຮງ ການດຶງດູດນັກທ່່ອງທ່ຽວທີ່ມາກັບ ພາກ ພື້ນ ASEAN. ປັດຈຸບັນ ASEAN ໄດ້ມີ 32 ມໍລະ ດົກ ໄດ້ UNESCO ຮັບຮອງວ່າ ເປັນ ມໍລະດົກໂລກ. ການເຊື່ອມຕໍ່ ບັນດາມໍລະດົກນີ້ ໃນຍຸກດີຈີຕອນ ແມ່ນ ການເຊື່ອມຕໍ່ ແນວ ຄວາມຄິດ ຈາກ ກອງປະ ຊຸມເວທີປາໄສ ເສດຖະກິດໂລກ ກ່ຽວກັບ ASEAN (WEF-ASEAN) ປີ 2018 ດ້ວຍສານ ທີ່ກວມລວມ ວ່າ “ການປະຕິວັດອຸດສາຫະກຳ 4.0 ເປັນອະນາຄົດ ຂອງ ASEAN”.

ທີ່ເວທີປາໄສນີ້, ບັນດາກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ASEAN ແລະ  ກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ASEAN ກັບບັນດາ ປະເທດ ໄດ້ສຸມໃສ່ ໃນ 3 ເນື້ອໃນ ຕົ້ນຕໍເຊັ່ນ: ຫັນເປັນມາດຕະຖານ, ພັດ ທະນາ ແຫຼ່ງຊັບພະຍາກອນມະນຸດ ດ້ານ ການທ່ອງ ທ່ຽວ; ຍົກສູງ ຄວາມສາມາດ ໃນການ ແກ່ງແຍ້ງແຂ່ງ ຂັນ ແລະ ພັດທະນາການທ່ອງທ່ຽວ ທີ່ໝັ້ນຄົງ ແລະ ກວມລວມ. ໃນນັ້ນ ມີການເພີ່ມທະວີ ການເຂົ້າຮ່ວມ ແລະ ຮັບຜົນປະໂຫຍດ ຂອງ ປະຊາຄົມ, ພາກເອກະ ຊົນ ໃນການ ພັດທະນາ ການທ່ອງທ່ຽວ; ຮັບປະກັນ ຄວາມສະຫງົບ ປອດໄພ ໃນການເຄື່ອນໄຫວທ່ອງ ທ່ຽວ; ຊຸກຍູ້ ບັນດາ ມາດຕະການ ຄຸ້ມຄອງຈຸດທີ່ມາ, ພັດທະນາ ການທ່ອງທ່ຽວມໍລະດົກ; ຜັນຂະຫຍາຍ ບັນດາ ມາດຕະການ ພັດທະນາທ່ອງທ່ຽວ ຮັບມືກັບ ການປ່ຽນແປງຂອງສິ່ງແວດລ້ອມ ແລະ ພູມອາກາດ; ຊຸກຍູ້ຢ່າງແຂງແຮງ ການພັດທະນາ ວຽກງານ ທ່ອງ ທ່ຽວ ໃຫ້ຄົນທັງຫຼາຍ.

 

ບຸນຫົດນຳ້ສົງການ ເປັນວັນບຸນມູນເຊື້ອ ສະຫຼອງ ປີ ໃໝຂອງໄທ, ໄດ້ຈັດຂຶ້ນ ໃນໂອກາດ ຕົ້ນປີໃໝ່ ຕາມ ຈັນທະປະຕິທິນ (ກົງກັບວັນທີ 13-15 ເດືອນເມສາ ຕາມປະຕິທິນສາກົນ, ມີ ຄວາມໝາຍ ລ້າງໃຫ້ສະ ອາດ ໝົດທຸກ ຄວາມຊົ່ວຮ້າຍ
ແລະ ຕ້ອນຮັບປີ ໃໝ່ທີ່ ຈົບງາມ. ພາບ: THX/VNA



ລາຍການພົບປະສັງສັນວັດທະນະທຳ ຫວຽດນາມ-ມຽນມາ ໂດຍສະຖານທູດ ຫວຽດນາມ ທີ່ມຽນມາ ປະສານສົມທົບ ກັບ ກະຊວງ
ວັດທະນະທຳ ແລະ ບັນດາ ບັນຫາ ສາສະໜາ ມຽນມາ ແລະ ສະມາຄົມ ນັກສິລະປິນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ
ໄດ້ຈັດຂຶ້ນ ຢູ່ ໂຮງລະຄອນແຫ່ງຊາດ ມຽນມາ ຢູ່ ນະຄອນຫຼວງ Yangon. ພາບ: VNA 



ສະຖານທູດບັນດາປະເທດ ASEAN ທີ່ການາດາ ໄດ້ຈັດຕັ້ງວັນບຸນ ASEAN ໂດຍມີການ ເຄື່ອນໄຫວ ຫຼາຍຢ່າງ ແນໃສ່ໂຄສະນາເຜີຍແຜ່ ວັດທະນະທຳ, ທ່ອງທ່ຽວ ASEAN. ໃນພາບ: ແນະນຳມໍລະດົກໂລກ ດຶງເຊືອກ ຂອງ ປະເທດອາຊີຕາເວັນອອກສ່ຽງໃຕ້
ຈຳນວນໜຶ່ງ ຢູ່ ການາດາ. ພາບ: ຖຸ໋ຍຮ່າ/VNA



“ລາຍການພົບປະສັງສັນວັດທະນະທຳ-ການຄ້າ ບັນດາປະເທດ ASEAN 2018” ລວມມີ 150 ຫ້າງຮ້ານ, ໃນນັ້ນມີ 110 ຮ້ານການຄ້າ
ແລະ ກວ່າ 40 ຮ້ານອາຫານການກິນ. ພາບ: ຢາຖ້ວນ/VNA

ພິເສດໃນກອບເວທີປາໄສນີ້ ໄດ້ຮັບການດຳເນີນໄປ ງານຕະຫຼາດນັດທ່ອງທ່ຽວສາກົນ TRAVEX ຊ່ຶງລວມ ກັບ 346 ຫ້າງຮ້ານ. ຕາມທ່ານ ດິ່ງຫງອກດຶກ, ຫົວໜ້າກົມຕະຫຼາດທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ, TRAVEX ເປັນງານຕະຫຼາດນັດເປັນມືອາຊີບ, ປະ ກອບສ່ວນຊຸກຍູ້ການພັດທະນາຂອງທັງສອງປະເພດລູກຄ້າຄື ລູກຄ້າພາຍໃນກຸ່ມ ASEAN ແລະ ລູກຄ້າຈາກທົ່ວທຸກມູມໂລກ ມາກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. 
 
ໃນກອບເວທີປາໄສທ່ອງທ່ຽວ ASEAN 2019, ກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ປະສານສົມທົບ ກັບກຸ່ມບໍລິສັດໄປສະ ນີ ໂທລະຄົມມະນາຄົມ ຫວຽດນາມ - VNPT ໄດ້ສະເໜີຕົວປະຍຸກໃຊ້ທ່ອງທ່ຽວແຫ່ງຊາດ, ໄດ້ VNPT ກໍ່ ສ້າງບົນພື້ນຖານເຄື່ອນທີ່ ກັບຄຸນລັກສະນະຫຼາຍຢ່່າງເຊັ່ນ ຕຳລາຂໍ້ມູນ ທ່ອງທ່ຽວ, ວິທີການໄປມາ, ພູມອາ ກາດ, ບັນດາຈຸດທີ່ມາພົ້ນເດັ່ນ, ຜະລິດຕະພັນພິເສດຂອງທ້ອງຖິ່ນ, ອາຫານທີ່ເປັນເອກະລັກ, ຕິດຕໍ່ ດ້ວຍສອງພາສາທົ່ວໄປ ເຊ່ັນ ພາສາອັງກິດ ແລະ ພາສາຝຣ່ັງ. 

 
ພາບ: VNP ສັງລວມ - ພາບ: VNA

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top