• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເຊີນລາໜຶ່ງດຽວ-ສາມຈຸດນັດພົບ

“ເຊີນລາໜຶ່ງດຽວ-ສາມຈຸດນັດພົບ” ເປັນຄຳເວົ້າທີ່ຊິນເຄີຍກ່ຽວກັບ 3 ທ່າແຮງທີ່ພົ້ນເດັ່ນຂອງແຂວງ ເຊີນລາ ໃນປັດຈຸບັນ, ນັ້ນກໍ່ຄື: ພູມພາບທຳມະຊາດ, ອ່າງໂຕ່ງມະຫຶມາແຫ່ງເຂື່ອນໄຟຟ້ານຳ້ຕົກ ເຊີນລາ; ພູພຽງ ໂມກເຈົາຊຶ່ງຖືກຂະໜານນາມວ່າເປັນດິນແດນແຫ່ງ “ດາລາດຂອງເຂດພາກຕາເວັນຕົກສ່ຽງເໜືອ”ທັງສາມເປັນຈຸດນັດພົບອັນແສນປະທັບໃຈສໍາລັບບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ.
ບາດກ້າວ​ການ​ຫັນປ່ຽນ​ທີ່​ໜ້າ​ອັດສະຈັນ​ເທິງພູພຽງ ໂມກເຈົາ:
 
ໃນຊຸມປີມໍ່ໆ​ ມານີ້, ພູພຽງ ໂມກເຈົາ ຖືກ​ຂະໜານ​ນາມວ່າ ປຽບເໝືອນ“ດ່າລາດຂອງເຂດ ໄຕບັກ”. ຍັງຈື່ໄດ້ວ່າ ຫ່າງ​ຈາກ​ນີ້​ສິບ​ກວ່າ​ປີປະຊາຊົນ​ເມືອງ ໂມກເຈົາ ມີຊີວິດການເປັນຢູ່ທີ່ຫຍຸ້ງຍາກທີ່​ສຸດ. ປະຊາຊົນຢູ່ທີ່ນີ້ ສ່ວນຫຼາຍແມ່ນຊາວເຜົ່າຜູ້ໄທ, ຊີລາ, ລາຮາ ອົບ​ພະ​ຍົກ​ມາຈາກເຂດກໍ່ສ້າງເຂື່ອນໄຟຟ້ານຳ້ຕົກ ເຊີນລາ, ອາດ​ຈະ​ເວົ້າ​ໄດ້​ວ່າ​ພວກເຂົາເຈົ້າບໍ່ຮູ້ຫຍັງ​ໝົດ​ກ່ຽວ​ກັບ​ການປູກຊາ ແລະ ລ້ຽງງົວນົມ.ເພາະສະນັ້ນ,ການ​ດໍາລົງ​ຊີວິດ​ຢູ່​ບ່ອນ​ໃໝ່​ຈຶ່ງປະສົບຄວາມຫຍຸ້ງຍາກນາໆ​ປະການ. ຍິ່ງ​ກວ່າ​ນັ້ນ,ມີ​ນັກວິທະຍາສາດ​ບາງ​ທ່ານ​ເວລາ​ໄປ​ສໍາ​ຫລວດ​ພື້ນ​ທີ່​ຕົວ​ຈິງ​ໄດ້​ຮ້ອງ​ຂຶ້ນ​ວ່າ“ຢູ່​ໂມກ​ເຈົາມີ​ຕົ້ນ​ຊາ​ໃຫ້​ຟືນ, ມີ​ງົວ​ໃຫ້​ກະດູກ” ຊຶ່ງ​ຢາກ​ບົ່ງ​ບອກ​ໃຫ້​ຮູ້​ວ່າ​ປະຊາຊົນ​ປູກ​ຊາ​ແຕ່​ໄດ້​ແຕ່​ຟືນ​ດັງ​​ໄຟ, ລ້ຽງ​ງົວ​ງົວ​ຈ່ອຍ​ຜອມ​ເຫລືອ​ແຕ່​ກະດູກ!!!

ຕໍ່ສະພາບການດັ່ງກ່າວ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ໂມກເຈົາ ບໍ່​ໄດ້​ທໍ້ຖອຍ​ໃຈ, ໄດ້ຈັດຕັ້ງບັນດາຊຸດຮຽນຖ່າຍ​ທອດເຕັກນິກ, ວິທີການປູກຊາ, ລ້ຽງງົວນົມ ແລະ ສະໜອງທຶນໃຫ້ແກ່ປະຊາຊົນ​ໃນ​ແຕ່​ລະ​ບ້ານ. ພາຍຫຼັງສູ້​ຊົນແລະ ອົດທົນພະຍາຍາມມາເປັນເວລາຫຼາຍປີ, ມາເຖິງ ປະຈຸບັນນີ້, ຫຼາຍໆເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງ ໂມກເຈົາ​ເຊັ່ນ:ຊາຊານຕວຽດ, ຊາໂອລອງ ໂມກເຈົາ, ນຳ້ນົມ ໂມກເຈົາ ໄດ້ວາງຂາຍຢູ່ຮ້ານຊັບພະສິນຄ້າໃຫຍ່ຫຼາຍແຫ່ງໃນທົ່ວປະເທດ.


ກຳມະກອນຂອງບໍລິສັດຜະລິດຊາ​ເກີ່​ດໍ ກຳລັງເກັບຊາໃນນິ​ຄົມ ພາບ: ທົງທ້ຽນ


ກຳມະກອນຂອງບໍລິສັດຜະລິດຊາ ເກີ່ດໍ ກຳລັງຈັດແບ່ງ ປະເພດ ຊາ ກ່ອນຈະເອົາໄປປູງແຕ່ງ. ພາບ: ທົງທ້ຽນ

ເມືອງ ໂມກເຈົາ ມີເນື້ອທີ່ປູກຊາທັງໝົດ 1.822 ເຮັກຕາ, ​ກວມ​ເອົາ5 ຕາແສງ, ມີ 10 ບໍລິສັດ ແລະ ວິສາຫະກິດ ຈີນ, ໃຕ້ຫວັນ ມາລົງທຶນຜະລິດ, ຄ້າຂາຍຜະລິດຕະພັນຊາ. 
ໄປ​ຢ້ຽມຢາມຄອບຄົວລຸງ ແດ່ວວັນນຳ ​ຄອບ​ຄົວ​ຊາວເຜົ່າຜູ້ໄທຄອບຄົວໜຶ່ງຊຶ່ງພວກຂ້າພະເຈົ້າເຄີຍໄດ້ພົບ​ເພິ່ນ​ແລ້ວໃນປີ 2004 ເມື່ອຫາກໍ່ຍ້າຍມາແຕ່ ກວິ່ງຍາຍ. ປະຈຸບັນ, ຄອບຄົວລຸງ ນຳ ມີປ່າ​​ຊາ​ຂຽວກ້ວາງ​ຍາວລິ​ບລີ່​ສາຍຕາ ແລະ ຝູງງົວນົມອ້ວນ​ພີ​ດີງາມ​ພວມ​ກົ້ມຫົວ​ກິນ​ຫຍ້າ​ເທິງ​ພູ​ພຽງທີ່​ຂຽວ​ອຸ່ມ​ທຸ່ມ.

ລຸງ ນຳ ໃຫ້ຮູ້ວ່າ: “ ໂມກເຈົາຕັ້ງ​ແມ່ນ​ເຂດ​ດິນ​ດີ​ແທ້ໆ, ຖ້າຫາກ​ໄດ້​ປູກ, ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຢ່າງ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ​ແມ່ນ​ບໍ່​ມີ​ຕົ້ນ​ໄມ້​ຊະນິດ​ໃດ​ທີ່​ຈະ​ບໍ່​ອອກໝາກ ອອກ​ຜົນ”.

ຄຳເວົ້າຂອງລຸງ ນຳ ໄດ້ສ່ອງແສງ​ໃຫ້​ເຫັນ​ຢ່າງ​ຖືກຕ້ອງສະພາບການເປັນ ຢູ່ຂອງປະຊາຊົນຢູ່ ໂມກເຈົາ ໃນປັດຈຸບັນ. ໃກ້ກັບເຮືອນລຸງ ນຳແມ່ນນິຄົມຂອງລຸງ ເລີມແທງເຈີນ, ຜູ້ທີ່ຖືກ​ຂະໜານ​ນາມ​ວ່າເປັນ “ລາຊາ​ງົວ​ນົມ ໂມກເຈົາ”. ຄອບ ຄົວລຸງ ເຈີນ​ເລີ່​ມຕົ້ນ​ຕັ້ງ​ອາຊີບ​ໃໝ່​ກໍ່​ຄ້າຍໆ​ຄື​ກັນ​ກັບ​ລຸງ​ນໍາ, ​ແຕ່​ມາ​ບັດ​ນີ້​ລາວ​ໄດ້​ມີ​ຢູ່​ໃນ​ມືງົວແມ່ນົມທັງໝົດ 30 ໂຕ, ຜະລິດນຳ້ມົນໄດ້ 200 ໂຕນຕໍ່ປີ, ສ້າງລາຍຮັບກວ່າ 1,5 ຕື້ດົ່ງຊຶ່ງ​ເປັນ​ຕົວ​ເລກ​ທີ່​ໜ້າ​ຝັນ​ຫາ ລວມທັງ​ຜູ້​ທີ່​ດໍາລົງ​ຊີວິດ​ຢູ່​ນະຄອນຫລວງ​ຮ່າ​ໂນ​ຍ່ຄື​ພວກ​ເຮົາອີກ​ດ້ວຍ.



ເມືອງ ໂມກເຈົາມີງົວແມ່ນົມ 5.000 ໂຕ ແລະ ຄາດ​ວ່າຕາມແຜນທີ່ວາງອອກ, ຮອດປີ 2020, ໂມກເຈົາ
ຈະກາຍເປັນເຂດລ້ຽງງົວແມ່ນົມຂະໜາດໃຫຍ່ທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງ ໃຕ້. ພາບ: ຫວຽດເກື່ອງ



ຕ່ອງໂສ້ບີບນຳ້ນົມທີ່ທັນສະໄໝ ຂອງໂຮງງານຜະລິດນຳ້ນົມໂມກເຈົາ. ພາບ: ຈິ້ງໂປ້


ໂຮງງານຫຸ້ມຫໍ່ຜະລິດຕະພັນນຳ້ນົມຂອງບໍລິສັດຫຸ້ນສ່ວນງົວແມ່ນົມພັນ ໂມກເຈົາ. ພາບ: ຈິ້ງໂປ້ 

ຕອນ​ບ່າຍ​ຂອງ​ວັນ​ນັ້ນ, ​ໃນ​ຂະນະຕາມ​​ລຸງ​ເຈິ​ນ​ເອົາ​ນໍ້າ​ນົມງົວ​ໄປ​ຂາຍ​ທີ່​ຈຸດ​ຮັບ​ຊື້​ນົມບັງເອີນພວກຂ້າພະເຈົ້າໄດ້ພົບກັບທ່ານ ເຈີ່ນກົງຈ້ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ງົວແມ່ພັນ ໂມກເຈົາ ທີ່ກໍາລັງໄປກວດກາຄຸນນະພາບຂອງນຳ້ນົມ. ທ່ານ ຈ້ຽນ ໃຫ້ຮູ້ວ່າ, ປະຈຸບັນບໍລິສັດມີ ງົວນົມ​ແນວ​ພັນ​ຂອງອົສຕາລີ, ອາເມລາກາ ແລະ ໂຮນລັງກວ່າ 5.000 ໂຕທີ່​ພວມ​ຢູ່​ໃນ​ໄລຍະ​ໃຫ້​ຜົນ​​ເກັບ​ກ່ຽວ​ນົມ. ຕາມແຜນການຮອດປີ 2020, ບໍລິສັດຈະເຮັດໃຫ້ ໂມກເຈົາ ກາຍເປັນເຂດລ້ຽງງົວແມ່ນົມຂະໜາດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.  “ຢາກບັນລຸໄດ້ຕົວ​ເລກ​ຄາດໝາຍດັ່ງກ່າວ, ພວກຂ້າພະເຈົ້າຕ້ອງສ້າງ​ໃຫ້ຜູ້ລ້ຽງງົວນົມຢູ່ ໂມກເຈົາ 100% ກາຍເປັນ “ລາຊາງົວນົມ” ຄືກັນ​ກັບ​ລຸງເຈີນ ນີ້​ແລ”.
 
ໂມກເຈົາໃນປະຈຸບັນ ບໍ່ພຽງແຕ່​ເປັນ​ດິນ​ແດນ​ແຫ່ງຕົ້ນຊາ ແລະ ງົວແມ່ນົມເທົ່ານັ້ນ, ຫາກຍັງ​ເປັນຈຸດລົງທຶນທີ່ຈັບໃຈຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດອີກດ້ວຍ. ຕົວຢ່າງບໍລິສັດແນວປູກ Takii ຫວຽດນາມ ຈຳກັດ, ນີ້ແມ່ນ ວິສາຫະກິດຕ່າງປະເທດທຳອິດ ລົງທຶນເຂົ້າ ໂມກເຈົາ.

ທ່ານ Nobuyuki Toyama, ຜູ້ອຳນວຍການຂອງບໍລິສັດໃຫ້ຮູ້ວ່າ ໂມກເຈົາ ບໍ່ພຽງແຕ່​ເປັນ​ເຂດທີ່ມີດິນຟ້າອາກາດທີ່ອຳນວຍເທົ່່ານັ້ນ, ຫາກຍັງມີນະໂຍບາຍດຶງດູດນັກລົງທຶນທີ່ສະດວກອີກດ້ວຍ, ສະນັ້ນ ລາວ ຈຶ່ງລົງທຶນສ້າງ​ຕັ້ງບໍລິສັດຜະລິດສະ​ເພາະແນວພັນປູກທີ່​ມີຄຸນນະພາບສູງຢູ່ ໂມກເຈົາ. ປະຈຸບັນ, ບໍລິສັດ​ໄດ້​ປະສົບ​ຜົນສຳເລັດການຜະລິດແນວພັນປູກຊຸດທຳອິດ ​ແລະ​ໄດ້​ຂົນ​ສົ່ງ​ໄປ​ໃຫ້ບໍລິສັດແມ່ຢູ່ ຍີ່ປຸ່ນ ເພື່ອສະໜອງ​ໃຫ້ບັນດາປະເທດທີ່ມີພື້ນຖານກະສິກຳແຖວໜ້າໃນໂລກຄື:ອົສຕາລີ, ອາເມລິກາ, ສ. ລັດເຊຍ ແລະ ອື່ນໆ.


“ເຊີນລາ ເອົາໃຈໃສ່ໃນການພັດທະນາບັນດາຜະລິດຕະພັນກະສິກຳຄື: ຕົ້ນຊາ, ງົວນົມ, ໝາກໝັ້ນ (ໂມກເຈົາ ແລະ ເວີນໂຮ່), ໝາກມ່ວງ, ໝາກກວ້ຍ (ອຽນເຈົາ), ຊາ ຕ່າຊົ່ວ (ບັກອຽນ). ໃນຕໍ່ໜ້າແຂວງມີ​ນະ​ໂຍບາຍ​ບຸລິມະສິດ​ແຫ່ງ​ຊັບພະຍາກອນ​ເພື່ອ​ພັດທະນາເຕັກໂນໂລຊີຄຸ້ມຄອງຮັກສາຜະລິດຕະພັນກະສິກຳຫລັງ​ເກັບ​ກ່ຽວ ແລະ ໂຄສະນາຢ່າງກວ້າງຂວາງຜະລິດຕະພັນ ດັ່ງກ່າວຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ”. 
(ທ່ານ ຟ້າມວັນຖຸຍ, ຮອງປະທານຄະນະກຳມະການ ປົກຄອງແຂວງ ເຊີນລາ)



ສວນກ້າເບ້ຍ​ແນວພັນໝາກເລັ່ນ ຂອງບໍລິສັດ Takii ຫວຽດນາມ ຈຳກັດ ຢູ່ຕາແສງ ດົງຊາງ, ເມືອງ ໂມກເຈົາ. ພາບ: ທົງທ້ຽນ




ໂມກເຈົາ ເປັນແຜ່ນດິນທີ່ເໝາະສົມເພື່ອປູກໝາກ ສະຕໍເບີຣີ ແລະ ດອກລີລີ. ພາບ: ທົງທ້ຽນ


ໂມກເຈົາ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຈັບໃຈໂດຍ​ມີຮ່ອມພູດອກໝາກໝັ້ນຄື: ຕາແສງ ເວີນໂຮ່,
ຕາແສງ ຫຼອງຫຼວງ (ເມືອງ ເວີນໂຮ່), ເທດສະບານ ນົງເຈື່ອງ, ຕາແສງ ເຕິນເລີບ, ຕາແສງ ດົງຊາງ,
ຕາແສງ ເມື່ອງຊາງ (ເມືອງ ໂມກເຈົາ). ພາບ: ທົງທ້ຽນ



ທົ່ງຜັກກາດຂາວຂອງຊົນເຜົ່າ ມົ້ງ ປູກ ເພື່ອສະ​ກັດ​ເອົານຳ້ມັນເທິງພູພຽງ ໂມກເຈົາ. ພາບ: ຫວຽດເກື່ອງ


ຊາວເຜົ່າ ມົ້ງ ຢູ່ຕາແສງ ຫຼອງຫຼວງ ໃນລະດູເກັບໝາກໝັ້ນ. ພາບ: ຫວຽດເກື່ອງ

ດ້ວຍ​ທ່າ​ແຮງ​ດ້ານ​ຕ່າງໆ, ປີ 2014 ລັດຖະບານ ​ໄດ້ອະນຸຍາດໃຫ້​ໂມກ​ເຈົາສ້າງແຜນກໍານົດເປັນເຂດທ່ອງທ່ຽວແຫ່ງຊາດ. ຕາມແຜນດັ່ງກ່າວ ພາຍຫລັງ​ເປີດ​ການ​ນໍາ​ໃຊ້​ແລ້ວ ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໂມກ​ເຈົາ ຈະກາຍເປັນແຫຼ່ງກຳລັງແຮງພັດທະນາການທ່ອງ ທ່ຽວຂອງແຂວງ ເລີນລາ ແລະ ບັນດາແຂວງຢູ່ເຂດພູດອຍ ພາກເໜືອ.
 
ບົດເພງແຫ່ງຄວາມອົງອາດກ້າຫານຂອງເຂດແມ່ນຳ້ລຳເຊ ໄຕບັກ:
 
ຫ່າງຈາກນີ້ 12 ປີ, ພວກຂ້າພະເຈົ້າໄດ້ໄປຢາມ ດ່າຢາງ ຕາມກອງເຮືອຂົນສົ່ງເກືອ, ເຂົ້າສານ, ປາແຫ້ງ ແຕ່ເມືອງ ກວິ່ງຍາຍ (ເຊີນລາ) ຂຶ້ນໄປຫາເທດສະບານ ເມື່ອງໄລ ຂອງແຂວງ ດ້ຽນບຽນ. ໃນການເດີນທາງຄັ້ງນັ້ນ, ພວກຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ຄວາມສວຍສົດງົດງາມແບບປະຖົມປະຖານຂອງແມ່ນຳ ດ່າ.
 
ກັບມາຢາມ ກວິ່ງຍາຍ ໃນຄັ້ງນີ້, ພວກຂ້າພະເຈົ້າເຫັນວ່າ ພູມພາບຕ່າງກັບແຕ່ກ່ອນຫຼາຍແລ້ວ. ອ້າຍ ດຽວຈິງຫຽນ, ຮອງຫົວໜ້າຫ້ອງການວັດທະນະທຳເມືອງ ກວິ່ງຍາຍ ໃຫ້ຮູ້ວ່າ: “ອ້າຍມາ ເຊີນລາ ຄັ້ງນີ້ ຖ້າບໍ່ໄປຢາມອ່າງນຳ້ຢູ່ເຂື່ອນໄຟຟ້າເຊີນລາ ຈະຮູ້ສຶກເສຍດາຍໄດ໋”. ມື້ຕໍ່ມາ, ອ້າຍ ຫຽນ ພາພວກຂ້າພະເຈົ້າ ລົງທ່າເຮືອ ປາວຽນ ເພື່ອຂຶ້ນເຮືອອອກໄປຢາມ ອ່າງນຳ້ຢູ່ເຂື່ອນໄຟຟ້າເຊີນລາ.
 
ໜອງນຳ້ແຫ່ງນີ້ ອ້ອມຮອບ​ໄປດ້ວຍບັນດາພູຫີນສູງ. ເບື້ອງຊ້າຍແມ່ນພູ ຜາເມືອງ, ຜາລ້ານ, ຜາດິນ. ເບື້ອງຂວາແມ່ນຈອມ​ພູ​ເຫລັກ, ພູລາວ ແລະ ຈອມພູ ຕ້າງແຂ ມີຄວາມສູງ2.020 ແມັດ.
 
ອ້າຍ ດຽວຈິງຫຽນ ​​ເລົ່າ​ສູ່​ພວກຂ້າພະເຈົ້າຟັງວ່າ ນັບ​ຕັ້ງ​ແຕ່​ໂຮງງານ​ເຂື່ອນ​ໄຟຟ້ານໍ້າຕົກ ເຊີນລາເປີດນໍາໃຊ້ ຢ່າງເປັນທາງການ​ເປັນ​ຕົ້ນ​ມາ, ບໍ່ມີຜູ້ໃດຄິດວ່າ ອ່າງນຳ້ຢູ່ເຂື່ອນໄຟຟ້າແຫ່ງນີ້ ຈະກາຍເປັນເຂດທ່ອງທ່ຽວທີ່ສວຍງາມຄືປະຈຸບັນ. 


ໜອງນຳ້ຢູ່ເຂື່ອນໄຟຟ້າເຊີນລາ ມີລວງຍາວ 175 ກິໂລແມັດ
ລວມ​ເນື້ອທີ່ທັງ​ຫມົດ 224 ກິໂລຕາລາງແມັດ, ​ໃນບໍລິເວນ
 ເນື້ອ​ທີ່ຂອງ 3 ແຂວງ​ຄື: ເຊີນລາ, ດຽນບຽນ ແລະ ລາຍເຈົາ. ພາບ: ເລຮົ່ງຮ່າ



ທ່ານນາງ ຫວູທິແຫ້ງເລີ້ຍ (ນຸ່ງ​ເສື້ອ​ລາຍດອກ), ປະທານ ສະຫະ ກອນ ແຫ້ງເລີ້ຍ ພ້ອມກັບສະມາຊິກຂອງສະຫະກອນ
ກຳລັງ
ຈັບປາທີ່ລ້ຽງໃນໜອງນຳ້ເຂື່ອນໄຟຟ້າເຊີນລາ ຂຶ້ນກັບຕາແສງຈ່ຽງບັ່ງ.​ ພາບ: ຫວຽດເກື່ອງ



ຂະ​ຫນາດປາທີ່ລ້ຽງໃນໜອງນຳ້ຢູ່ເຂື່ອນໄຟຟ້າເຊີນລາ. ພາບ: ຫວຽດເກື່ອງ


ຄອບຄົວລຸງ ຕ່ອງວັນຫວາ (ຊົນເຜົ່າຜູ້ໄທ) ພັດທະນາຕົວແບບ​ການລ້ຽງເປັດນຳ້
ໃນ
ໜອງນຳ້ເຂື່ອນໄຟຟ້າເຊີນລາ ເປັນຈຳນວນຫຼາຍພັນໂຕ. ພາບ: ຫວຽດເກື່ອງ



ງານບຸນຊ່ວງເຮືອມູນເຊື້ອຂອງຊົນເຜົ່າ ຜູ້ໄທ ທີ່ເມືອງ ກວິ່ງຍາຍ. ພາບ: ດຽວຈິງເຕີຍ


ອ່າງ​ນໍ້າ​ເທິງເຂື່ອນໄຟຟ້ານໍ້າຕົກເຊີນລາ ນອຢູ່ໃນບໍລິເວັນຂອງ 3 ແຂວງຄື: ເຊີນລາ, ດ້ຽນບຽນ ແລະ ລາຍເຈົາ. ເນື້ອທີ່ 224 ກິໂລຕາລາງແມັດ, ຍາວ 175 ກິໂລແມັດ, ບ່ອນກວ້າງທີ່ສຸດ ແມ່ນ 1,7 ກິໂລແມັດ, ສາມາດບັນຈຸນຳ້ໄດ້ 9,26 ຕື້ ແມັດກ້ອນ.  
ອ່າງ​ນໍ້າເຂື່ອນໄຟຟ້ານໍ້າຕົກເຊີນລາ ເປັນໜຶ່ງໃນ 5 ອ່າງນຳ້ທີ່​ມະນຸດ​ສ້າງ​ຂຶ້ນມີຂະໜາດໃຫຍ່ທີ່ສຸດຂອງເຂດ ໄຕບັກ. ສະເພາະອ່າງ​ທີ່​ນອນ​ຢູ່​ໃນ​ເຂດເມືອງ ກວິ່ງຍາຍ ທີ່​ມີ​ຄວາມ​ຍາວ30 ກິໂລແມັດ ກໍ່ມີເກາະດອນຫຼາຍຮ້ອຍໜ່ວຍປະຊາຊົນ​ຕັ້ງ​ຊື່​ໃຫ້​ຕາມ​ຈິນຕະນາການ​ຂອງ​ເຂົາ​ເຈົ້າ​ເຊັ່ນ: ດອນ​ຄັ້ນ​ຄາກ,ດອນ​ໄກ່,ດອນ​ເທວະ​ດາ, ດອນ​ອິນ​ຊີ ​ແລະ​ອື່ນໆ.

ຕອນເຊົ້າພໍ​ຕາ​ເວັນ​ພົ້ນ​ຈອມ​ພູ​ຕັ້ງ​​ແກ, ຊາວເຜົ່າ ຜູ້ໄທ ທີ່ດໍາລົງ​ຊີວິດ​ຢູ່​ແຄມ​ອ່າງນຳ້ ກໍ່ເລີ່ມອອກຊອກ​ຢູ່​​ຫາ​ກິນ.

ພໍ​​ເມື່ອ​ອັດສະດົງ, ຄ້ອຍ​ຄໍ່າ​ລົງ​ມາ​ທົ່ວ​ໜ້າ​ນໍ້າ​ລະ​ຍິບລະຍັບ​ເຕັມ​ໄປ​ດ້ວຍ​ແສງ​ໄຟ.ຊາວເຜົ່າ ຜູ້ໄທ ຢູ່ເມືອງ ກວິ່ງຍາຍ ມີວິທີຫາປູ​ຫາປາຢູ່ເທິງອ່າງ​ນໍ້າສຸດທີ່ພິເສດ,ນັ້ນກໍ່​ຄືກາງຄືນມາພວກ​ເຂົາ​ເຈົ້າກາງ​ມອງທີ່ມີ​ຄວາມກວ້າງປະມານ 30-50 ຕາລາງແມັດ ລົງອ່າງແລ້ວໄຕ້ໂຄມໄຟເພື່ອອອຍປາມາຕິດ​ມອງ.
 
ນັກທ່ອງທ່ຽວຫຼາຍຄົນມາທີ່ນີ້ ມັກຈະເລືອກວິທີນອນຄ້າງ​ຄືນເພື່ອຊອກຮູ້ກ່ຽວກັບອາຊີບຫາປາຕອນກາງຄືນຂອງຊາວເຜົ່າ ຜູ້ໄທ. ພິເສດ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຍິນຊາວປະມົງເລົ່າສູ່ຟັງເລື່ອງລາວຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລຶກລັບກ່ຽວກັບຍັກນຳ້ຂອງແມ່ນຳ້ ດ່າ ນັ້ນ​ກໍ່​ຄື​ປາ​ເຄິງ(hemibagrus) ແລະ ປາຈຽນ (sturgeon), ຊໍ້າ​ບໍ​ໜໍາບາງຄົນໃຫ້ຮູ້ວ່າ ທີ່ນີ້ ມີປາຈຽນຫຼາຍໂຕ ມີນຳ້ໜັກຫຼາຍຮ້ອຍກິໂລກຣາມ, ສາມາດລົ້ມ​ຮອດ​ຄວາມ​ບັກ​ຕູ້. ຈິງ​ຫລື​ບໍ່​ແມ່ນ​ບໍ່​ໄດ້​ພິສູດ, ແຕ່ມັນດຶງດູດໃຈ ແລະ ສ້າງຄວາມຢາກຮູ້ຢາກເຫັນຂຶ້ນມາໃຫ້ແກ່ນັກທ່ອງທ່ຽວ. ອ້າຍດຽວຈິ້ງຫຽນ ພາພວກຂ້າພະເຈົ້າມາຢາມຟາມລ້ຽງປາ ສາທື ຂອງລຸງ ເລື່ອງວັນງວາ. ຟາມລ້ຽງປາມີທັງໝົດ 16 ກະຊັງ, ລ້ຽງປາຫຼາຍຊະນິດທີ່ແຕກຕ່າງກັນ, ແຕ່ພິເສດ, ມີ 8 ກະຊັງສະເພາະໄວ້ລ້ຽງປາຈຽນເທົ່ານັ້ນ. ລຸງ ງວາ ໃຫ້ຮູ້ວ່າ ຢູ່ທີ່ນີ້ ມີຫຼາຍຄອບຄົວລົງທຶນລ້ຽງປາຈຽນ, ສຳລັບຄອບຄົວ ລາວແຕ່ລະປີກໍ່ຂາຍອອກໄດ້ປະມານ 60 ໂຕນດ້ວຍລາຄາ600.000 ດົ່ງຕໍ່ກິໂລໜຶ່ງ.
 
ປະຈຸບັນ, ອາຊີບລ້ຽງປາຢູ່ບັນດາຕາແສງ ຈ່ຽງເອີນ, ຈ່ຽງບັ່ງ, ເມື່ອງຈຽນ ຂຶ້ນກັບເມືອງ ກວິ່ງຍາຍ​ໄດ້​ມີ​ການ ພັດທະນາຢ່າງແຂງ​ແຮງ​ພໍ​ສົມຄວນ.ສະເພາະຕາແສງ ຈ່ຽງບັ່ງ, ເນື້ອທີ່ລ້ຽງສິນໃນນຳ້ມີເຖິງ 72 ເຮັກຕາ, 155 ກະຊັງລ້ຽງປາ, 100 ກວ່າຄອບຄົວ.
 
ເມືອງ ກວິ່ງຍາຍ ແລະ ແຂວງ ເຊີນລາ ກຳລັງຂຸ້ຂ້ຽວປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ, ການທ່ອງທ່ຽວໃນ ບໍລິເວັນອ່າງ​ນໍ້າໜ້າເຂື່ອນໄຟຟ້າເຊີນລາ. ທ່ານນາງ ດຽວທິເຢີນ, ຮອງປະທານຄະນະກຳມະການປົກຄອງ ເມືອງ ກວິ່ງຍາຍ ໃຫ້ຮູ້ວ່າ ທາງເມືອງໄດ້ສົມທົບກັບເມືອງ ສິນໂຮ່ ຂອງແຂວງ ລາຍເຈົາ ແລະ ເມືອງ ເມື່ອງໄລ ຂອງແຂວງ ດ້ຽນບຽນ ເພື່ອດໍາ​ເນີນ​ການ​ສໍາ​ຫລວດ ​ແລະ​ສ້າງ​ໂຄງການສາຍ​ທາງການທ່ອງທ່ຽວ​ໃນອ່າງ​ນໍ້າໜ້າເຂື່ອນໄຟຟ້າເຊີນລາ.
 
ຕາມແຜນ​ໂຄງການດັ່ງກ່າວ, ສາຍການທ່ອງທ່ຽວຕາມອ່າງນຳ້ນີ້ ຈະມີ​ຄວາມຍາວ 120 ກິໂລແມັດ ຊຶ່ງ​ປະກອບດ້ວຍຈຸດຕ້ອນຮັບ​ແຂກ​ທໍາ​ອິດ​ຢູ່​ທີ່ເມືອງ ກວິ່ງຍາຍ ແລະ ຈຸດ​ໄປ​ເຖິງສຸດທ້າຍແມ່ນເມືອງ ໄລ ຂອງ ແຂວງ ດ້ຽນບຽນ.ຕາມ​ສາຍການທ່ອງທ່ຽວດັ່ງກ່າວ ນັກທ່ອງທ່ຽວຈະໄດ້ຮັບຊົມພູມພາບທີ່ສວຍສົດງົດງາມ, ຄວາມກວ້າງໃຫຍ່ໄພສານຂອງເຂດແມ່ນຳ້ລຳເຊ ແລະ ຊີວິດການເປັນຢູ່ທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າ ຜູ້ໄທ, ເຄີມູ, ຢາວ, ລາຮາ, ຄາງ, ຊິງມູນ, ໝາງ ​ແລະ​ອື່ນໆ​ທີ່ຂຶ້ນ​ກັບບັນດາໝູ່ບ້ານແຄມອ່າງ​ແມ່ນຳ້. 
ບົດ: ທົງທ້ຽນ - ພາບ: ຫວຽດເກື່ອງ, ທົງທ້ຽນ, ຈິ້ງໂປ້, ດຽວຈິງເຕີຍ, ເລຮົ່ງຮ່າ.

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top