• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີນລາ: ນຳແສງໄຟຟ້າມາໃຫ້ຄອບຄົວທຸກຍາກຕ້ອນຮັບບຸນເຕັດ

      ສ້ອມແປງສາຍໄຟຟ້າ, ປ່ຽນດອກໄຟໃຫມ່ໂດຍບໍ່ເກັບຄ່າແມ່ນວຽກງານນ້ອຍ ແຕ່ເຕັມໄປດ້ວຍຄວາມໝາຍ ນັ້ນແມ່ນ “ຂອງຂວັນບຸນເຕັດ” ຊື່ງຂະແຫນງໄຟຟ້າ ແຂວງເຊີນລາ ສະຫງວນໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກ…ມີເຮືອນຫລາຍຫລັງແສງໄຟໄດ້ກັບມາຮຸ່ງແຈ້ງຄືນໃຫມ່ ນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແມ່ນແຫລ່ງລະດົມກຳລັງໃຈພິເສດໃຫ້ແກ່ພໍ່ແມ່ປະຊາຊົນຢູ່ແຂວງເຊີນລາ ກ່ອນທີ່ກ້າວເຂົ້າສູ່ບຸນປີໃຫມ່ປະຈຳຊາດ.
ກຳມະກອນໄຟຟ້າ ແຂວງເຊີນລາ ລົງສ້ອມແປງຕິດຕັ້ງໄຟຟ້າໃຫ້ປະຊາຊົນ. ພາບ:VOV
      ຄອບຄົວປ້າ ຫລໍ່ທິແຈງ ຢູ່ ເທດສະບານ ອິດອອງ ເມືອງ ເມື່ອງລາ ເຊິ່ງແມ່ນຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ໃນຄອບຄົວ ມີແມ່ເຖົ້າອາຍຸກວ່າ 90 ປີ ແລະ ຜູ້ເປັນຜົວໄດ້ເຈັບຫນັກ,  ທຸກວຽກງານໃນຄອບຄົວລ້ວນແຕ່ແມ່ນ ປ້າເປັນຜູ້ຮັບຜິດຊອບ. ໃນຫລັງເຮືອນປະຖົມປະຖານ ມີໂທລະທັດເກົ່າຫນ່ວຍຫນຶ່ງ ແລະ ດອກໄຟສອງສາມດອກ ແຕ່ວ່າຂາດ ແລະ ເປ່ເພໝົດແລ້ວ. ປ້າແຈງ ໃຫ້ຮູ້ວ່າ:
ມື້ນີ້ ພະນັກງານ, ກຳມະກອນໄຟຟ້າໄດ້ມາສ້ອມແປງໄຟຟ້າ, ປ່ຽນດອກໄຟໃຫມ່ໃຫ້ຄອບຄົວ. ພວກຂ້າພະເຈົ້າດີໃຈຫລາຍ. ນັບແຕ່ນີ້ເປັນຕົ້ນໄປ ລະບົບໄຟຟ້າໃນເຮືອນໄດ້ຮັບປະກັນຢ່າງປອດໄພກວ່າ, ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈໃນການນຳໃຊ້ ແລະ ປະຕິບັດຕາມຄຳແນະນຳເພື່ອປະຢັດໄຟຟ້າກໍ່ຄືນຳໃຊ້ຢ່າງມີປະສິດທິຜົນ”
ດອກໄຟໃຫມ່ກໍ່ນຳແສງສະຫວ່າງມາໃຫ້ຄອບຄົວນັກຮົບເກົ່າ ຫລູ່ວັນຮ່າ ຢູ່ ຕາແສງ ຈຽງຊົມ ນະຄອນ ເຊີນລາ. ໂດຍກັບມາຈາກສະຫນາມຮົບພາກເຫນືອຂອງລາວ ມາເປັນເວລາກວ່າ 40 ປີ, ຜົວເມຍລຸງ ຮ່າ ປີນີ້ ອາຍຸກໍ່ສູງແລ້ວ, ປະສົບກັບຄວາມຫຍຸ້ງຍາກໃນການສ້ອມແປງລະບົບໄຟຟ້າໃນເຮືອນຂອງຕົນ. ໂດຍເຫັນໄດ້ຄວາມຫຍຸ້ງຍາກຂອງຄອບຄົວລຸງ ຮ່າ, ພະນັກງານໄຟຟ້າ ນະຄອນ ເຊີນລາ ໄດ້ລົງຊ່ວຍສ້ອມແປງໄຟຟ້າໃຫ້.
ເພື່ອຜັນຂະຫຍາຍການເຄື່ອນໄຫວສ້ອມແປງໄຟຟ້າ, ກຳມະກອນໄຟຟ້າໄດ້ລົງສຳຫລວດກວດກາໂດຍກົງ, ສ້າງບັນຊີລາຍຊ່ືຄອບຄົວຕ້ອງການຄວາມຊ່ວຍເຫລືອ; ກວດກາທັງໝົດລະບົບໄຟຟ້າຂອງລູກຄ້າເພື່ອກະກຽມວັດຖຸອຸປະກອນໃຫ້ເໝາະສົມ. ອ້າຍ ຫງວຽນຕຽນຫວຽດ, ກຳມະກອນໄຟຟ້າ ນະຄອນ ເຊີນລາ ໃຫ້ຮູ້ວ່າ:
ບັນດາຄອບຄົວທີ່ພວກຂ້າພະເຈົ້າມາສ້ອມແປງໄຟໃຫ້ໃນມື້ນີ້ ສ່ວນຫລາຍແມ່ນຄອບຄົວຜູ້ເຖົ້າແກ່ ຜູ້ຢູ່ໂດດດ່ຽວ, ປະສົບກັບຄວາມຫຍຸ້ງຍາກ, ມີບາງອຸປະກອນນຳໃຊ້ໄຟຟ້າໃນຄອບຄົວບໍ່ຮັບປະກັນຄວາມປອດໄ. ສະນັ້ນ ພວກຂ້າພະເຈົ້າຈຶ່ງມາສ້ອມແປງຄືນໃຫ້ເຂົາເຈົ້າ ແລະ ມອບດອກໄຟເພື່ອໃຫ້ ເພື່ອໃຫ້ເຂົາເຈົ້າສາມາດນຳໃຊ້ໄຟຟ້າຢ່າງປອດໄພກວ່າ”
ກຳມະກອນໄຟຟ້າມາຊ່ວຍປ່ຽນດອກໄຟໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກ.ພາບ:VOV
      ວຽກງານເຕັມໄປດ້ວຍຄວາມໝາຍນີ້ໄດ້ຊ່ວຍໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຫລຸດຜ່ອນລາຍຈ່າຍສ້ອມແປງ, ປ່ຽນສາຍໄຟຟ້າ ແລະ ມີຄວາມອຸ່ນອ່ຽນໃຈໃນການນຳໃຊ້ໄຟຟ້າຢ່າງປອດໄພ. ທ່ານນາງ ເລທິຊອງຫາວ, ຮອງຫົວຫນ້າບໍລິສັດໄຟຟ້າ ເຊີນລາໃຫ້ຮູ້ວ່າ: ໄປຄຽງຄູ່ກັບການສ້ອມແປງ, ປ່ຽນສາຍໄຟຟ້າໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດແລ້ວ, ບໍລິສັດໄຟຟ້າ ເຊີນລາ ກໍ່ໄດ້ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງແທດຈິງ ແລະ ມີຄວາມໝາຍ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລູກຄ້າກ່ອນກ້າວເຂົ້າສູ່ບຸນປີໃຫມ່ປະຈຳຊາດ.
          “ ໃນເດືອນເຄື່ອນໄຫວ ສະແດງຄວາມບຸນຄຸນຕໍ່ລູກຄ້າ ພວກຂ້າພະເຈົ້າຈັດການເຄື່ອນໄຫວສະຫວັດດີການສັງຄົມຕ່າງໆທີ່ມີຄວາມໝາຍ ຄື: ລາຍການນຳແສງໄຟຟ້າມາໃຫ້ບ້ານນາ, ຕິດຕັ້ງລະບົບສາຍໄຟຟ້າເພື່ອນຳແສງໄຟໄປຍັງບ້ານ, ຄຸ້ມບ້ານຕ່າງໆໃນເຂດຕັ້ງພູມລຳເນົາຄືນໃຫມ່. ສ້ອມແປງ, ຕິດຕັ້ງລະບົບໄຟຟ້າໃຫມ່ໃຫ້ໂຮງໝໍ, ສຸກສາລາຢູ່ເຂດຖືກຜົນສະທ້ອນໂດຍກົງຍ້ອນໂລກລະບາດໂຄວິດ 19. ປະກອບສ່ວນຮ່ວມເດີນທາງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕ້ອນຮັບລະດູບານໃຫມ່ປີ 2022 ດ້ວຍຄວາມເບີກບານມ່ວນຊື່ນ”
         ການສ້ອມແປງໄຟຟ້າໃຫ້ຄອບຄົວທຸກຍາກ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຂອງເດືອນສະແດງຄວາມຮູ້ບຸນຄຸນຕໍ່ລູກຄ້າ ປີ 2020 ໂດຍຄະນະຊາວຫນຸ່ມບໍລິສັດໄຟຟ້າ ເຊີນລາ ຜັນຂະຫຍາຍປະຕິບັດ. ມາຮອດປະຈຸບັນ, ລາຍການດັ່ງກ່າວໄດ້ ສ້ອມແປງໄຟຟ້າໂດຍບໍ່ເກັບຄ່າໃຫ້ແກ່ ກວ່າ 300 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ.
ລະດູບານໃຫມ່ພວມວຽນມາອີກວາລະຫນຶ່ງໃນຫລັງເຮືອນຕ່າງທີ່ເຕັມໄປດ້ວຍ…. ກະແສໄຟຟ້າບໍ່ພຽງແຕ່ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ພໍ່ແມ່ປະຊາຊົນຢູ່ ເຊີນລາ ເທົ່ານັ້ນຫາກຍັງເຮັດໃຫ້ເຂົາເຈົ້າມີຄວາມມຸ່ງຫວັງ, ຄວາມປາດຖະຫນາຕໍ່ຊີວິດທີ່ນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູນສຸກກວ່າອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top