• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເຊີດຊູ ຄວາມງາມ ອ໋າວຢາຍ ຫວຽດນາມ

ຫຼັງຈາກຈັດຕັ້ງ 3 ຄັ້ງ ປະສົບຜົນສຳເລັດ, ງານບຸນອ໋າວຢ່າຍ (ຊຸດເສື້ອ ຍາວ ຊຶ່ງເປັນຊຸດ ປະຈຳຊາດຫວຽດນາມ) ຢູ່ນະຄອນ ໂຮ່ຈີມີນ 2017 ໂດຍພະແນກທ່ອງທ່ຽວ ແລະ ສະມາຄົມສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ເປັນປະທານຮ່ວມຈັດຕັ້ງ ໄດ້ກາຍເປັນໜຶ່ງໃນຫຼາຍເຫດການ ສຳຄັນປະກອບສ່ວນ ໃນການອະນຸລັັກຮັກສາ, ເສີມຂະຫຍາຍ ບັນດາ ຄຸນຄ່າທາງວັດທະນະທຳ ທີ່ເປັນເອກະລັກ ຂອງ ຊຸດອ໋າວຢ່າຍ ຫວຽດ ນາມ ຊຶ່ງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ແລະ ມວນຊົນ. 
ໄດ້ລົງທຶນຫຼາຍກວ່າປີຜ່ານມາ ທາງດ້ານຂະຫນາດ ແລະ ຄຸນນະພາບ, ງານບຸນອ໋າວຢ່າຍປີນີ້ ຖືກຈັດຂຶ້ນແຕ່ວັນທີ 3-17 ມີນາ ພ້ອມກັບຫຼາຍ ກິດຈະການເຄື່ອນໄຫວ ທີ່ອຸດົມສົມບູນ ແນໃສ່ສົ່ງສານກ່ຽວກັບ ຄວາມງາມມີສະເໜ່ ດັ່ງເດີມ ຂອງ ຊຸດອ໋າວຢ່າຍ ຫວຽດນາມ ຜ່ານແຕ່ລະ ຍຸກສະໄໝ ຕ່າງໆ.

ໃນຄືນເປີດງານ ໄດ້ມີການສະແດງສິລະປະພິເສດປະພາຍໃຕ້ ຫົວເລື່ອງ: “ຄວາມຍອດຍິ່ງຊຸດອ໋າວຢ່າຍຫວຽດ” ຊຶ່ງນຳສະເໜີ ຕໍ່ມວນຊົນ ບັນດາ ລາຍການສະແດງແຟຊັ່ນ ກ່ຽວກັບຊຸດອ໋າວຢ່າຍ, ລາຍການ ຮ້ອງລຳທຳເພງ, ສາລະຄະດີ ທີ່ມີກ່ຽວພັນກັບປະຫວັດ ຄວາມເປັນມາ ຂອງ ຊຸດອ໋າວຢ່າຍ ຫວຽດນາມ ແລະ ການຂະຫຍາຍຕົວຂອງອ໋າວຢ່າຍ ຢູ່ ນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ.

ກ່າວປາໄສໃນພິທີເປີດງານ, ທ່ານ ເຈິ່ນຫວີງຕວ໋ຽນ, ຮອງປະທານ ຄະນະກຳມະການ ປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ຮູ້ວ່າ ພ້ອມກັບບາດ ກ້າວເດີນ ຂອງ ບັນດາໝູ່ຄະນະ, ບຸກຄົນ, ໂດຍສະເພາະຢ່າງຍິ່ງ ແມ່ນການຕອບຮັບ ເປັນຢ່າງດີ ຈາກຊາວນະຄອນ, ດ້ວຍຂະໜາດ, ເນື້ອໃນ ຂອງງານບຸນປີນີ້ ໄດ້ມີກຳລັງແຜ່ຂະຫຍາຍ ເຖິງບັນດາຊັ້ນຄົນ ໃນສັງ ຄົມ ແລະ ນັກທ່ອງທ່ຽວຕ່າງປະເທດ.

ພາຍໃຕ້ຫົວເລື່ອງ “ຄວາມມີສະເໜ່ ອ໋າວຢ່າຍ ນະຄອນໂຮ່ຈີມິນ”, ຈຸດເດ່ັນ ຂອງ ງານບຸນປີນີ້ ຖືກລວມສູນຢູ່ທີ່ຖະໜົນຄົນຍ່າງ ຫງວຽນ ເຫວ້ ຊຶ່ງເປັນຈຸດໃຈກາງຂອງນະຄອນ,  ມີຄວາມດຶງດູດໃຈ ແຂກຕ່າງ ດ້າວທ້າວຕ່າງເມືອງ ທີ່ມາຢ້ຽມຢາມ. ຕໍ່ຈາກນັ້ນແມ່ນການສະແດງ ອ໋າວຢ່າຍ ລວມໝູ່ພາຍໃຕ້ຫົວເລື່ອງ “ຂ້າພະເຈົ້າຮັກຫວຽດນາມ” ໂດຍການເຂົ້າ ຮ່ວມຂອງ 3000 ກວ່າຄົນ. ພິເສດ ແມ່ນເພື່ອສະແດງ ຄວາມຮັກຕໍ່ປະເທດຊາດ ແລະ ໝູ່ເກາະທະເລຂອງຕົນ, ນັກຮຽນຍິງ ໂຮງຮຽນ ມັດທະຍົມຕອນປາຍ ຈຶງເວືອງ (ເມືອງ 1) ລວມ 1000 ຄົນ ໃນຊຸດອ໋າວຢ່າຍ ໄດ້ຈັດລຽງກັນເປັນແຜນທີ່ຫວຽດນາມຮູບຕົວໜັງສື S ລວມທັງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ.

ນາງສາວ ບ່າວເຈິນ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ ຈຶງເວືອງ ໄດ້ສະແດງຄວາມຮູ້ສຶກວ່າ: “ເມື່ອໄດ້ຮັບປະກາດຈາກໂຮງຮຽນວ່າ ພວກນ້ອງຈະນຸ່ງຊຸດອ໋າວຢາຍ ຈັດລຽງເປັນຮູບແຜນທີ່ປະເທດຊາດ, ນ້ອງມີຄວາມຮູ້ສຶກຕື່ນເຕັ້ນຫຼາຍ, ຫວັງວ່າ ຊຸດອ໋າວຢ່າຍ ຈະມີຫຼາຍຄົນນຸ່ງ ໃນເວລາເຮັດການ ຫຼື ໃນຊີວິດປະຈຳວັນອີກດ້ວຍ.

ງານບຸນອ໋າວຢ່າຍ ໄດ້ດຳເນີນໄປໃນສະຖານທີ່ກາງແຈ້ງ ອັນໄດ້ປະ ກອບສ່ວນສ້າງເປັນພຶດຕິກຳຕົວຈິງທີ່ໃກ້ຊິດ ແລະ ມີຊີວິດຊີວາລະ ຫວ່າງນັກທ່ອງທ່ຽວ ແລະ ຊຸດອ໋າວຢ່າຍຫວຽດນາມ. ລາຍການສະ ແດງ ອ໋າວຢ່າຍ ໄດ້ຮັບການສະແດງ ຢູ່ສະຖານທີ່ ຫຼາຍແຫ່ງເຊັ່ນ: ຫໍ ວັດທະນະທຳຊາວໜຸ່ມ, ຫໍວັດທະນະທຳແມ່ຍິງ, ຫໍພິພິທະພັນອ໋າວຢ່າຍ ນະຄອນໂຮ່ຈີມິນ ແລະ ອື່ນໆ... ໃນໂອກາດນີ້, ບັນດານັກທ່ອງ ທ່ຽວນຸ່ງຊຸດອ໋າວຢ່າຍ ເຂົ້າສະຖານທີ່ ຫຼິ້ນຕ່າງໆເຊັ່ນ: ສວນສາທາລະນະ ເດີ່ມແຊນ, ຖາວເກີ່ມວຽນ ໂດຍບໍ່ຕ້ອງເສຍຄ່າ. ຮ້ານຕັດຫຍິບ ອ໋າວຢ່າຍ ຫຼາຍແຫ່ງ ຢູ່ໃນພື້ນທີ່ ນະຄອນ ກໍໄດ້ຫຼຸດລາຄາຫຍິບ ອ໋າວຢ່າຍ ໃຫ້ແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ.










ນັກຮຽນຍິງ 1000 ກວ່າຄົນ ຈາກໂຮງຮຽນມັດທະຍົມຕອນປາຍ ຈຶງ ເວືອງ (ເມືອງ 1) ໃນຊຸດ ອ໋າວຢ່າຍ ໄດ້ຈັດລຽງກັນເປັນແຜນທີ່ ຫວຽດນາມ
ຮູບຕົວໜັງສື S, ລວມທັງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ພາບ: ອານຮ໋ຽວ, ກວາງດິ້ງ
   
ນອກຈາກນີ້ ຍັງມີຫຼາຍເຫດການທີ່ສຳຄັນ ພາຍໃນງານ ເຊັ່ນ: ງານວາງ ສະແດງ ອ໋າວຢ່າຍ ຫວຽດນາມ, ງານແຂ່ງຂັນຖ່າຍຮູບ ຊຸດ ອ໋າຍຢ່າຍ Photo Maraton ຢູ່ຖະໜົນ ຫງວຽນເຫວ້, ພາບຖ່າຍງາມ ອ໋າວຢ່າຍ online, ລາຍການຖີບລົດຖີບ ພ້ອມກັບຊຸດອ໋າວຢ່າຍ, ງານແຂ່ງຂັນ ແຕ້ມຊຸດ ອ໋າວຢ່າຍ ແລະ ດອກໄມ້ໃຫ້ເຍົາວະຊົນ, ລາຍການເຊີດຊູ ບັນດານັກອອກແບບ, ຮ້ານຕັດຫຍິບອ໋າວຢ່າຍ ທີ່ມີຊື່ສຽງ ຂອງ ຫວຽດນາມ... ພິເສດ, ທີ່ຖະໜົນ ຫງວຽນເຫວ້, ຄະນະຈັດຕັ້ງຍັງໄດ້ ມອບທຶນການສຶກສາ ຈຳນວນ 100 ທຶນ ລວມມູນຄ່າ 200 ລ້ານດົ່ງ ໃຫ້ແກ່ນັກສຶກສາ ທີ່ໄດ້ບືນຕົວຜ່ານຜ່າຄວາມຫຍຸ້ງຍາກ ຂອງ ນະ ຄອນ ອີກດ້ວຍ.

ງານບຸນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ທາງດ້ານ ວັດທະນະທຳ ທີ່ມີຄວາມໝາຍ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ແລະ ໂຄສະນາເຜີຍແຜ່ ນະຄອນໂຮ່ຈີມິນ ເປັນສະຖານທີ່ ທ່ອງທ່ຽວ ເຖິງ ນັກ ທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.


ບັນດານາງສາວຖີບລົດຖີບ ພ້ອມກັບຊຸດອ໋າວຢາຍ ຂີ່ຜ່ານໂບດ ດຶກ ບ່າ. ພາບ: ອານຮ໋ຽວ


ບັນດານາງສາວຖີບລົດຖີບ ພ້ອມກັບຊຸດອ໋າວຢ່າຍ ເມື່ອຜ່ານຖະໜົນ ຄົນຍ່າງ ຫງວຽນເຫວ້.  ພາບ: ດິງກວາງດິ້ງ


ງານບຸນອ໋າວຢ່າຍ ໄດ້ດຳເນີນໄປໃນສະຖານທີ່ກາງແຈ້ງ ອັນໄດ້ປະ ກອບ ສ່ວນສ້າງເປັນພຶດຕິກຳຕົວຈິງທີ່ໃກ້ຊິດ ແລະ
ມີຊີວິດຊີວາລະ ຫວ່າງ ນັກທ່ອງທ່ຽວ ແລະ ຊຸດອ໋າວຢ່າຍຫວຽດນາມ. ພາບ: ທົງຫາຍ



ຊາວນະຄອນໃນຊຸດອ໋າວຢ່າຍ. ພາບ: ທົງຫາຍ


ບັນດາເພື່ອນຍິງສະແດງລັກສະນະບຸກຄະລິກສ່ວນຕົວໃນຊຸດ ອ໋າວຢາຍ ຢ່າງສະບາຍໃຈ. ພາບ: ທົງຫາຍ


ລາຍການສະແດງສິລະປະ ພາຍໃຕ້ຫົວເລື່ອງ “ຄວາມຍອດ ຍິ່ງຊຸດ ອ໋າວຢ່າຍ ຫວຽດນາມ”. ພາບ: ທົງຫາຍ


ນັກທ່ອງທ່ຽວ ຊົມບັນດາພາບຖ່າຍ ກ່ຽວກັບອ໋າວຢ່າຍ ຫວຽດນາມ ຜ່ານແຕ່ລະຍຸກສະໄໝ ຊຶ່ງໄດ້ຈັດວາງສະແດງ
ຢູ່ຖະໜົນຄົນຍ່າງ ຫງວຽນເຫວ້. ພາບ: ທົງຫາຍ
 
ບົດ: ຫງວຽນແອງ-ພາບ: ທົງຫາຍ, ອານຮ໋ຽວ, ກວາງດິ້ງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top