• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງ້ອານນຳຂົວທ່າກຳປັ່ນ Vissai ເຂົ້າເຄື່ອນໄຫວ

      ວັນທີ 21 ຕຸລາ, ຢູ່ເຂດທະເລ ງີທຽດ ເມືອງ ງີໂລກ ແຂວງ ເງ້ອານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ກົດປຸ່ມນຳຂົວທ່າກຳປັ່ນສາກົນ Vissai ຊື່ງແມ່ນຂົວທ່າກຳປັ່ນສາກົນທີສອງຢູ່ ແຂວງ ເງ້ອານ ເຂົ້າເຄື່ອນໄຫວ. 

ຂົວທ່າກຳປັ່ນ Vissai 
ພາບ:baonghean
      ທ່າກຳປັ່ນສາກົນ Vissai ມີເນື້ອທີ່ກວ່າ 400 ເຮັກຕາ ສາມາດຕ້ອນຮັບກຳປັ່ນບັນທຸກສິນຄ້າແຕ່ 30.000- 70.000 ໂຕນເຂົ້າທຽບທ່າ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດັກວີງ, ເລຂາຄະນະພັກນະຄອນ ເງ້ອານ ເນັ້ນຫນັກວ່າ ພ້ອມກັບລະບົບທ່າກຳປັ່ນໃນເຂດທ່າກຳປັ່ນ ເກື໋ອຫລໍ່, ທ່າກຳປັ່ນທະເລສາກົນ Vissai ແມ່ນປະຕູແຫ່ງການພົວພັນດ້ານການຄ້າ, ຮັບໃຊ້ການຂົນສົ່ງ, ແລກປ່ຽນສິນຄ້າທີ່ສຳຄັນຂອງແຂວງ ເງ້ອານ ກັບບັນດາແຂວງຢູ່ພາຍໃນປະເທດ ແລະບັນດາປະເທດໃນໂລກຜ່ານທາງທະເລ.    
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top