• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຄື່ອງໝາຍການຄ້າເກືອ ໄຕນິງ

ເມື່ອເວົ້າເຖິງເຄື່ອງປຸງອາຫານທີ່ມີຊື່ສຽງຂອງ ຫວຽດນາມ, ນອກຈາກໝາກພິກໄທ ຝູກວກ, ນຳ້ປາ ຫວູຸງເຕົ່າ ຫຼື ເກືອ ເຫວ້... ເກືອ ໄຕນິງ ກໍ່ເປັນຜະລິດຕະພັນໜຶ່ງທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ. ເກືອ ໄຕນິງ ຍັງເປັນຂອງຕ້ອນພິເສດ ທີ່ເຕັມໄປດ້ວຍນຳຈິດນຳ້ໃຈຂອງຊາວ ໄຕນິງ ອີກດ້ວຍ.
ແຂວງ ໄຕນິງ ເປັນແຜ່ນດິນຕິດກັບຊາຍແດນ, ບໍ່ຕິດກັບທະເລ, ແຕ່ຜະລິດຕະພັນພິເສດຂອງແຜ່ນດິນແຫ່ງນີ້ ແມ່ນເກືອ. ຈາກທ່າແຮງແມ່ນອາກາດແດດຮ້ອນ, ແຜ່ນດິນແຫ່ງນີ້ ສາມາດຜະລິດເກືອໄດ້ຕະຫຼອດເວລາໃນປີ. ແດດແຮງຮ້ອນ, ເກືອຈະ ຕາກໄດ້ແຫ້ງກອບ, ຫອມແຊບ ແລະ ມີສີແດ່ງອ່ອນທຳມະຊາດ.

ປ້າ ເລືອງທິຫງຽບ, ຜູ້ທີ່ທຳອາຊີບຜະລິດເກືອຢູ່ ໄຕນິງ ໃຫ້ຮູ້ວ່າ ເກືອ ໄຕນິງ ເລີ່ມພັດທະນາແຕ່ປີ 1975.​ ແຕ່ກ່ອນໜ້າ ນັ້ນ, ບັນດາແມ່ຍິງຢູ່ ໄຕນິງ ກໍ່ເຄີຍຜະລິດເກືອ, ປຸງແຕ່ງເປັນ ເຄື່ອງປຸງອາຫານແລ້ວຝາກໄປໃຫ້ຜົວທີ່ເປັນທະຫານ, ກຳລັງ ອາໄສທີ່ພື້ນຖານຕໍ່ສູ້ຫຼາຍແຫ່ງຢູ່ໃນປ່າ.
 
ພ້ອມກັບການພັດທະນາຂອງການຕະຫຼາດໃນເວລາກວ່າ 20 ປີຜ່ານມາ, ເກືອ ໄຕນິງ ໄດ້ຍົກລະດັບກາຍເປັນສິນຄ້າ ປະເພດໜຶ່ງ. ທຳອິດມີແຕ່ຊາວບ້ານ 2-3 ຄອບຄົວເຮັດເທົ່ານັ້ນ,

ມາເຖິງປະຈຸບັນ, ມີກວ່າ 100 ພື້ນຖານຜະລິດເກືອ ໄຕນິງ, ສຸມໃສ່ຢູ່ເມືອງ ຈ໋າງບ່າງ, ກໍ່ເຢົ່າ ແລະ ນະຄອນ ໄຕນິງ. 

ຕາກເກືອໝາກເຜັດໃນມື້ໜຶ່ງເພື່ອໃຫ້ເກືອມີລົດຊາດຫອມແຊບພິເສດ.


ເກືອ ໄຕນິງ ມີສີສັນ ແລະ ລົດຊາດພິເສດ.


ເກືອໄດ້ເອົາເຂົ້າໃນເຕົາອົບຢູ່ລະດັບຄວາມຮ້ອນປະມານ 80-90 ອົງສາ ເຊ.


ຂັ້ນຕອນການຂ້າເຊື້ອ, ຮັບປະກັນຕໍ່ຄວາມສະອາດໃຫ້ແກ່ຜະລິດຕະພັນເກືອ ໄຕນິງ.


ບົດເກືອໃຫ້ແລກຫຼຽວ.


ຫໍ່ໃສ່ກັບ...


... ແລະ ຕິດສະແຕມ.


ເກືອ ໄຕນິງ ຕ້ອງຜ່ານຜ່າຫຼາຍຂັ້ນຕອນການຜະລິດ
ແລ້ວຈຶ່ງໄດ້ຈຳໜ່າຍອອກສູ່ຕະຫຼາດ. 

ຜະລິດຕະພັນເກືອ ໄຕນິງ ມີຫຼາຍຊະນິດຄື: ເກືອໝາກເຜັດ, ເກືອປົນໝາກພິກໄທ, ເກືອໝາກເຜັດປົນກຸ້ງ... ວັດຖຸດິບຕົ້ນຕໍ່ໄດ້ນຳໃຊ້ເພື່ອຜະລິດເກືອ ໄຕນິງ ລວມມີ: ເກືອທະເລ, ໝາກເຜັດ, ຜັກທຽມ, ແປ້ງນົວ, ຫົວສີໄຄ, ກຸ້ງແຫ້ງ ແລະ ອື່ນໆ. ສຳລັບເກືອທະເລຕ້ອງແມ່ນປະເພດເກືອທີ່ໄດ້ຮັບການປຸງແຕ່ງຢ່າງສະອາດ, ບໍ່ແມ່ນເກືອປະເພດໃດກໍ່ສາມາດນຳໃຊ້ໄດ້.
 
ພວກຂ້າພະເຈົ້າໄດ້ເຫັນກັບຕາ ບັນດາຂັ້ນຕອນການຜະລິດເກືອໝາກເຜັດປົນກຸ້ງ ຢູ່ໂຮງງານຜະລິດເກືອ ຍືອີ ທີ່ເຮືອເລກທີ 30, ຖະໜົນ ຮ່າມງີ, ຄຸ້ມບ້ານທີ 3, ບ້ານທີ 2, ເທດສະບານ ໄຕນິງ.
  
ປ້າ ເລືອງທິຫງຽບ, ເຈົ້າຂອງໂຮງງານຜະລິດເກືອແຫ່ງນີ້ ໃຫ້ຮູ້ວ່າ ເກືອ, ໝາກເຜັດ, ກຸ້ງແຫ້ງ ແລະ ເຄື່ອງປຸງຕ່າງໆ ໄດ້ປົນເຂົ້າກັນແລ້ວເອົາໄປຕາກແດດ. ຫຼັງຈາກຕາກແດດໄດ້ມື້ໜຶ່ງ, ເກືອໄດ້ເອົາເຂົ້າໄປເຕົາອົບ, ອົບຢູ່ລະດັບຄວາມຮ້ອນແຕ່ 80-90 ອົງສາເຊ ໃນເວລາແຕ່ 12-15 ຊົ່ວໂມງ. ເກືອອົບແລ້ວຈະເອົາໄປບົດໃຫ້ແລກຫຼຽວ ກ່ອນທີ່ເອົາໄປຂ້າເຊື້ອ ເພື່ອຮັບປະກັນຕໍ່ສຸຂະພາບ.
 
ສີຂອງເກືອ ຍືອີ ກໍ່ຄືຜະລິດຕະພັນເກືອ ໄຕນິງ ຊະນິດຕ່າງໆ ບໍ່ໄດ້ຍ້ອມດ້ວຍສີເຄມີ, ທັງໝົດແມ່ນສີທຳມະຊາດ. ລາຄາເກືອຈະຂຶ້ນກັບນຳ້ໜັກ ຫຼື ຕາມຄຸນນະພາບ, 8.000-10.000 ດົ່ງ ໃຫ້ໄຫເກືອໜຶ່ງທີ່ມີນຳ້ໜັກ 120 ກຣາມ ແລະ 15.000-30.000 ດົ່ງໃຫ້ໄຫເກືອທີມີນຳ້ໜັກ 250 ກຣາມ.
 
ປ້າ ເລືອງທິຫງຽບ ໃຫ້ຮູ້ວ່າ ໂຮງງານຜະລິດເກືອ ຍືອີ ຜະລິດສະເລ່ຍ 10-15 ໂຕນຕໍ່ປີ. ນອກຈາກການຈຳໜ່ວຍຢູ່ພາຍໃນ, ໂຮງງານແຫ່ງນີ້ ຍັງໄດ້ຮັບໃບສັ່ງຊື້ສິນຄ້າຈາກຕ່າງປະເທດອີກດ້ວຍ.


ປ້າ ເລືອງທິຫງຽບ, ຜູ້ທີ່ທຳອາຊີບຜະລິດເກືອມາເປັນ 3 ເຊັ່ນຄົນ.


ຜະລິດຕະພັນເກືອໝາກເຜັດປົນກຸ້ງ ຍືອີ.


ຜະລິດຕະພັນເກືອໝາກເຜັດ.


ຜະລິດຕະພັນເກືອໝາກພິກໄທ.



ເກືອ ໄຕນິງ ເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງຢູ່ພາຍໃນ
ແລະ ຕ່າງປະເທດ.

ບໍ່ພຽງແຕ່ສຳລັບຊາວ ໄຕນິງ ເທົ່ານັ້ນ, ຫຼາຍປີຜ່ານມາ, ເກືອ ໄຕນິງ ໄດ້ນຳໃຊ້ໃນການປຸງແຕ່ງອາຫານຂອງຫຼາຍຄອບຄົວໃນທົ່ວປະເທດຢູ່ແລ້ວ. ສຳລັບຊາວ ຫວຽດນາມ ຫຼາຍຄົນ, ເກືອ ໄຕນິງ ເປັນເຄື່ອງປຸງອາຫານທີ່ຫອມແຊບ, ອາດສາມາດນຳໃຊ້ໃນການກິນໝາກໄມ້, ກິນເຂົ້າໜຽວ, ກິນເຂົ້າຈ້າວ ຫຼື ປຸງແຕ່ງ ອາຫານອີກດ້ວຍ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top