• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຄື່ອງຫັດຖະກຳ ໄມ້ ເວິນຮ່າ

ເມືອງ ດົງແອ໋ງ ເປັນ ໜຶ່ງໃນບັນດາຈຸດເດັ່ນໃນການ ຜັນຂະ ຫຍາຍແຜນ ພັດທະນາ ໜຶ່ງຕາແສງ ໜຶ່ງຜະລິດ ຕະພັນ OCOP ຂອງ ນະຄອນຫຼວງ ຮ່າໂນ້ຍ ແລະ ອາຊີບຜະລິດ ເຄື່ອງຫັດຖະກໍາ ໄມ້ ຂອງ ຕາແສງ ເວິນຮ່າ ເປັນໜຶ່ງໃນບັນ ດາຜະລິດຕະພັນ ທ່ີນະຄອນ ຮ່າໂນ້ຍ ຮັບຮອງ ເປັນຜະລິດ ຕະພັນ OCOP ລະດັບ 3 ດາວ ແລະ ລາງວັນ ຊົນນະບົດດີ ເດັ່ນ.
ພວກຂ້າພະເຈົ້າໄດ້ພົບກັບທ່ານ ໂດ໋ແຢງນາມ-ນາຍຊ່າງສີມື ຂອງ ໝູ່ບ້ານອາຊີບຜະລິດເຄື່ອງ ເຟີນີເຈີ ເວິນຮ່າ, ເປັນຜູ້ທີ່ ຢຶດອາຊີບ ນີ້ມານານ 30 ກວ່າ ປີ ແລະ ຝຶກອາຊີບນີ້ ໃຫ້ປະ ຊາຊົນ ຢູ່ ເວິນຮ່າ ກໍ່ຄືບັນດາ ແຂວງ ອີກດ້ວຍ. ທ່ານ ນາມ ໃຫ້ຮູ້ວ່າ ຕາແສງ ເວິນຮ່າ ມີ 5 ໝູ່ບ້ານ ທຳອາຊີບ ຜະລິດຫັດ ຖະກໍາໄມ້ ມູນເຊື້ອ ປະກອບດ້ວຍ: ທຽດອຸ໊ງ, ຮ່າເຄ, ໂກເຈົາ, ທຽດບິ່ງ ແລະ ເວິນດ່ຽມ. ບັນດາຜະລິດຕະພັນ ມີຫຼາຍຮູບ ແບບ ແລະ ອຸດົມສົມບຸນ, ລວມມີ ພາບແຕ້ມ, ຮູບປັ້ນ, ໂຕະ ຕັ່ງ, ເຄື່ອງທີ່ລະລຶກ ແລະ ອື່ນໆ. ບັນດາຜະລິດຕະພັນໄດ້ ຜະ ລິດຕາມໃຈມັກ ຫຼື ຕາມການສັ່ງ ຂອງ ລູກຄ້າ. 

ໄມ້ທີ່ຊາວບ້ານ ເວິນຮ່າ ນຳໃຊ້ເພື່ອຜະລິດ ເຄື່ອງຫັດ ຖະກຳ ສ່ວນຫຼາຍຈະແມ່ນ ໄມ້ດູ່, ໄມ້ເກດສະໜາ... ກ່ອນຈະລົງມື, ນາຍຊ່າງ ຕ້ອງວາດພາບ ພື້ນຖານ ຜະລິດຕະພັນທີ່ຕົນເອງ ຢາກເຮັດອອກມາ, ແລ້ວນຳໃຊ້ເລື່ອຍ ເພື່ອແຕ່ງຮູບຊົງໃນ ເບື້ອງຕົ້ນ. ຈາກນັ້ນ, ນາຍຊ່າງຈະເຈາະ ແຕ່ລະປີກຍ່ອຍເພື່ອ ແຕ່ງຮູບຊົງໃຫ້ ຜະລິດຕະພັນຢ່າງລະອຽດ, ນີ້ແມ່ນ ຂັ້ນ ຕອນ ຕ້ອງໃຊ້ ກຳລັງແຮງ, ສະນັ້ນນາຍຊ່າງສ່ວນ ຫຼາຍຈະ ເປັນຜູ້ ຊາຍ. ນີ້ແມ່ນຂັ້ນຕອນທີ່ສຳຄັນ, ມັນຕັດສິນເຖິງ ຄວາມ ປາ ນີດ ແລະ ຊີວິດຊີວາ ຂອງ ຜະລິດຕະພັນ. ເພາະສະນັ້ນ, ຄ່າ ແຮງງານຂອງນາຍຊ່າງຜູ້ມີປະສົບການ ຫຼາຍປີຈະຢູ່ໃນລະ ຫວ່າງ 500.000 – 1.000.000 ດົ່ງຕໍ່ມື້. 


ໂຮງງານຜະລິດເຄື່ອງຫັດຖະກຳ ໄມ້ ທີ່ຕາແສງ ເວິນຮ່າ, ເມືອງ ດົງແອ໋ງ, ຮ່າໂນ້ຍ.


ຂັ້ນຕອນການຜະລິດ ດ້ວຍເຄື່ອງຈັກ ໃນໂຮງງານ ຜະລິດ ເຄື່ອງ ຫັດຖະກຳໄມ້ ທີ່ຕາແສງ ເວິນຮ່າ.


ຜະລິດຕະພັນເຄື່ອງ ຫັດຖະກຳໄມ້ ມີຫຼາຍ ຮູບແບບ ແລະ ອຸດົມສົມບູນ, ລວມມີພາບແຕ້ມ, ຮູບປັ້ນ, ໂຕະຕັ່ງ... 


ຂັ້ນຕອນການຂັດຖູຜະລິດຕະພັນດ້ວຍ ກະດາດຊາຍ.  


ຊາວບ້ານ ຕາແສງ ເວິນຮ່າ ໄດ້ມີການຮັກສາ ແລະ ພັດທະນາ ອາຊີບຜະລິດເຄື່ອງໄມ້ ຕາມການເວລາ. 


ບັນດາປີກຍ່ອຍ ຮຽກຮ້ອງຄວາມຕັ້ງໃຈ ແລະ ຄ່ອງແຄ້ວ ຂອງ ນາຍຊ່າງ.


ຂັ້ນຕອນການທາສີ ໃຫ້ແກ່ຜະລິດຕະພັນ.


ນາຍຊ່າງແຕ່ລະຄົນ ຈະຜະລິດໄດ້ແຕ່ 3-4 ຜະລິດຕະພັນ ຕໍ່ມື້, ຂຶ້ນກັບຄວາມສາມາດຂອງນາຍຊ່າງແຕ່ລະຄົນ.

ນອກຈາກນັ້ນ, ຢູ່ ເວິນຮ່າ ເລີ່ມມີຫຼາຍຄອບຄົວ ລົງທຶນຊື້ເຄື່ອງຈັກ CNC ໃນລາຄາປະມານ 400-600 ລ້ານດົ່ງ  ເພື່ອ ເຈາະບັນດາປີກຍ່ອຍໃຫ້ໄວຂຶ້ນ. ເພື່ອເຮັດໃຫ້ຜະລິດ ຕະພັນ ມີຄວາມທົນທານ ແລະ ປວກບໍ່ກິນ, ໂຮງງານຜະລິດ ທຸກແຫ່ງ ມັກຈ້າງແຮງງານເປັນຜູ້ຍິງ ທ່ີອາຍຸສູງ ມາເຮັດວຽກເພີ່ມ ດ້ວຍ ຄ່າແຮງງານ ແຕ່ 200.000-300.000 ດົ່ງຕໍ່ມື້ ເພື່ອຂັດຖູຜະ ລິດຕະພັນໃຫ້ກ້ຽງດ້ວຍກະດາດຊາຍ ແລ້ວ ທາສີເຮັດໃຫ້ຜະ ລິດຕະພັນ ເຫຼື້ອມ ເດັ່ນຍິ່ງຂຶ້ນ.

ຮັບຮູ້ໄດ້ບົດບາດ, ຄວາມໝາຍຂອງແຜນການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ OCOP ທີ່ໄດ້ຄະນະກໍາມະການ ປະຊາ ຊົນ ເມືອງ ດົງແອ໋ງ ພວມຜັນຂະຫຍາຍ, ປະຊາຊົນ ທີ່ທຳອາ ຊີບຜະລິດເຄື່ອງຫັດຖະກຳ ໄມ້ ຢູ່ຕາແສງ ເວິນຮ່າ ຫຼາຍຄອບ ຄົວ ໄດ້ເຂົ້າຮ່ວມໃນແຜນການ ດັ່ງກ່າວ ແລະ ໄດ້ນະຄອນ ຮ່າໂນ້ຍ ຮັບຮອງເປັນຜະລິດຕະພັນ OCOP. 

ຜະລິດຕະພັນເຄື່ອງ ຫັດຖະກຳ ໄມ້ ດີເດັ່ນ ຂອງ ຕາແສງ ເວິນຮ່າ:









 
ການເຂົ້າຮ່ວມໃນແຜນການ OCOP ຂອງເມືອງ ດົງແອ໋ງ ຊ່ວຍເຮັດໃຫ້ບັນດາຄອບຄົວ ທີ່ທຳອາຊີບຜະລິດເຄື່ອງ ຫັດ ຖະກຳ ໄມ້ ຢູ່ຕາແສງ ເວິນຮ່າ ໄດ້ຮັບການຊ່ວຍເຫຼືອໃນການ ອອກແບບຍີ່ຫໍ້ຜະລິດຕະພັນ, ໂຄສະນາເປີດ ກວ້າງການຕະ ຫຼາດ ເພື່ອໃຫ້ລູກຄ້າຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະ ລູກຄ້າຕ່າງປະເທດຄື: ສປ ຈີນ, ຍີ່ປຸ່ນ ມາຊອກຊື້ຜະລິດ ຕະພັນ.
 
ທ່ານ ຫງວຽນຊວນລິງ, ຮອງປະທານ ຄະນະກຳມະການ ປະ ຊາຊົນ ເມືອງ ດົງແອ໋ງ ໃຫ້ຮູ້ວ່າ: “ຫຼັງຈາກໄດ້ຮັບຄຳສັ່ງປະຕິ ບັດແຜນການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ OCOP ຂອງ ນະຄອນ ຮ່າໂນ້ຍ, ເມືອງ ດົງແອ໋ງ ໄດ້ມີແຜນການ ຜັນຂະ ຫຍາຍເຖິງປີ 2020. ພ້ອມກັນນັ້ນ ກໍ່ເຜີຍແຜ່ເຖິງທົ່ວລະບົບ ການເມືອງ, ແຕ່ຂັ້ນເມືອງເຖິງຂັ້ນຕາແສງ, ເຖິງຜູ້ຜະລິດ ແລະ ປະຊາຊົນ ທົ່ວໄປ ແລະ ຫວັງວ່າ ຈາກບັນດາຜະລິດຕະພັນ OCOP ທີ່ໄດ້ຮັບລາງວັນຂອງນະຄອນ, ເມືອງຈະສືບຕໍ່ມີ ຫຼາຍຜະລິດຕະພັນ OCOP ໃໝ່, ປະກອບສ່ວນເຂົ້າໃນ ການ ພັດທະນາເສດຖະກິດ ຂອງ ເມືອງຢ່າງຕັ້ງໜ້າ”.
ບົດ: ເງິນຮ່າ-ພາບ: ແຄ໋ງລອງ
 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top